ຂ່າວ ພາຍໃນປະເທດ

ລັດຖະມົນຕີກະຊວງ ຖວທ ເນັ້ນ ແຂວງຫລວງພະບາງ ພັດທະນາການທ່ອງທ່ຽວ ຕິດພັນກັບການຮັກສາວັດທະນະທຳ

ໃນວັນທີ 9 ກັນຍາ 2020 ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານຫລັກແຫລ່ງ, ພະນັກງານ-ລັດຖະກອນ ອ້ອມຂ້າງ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫລວງພະບາງ, ໂດຍທ່ານ ເນັ້ນໜັກໃຫ້ເອົາໃຈໃສ່ພັດທະນາ ພື້ນຖານໂຄງລ່າງດ້ານການທ່ອງທ່ຽວ ຕິດພັນກັບການອະນຸລັກຮັກສາວັດທະນະທຳ ໃຫ້ມີຄວາມຍືນຍົງ ແລະ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ, ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າທ່ອງທ່ຽວ ແຂວງຫລວງພະບາງ ໃຫ້ຫລາຍຂຶ້ນ. ໃນໂອກາດດັ່ງກ່າວ, ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖວທ ແຂວງຫລວງພະບາງ ໄດ້ລາຍງານໃຫ້ຮູ້ບາງຕອນວ່າ: ໃນໄລຍະຜ່ານມາ ພະແນກ ຖວທ ແຂວງຫລວງພະບາງ ໄດ້ເອົາໃຈໃສ່ອານຸລັກ, ປົກປັກຮັກສາ, ຟື້ນຟູ ແລະ ຂະຫຍາຍວັດທະນະທໍາ ໃຫ້ມີລັກສະນະຊາດ, ລັກສະນະປະຊາຊົນ ແລະ ລັກສະນະກ້າວໜ້າທາງດ້ານວັດຖຸ ແລະ ...

Read More »

ທໍາລາຍ ສິນຄ້າປອມແປງ, ຮຽນແບບ ມູນ​ຄ່າກວ່າ 200 ລ້ານ​ກີບ

ພິ​ທີ​ຈັດ​ທຳ​ລາຍ​ສິນ​ຄ້າ​ເຄື່ອງ​ບໍ​ລິ​ໂພກ​ປະ​ເພດ​ແກ່ນ​ຕາ​ເວັນ, ຖົງ​ບັນ​ຈຸ​ແກ່ນ​ຕາ​ເວັນ ແລະ ເຄື່ອງ​ປຸງ​ອາ​ຫານ​ ປະ​ເພດ​ແຈ່ວ​ເສ​ສວນ, ຖົງ​ບັນ​ຈຸ​ແຈ່ວ​ເສ​ສວນ ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 9 ກັນ​ຍາ 2020 ​ທີ່​ສະ​ໜາມ​ຂີ້​ເຫຍື້ອ​ ຫຼັກ 32, ບ້ານ​ນາ​ຜາ​ສຸກ, ເມືອ​ງ​ໄຊ​ທາ​ນີ, ນະ​ຄອນ​ຫຼວງວຽງ​ຈັນ ໂດຍ​ການ​ເຂົ້າ​ຮ່​ວມ​ຂອງ ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ມີ ທ່ານ ວິ​ລະ​ໄຊ ເລັ່ງ​ສະ​ຫວັດ ຫົວ​ໜ້າ​ກົມການ​ຄ້າ​ພາຍ​ໃນ ພ້ອມ​ດ້ວຍ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ທ່ານ ສົມ​ຊາຍ ນົງ​ລາດ ຫົວ​ໜ້າ​ພະ​ແນກກວດ​ກາ​ການ​ຄ້າ, ກົມ​ການ​ຄ້າ​ພາຍ​ໃນ ໄດ້​ຜ່ານ​ຂໍ້​ຕົກ​ລົງ ວ່າ​ດ້ວຍການທໍາລາຍສິນຄ້າທີ່ປອມແປງ-ຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ວ່າ: ໂດຍປະຕິບັດຕາມພາລະບົດບາດ ແລະ ທິດຊີ້ນຳຂອງຄະນະນໍາກະຊວງອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ກົມການຄ້າພາຍໃນ ໄດ້ຈັດພິທີທຳລາຍ ປະກອບມີ: 1. ແກ່ນຕາເວັນອົບແຫ້ງຍີ່ຫໍ້ (GNQ) ທີ່ໄດ້ບັນຈຸໃນແກັດ ຈໍານວນ 219 ແກັດ; 2. ເຄື່ອງປຸງອາຫານປະເພດ ແຈ່ວເສສວນ 201 ແກັດ; 3. ...

