ຂ່າວ ພາຍໃນປະເທດ

ລົບລ້າງບາງຂັ້ນຕອນ ການນຳເຂົ້າລົດ ແທັກເຕີ ບາງປະເພດ…

ສູນຂໍ້ມູນຂ່າວທາງດ້ານການຄ້າ ຂອງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຄໍາສັ່ງ ເລກທີ 0807/ອຄ.ກຂອ, ລົງວັນທີ 2 ກັນຍາ 2020 ວ່າດ້ວຍການລົບລ້າງການອອກໃບອະນຸຍາດນໍາເຂົ້າລົດແທຣັກເຕີ ທຸກປະເພດທີ່ນອນຢູ່ໃນໝວດລະຫັດພາສີ 8701 ຂອງປື້ມສາລະບານອັດຕາພາສີ ຂອງ ສປປ ລາວ. ເພື່ອຫລຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດກະສິກໍາ, ແນ່ໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ໃຫ້ກາຍເປັນສິນຄ້າ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ໃນຄຳສັ່ງດັ່ງກ່າວຍັງລະບຸອີກວ່າ: ການນຳເຂົ້າລົດແທັກເຕີ ຊະນິດທີ່ຄົນຂັບຕ້ອງຍ່າງນຳຫລັງ (ລົດໄຖນາເດີນຕາມ) ແບບຄົບຊຸດ ເພື່ອຮັບໃຊ້ການຜະລິດກະສິກໍາຂອງຊາວກະສິກອນ, ກຸ່ມການຜະລິດ ຫລື ສະຫະກອນ ແມ່ນສາມາດນຳເຂົ້າ, ແຈ້ງເສຍພາສີ-ອາກອນ ແລະ ພັນທະອື່ນໆ ຢູ່ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ໄດ້ເລີຍ. ສຳລັບການນໍາເຂົ້າລົດແທັກເຕີແລ່ນຢູ່ເທິງຖະໜົນ ສຳ ລັບແກ່ລົດເຄິ່ງລົດພ່ວງແບບຄົບຊຸດ ແມ່ນໃຫ້ນຳເຂົ້າຜ່ານດ່ານສາກົນເທົ່ານັ້ນ; ການນຳເຂົ້າລົດແທັກເຕີທີ່ບໍ່ມີລັກສະນະການຄ້າ ເພື່ອມາຮັບໃຊ້ການຜະລິດຂອງຊາວກະສິກອນ ແມ່ນສາມາດນຳເຂົ້າໄດ້ ຈຳນວນ 1 ຄັນ ...

Read More »

ກຽມສ້າງເຂື່ອນໄຟຟ້າ 5 ເມກາວັດ ຢູ່ເມືອງສັງທອງ

ໂຄງການເຂື່ອນໄຟຟ້າອະເນກປະສົງຂະໜາດນ້ອຍ 5 ເມກາວັດ ( MW ) ຕັ້ງຢູ່ບ້ານວັງມ້າ ເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍຈະໃຊ້ທຶນທັງໝົດ 11 ລ້ານໂດລາສະຫະລັດ ຄາດວ່າການກໍ່ສ້າງຈະໃຫ້ສຳເລັດພາຍໃນ 2 ປີ ພາຍຫຼັງເຊັນສັນຍາເພື່ອສະໜອງພະລັງງານໄຟຟ້າໃຫ້ແກ່ ຟຟລ. ພິທີລົງນາມດັ່ງກ່າວໄດ້ ຈັດຂຶ້ນໃນວັນທີ 10 ກັນຍາ 2020 ທີ່ພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ ລົງນາມໂດຍ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ, ຫົວ ໜ້າພະແນກແຜນການ ແລະ ການລົງທຶນ ນວ, ທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່, ທ່ານ ນາງ ແກ້ວ ພົມມະລາດ ຮອງເຈົ້າເມືອງສັງທອງ, ທ່ານ ພູວົງ ກໍຣະສັກ ຜູ້ອຳນວຍການ ບໍລິສັດ ລາວສະໄໝກໍ່ສ້າງຂົວທາງ ແລະ ບໍລິການ ຈຳກັດ ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບ ເລກທີ 496/ຈນວ ...

