ກອງປະຊຸມໃຫຍ່ ຄັ້ງທີ IV ອົງຄະນະພັກທະນາຄານແຫ່ງ ສປປ ລາວ…

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ ຄັ້ງທີ IV ໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 14 ກັນຍາ 2020 ຢູ່ສະໂມສອນໃຫຍ່ສະຖາບັນການທະນາຄານ ບ້ານຄໍາຮຸ່ງ ເມືອງໄຊທານີ , ສະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ນາງ ປານີ ຢ່າທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ.

ທ່ານສອນໄຊ ສິດພະໄຊ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກ ທະນາຄານແຫ່ງ ສປປ ລາວ ໂດຍຍົກໃຫ້ເຫັນວ່າ: ໄລຍະ 5 ປີ ຜ່ານມາ ສະພາບການພັດທະນາເສດຖະກິດ-ສັງຄົມ, ສະພາບການເງິນ-ເງິນຕາຂອງປະເທດເຮົາຈະພົບກັບສີ່ງທ້າຍທາຍຫລາຍດ້ານ, ໂດຍສະເພາະ ການລະບາດຂອງພະຍາດໂຄວິດ-19; ພາຍໃຕ້ການຊີ້ນຳ-ນຳພາຂອງສູນກາງພັກຄະນະພັກຂັ້ນຕ່າງໆພາຍໃນທະນາຄານແຫ່ງ ສປປ ລາວ ໄດ້ເປັນແກ່ນສານເຕົ້າໂຮມຄວາມສາມັກຄີປຸກລະດົມກໍາລັງແຮງສັງລວມພາຍໃນຂອງຕົນ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ຂອງລັດຖະບານຢ່າງຕັ້ງຫນ້າ, ໄດ້ສະແດງອອກໃນການເອົາໃສ່ສຶກສາ ອົບການການເມືອງແນວຄິດ ໃຫ້ສະມາຊິກພັກພະນັກງານຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອເຮັດໃຫ້ມີຄວາມອຸ່ນທ່ຽງທຸ່ນທ່ຽງເຊື່ອຫມັ້ນໃນການຊີ້ນໍາ-ນໍາພາຂອງພັກ ແລະ ເປັນເຈົ້າການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ແລະ ກົດຫມາຍຂອງລັດຢ່າງແຂງແຮງ, ເອົາໃຈໃສ່ຍົກລະດັບທິດສະດີການເມືອງການປົກຄອງໃຫ້ພະນັກງານຫລັກແຫລ່ງພາຍໃນກົມກອງຂອງຕົນຢູ່ພາຍໃນ ແລະ ຕ່າງປະເທດ

ວຽກງານກໍ່ສ້າງພັກກໍໄດ້ເອົາໃຈໃສ່ປັບປຸງລະບົບການຈັດຕັ້ງທຸກຂັ້ນ ໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈີງ, ສາມາດຕີລາຄາຫນ່ວຍພັກປອດໃສ, ເຂັ້ມແຂງ ແລະ ຫນັກແຫນ້ນ ສໍາເລັດຕາມຄາດຫມາຍທີ່ວາງໄວ້ ແລະ ວຽກງານສໍາຄັນອື່ນໆຈໍານວນຫນື່ງ. ນອກນີ້ ຜູ້ແທນເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນຮັບຟັງບົດລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆໃນຂະແຫນງການທະນາຄານ 5 ປີຜ່ານມາ ແລະ ຍຸດທະສາດການພັດທະນາລະບົບສະຖາບັນການເງິນ-ເງິນຕາ 5 ປີຕໍ່ຫນ້າ ພ້ອມທັງ ຮັບຟັງການປະກອບຄໍາເຫັນຂອງບັນດາຮາກຖານພັກທີ່ກ່ຽວຂ້ອງໃນຫົວຂໍ້ຕ່າງໆເປັນຕົ້ນ: ການຮັກສາສະຖຽນລະພາບເງິນຕາແຫ່ງຊາດໂດຍການນໍາໃຊ້ນະໂຍບາຍອັດຕາແລກປ່ຽນ ແລະ ການຄຸ້ມຄອງເງິນຕາແຫ່ງຊາດ, ການຮັກສາສະຖຽນລະພາບທາງດ້ານການເງິນ, ການຄຸ້ມຄອງລະບົບຊໍາລະ, ບົດບາດຂອງຕະຫລາດການເງິນໃນການສະຫນອງທຶນໃຫ້ແກ່ວິສາຫະກິດຂະຫນາດນ້ອຍ, ຂະຫນາດກາງ ແລະ ຍຸດທະສາດການປັບປຸງພາລະບົດບາດຂອງທະນາຄານນະໂຍບາຍ, ນອກນັ້ນ ກອງປະຊຸມຍັງຈະພ້ອມກັນໃຊ້ສິດປະຊາທິປະໄຕບ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກທະນາຄານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຸດໃຫມ່.

ຄັດເລືອກເອົາບັນດາຜູ້ແທນສົມບູນ-ສຳຮອງເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງ 11 ຂອງພັກ, ພ້ອມທັງຮັບຟັງການໂອ້ລົມເພື່ອໃຫ້ທາງໃນການຈັດຕັ້ງປະຕິບັດວຽກງານຕ່າງໆໃນຂົງເຂດທະນາຄານໃນຕໍ່ຫນ້າ ຈາກ ທ່ານນາງ ປານີ ຢາທໍຕູ້ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ຕື່ມອີກ ແລະ ກອງປະຊຸມຄັ້ງນີ້ຈະດໍາເນີນເປັນເວລາ 1 ມື້ ເຄີ່ງ ຈື່ງສໍາເລັດ.

ແຫຼ່ງຂໍ້ມູນ: ວິທະຍຸແຫ່ງຊາດ

Comments