Read More »

ສປປ ລາວ ຈໍາໜ່າຍພັນທະບັດ 1.500 ຕື້ກີບ ເພີ່ມການອັດສີດເງິນເຂົ້າສູ່ລະບົບເສດຖະກິດແຫ່ງຊາດ

ການຈໍາໜ່າຍພັນທະບັດລັດຖະບານ ທີ່ອອກໂດຍກະຊວງການເງິນ ໂດຍຜ່ານຕະຫຼາດຫຼັກຊັບລາວໃນ 2 ຄັ້ງຜ່ານມາ ຖືວ່າປະສົບຜົນສໍາເລັດເກີນກວ່າເປົ້າໝາຍທີ່ກໍານົດໄວ້. ຫຼ້າສຸດໄດ້ຮັບອະນຸຍາດເປັນຄັ້ງທີ 3 ໂດຍແມ່ນ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ, ບໍລິສັດ BCEL-KT ຈໍາກັດ ແລະ ບໍລິສັດ ຫຼັກຊັບ ລາວ – ຈີນ ຈໍາກັດ ເປັນຜູ້ອອກຈໍາໜ່າຍພັນທະບັດທັງໝົດ 1.500 ຕື້ກີບ ແລະ 50 ລ້ານໂດລາ. ທ່ານ ອານຸກອນ ສຸທໍາມະວົງ ຮັກສາການຜູ້ອໍານວຍການໃຫຍ່ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ ຕາງໜ້າໃຫ້ທັງສາມບໍລິສັດໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ລັດຖະບານໄດ້ນໍາເອົາພັນທະບັດຈໍາໜ່າຍຜ່ານຕະຫຼາດຫຼັກຊັບລາວຄັ້ງທໍາອິດໃນເດືອນທັນວາ 2018 ມູນຄ່າ 1 ພັນຕື້ກີບ; ຄັ້ງທີສອງມູນຄ່າ 1.700 ຕື້ກີບ ເມື່ອເດືອນ ກັນຍາ 2019 ເຊິ່ງການຈໍາໜ່າຍໃນສອງຄັ້ງຜ່ານມາເຫັນວ່າປະສົບຜົນສໍາເລັດຢ່າງໜ້າພໍໃຈ ແລະ ເກີນຄາດໝາຍທີ່ກໍານົດໄວ້ ເຊິ່ງມີນັກລົງທຶນກໍຄືມວນຊົນທົ່ວໄປຈັບຈອງເປັນຈໍານວນຫຼາຍ. ສໍາລັບເທື່ອນີ້ເປັນຄັ້ງທີສາມ ມູນຄ່າ 1.500 ຕື້ກີບ ແລະ ເງິນໂດລາ 50 ລ້ານໂດລາ. ສໍາລັບອາຍຸການຖືຄອງ ...

Read More »

ຢືນຢັນແລ້ວ!!! ຈີນບໍ່ໄດ້ຍຶດ ເຂື່ອນໄຟຟ້າ ຫຼືໂຄງການສາຍສົ່ງໄຟຟ້າລາວຕາມຂ່າວລືທີ່ເປັນກະແສໃນສັງຄົມອອນລາຍ

ລັດວິສາຫະກິດໄຟຟ້າລາວ ອອກມາຢືນຢັນແລ້ວວ່າ ບໍ່ມີການຍືດເຂື່ອນໄຟຟ້າ ຫຼືໂຄງການສາຍສົ່ງ ຂອງລັດວິສາຫະກິດໄຟຟ້າລາວ ກໍຄືຂອງລັດຖະບານ ແຕ່ຢ່າງໃດ ຕາມຂ່າວລືທີ່ເປັນກະແສໃນສັງຄົມອອນລາຍ!!! ລາຍລະອຽດດັ່ງລຸ່ມນີ້: ແຫຼ່ງຂໍ້ມູນ: ລັດວິສາຫະກິດໄຟຟ້າລາວ