Read More »

ຈະສືບຕໍ່ນະໂຍບາຍ Abenomics ນາຍົກຄົນໃໝ່ຂອງ ຍີ່ປຸ່ນ ກ່າວ…

ແຫຼ່ງຂ່າວຈາກ ຫວຽດນາມ: ວັນທີ 14 ກັນຍາ ນີ້ ທ່ານ ໂຢຊິຮິເດະ ຊູກະ (Yoshihide Suga) ໄດ້ຮັບໄຊຊະນະໃນການເລືອກຕັ້ງໃຫ້ເປັນ ຫົວໜ້າພັກ ແອັລດີພີ ຄົນໃໝ່ ປູທາງສູ່ການເປັນນາຍົກລັດຖະມົນຕີຄົນຕໍ່ໄປ ຂອງປະເທດຍີ່ປຸ່ນ ຢ່າງເປັນທາງການ. ໃນອາທິດນີ ແທນ ທ່ານ ຊິນໂຊ ອາເບະ ຊຶ່ງປະກາດລາອອກຈາກຕໍາແໜ່ງ ໃນເດືອນສິງຫາທີ່ຜ່ານມາ. ຜົນການລົງຄະແນນສຽງ ທ່ານ ໂຢຊິຮິເດະ ໄດ້ຮັບ ຄະແນນສະໜັບສະໜູນສູງສຸດ ທັງໝົດ 377 ສຽງ ຈາກ 535 ສຽງ ໃນນັ້ນ ສະມາຊິກສະພາ LDP 394 ຄົນ ທີ່ເປັນຕົວແທນໃຫ້ແກ່ລະພັກຢູ່ຂັ້ນແຂວງ ( ລວມທັງໝົດ 141 ຄົນ), ຊຶ່ງລື່ນຄະແນນຂອງລັດຖະມົນຕີກະຊວງປ້ອງກັນປະເທດ 68 ຄະແນນ ແລະ ລື່ນອະດີດລັດຖະມົນຕີຕ່າງປະເທດ 89 ຄະແນນ, ອັນສົ່ງຜົນໃຫ້ ທ່ານ ໂຢຊິຮິເດະ ກ້າວເປັນເຖິງການເປັນນາຍົກຜູ້ໃໝ່ຂອງ ປະເທດຢີ່ປຸ່ນ. ທ່ານ ໂຢຊິຮິເດະ ...

Read More »

ອົງການອາຫານໂລກ ສະໜັບສະໜູນສປປ ລາວ ກຽມພ້ອມຮັບມືເຫດການສຸກເສີນ…

ໃນວັນທີ 14 ກັນຍາ 2020 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ, ອົງການອາຫານໂລກປະຈໍາ ສປປ ລາວ ໄດ້ມອບເຕັ້ນສາງ (ສາງເຄື່ອນທີ່) ຈຳນວນ 4 ຊຸດ ມູນຄ່າ 59.600 ໂດລາສະຫະລັດ ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໃຊ້ເຂົ້າໃນການບັນຈຸສະບຽງອາຫານ ແລະ ເຄື່ອງບັນເທົາທຸກ ໃນກໍລະນີທີ່ເກີດມີໄພພິບັດ ຢູ່ແຂວງໄຊຍະບູລີ, ບໍ່ແກ້ວ, ຫລວງນໍ້າທາ ແລະ ສະຫວັນນະເຂດ ເມື່ອເວລາທີ່ມີໄພພິບັດ ຫລື ສະຖານນະການສຸກເສີນ ສາງເຄື່ອນທີ່ເຫລົ່ານີ້ ສາມາດນຳເອົາອອກມາຕິດຕັ້ງໄດ້ຢ່າງວ່ອງໄວ, ເຊິ່ງແຕ່ລະເຕັ້ນສາງ ສາມາດບັນຈຸເຄື່ອງ ແລະ ອຸປະກອນບັນເທົາທຸກໄດ້ເຖິງ 500 ໂຕນ ເທົ່າກັບເປົາເຂົ້າ 50 ກິໂລ 10.000 ເປົາ. ສາງເຄື່ອນເຫລົ່ານີ້ສາມາດ ສ້າງເປັນສູນໂລຈິສຕິກ ທີ່ພ້ອມໃຊ້ງານໄດ້ ໃນກໍລະນີທີ່ມີຄວາມຈຳເປັນຕ້ອງໃຊ້ ເປັນສູນປະຕິບັດງານພາກສະໜາມໃນກໍລະນີຈຳເປັນ. ຕາງໜ້າມອບສາງຄັ້ງນີ້, ໂດຍທ່ານ ຢານ ເດວບາເລີ ຜູ້ອຳນວຍການ ແລະ ຕາງໜ້າອົງການອາຫານໂລກ ປະຈຳ ...

