ມາຮູ້ຈັກກັບຄໍາວ່າ “New Normal” ດ້ານການທ່ອງທ່ຽວ ຫຼັງສະຖານະການໂຄວິດ-19…

ຫຼາຍຄົນອາດຈະບໍ່ຄຸ້ນເຄີຍກັບຄໍາວ່າ “New Normal” ກັນແມ່ນບໍ່? ເຊິ່ງຄວາມໝາຍຂອງຄໍານີ້ ຖ້າແປແຍກຄໍາອອກມາກໍຈະໄດ້ເປັນ “New” ທີ່ແປວ່າ “ໃຫມ່” ແລະ “Normal” ທີ່ແປວ່າ “ປົກກະຕິ” ເມື່ອລວມເຂົ້າກັນກໍຈະໄດ້ ຄວາມປົກກະຕິໃນຮູບແບບໃຫມ່ ຫຼືອະທິບາຍເຂົ້າໃຈງ່າຍໆກໍຄື ພຶດຕິກຳທີ່ເກີດຂຶ້ນໃຫມ່ ແລະ ກຳລັງຈະກາຍເປັນເລື່ອງປົກກະຕິໃນອະນາຄົດອັນໃກ້ໆ.
ໂຄວິດ ໃນຄັ້ງນີ້ ເຮັດໃຫ້ສັງຄົມປ່ຽນໄປຢ່າງຫຼວງຫຼາຍ ທ່າມກາງລະບົບເສດຖະກິດຫຼາຍຢ່າງກຳລັງລົ້ມລະລາຍນັ້ນ ເຮົາຍັງສາມາດເບິ່ງເຫັນບາງເລື່ອງທີ່ດີໆ ຂອງສັງຄົມທີ່ກຳລັງກໍ່ຕົວຂຶ້ນເຊັ່ນ ຄອບຄົວໄດ້ມີໂອກາດຢູ່ຮ່ວມກັນຫຼາຍຂຶ້ນ, ຄົນຫັນມາເບິ່ງແຍງສຸຂະພາບຕົນເອງ ແລະ ຄົນອ້ອມຂ້າງຫຼາຍຂຶ້ນ… ແລະ ຖ້າຫາກເບິ່ງໃນດ້ານຂອງທຸລະກິດການທ່ອງທ່ຽວ ເຮົາໄດ້ມີເວລາພັກຜ່ອນຫຼາຍ ທໍາມະຊາດຂອງບ້ານເຮົາກໍມີເວລາໄດ້ຟື້ນຕົວ ທີ່ສໍາຄັນທຸກຄວນໄດ້ຮຽນຮູ້ວ່າເຮົາບໍ່ຄວນ ປະໝາດ ໃນການໃຊ້ຊີວິດ ເພາະວ່າສິ່ງທີ່ບໍ່ຄາດຄິດອາດຈະເກີດຂຶ້ນໄດ້ຕະຫຼອດເວລາ ແລະ ຄວນຮັກກັນໃຫ້ຫຼາຍໆ ຕອນທີ່ເຮົາຍັງມີຊີວິດຢູ່. ຍ້ອນສະພາບການດັ່ງກ່າວເຮົາຈື່ງເກີດມີ New Normal ຫຼາຍຮູບແບບເກີດຂຶ້ນ. ສະນັ້ນ, ມາເລີ່ມຕົ້ນກັນທີ່ New Normal ດ້ານການທ່ອງທ່ຽວ ວ່າຈະເປັນແບບໃດ?
New Normal ດ້ານການທ່ອງທ່ຽວ
1.1. ການເດີນທາງເປັນກຸ່ມນ້ອຍໆ ຫຼືຄົນດຽວຫຼາຍກວ່າ
ກຸ່ມຜູ້ບໍລິໂພກໄວລຸ້ນ ແລະ ໄວເຮັດວຽກ ຈະເບິ່ງວ່າການເດີນທາງໃນລັກສະນະຂອງ “ ທົວ “ ທີ່ມີລາຄາສູງຂຶ້ນຈາກການເພີ່ມມາດຕະການຄວາມປອດໄພພວກເຂົາສາມາດບໍລິຫານຄວາມສ່ຽງເລື່ອງຄວາມປອດໄພໄດ້ເອງ.