Read More »

ໂອກາດເຂົ້າຫາແຫຼ່ງທຶນຜ່ານຕະຫຼາດທຶນລາວ…

ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ( ສຄຄຊ ) ຮ່ວມກັບຕະຫຼາດຫຼັກຊັບລາວ ( ຕລຊລ ) ແລະ ເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ໄດ້ຈັດງານສໍາມະນາພາຍໃຕ້ຫົວຂໍ້ “ ໂອກາດໃນການເຂົ້າຫາແຫຼ່ງທຶນຜ່ານຕະຫຼາດທຶນລາວ ”.ທ່ານ ອຶນ ຊອນ ຮວາງ ຮອງຜູ້ອໍານວຍການໃຫຍ່ ຕລຊລ ກ່າວວ່າ: ພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບໃຫ້ເສດຖະກິດທົ່ວໂລກມີຜົນກະທົບ. ຄຽງຄູ່ກັນນັ້ນ, ກໍເຮັດໃຫ້ພວກເຮົາຮູ້ວ່າຕະຫຼາດທຶນເປັນສ່ວນສໍາຄັນໃນການພັດທະນາເສດຖະກິດຂອງປະເທດ ແລະ ໃນເວລານີ້ກໍຖືວ່າເປັນໂອກາດດີຈະເຮັດໃຫ້ພວກເຮົາກ້າວຜ່ານອຸປະສັກດ້ວຍການມຸ່ງເນັ້ນ ແລະ ນໍາໃຊ້ຜົນປະໂຫຍດໃນຕະຫຼາດທຶນຢ່າງຕັ້ງໜ້າ. ສະນັ້ນ, ສຄຄຊ, ຕລຊລ ແລະ ບໍລິສັດຫຼັກຊັບ ລາວ – ຈີນ ຈໍາກັດ ມີຈຸດປະສົງທີ່ຈະເຜີຍແຜ່ກ່ຽວກັບໂອກາດໃນການເຂົ້າຫາແຫຼ່ງທຶນຜ່ານຕະຫຼາດທຶນລາວ ແລະ ຢາກໃຫ້ບັນດາທ່ານໄດ້ເຫັນພາບລວມຂອງຕະຫຼາດທຶນລາວ, ເຂົ້າໃຈເຖິງຜົນປະໂຫຍດຂອງການລະດົມທຶນ ແລະ ກາຍເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ, ການກະກຽມອອກຈໍາໜ່າຍຫຸ້ນ ລວມໄປເຖິງການແບ່ງປັນຄວາມຮູ້ກ່ຽວກັບຫົວຂໍ້ດັ່ງກ່າວ. ທ່ານ ທະນົງໄຊ ຄຸດໄພທູນ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ກ່າວຕື່ມວ່າ: ວຽກງານຕະຫຼາດທຶນລາວຖືວ່າເປັນວຽກໃໝ່ທີ່ສໍາຄັນຫຼາຍ ຕໍ່ການພັດທະນາເສດຖະກິດ – ສັງຄົມ ເຊິ່ງເປັນຊ່ອງທາງໜຶ່ງທີ່ເອື້ອອໍານວຍຄວາມສະດວກໃນການລະດົມທຶນໄລຍະຍາວໃຫ້ແກ່ວິສາຫະກິດພາກລັດ ແລະ ພາກເອກະຊົນ ເພື່ອນໍາໃຊ້ເງິນດັ່ງກ່າວເຂົ້າໃນການຂະຫຍາຍທຸລະກິດ. ...

Read More »

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ….