Read More »

ໂລກຕະລຶງ..!!!ນາຊາ ຖະແຫຼງຂ່າວໃຫຍ່ ອາດມີສິ່ງມີຊີວິດ ບົນດາວ…

ອ້າງຕາມຂໍ້ມູນຂອງໄທຣັດ: ວັນທີ 14 ກັນຍາ 2020 ອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດ ສະຫະລັດ ຫຼື “ນາຊ່າ” ຮ່ວມກັບ “ອີເອສໂອ” ອົງການວິໄຈດາຣາສາດ ໃນຊີກໂລກໃຕ້ແຫ່ງເອີລົບ ເຜີຍແຜ່ຂໍ້ມູນການຄົ້ນພົບຄັ້ງສຳຄັນຂອງມະນຸດຊາດ ຫຼັງນັກດາລາສາດຂອງມະຫາວິທະຍາໄລຄາດີຟ ໃນອັງກິດ ກວດພົບຫຼັກຖານທີ່ເຊື່ອວ່າ ໜ້າຈະມີ “ໂມເລກຸນຟອສຟິນ” ຢູ່ໃນຊັ້ນບັນຍາກາດຂອງ “ດາວສຸກ” ( Venus ) ຟອສຟິິນທີ່ວ່ານີ້ ມັກຜະລິດໃຊ້ໃນງານອຸດສາຫະກຳ ຫຼື ເກີດຂຶ້ນຈາກຈຸລິນຊີ ທີ່ອາໄສຢູ່ໃນສະພາບແວດລ້ອມທີ່ມີອົກຊີແຊນ ໂດຍການຄົ້ນພົບຄັ້ງນີ້ ເຮັດໃຫ້ບົ່ງຊີ້ໄດ້ວ່າ ມີຄວາມເປັນໄປໄດ້ທີ່ອາດຈະມີສິ່ງມີຊີວິດ ຫຼື ເຄີຍມີສິ່ງມີຊີວິດບົນດາວສຸກ. ຊຶ່ງກ່ອນໜ້ານີ້ ນັກວິທະຍາສາດໄດ້ຄົ້ນຄວ້າວິໄຈ ແລະ ເຝົ້າຈັບຕາເບິ່ງສິ່ງມີຊີວິດນອກໂລກ ມາຢ່າງຍາວນານ ໂດຍຄາດວ່າອາດຈະມີຢູ່ບົນດາວອັງຄານ ແຕ່ກໍບໍ່ເຄຍຄົ້ນພົບມາກ່ອນຈັກເທື່ອ ຊຶ່ງຄັ້ງນີ້ນັບເປັນຄັ້ງທຳອິດ ທີ່ອາດເຊື່ອໄດ້ວ່າມີສິ່ງມີຊີວິດຢູ່ນອກໂລກ ເຖິງຢ່າງໃດກໍຕາມ ນັກວິທະຍາສາດເບິ່ງວ່າ ຍັງຕ້ອງໄດ້ໃຊ້ເວລາສຶກສາອີກຫຼາຍໃນເລື່ອງນີ້.

Read More »

ທັດສະນະສຶກສາ ສະຖານທີ່ວາງລາງລົດໄຟ ລາວ-ຈີນ…

ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ນຳພາສຳມະນາກອນຊຸດທີ 1 ຈຳນວນ 60 ກວ່າຄົນ ໄປທັດສະນະສຶກສາຢູ່ ສູນວາງລາງ ໂຄງການລົດໄຟລາວ-ຈີນ ທີ່ ບ້ານສົງເປືອຍ ນະຄອນຫລວງວຽງຈັນ ໃນວັນທີ 11 ກັນຍາ 2020 ໂດຍມີ ທ່ານ ສາຍຄຳ ພັນທະວົງ ຮອງຫົວໜ້າກົມອາຊີວະ ກະຊວງສຶກສາທິການ ແລະ ກິລາ ແລະ ຕາງໜ້າຈາກ ກົມລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມ. ການທັດສະນະສຶກສາໃນຄັ້ງນີ້, ບັນດາສໍາມະນາກອນ ໄດ້ລົງກຳເກັບຂໍ້ມູນໃນການເຮັດວຽກຕົວຈິງ ໃນແຕ່ລະຕຳແໜ່ງງານ ຢູ່ພາກສະໜາມ ໂດຍສະເພາະ ລະບົບການຈອດເຫລັກລາງລົດໄຟ, ການສ້ອມແປງລົດໄຟ, ການປູເສັ້ນທາງ ແລະ ອຸປະກອນທີ່ໃຊ້ໃນການກໍ່ສ້າງທາງລົດໄຟ ແລະ ອື່ນໆ. ນອກນີ້, ບັນດາສຳມະນາກອນ ຍັງໄດ້ທົດລອງນັ່ງລົດໄຟເຕັກນິກ ອີກດ້ວຍ. ຮອດປັດຈຸບັນ ສຳມະນາກອນຊຸດທີ 1 ໄດ້ສຳເລັດການຝຶກອົບຮົມພື້ນຖານພາສາຈີນ ແລະ ກຽມຝຶກອົບຮົມວິຊາສະເພາະ ຕຳແໜ່ງງານບຳລຸງຮັກສາ, ສ້ອມແປງ ແລະ ຄົນຂັບລົດໄຟ. ...

