ໂລກຕະລຶງ..!!!ນາຊາ ຖະແຫຼງຂ່າວໃຫຍ່ ອາດມີສິ່ງມີຊີວິດ ບົນດາວ…

ອ້າງຕາມຂໍ້ມູນຂອງໄທຣັດ: ວັນທີ 14 ກັນຍາ 2020 ອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດ ສະຫະລັດ ຫຼື “ນາຊ່າ” ຮ່ວມກັບ “ອີເອສໂອ” ອົງການວິໄຈດາຣາສາດ ໃນຊີກໂລກໃຕ້ແຫ່ງເອີລົບ ເຜີຍແຜ່ຂໍ້ມູນການຄົ້ນພົບຄັ້ງສຳຄັນຂອງມະນຸດຊາດ ຫຼັງນັກດາລາສາດຂອງມະຫາວິທະຍາໄລຄາດີຟ ໃນອັງກິດ ກວດພົບຫຼັກຖານທີ່ເຊື່ອວ່າ ໜ້າຈະມີ “ໂມເລກຸນຟອສຟິນ” ຢູ່ໃນຊັ້ນບັນຍາກາດຂອງ “ດາວສຸກ” ( Venus )

ดาวศุกร์ | namnatthapornpunno

ຟອສຟິິນທີ່ວ່ານີ້ ມັກຜະລິດໃຊ້ໃນງານອຸດສາຫະກຳ ຫຼື ເກີດຂຶ້ນຈາກຈຸລິນຊີ ທີ່ອາໄສຢູ່ໃນສະພາບແວດລ້ອມທີ່ມີອົກຊີແຊນ ໂດຍການຄົ້ນພົບຄັ້ງນີ້ ເຮັດໃຫ້ບົ່ງຊີ້ໄດ້ວ່າ ມີຄວາມເປັນໄປໄດ້ທີ່ອາດຈະມີສິ່ງມີຊີວິດ ຫຼື ເຄີຍມີສິ່ງມີຊີວິດບົນດາວສຸກ.

คุณสมบัติทางเคมีของฟีนอล ฟีนอลโครงสร้างคุณสมบัติการใช้งาน

ຊຶ່ງກ່ອນໜ້ານີ້ ນັກວິທະຍາສາດໄດ້ຄົ້ນຄວ້າວິໄຈ ແລະ ເຝົ້າຈັບຕາເບິ່ງສິ່ງມີຊີວິດນອກໂລກ ມາຢ່າງຍາວນານ ໂດຍຄາດວ່າອາດຈະມີຢູ່ບົນດາວອັງຄານ ແຕ່ກໍບໍ່ເຄຍຄົ້ນພົບມາກ່ອນຈັກເທື່ອ ຊຶ່ງຄັ້ງນີ້ນັບເປັນຄັ້ງທຳອິດ ທີ່ອາດເຊື່ອໄດ້ວ່າມີສິ່ງມີຊີວິດຢູ່ນອກໂລກ ເຖິງຢ່າງໃດກໍຕາມ ນັກວິທະຍາສາດເບິ່ງວ່າ ຍັງຕ້ອງໄດ້ໃຊ້ເວລາສຶກສາອີກຫຼາຍໃນເລື່ອງນີ້.

ฟอสโฟลิพิค

Comments