ຜູ້ຕິດເຊື້ອ ກໍລະນີທີ 22 ໄດ້ຮັບອະນຸຍາດໃຫ້ອອກໂຮງໝໍແລ້ວ…

ມາຮອດວັນທີ14 ກັນຍາ 2020, ທົ່ວໂລກມີການລາຍງານການລະບາດ ຂອງເຊື້ອພະຍາດ COVID-19 ທັງໝົດ 213 ປະເທດ/ເຂດແຄ້ວນ; ທັງໝົດ 29,154,698ຄົນ; ເສຍຊິວິດ 927,707ຄົນ, ປົວດີ 21,004,616ຄົນ, ຢູ່ຂົງເຂດອາຊີ ແມ່ນປະເທດອິນເດຍທີ່ມີທ່າອ່ຽງໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 93,862ຄົນ; ສ່ວນບັນດາປະເທດສະມາຊິກອາຊຽນ ມາຮອດວັນທີ 14 ກັນຍາ 2020 ມີຜູ້ຕິດເຊື້ອພະຍາດ COVID-19 ທັງໝົດ 554,830ຄົນ ແລະເສຍຊີວິດ13,365ຄົນ.ໃນນັ້ນ ຟິລິປິນຕິດເຊື້ອ 248.947ຄົນ, ເພີ່ມຂຶ້ນໃນມື້ດຽວເຖິງ 3.804ຄົນ, ເສຍຊີວິດ 4.066ຄົນ. ອິນໂດເນເຊຍ ຕິດເຊື້ອ 207.203ຄົນ, ເພີ່ມຂຶ້ນ 3.861ຄົນ, ເສຍຊີວິດ 8.456ຄົນ, ສິງກະໂປ ຕິດເຊື້ອ 57.229ຄົນ, ເພີ່ມຂຶ້ນ63ຄົນ, ເສຍຊີວິດ 27ຄົນ.

ທ່ານນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ; ຄະນະສະເພາະກິດ ຄວບຄຸມໂຄວິດ19 ຖະແຫລງຕໍ່ສື່ມວນຊົນ ຕອນເຊົ້າວັນທີ 14 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ເຖິງສະພາບການຄວບຄຸມໂຄວິດ19 ຢູ່ ສປປ ລາວວ່າ: ວຽກງານເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດເວລາ 17ໂມງ ວັນທີ 13 ກັນຍາ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆທົ່ວປະເທດມີຜູ້ເດີນທາງເຂົ້າມາລາວທັງໝົດ 2,092ຄົນ. ໃນນັ້ນ ຈຸດຜ່ານດ່ານລາວ-ໄທ 804 ຄົນ ມີແຮງງານລາວກັບມາແຕ່ໄທ 96 ຄົນ; ຈຸດຜ່ານດ່ານລາວ-ຈີນ 31ຄົ, ໃນນີ້ ມີແຮງງານຄົນຈີນ 13 ຄົນ, ແຮງງານລາວ 5 ຄົນ, ຈຸດຜ່ານດ່ານລາວ-ຫວຽດນາມ 919 ຄົນ: ຈຸດຜ່ານດ່ານ ລາວ-ກຳປູເຈຍ ເປັນຄົນລາວ 1 ຄົນ ;ຜ່ານດ່ານ ລາວ-ມຽນມ້າ 9 ຄົນ, ທັງໝົດແມ່ນຄົນລາວ ຂັບເຮືອ ແລະ ລູກເຮືອ ຂົນສົ່ງສິນຄ້າ, ຜ່ານສະໜາມບິນສາກົນວັດໄຕ 328 ຄົນມີຈີນ 326 ຄົນ, ອົດສະຕາລີ 1 ຄົນ ແລະ ລາວ 1 ຄົນ; ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແລະໄດ້ເກັບຕົວຢ່າງມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14ວັນ.

ທ່ານນາງ ດຣ. ລັດສະໝີ ວົງຄຳຊາວ ໃຫ້ຮູ້ອີກວ່າ: ໃນວັນທີ 13 ກັນຍາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 315 ຄົນ, ໃນນັ້ນ ມີແຮງງານລາວມາແຕ່ໄທ 171 ຕົວຢ່າງ, ແຮງງານຫວຽດນາມ 80 ຕົວຢ່າງ, ແຮງງານໄທ 25 ຕົວຢ່າງ, ແຮງງານຈີນ 17 ຕົວຢ່າງ, ຜູ້ຕິດເຊື້ອກໍລະນີທີ 22 ກັບມາກວດຄືນເປັນຄັ້ງທີ 2 , ບຸກຄົນທົ່ວໄປທີ່ມີອາການ 11 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 10 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 13 ກັນຍາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສະນັ້ນ ໃນມື້ນີ້ ຄະນະສະເພາະກິດ ຄວຄຸມໂຄວິດ 19 ໄດ້ອະນຸຍາດໃຫ້ ຄົນເຈັບກໍລະນີທີ 22 ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ. ສ່ວນກໍລະນີທີ 23 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ.

ແຫຼ່ງຂໍ້ມູນ: ວິທະຍຸແຫ່ງຊາດ

Comments