1.2. ຜູ້ທີ່ມີອາຍຸຈະເລືອກເດີນທາງໃນລະບົບ “ ທົວ “ ຫຼາຍກວ່າເກົ່າ
ຜູ້ທີ່ມີອາຍຸສູງຈະໃຫ້ຄວາມສໍາຄັນຫຼາຍໃນເລື່ອງຂອງຄວາມປອດໄພຂອງການທ່ອງທ່ຽວຫຼາຍກວ່າເກົ່າ. ສະນັ້ນ, ການເສຍເງິນຫຼາຍຂຶ້ນເພື່ອຄວາມປອດໄພ ຈື່ງເປັນຄວາມຕ້ອງການທີ່ສໍາຄັນຕໍ່ທຸລະກິດ “ ທົວ “.
1.3. ຜູ້ບໍລິໂພກຍອມຈ່າຍໃຫ້ກັບສະຖານທີ່ພັກທີ່ໄດ້ມາດຕະຖານເລື່ອງສຸຂະອະນາໄມ
ນັກທ່ອງທ່ຽວຈະເລີ່ມໃຫ້ຄວາມສໍາຄັນກັບຄວາມປອດໄພ ແລະ ເລື່ອງສຸຂະອະນາໄມຫຼາຍຂຶ້ນ, ເຊິ່ງການເລືອກທີ່ພັກກໍຈະຕ້ອງເປັນສະຖານທີ່ທີ່ມີຊື່ສຽງ ແລະ ໜ້າເຊື່ອຖືໄດ້ ເຖິງແມ່ນວ່າ ລາຄາຈະສູງຂຶ້ນພຽງໃດກໍຕາມ.
1.4. ບໍລິການ “ປະກັນ“ ການເດີນທາງ ຈະເປັນສິ່ງທີ່ນັກທ່ອງທ່ຽວຍິນດີຈ່າຍ
ເມື່ອມີຄົນເດີນທາງດ້ວຍຕົວເອງຫຼາຍຂຶ້ນ ການສໍາຫຼວດສະຖານະການ Covid-19 ແລະ ບໍລິການດ້ານຄວາມປອດໄພບໍ່ວ່າຈະເປັນ ປະກັນໄພເດີນທາງ ກໍໄດ້ຮັບຜົນປະໂຫຍດຈາກຂໍ້ນີ້ໄປ ແລະ ຍັງເພີ່ມfunctionໃໝ່ໆເພື່ອຮັບມືໃຫ້ຫຼາຍຂຶ້ນ.
1.5. ການເດີນທາງໂດຍ “ພາຫະນະທາງຍົນ “ ຈະເປັນທາງເລືອກທີ່ນິຍົມຫຼາຍຂຶ້ນ
ເນື່ອງຈາກມີອັດຕາຄວາມປອດໄພທີ່ສູງ ແລະ ມາດຕະການ ການກວດສອບເລື່ອງສຸຂະອະນາໄມຈົນຮອດຂະບວນການຈັດການທີ່ດີກວ່າການເດີນທາງຮູບແບບອື່ນ ແລະ ສາມາດຮອດທີ່ໝາຍໄດ້ໃນເວລາສັ້ນໆ ບວກກັບລາຄາທີ່ຄົນທົ່ວໄປສາມາດຊື້ໄດ້.
1.6. ນັກທ່ອງທ່ຽວຈະເຊື່ອຂໍ້ມູນຈາກແຫຼ່ງທີ່ມີຄວາມນ່າເຊື່ອຖືຫຼາຍຂຶ້ນ
ຂໍ້ມູນທີ່ສາມາດຕິດຕໍ່ສອບຖາມໄດ້ ຫຼືຂໍ້ມູນຈາກແຫຼ່ງຂ່າວທີ່ມີຊື່ສຽງຈື່ງຈະເປັນທາງເລືອກຂອງນັກທ່ອງທ່ຽວ ສ່ວນຂໍ້ມູນທີ່ບໍ່ມີແຫຼ່ງທີ່ມາ ແລະ ບໍ່ສາມາດຕິດຕໍ່ສອບຖາມໄດ້ກໍຈະເປັນບັນຫາເພີ່ມຄວາມກັງວົນໃຫ້ກັບນັກທ່ອງທ່ຽວຫຼາຍຂຶ້ນ.

Comments