ຂ່າວ ຕ່າງປະເທດ

ເກີດເຫດນໍ້າມັນເຊື້ອໄຟຮົ່ວໄຫຼຢູ່ເຂດມະຫາສະໝຸດອາກຕິກ (Arctic)

ທ່ານ Putin ໄດ້ແນະນຳກ່ຽວກັບສະຖານະການສຸກເສີນ ພາຍຫຼັງທີ່ສາງເກັບນໍ້າມັນເຊື້ອໄຟຂະໜາດໃຫຍ່ ເກີດການຮົ່ວໄຫຼຢູ່ໃນຂອບເຂດມະຫາສະໝຸດ ອາກຕິກ (Arctic), ທ່ານ Vladimir Putin ໄດ້ສັ່ງໃຫ້ແຈ້ງພາວະສຸກເສີນ ຫລັງຈາກນໍ້າມັນກາຊວນຈໍານວນ 20.000 ໂຕນ ໄດ້ໄຫຼເຂົ້າສູ່ເຂດມະຫາສະໝຸດ Arctic. ເຫດການນີ້ ເກີດຈາກການຮົ່ວໄຫຼຂອງສາງເກັບນໍ້າມັນເຊື້ອໄຟຢູ່ໂຮງງານໄຟຟ້າ NTEK ທີ່ຢູ່ໃກ້ເມືອງ Norilsk ໃນວັນສຸກທີ່ຜ່ານມາ ໂດຍໂຮງງານດັ່ງກ່າວຂຶ້ນກັບບໍລິສັດ Nornickel ເຊິ່ງເປັນໜຶ່ງໃນໂຮງງານທ້ອງຖິ່ນທີ່ມີມົນລະພິດຫຼາຍທີ່ສຸດໃນໂລກ.   ລະຫວ່າງການປະຊຸມໃນວັນພຸດທີ່ຜ່ານມາ, ທ່ານ Putin ໄດ້ສະເໜີໃຫ້ ຫົວໜ້າບໍລິສັດຍ່ອຍ Nornickel ທີ່ເປັນເຈົ້າຂອງໂຮງງານໄຟຟ້າ NTEK ມາຊີ້ແຈງກ່ຽວກັບເຫດການທີ່ເກີດຂຶ້ນ ເນື່ອງຈາກບໍລິສັດດັ່ງກ່າວລາຍງານພາກລັດຊ້າ ລັດມາຮູ້ 2 ມື້ຫລັງເກີດເຫດ ຈຶ່ງເປັນຈຸດທີ່ປະທານາທິບໍດີ Putin ຮ້າຍທັງບໍລິສັດ ແລະ ການປົກຄອງທ້ອງຖິ່ນ. ຈາກເຫດການດັ່ງກ່າວທ່ານ Putin ໄດ້ຕົກລົງເຫັນດີວ່າຈຳເປັນຕ້ອງມີພາວະສຸກເສີນແຫ່ງຊາດ ເພື່ອຮຽກຮ້ອງໃຫ້ມີການຮັກສາຊັບພະຍາກອນທໍາມະຊາດໃຫ້ມີຄວາມອຸດົມສົມບູນ. ຄະນະກຳມະການສືບສວນຣັດເຊຍ ທີ່ກ່ຽວຂ້ອງກັບອາຊະຍາກຳໃຫຍ່ຄັ້ງນີ້ໄດ້ເວົ້າວ່າ ບໍລິສັດດັ່ງກ່າວ ໄດ້ດຳເນີນການສືບສວນຄະດີອາຍາ 3 ຄັ້ງ ກ່ຽວກັບອຸປະຕິເຫດ ແລະ ການຄວບຄຸມພະນັກງານໂຮງງານໄຟຟ້າ.   ປະລິມານການຮົ່ວໄຫຼຄັ້ງນີ້ ແມ່ນຫຼາຍກວ່າການຮົ່ວໄຫຼຂອງບໍລິສັດ Kerch ທີ່ເກີດຂຶ້ນໃນປີ 2007 ໂດຍມີການຮົ່ວໄຫຼຂອງນໍ້າມັນຈໍານວນ 5,000 ໂຕນ. ການຮົ່ວໄຫຼໃນເຂດທະເລດຳຄັ້ງນີ້ ເປັນຄັ້ງທີ່ໃຫຍ່ທີ່ສຸດສຳລັບປະເທດຣັດເຊຍ ...

Read More »

