ອົງການອາຫານໂລກ ສະໜັບສະໜູນສປປ ລາວ ກຽມພ້ອມຮັບມືເຫດການສຸກເສີນ…

ໃນວັນທີ 14 ກັນຍາ 2020 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ, ອົງການອາຫານໂລກປະຈໍາ ສປປ ລາວ ໄດ້ມອບເຕັ້ນສາງ (ສາງເຄື່ອນທີ່) ຈຳນວນ 4 ຊຸດ ມູນຄ່າ 59.600 ໂດລາສະຫະລັດ ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໃຊ້ເຂົ້າໃນການບັນຈຸສະບຽງອາຫານ ແລະ ເຄື່ອງບັນເທົາທຸກ ໃນກໍລະນີທີ່ເກີດມີໄພພິບັດ ຢູ່ແຂວງໄຊຍະບູລີ, ບໍ່ແກ້ວ, ຫລວງນໍ້າທາ ແລະ ສະຫວັນນະເຂດ ເມື່ອເວລາທີ່ມີໄພພິບັດ ຫລື ສະຖານນະການສຸກເສີນ ສາງເຄື່ອນທີ່ເຫລົ່ານີ້ ສາມາດນຳເອົາອອກມາຕິດຕັ້ງໄດ້ຢ່າງວ່ອງໄວ, ເຊິ່ງແຕ່ລະເຕັ້ນສາງ ສາມາດບັນຈຸເຄື່ອງ ແລະ ອຸປະກອນບັນເທົາທຸກໄດ້ເຖິງ 500 ໂຕນ ເທົ່າກັບເປົາເຂົ້າ 50 ກິໂລ 10.000 ເປົາ. ສາງເຄື່ອນເຫລົ່ານີ້ສາມາດ ສ້າງເປັນສູນໂລຈິສຕິກ ທີ່ພ້ອມໃຊ້ງານໄດ້ ໃນກໍລະນີທີ່ມີຄວາມຈຳເປັນຕ້ອງໃຊ້ ເປັນສູນປະຕິບັດງານພາກສະໜາມໃນກໍລະນີຈຳເປັນ.

ຕາງໜ້າມອບສາງຄັ້ງນີ້, ໂດຍທ່ານ ຢານ ເດວບາເລີ ຜູ້ອຳນວຍການ ແລະ ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ, ຕາງໜ້າຮັບໂດຍ ທ່ານ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ, ທັງເປັນຫົວໜ້າກອງເລຂາ ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີບັນດາພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ທ່ານ ວິໄລພົງ ກ່າວວ່າ: ສາງດັ່ງກ່າວ, ຈະມີອຸປະກອນທີ່ອໍານວຍຄວາມສະດວກ ໃນການຈັດເກັບເຄື່ອງມື ແລະ ອຸປະກອນບັນເທົາທຸກ ເຊັ່ນ: ປະເພດອາຫານ ແລະ ອຸປະກອນດ້ານຄວາມປອດໄພ ທີ່ຈະໄດ້ຮັບການເກັບມ້ຽນຢ່າງປອດໄພ ປາສະຈາກຄວາມເສຍຫາຍອື່ນໆ ທັງນີ້ ກໍຕ້ອງຂໍຂອບໃຈທາງອົງການອາຫານໂລກ ທີ່ໄດ້ໃຫ້ການສະໜັບສະໜູນສາງເຄື່ອນທີ່ຈຳນວນ 4 ຊຸດ ເພື່ອນໍາໄປໃຊ້ໃນການໂຕ້ຕອບກັບໄພພິບັດ ແລະ ສະຖານນະການສຸກເສີນຕ່າງໆ ເພື່ອກຽມຄວາມພ້ອມໃນການຮັບມືກັບໄພພິບັດຂອງພວກເຮົາ. ເຕັ້ນສາງເຄື່ອນທີ່ຈຳນວນດັ່ງກ່າວ, ແມ່ນການຊ່ວຍເຫລືອເພີ່ມເຕີມ, ຊຶ່ງຜ່ານມາທາງອົງການອາຫານໂລກ ກໍໄດ້ມີການມອບ ແລະ ຕິດຕັ້ງໄປກ່ອນໜ້ານີ້ ຈໍານວນ 4 ຊຸດ ຢູ່ທີ່ແຂວງ ອັດຕະປື, ເຊກອງ, ຄຳມ່ວນ ແລະ ອຸດົມໄຊ ເຊິ່ງລວມທັງໝົດເປັນ 8 ຊຸດ, ທີ່ທາງອົງການອາຫານໂລກໄດ້ມອບໃຫ້ກັບລັດຖະບານ ສປປ ລາວ.

ທ່ານ ຢານ ເດວບາເລີ ກ່າວວ່າ: ການກຽມຄວາມພ້ອມແມ່ນສິ່ງທີ່ສຳຄັນຫລາຍ ໂດຍສະ ເພາະກັບສະຖານະການທີ່ບໍ່ສາມາດຄາດເດົາໄດ້ ເນື່ອງຈາກການປ່ຽນແປງຂອງສະພາບອາກາດ. ໃນໄລຍະທີ່ຜ່ານມາ, ເຕັ້ນສາງເຄື່ອນທີ່ແມ່ນມີຄວາມສຳຄັນຫລາຍ ໂດຍສະເພາະໃນໄລຍະທີ່ມີໄພນໍ້າຖ້ວມຢູ່ ສປປ ລາວ, ເພື່ອໃຫ້ແນ່ໃຈວ່າເຄື່ອງມື ແລະ ອຸປະກອນບັນເທົາທຸກເຫລົ່ານັ້ນ ສາມາດສົ່ງໄປຍັງຜູ້ທີ່ໄດ້ຮັບຜົນກະທົບຢູ່ພື້ນທີ່ທັນກັບເວລາ. ຂ້າພະເຈົ້າ ມີຄວາມດີໃຈຫລາຍທີ່ການຮ່ວມມືກັບ ທາງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີຄວາມເກີດດອກອອກຜົນທີ່ດີ.

ແຫຼ່ງຂໍ້ມູນ: ຂປລ

Comments