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄຂຂຶ້ນຢ່າງເປັນທາງການໃນວັນທີ 9 -10 ກັນຍາ 2020 ທີ່ສະໂມສອນກະຊວງປ້ອງ ກັນຄວາມສະຫງົບ ພາຍໃຕ້ການເປັນປະທານຂອງສະຫາຍ ພົທ ວິໄລ ຫຼ້າຄຳຟອງ, ເລຂາທິການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ປກສ; ມີສະຫາຍ ບຸນຍັງ ວໍລະຈິດ, ເລຂາທິ ການໃຫຍ່ ຄະນະບໍລິ ຫານງານສູນກາງພັກ, ປະທານປະເທດ, ບັນດາສະຫາຍພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະສະຫາຍຜູ້ແທນສົມບູນ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ. ກອງປະຊຸມໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກກະ ຊວງປ້ອງກັນຄວາມສະ ຫງົບ ສະໄໝທີ IV ທີ່ສະ ເໜີໂດຍ ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ເລຂາຄະນະ ພັກກະຊວງ, ລັດຖະມົນຕີກະຊວງ ປກສ ໂດຍຍົກໃຫ້ເຫັນວ່າ: ໄລຍະ 5 ປີຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາຂອງສູນ ກາງພັກ, ຄະນະພັກຂັ້ນຕ່າງໆຂອງກຳລັງປ້ອງກັນຄວາມສະຫງົບ ໄດ້ຜ່ານຜ່າສິ່ງທ້າທາຍທົດສອບນາໆ ປະການ ແລະ ພ້ອມກັນສູ້ຊົນຍາດໄດ້ຜົນງານໃຫຍ່ຫຼວງຫຼາຍດ້ານ; ເປັນຕົ້ນແມ່ນ: ...

Read More »

ເສດຖະກິດ ແລະ ເງິນຢວນ ອາດຈະກາຍເປັນສະກຸນເງິນສຳຮອງ ອັນດັບຕົ້ນຂອງໂລກ…

ນັກວິເຄາະຂອງ Morgan Stanley ຍັງຄົງຄາດການວ່າ ເງິນຢວນຂອງຈີນມີສັດສ່ວນ 5% ເຖິງ 10% ຂອງສິນຊັບສຳຮອງ ຊຶ່ງອັດຕາແລກປ່ຽນເງິນຕາຕ່າງປະເທດທົ່ວໂລກພາຍໃນປີ 2018 – 2025 ເງິນຢວນມີສັດສ່ວນປະມານ 2% ຂອງສິນຊັບສຳຮອງອັດຕາແລກປ່ຽນທົ່ວໂລກ, ຊຶ່ງຈະເຮັດໃຫ້ເງິນຢວນຕາມຫຼັງ ໂດລາສະຫະລັດ ແລະ ຢູໂຣ. Morgan Stanley ຄາດວ່າ ເງິນຢວນຈະແຂງຄ່າເປັນ 6.6 ຢວນ ເມື່ອທຽບກັບໂດລາສະຫະລັດ ພາຍໃນທ້າຍປີ 2021. ຍ້ອນ ການລົງທຶນຈາກຕ່າງປະເທດທີ່ເພີ່ມຂຶ້ນໃນຕະຫຼາດຈີນສາມາດກະຕຸ້ນການໃຊ້ເງິນຢວນ ແລະ ຍູ້ດັນໃຫ້ກາຍເປັນສະກຸນເງິນສຳຮອງທີ່ໃຫຍ່ເປັນອັນດັບສາມຂອງໂລກ, ຊຶ່ງການຄາດການດັ່ງກ່າວ ເກີດຂຶ້ນເນື່ອງຈາກລັດຖະບານຈີນພະຍາຍາມມາຫຼາຍປີ ເພື່ອສົ່ງເສີມການໃຊ້ເງິນຢວນລະຫວ່າງປະເທດ ຫຼືເອີ້ນວ່າ ເງິນຢວນ (RMB). ໃນປັດຈຸບັນເງິນຢວນມີສັດສ່ວນປະມານ 2% ຂອງສິນຊັບສຳຮອງອັດຕາແລກປ່ຽນໃນທົ່ວໂລກ. ນັກວິເຄາະກ່າວວ່າ: ເງິນຢວນ ອາດເພີ່ມຂຶ້ນເປັນລະຫວ່າງ 5% ເຖິງ 10% ພາຍໃນປີ 2030 ຊຶ່ງສູງກວ່າລະດັບເງິນ ເຢນ ຂອງຍີ່ປຸ່ນ ແລະ ເງິນປອນ ຂອງອັງກິດ ການຄາດກ່າວດັ່ງກ່າວ ເປັນການບອກກ່າວ ເຖິງສິ່ງທີ່ທະນາຄານປະຕິບັດມາໃນເດືອນ ກຸມພາ ...