Read More »

ກອງປະຊຸມຂອບການຮ່ວມມື-ຄູ່ຮ່ວມແມ່ນໍ້າຂອງ – ສ.ອາເມລິກາ…

ໃນວັນທີ 11 ກັນຍາ 2020, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ຄັ້ງປະຖົມມະລຶກ ໃນຮູບແບບກອງປະຊຸມທາງໄກ, ເຊິ່ງຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Pham Binh Minh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ສສ. ຫວຽດນາມ ແລະ ທ່ານ Stephen Biegun, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ສ.ອາເມລິກາ, ມີບັນດາລັດຖະມົນຕີຕ່າງປະເທດຈາກປະເທດແມ່ນໍ້າຂອງ ເຊັ່ນ: ກຳປູເຈຍ, ລາວ, ມຽນມາ ແລະ ໄທ ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດນີ້, ບັນດາລັດຖະມົນຕີ ໄດ້ທົບທວນຄືນການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍບັນດາໂຄງການ ແລະ ແຜນງານ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ ເຫັນວ່າໄດ້ຮັບໝາກຜົນເປັນຢ່າງດີ ເປັນຕົ້ນແມ່ນ ໃນຂົງເຂດການພັດທະນາຊັບພະຍາກອນມະນຸດ ແລະ ການສົ່ງເສີມບົດບາດຂອງແມ່ຍິງ ໃນພາກພື້ນແມ່ນໍ້າຂອງ ລວມທັງ ສປປ ລາວ, ພ້ອມສະແດງຄວາມຍິນດີ ຕໍ່ຖະແຫລງການຮ່ວມ ລັດຖະມົນຕີຕ່າງປະເທດ ລະຫວ່າງ ຍີ່ປຸ່ນ ...

Read More »

ກຳປູເຈຍ ເພີ່ມຄ່າແຮງງານຂັ້ນຕ່ຳໃຫ້ແຮງງານຕັດຍິບ

ອ້າງຕາມຂ່າວສານ ຊິນຮວາຂອງຈີນ ລາຍງານ, ລັດຖະມົນຕີ ກະຊວງແຮງງານ ກ່າວວ່າ: ລັດຖະບານ ກຳປູເຈຍ ປະກາດເພີ່ມ ອັດຕາແຮງງານ ຂັ້ນຕ່ຳ ສຳລັບ ອຸດສາຫະກຳ ຕັດຍິບເສື້ອຜ້າ ແລະ ເກີບທີ 192 ໂດລາສະຫະລັດ ຕໍ່ເດືອນ ຕັ້ງແຕ່ວັນທີ 1 ມັງກອນປີ 2021 ເປັນຕົ້ນໄປ, ຊຶ່ງເພີ່ມຂື້ນ 1,05% ຈາກປັດຈຸ ບັນທີ 190 ໂດລາ ສະຫະລັດ ຕໍ່ເດືອນ, ເຖິງວ່າ ພາກສ່ວນນີ້ ຈະໄດ້ຮັບ ຜົນກະທົບ ຢ່າງຮຸນແຮງ ຈາກສະຖານະ ການ ແຜ່ລະບາດ ຂອງພະຍາດ ໂຄວິດ-19 ກໍ່ຕາມ. ເມື່ອພິຈາລະນາ ເຖິງຄວາມເປັນຢູ ຂອງແຮງງານ ນາຍົກລັດ ຖະມົນຕີ ໄດ້ຕັດສິນໃຈ ທີ່ຈະເພີ່ມ ຄ່າແຮງງານ ຂັ້ນຕ່ຳດັ່ງກ່າວ ໃນພາກ ອຸດສາຫະກຳນີ້. ພາກອຸດສາຫະກຳ ຕັດຍິບເສື້ອຜ້າ ແລະ ເກີບ ເປັນພາກການ ສົ່ງອອກ ...

