ລັດຖະບານໂປ່ງໃສ ລາຍງານ ລາຍຈ່າຍ-ລາຍຮັບ ທີ່ນໍາໃຊ້ເຂົ້າໃນວຽກງານຕ້ານໂຄວິດ-19

ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດຕ່າງໆໃນທົ່ວໂລກ ຈົນກະທັ້ງແຜ່ລາມເຂົ້າມາຮອດປະເທດລາວ ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດດັ່ງກ່າວ ຈົນມາຮອດວັນທີ 31 ພຶດສະພາ 2020 ໄດ້ນໍາໃຊ້ງົບປະມານບ້ວງແຮສຸກເສີນທັງໝົດ 30 ຕື້ກີບ ແລະ ຫຼ້າສຸດ ວັນທີ 1 ມິຖຸນາ 2020 ພາກສ່ວນກ່ຽວຂ້ອງໄດ້ອອກມາຊີ້ແຈງລາຍລະອຽດລາຍຈ່າຍຕ່າງໆຂອງບ້ວງເງິນດັ່ງກ່າວ ໃຫ້ສັງຄົມໄດ້ຮັບຮູ້ຢ່າງໂປ່ງໃສ.

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ລາຍງານໃຫ້ຮູ້ເຖິງການຈັດຕັ້ງປະຕິບັດງົບປະມານບ້ວງແຮສຸກເສີນຂອງລັດຖະບານ ບ້ວງ 30 ຕື້ກີບ ໃນໂອກາດຮ່ວມຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 1 ມິຖຸນາ 2020 ວ່າ: ລັດຖະບານອະນຸມັດເງິນແຮສຸກເສີນຄັ້ງທີ 1 ຈໍານວນ 10 ຕື້ກີບ ໂດຍນໍາໃຊ້ເຂົ້າໃນການຈັດຊື້ອຸປະກອນການແພດ, ໜ້າກາກອະນາໄມ (ຜ້າອັດປາກ-ດັງ), ເຄື່ອງເຄມີ, ເຈວລ້າງມື, ຄ່າຫຸ້ມຫໍ່ ແລະ ການຈັດສົ່ງອຸປະກອນການແພດ ຈໍານວນ 6,64 ຕື້ກີບ ເພື່ອຮັບໃຊ້ໃນວຽກງານສາທາລະນະສຸກ. ຈ່າຍລ່ວງໜ້າໃຫ້ກະຊວງສາທາລະນະສຸກ ເພື່ອເບີກຈ່າຍວຽກງານຈໍາເປັນ ແລະ ຮີບດ່ວນ ຈໍານວນ 100 ລ້ານກີບ ເຮັດໃຫ້ຍອດເຫຼືອຈໍານວນເງິນອະນຸມັດຄັ້ງທີ 1 ຈໍານວນ 3,25 ຕື້ກີບ.

ພ້ອມນີ້ ລັດຖະບານໄດ້ອະນຸມັດເງິນແຮສຸກເສີນຄັ້ງທີ 2 ຈໍານວນ 20 ຕື້ກີບ ໂດຍໃຊ້ຈ່າຍລະອຽດດັ່ງນີ້ ຈ່າຍຄັ້ງທີ 1 ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ຈໍານວນ 9 ຕື້ກີບ (ແຂວງລະ 500 ລ້ານກີບ), ຈ່າຍໃຫ້ກະຊວງປ້ອງກັນຄວາມສະຫງົບ ຈໍານວນ 500 ລ້ານກີບ; ຈ່າຍຄັ້ງທີ 2 ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ 6,9 ຕື້ກີບ, ຈ່າຍຊ່ວຍໜູນໃຫ້ນັກສຶກສາລາວຢູ່ເມືອງອູຮັ່ນ (ສປ ຈີນ) ຈໍານວນ 154 ລ້ານກີບ, ຈ່າຍຮັບໃຊ້ຊ່ຽວຊານແພດຈີນ ໄປເຄື່ອນໄຫວວຽກຢູ່ທ້ອງຖິ່ນ ຈໍານວນ 10 ລ້ານກີບ. ຍອດເຫຼືອຈາກການອະນຸມັດຄັ້ງທີ 2 ຈໍານວນ 3,4 ຕື້ກີບ, ລວມແລ້ວຍອດຍັງເຫຼືອທັງໝົດຈາກການອະນຸມັດງົບປະມານທັງຄັ້ງທີ 1 ແລະ ຄັ້ງທີ 2 (10 ຕື້ກີບ + 20 ຕື້ກີບ -23,38 ຕື້ກີບ) = ຈໍານວນ 6,66 ຕື້ກີບ.

ນອກນີ້, ທ່ານ ບຸນໂຈມ ອຸບົນປະເສີດ, ຍັງໄດ້ລາຍງານກ່ຽວກັບລາຍຮັບທີ່ໄດ້ ຮັບເງິນຊ່ວຍເຫຼືອຈາກສັງຄົມໃນການຕ້ານພະຍາດໂຄວິດ ຕື່ມວ່າ:  ຈຳນວນເງິນທີ່ໄດ້ຮັບຈາກການຊ່ວຍເຫຼືອຂອງອົງການຈັດຕັ້ງລັດ ແລະ ພາກສ່ວນຕ່າງໆຂອງສັງຄົມ ແຕ່ວັນທີ 19 ກຸມພາ ຫາ 31 ພຶດສະພາ 2020​ ລວມທັງໝົດເປັນສະກຸນເງິນກີບ 11.791.340.998 ກີບ; ສະກຸນເງິນໂດລາສະຫະລັດ 497.892 ໂດລາ ແລະ ສະກຸນເງິນບາດໄທ 4.581.500 ບາດ ແລະ ໄດ້ຮັບຊ່ວຍເຫຼືອເປັນວັດຖຸ ແລະ ອຸປະກອນຕ່າງໆລວມ 116 ຄັ້ງ ຈາກ 99 ພາກສ່ວນ ລວມມູນຄ່າການຊ່ວຍເຫຼືອເປັນເງິນກີບ 38,95 ຕື້ກີບ, ເປັນເງິນໂດລາ 4,58 ລ້ານໂດລາ ແລະ ເປັນເງິນບາດ 8 ລ້ານບາດ.

ໃນຂະນະທີ່ການເບີກຈ່າຍ ແລະ ແຈກຢາຍເຄື່ອງວັດຖຸ ແລະ ອຸປະກອນການແພດໃນຂອບເຂດທົ່ວປະເທດແຕ່ວັນທີ 19 ກຸມພາ ຫາ 31 ພຶດສະພາ 2020​ ໄດ້ມີການແຈກຢາຍເຄື່ອງຕ່າງໆທີ່ໄດ້ຈາກບ້ວງລັດຖະບານຈັດຊື້ ແລະ ຮັບຈາກການຊ່ວຍເຫຼືອຂອງສັງຄົມ ໃຫ້ບັນດາໂຮງໝໍສູນກາງ, ໂຮງໝໍປິ່ນປົວພະຍາດໂຄວິດ-19 ແລະ ພາກສ່ວນອື່ນໆ ທັງໝົດ 24 ພາກສ່ວນ.

ທີ່ມາ: ຂ່າວເສດຖະກິດ-ການຄ້າ ແລະ FM 90

 

 

Comments