Read More »

ລາວກຽມຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ຖ້າຜ່ານການປະເມີນຮອບສອງ ໃນປີ 2024…

ໃນຕອນຄ່ຳຂອງວັນທີ 08 ກັນຍາ 2020, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາງໄກຮ່ວມກັບ ຫ້ອງການຜູ້ຕາງໜ້າຂັ້ນສູງຂອງອົງການ ສປຊ (OHRLLS) ທີ່ຮັບຜິດຊອບກຸ່ມບັນດາປະເທດດ້ອຍພັດທະນາ (LDCs) ທີ່ ນິວຢອກ, ສ. ອາເມລິກາ ເພື່ອກຽມຄວາມພ້ອມໃຫ້ແກ່ການປະເມີນ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ, ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ; ກະຊວງອຸດສາຫະກໍາ ແລະ ການຄ້າ; ກະຊວງສາທາລະນະສຸກ; ກະຊວງສຶກສາທິການທິການ ແລະ ກິລາ; ກະຊວງກະສິກຳ ແລະ ປ່າໄມ້ ພ້ອມຄະ ນະເຂົ້າຮ່ວມທັງໝົດປະມານ 30 ທ່ານ. ກຸ່ມບັນດາປະເທດດ້ອຍພັດທະນາ ໄດ້ຖືກກໍານົດຂື້ນໂດຍອົງການ ສປຊ ໃນປີ 1971, ຊຶ່ງປັດຈຸບັນມີທັງໝົດ 47 ປະເທດລວມທັງ ສປປ ລາວ. ໃນການປະເມີນຂອງອົງ ການ ສປຊ ໃນ ປີ 2018, ເປັນເທື່ອທໍາອິດທີ່ ສປປ ...

Read More »

ຍ້ອງຍໍບຸກຄົນ ແລະ ໜ່ວຍງານດີເດັ່ນໃນການຕ້ານ ໂຄວິດ-19

ສປ ຈີນ ໄດ້ຈັດພິ​ທີ​ຍ້ອງ​ຍໍ​ບຸກ​ຄົນ​ ແລະ​ ໜ່ວຍ​ງານ​ດີ​ເດັ່ນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ທົ່ວ​ປະ​ເທດ​ ຢູ່​ນະຄອນຫລວງປັກກິ່ງ ໃນວັນທີ 8 ກັນຍາ 2020. ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້ໃຫ້​ກຽດ​ປະ​ດັບຫລຽນ​ໄຊ​ ໃຫ້​ແກ່​ຜູ້​ທີ່​ໄດ້​ຮັບຫລຽນ​ໄຊ​ແຫ່ງ​ຊາດ​ ແລະ​ ຜູ້​ທີ່​ໄດ້​ຮັບ​ນາມ​ມະ​ຍົດ​ແຫ່ງ​ຊາດ​ ໃນນັ້ນ ໄດ້ຍ້ອງຍໍບຸກຄົນກ້າວໜ້າ, ໜ່ວຍງານກ້າວໜ້າ, ສະມາຊິກພັກກອມມູນິດຈີນ ຜູ້ດີເດັ່ນລະດັບຊາດ ແລະ​ ການຈັດຕັ້ງພັກຂັ້ນຮາກຖານທີ່ກ້າວໜ້າລະດັບຊາດ ພ້ອມທັງໄດ້ກ່າວ​ຄຳ​ປາ​ໄສ​ສຳ​ຄັນ ໃນພິທີ. ໂອກາດດຽວກັນ ທ່ານ​ ສີ​ຈິ້ນ​ຜິງ​ ພ້ອມ​ດ້ວຍ​ຜູ້​ນຳພັກລັດ​ທ່ານ ອື່ນໆໄດ້​ພົບ​ປະ​ກັບ​ຜູ້​ໄດ້​ຮັບຫລຽນ​ໄຊ​ແຫ່ງ​ຊາດ​ ແລະ​ ຜູ້​ໄດ້​ຮັບ​ນາມ​ມະ​ຍົດ​ແຫ່ງ​ຊາດ, ບຸກ​ຄົນ​ກ້າວ​ໜ້າ, ຜູ້ຕາງໜ້າໜ່ວຍ​ງານ​ກ້າວ​ໜ້າ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ປະ​ເທດ ແລະ​ ຖ່າຍ​ຮູບ​ຮ່ວມ​ກັນ. ແຫຼ່ງຂໍ້ມູນ: CRI