Read More »

ຜູ້ຕິດເຊື້ອ ກໍລະນີທີ 22 ໄດ້ຮັບອະນຸຍາດໃຫ້ອອກໂຮງໝໍແລ້ວ…

ມາຮອດວັນທີ14 ກັນຍາ 2020, ທົ່ວໂລກມີການລາຍງານການລະບາດ ຂອງເຊື້ອພະຍາດ COVID-19 ທັງໝົດ 213 ປະເທດ/ເຂດແຄ້ວນ; ທັງໝົດ 29,154,698ຄົນ; ເສຍຊິວິດ 927,707ຄົນ, ປົວດີ 21,004,616ຄົນ, ຢູ່ຂົງເຂດອາຊີ ແມ່ນປະເທດອິນເດຍທີ່ມີທ່າອ່ຽງໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 93,862ຄົນ; ສ່ວນບັນດາປະເທດສະມາຊິກອາຊຽນ ມາຮອດວັນທີ 14 ກັນຍາ 2020 ມີຜູ້ຕິດເຊື້ອພະຍາດ COVID-19 ທັງໝົດ 554,830ຄົນ ແລະເສຍຊີວິດ13,365ຄົນ.ໃນນັ້ນ ຟິລິປິນຕິດເຊື້ອ 248.947ຄົນ, ເພີ່ມຂຶ້ນໃນມື້ດຽວເຖິງ 3.804ຄົນ, ເສຍຊີວິດ 4.066ຄົນ. ອິນໂດເນເຊຍ ຕິດເຊື້ອ 207.203ຄົນ, ເພີ່ມຂຶ້ນ 3.861ຄົນ, ເສຍຊີວິດ 8.456ຄົນ, ສິງກະໂປ ຕິດເຊື້ອ 57.229ຄົນ, ເພີ່ມຂຶ້ນ63ຄົນ, ເສຍຊີວິດ 27ຄົນ. ທ່ານນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ; ຄະນະສະເພາະກິດ ຄວບຄຸມໂຄວິດ19 ຖະແຫລງຕໍ່ສື່ມວນຊົນ ຕອນເຊົ້າວັນທີ ...

Read More »

ກອງປະຊຸມໃຫຍ່ ຄັ້ງທີ IV ອົງຄະນະພັກທະນາຄານແຫ່ງ ສປປ ລາວ…

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ ຄັ້ງທີ IV ໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 14 ກັນຍາ 2020 ຢູ່ສະໂມສອນໃຫຍ່ສະຖາບັນການທະນາຄານ ບ້ານຄໍາຮຸ່ງ ເມືອງໄຊທານີ , ສະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ນາງ ປານີ ຢ່າທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ. ທ່ານສອນໄຊ ສິດພະໄຊ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກ ທະນາຄານແຫ່ງ ສປປ ລາວ ໂດຍຍົກໃຫ້ເຫັນວ່າ: ໄລຍະ 5 ປີ ຜ່ານມາ ສະພາບການພັດທະນາເສດຖະກິດ-ສັງຄົມ, ສະພາບການເງິນ-ເງິນຕາຂອງປະເທດເຮົາຈະພົບກັບສີ່ງທ້າຍທາຍຫລາຍດ້ານ, ໂດຍສະເພາະ ການລະບາດຂອງພະຍາດໂຄວິດ-19; ພາຍໃຕ້ການຊີ້ນຳ-ນຳພາຂອງສູນກາງພັກຄະນະພັກຂັ້ນຕ່າງໆພາຍໃນທະນາຄານແຫ່ງ ສປປ ລາວ ໄດ້ເປັນແກ່ນສານເຕົ້າໂຮມຄວາມສາມັກຄີປຸກລະດົມກໍາລັງແຮງສັງລວມພາຍໃນຂອງຕົນ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ຂອງລັດຖະບານຢ່າງຕັ້ງຫນ້າ, ໄດ້ສະແດງອອກໃນການເອົາໃສ່ສຶກສາ ...

Read More »