ຈະສືບຕໍ່ນະໂຍບາຍ Abenomics ນາຍົກຄົນໃໝ່ຂອງ ຍີ່ປຸ່ນ ກ່າວ…

ແຫຼ່ງຂ່າວຈາກ ຫວຽດນາມ: ວັນທີ 14 ກັນຍາ ນີ້ ທ່ານ ໂຢຊິຮິເດະ ຊູກະ (Yoshihide Suga) ໄດ້ຮັບໄຊຊະນະໃນການເລືອກຕັ້ງໃຫ້ເປັນ ຫົວໜ້າພັກ ແອັລດີພີ ຄົນໃໝ່ ປູທາງສູ່ການເປັນນາຍົກລັດຖະມົນຕີຄົນຕໍ່ໄປ ຂອງປະເທດຍີ່ປຸ່ນ ຢ່າງເປັນທາງການ. ໃນອາທິດນີ ແທນ ທ່ານ ຊິນໂຊ ອາເບະ ຊຶ່ງປະກາດລາອອກຈາກຕໍາແໜ່ງ ໃນເດືອນສິງຫາທີ່ຜ່ານມາ.

Suga Wins Party Vote for Japan Premier | Financial Tribune

ຜົນການລົງຄະແນນສຽງ ທ່ານ ໂຢຊິຮິເດະ ໄດ້ຮັບ ຄະແນນສະໜັບສະໜູນສູງສຸດ ທັງໝົດ 377 ສຽງ ຈາກ 535 ສຽງ ໃນນັ້ນ ສະມາຊິກສະພາ LDP 394 ຄົນ ທີ່ເປັນຕົວແທນໃຫ້ແກ່ລະພັກຢູ່ຂັ້ນແຂວງ ( ລວມທັງໝົດ 141 ຄົນ), ຊຶ່ງລື່ນຄະແນນຂອງລັດຖະມົນຕີກະຊວງປ້ອງກັນປະເທດ 68 ຄະແນນ ແລະ ລື່ນອະດີດລັດຖະມົນຕີຕ່າງປະເທດ 89 ຄະແນນ, ອັນສົ່ງຜົນໃຫ້ ທ່ານ ໂຢຊິຮິເດະ ກ້າວເປັນເຖິງການເປັນນາຍົກຜູ້ໃໝ່ຂອງ ປະເທດຢີ່ປຸ່ນ. ທ່ານ ໂຢຊິຮິເດະ ເຮັດວຽກສະໜັບສະໜູນ ທ່ານ ຊິນໂຊ ອາເບະ ມາເປັນເວລາ 10 ປີ ກຽມກ້າວສູ່ຕໍາແໜ່ງ ນາຍົກຜູ້ໃຫມ່ ຂອງຢີ່ປຸ່ນ ໂດຍຈະມີການກໍາໜົດລົງມະຕິ ຢ່າງເປັນທາງການ ໃນວັນພຸດ ທີ 16 ກັນຍາ 2020 ນີ້

菅氏、対北朝鮮「助力惜しまず」 首脳会談呼び掛け | 全国のニュース | 福井新聞ONLINE

ທ່ານ ໂຢຊິຮິເດະ ໃຫ້ຄຳໝັນສັນຍາວ່າ: ຈະສືບຕໍ່ນະໂຍບາຍຫຼັກ ທີ່ທຸກຄົນນັ້ນຮູ້ດີກໍ່ຄື Abenomics ມໍລະດົກຕົກທອດຈາກ ຊິນໂຊອາເບະ. ເຂົາກ່າວວ່າ: ຈະເດັດດ່ຽວກວ່າເກົ່າຖ້າຫາກມີຄວາມຈຳເປັນໃນບັນຫານະໂຍບາຍດ້ານການເງິນ ເພຖື່ອປັົກປ້ອງວຽກເຮັດງານທຳຂອງບັນດາຫົວໜ່ວຍທຸລະກິດ ໃນສະພາບການລະບາດຂອງພະຍາດໂຄວິດ -19. ສຳລັບນະໂຍບາຍດ້ານການຕ່າງປະເທດ ທ່ານຈະສືບຕໍ່ນະໂບບາຍຂອງ ຊິນໂຊອາເບະ ກໍຄືການປັບປຸງສຳພັນທະມິດກັບສະຫະລັດ ແລະ ບູລະນະການພົວພັນກັບຈີນ.

Comments