Read More »

ການຜະລິດກຳສິກຳ ຢູ່ ລາວ ຫຼຸດເປົ້າໝາຍ ຍ້ອນ….?

ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຂອງສປປ ລາວ ລາຍງານວ່າ: ການຜະລິດກະສິກໍາຂອງສປປ ລາວ ໃນປີ 2020 ຈະຂະຫຍາຍຕົວ ໃນອັດຕາພຽງ 0,9-1,7% ຊຶ່ງຫລຸດຈາກເປົ້າໝາຍເດີມທີ່ຕັ້ງໄວ້ທີ່ 2.8-3% ເນື່ອງຈາກຫຼາຍປັດໃຈລວມມີ ການແຜ່ລະບາດຂອງເຊື້ອ ໂຄວິດ-19, ການແຜ່ລະບາດຂອງພະຍາດ ແລະ ໄພທໍາມະຊາດ. ຂໍ້ມູນຈາກ ບົດລາຍງານທະນາຄານໂລກ ຊີ້ໃຫ້ຮູ້ວ່າ ການຂະຫຍາຍຕົວຂອງພາກກະສິກໍາ ຈະກັບມາຂະຫຍາຍຕົວຄືນ ໃນໄລຍະໂຄວິດ ແຕ່ຢູ່ໃນລະດັບປານກາງ ເນື່ອງຈະໄດ້ຮັບຜົນກະທົບ ໃນການສົ່ງອອກ ແລະ ຄວາມສ່ຽງຈາກສະພາບອາກາດ ເຖິງແມ່ນວ່າ ລັດຖະບານແຫ່ງ ສປປ ລາວ ໄດ້ມີຄວາມພະຍາຍາມ ໃນການກະຕຸກຊຸກຍູ້ ການຜະລິດທາງດ້ານກະສິກໍາ ເພື່ອການບໍລິໂພກພາຍໃນ ແລະ ເພື່ອສົ່ງອອກຂາຍຕ່າງປະເທດ, ແຕ່ປະລິມານຜົນຜະລິດກະສິກໍາກໍຍັງບໍທັນໄດ້ ຕາມຄາດໜາຍທີ່ກໍານົດ. ຜະລິດຕະຜົນທາງພາກກະສິກໍາ ບາງຈໍານວນ ແມ່ນຍັງສືບຕໍ່ ນໍາເຂົ້າຈາກປະເທດເພື່ອນບ້ານ ເພື່ອຕອບສະໜອງຄວາມຕ້ອງການພາຍໃນ. ສ່ວນອີກສາເຫດໜຶ່ງ ແມ່ນມາຈາກ ພື້ນທີ່ການຜະລິດກະສິກໍາ ຫຼາຍແຫ່ງບໍສາມາດຂະຫຍາຍການຜະລິດໄດ້ ເນື່ອງຈາກຖືກປ່ຽນແທນ ເພື່ອການພັດທະນາ ໂຄງການຕ່າງໆ, ຊຶ່ງຕໍ່ຈາກນີ້ໄປ ແມ່ນຕ້ອງໄດ້ສຸມໃສ່ເຕັກໂນໂລຊີ ທີ່ສາມາດເພີ່ມການຜະລິດໃຫ້ໄດ້ຫຼາຍຂຶ້ນ; ໃນໄລຍະຜ່ານມາ ເຖິງແມ່ນວ່າ ລັດຖະບານໄດ້ເພີ່ມຄວາມພະຍາຍາມ ...

Read More »