ທຸລະກິດມີຂຶ້ນມີລົງ ມາຮູ້ຈັກຂາຂຶ້ນຂອງບໍລິສັດ Zoom ແລະ​ ຂາລົງຂອງ 7​ ສາຍການບິນໃນໂລກ

ທ່າມກາງການຄຸ້ມຄອງການລະບາດຂອງ COVID-19, ຫຼາຍຄົນໄດ້ຫັນປ່ຽນໄປເຮັດວຽກ ແລະ ການພົບປະກັບຄົນໃນສັງຄົມມາຢູ່ເຮືອນ. ຖ້າຫາກທ່າອ່ຽງເຫຼົ່ານີ້ກາຍເປັນເລື່ອງປົກກະຕິ, ບາງບໍລິສັດກໍ່ອາດຈະຕ້ອງໄດ້ຈ່າຍເງິນຫຼາຍ. ມຸມມອງຂອງ Zoom ບໍລິສັດ Zoom Communications ໄດ້ຈັດແອັບທີ່ກ່ຽວກັບການໂທວີດີໂອແບບກຸ່ມ ໂດຍໄດ້ຮັບຄວາມສົນໃຈຈາກຜູ້ຄົນຈໍານວນຫຼາຍໃນການສື່ສານວຽກງານ ແລະ ການສຶກສາ ໂດຍສະເພາະແມ່ນປະຊຸມຜ່ານທາງວີດີໂອ ສິ່ງເຫຼົ່ານີ້ເປັນຕົວຢ່າງສໍາຄັນຂອງອົງກອນ. ວັນທີ 15 ພຶດສະພາ 2020 ມູນຄ່າຈາກຈໍານວນຜູ້ໃຊ້ແອັບຂອງ Zoom ເພີ່ມຂຶ້ນສູງເຖິງ 48.8 ພັນລ້ານໂດລາສະຫະລັດ ເຊິ່ງໃນປີຜ່ານມາ ມີລາຍຮັບພຽງ 623 ລ້ານໂດລາສະຫະລັດ ແລະ ນີ້ຄືສິ່ງທີ່ນໍາໄປສູ່ການເຕີບໂຕຢ່າງຍິ່ງໃຫຍ່ຂອງນະວັດຕະກໍາແອັບ ນັກວິເຄາະດ້ານອຸດສາຫະກຳ ໄດ້ກ່າວວ່ານັກທຸລະກິດໄດ້ໃຫ້ຄວາມສົນໃຈແອັບ due ເນື່ອງຈາກມີການໂຕ້ຕອບງ່າຍ ແລະ ຈາກປະສົບການຂອງຜູ້ໃຊ້ເຫັນວ່າຄວາມສາມາດໃນການຮອງຮັບຜູ້ເຂົ້າຮ່ວມເຖິງ 100 ຄົນໃນແຕ່ລະຄັ້ງ. ແອັບນີ້ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກບັນດານັກສຶກສາ ສຳລັບການຮຽນຮູ້ທາງອິນເຕີເນັດຫຼັງຈາກ CEO Eric Yuan ໄດ້ ດຳເນີນບາດກ້າວພິເສດເພື່ອໃຫ້ໂຮງຮຽນ K-12 ສາມາດ ນຳໃຊ້ເວທີດັ່ງກ່າວໄດ້ໂດຍບໍ່ເສຍຄ່າ. ບັນດາຜູ້ເຂົ້າເຖິງ Zoom ໄດ້ເພີ່ມຂື້ນໃນເດືອນທີ່ຜ່ານມາ ໂດຍເພີ່ມຂຶ້ນຈາກ 10 ລ້ານຄົນໃນເດືອນທັນວາ 2019 ເຖິງ 300 ລ້ານຄົນໃນເດືອນເມສາ 2020. ສາຍການບິນທີ່ຢູ່ໃນຊ່ວງຂາລົງ ລາຍໄດ້ຂອງອຸດສາຫະກຳການບິນແມ່ນມີທ່າອ່ຽງຂອງຫຼຸດລົງເລື້ອຍໆ, ຍ້ອນວ່າຂໍ້ຈຳກັດສາກົນຈົນເຖິງຂັ້ນປິດສະໜາມບິນ, ...

Read More »

ບຣາຊິວ ຈະເລີ່ມທົດລອງວັກຊິນຕ້ານ​ໂຄ​ວິດ-19 ທີ່ພັດທະນາຈາກປະເທດອັງກິດ

ບຣາຊິວ ​ເປັນ​ປະ​ເທດກຳລັງ​ປະເຊີນ​ກັບ ​ການລະບາດ ຢ່າງ​ຮຸນ​ແຮງ ​ຂອງ​​ເຊື້ອ​ ພະຍາດ ​ໂຄ​ວິດ-19 ​ສໍານັກຂ່າວຕ່າງປະເທດເປີດ​ເຜີຍ​ວ່າ: ບຣາຊິວ ກຳລັງຈະ​ເລີ່​ມການ​ທົດ​ລອງ​ວັກຊິນ ຕ້ານ​ໂຄ​ວິດ-19 ທີ່​ພັດທະນາ​ຂຶ້ນ ​ໃນມະຫາວິທະຍາ​ໄລ ອ໋ອກຟອດ ຂອງ​ອັງກິດ ​ໃນ​ອາທິດ​ໜ້າ ແລະ ຈະ​ຖື​ເປັນ​ປະ​ເທດ ທຳ​ອິດ ທີ່​ເຂົ້າຮ່ວມ​ ໃນ​ການ​ທົດ​ລອງ​ຄັ້ງນີ້ ຫລັງ​ຈາກ ມະຫາວິທະຍາ​ໄລ ​ເຊົາ​ເປົາ​ໂລ ​ເຊິ່ງ​ເປັນ​ຜູ້​ປະສານ​ງານ​ ການ​ສຶກສາ ​ເປີດ​ເຜີຍ​ຕື່ມ​ວ່າ ບຣາຊິວ ຈະ​ທົດ​ລອງ​ວັກ​ຊິນ ກັບ​ອາສາ​ສະໝັກ 2.000 ຄົນ​ ໂດຍ​ອະທິການ​ບໍດີ ​ຂອງ​ມະຫາ ວິທະຍາ​ໄລ​ ກ່າວ​ວ່າ ການທົດລອງວັກຊິນໃນບຣາຊິວ ເປັນສິ່ງທີ່ຈຳເປັນ ເພາະບຣາຊິວ ເປັນປະເທດ ທີ່ມີການລະບາດ ພວມຢູ່ໃນລະດັບສູງ ບຣາຊິວ ເຊິ່ງເປັນແນວໜ້າແຫ່ງໃໝ່ຂອງການລະບາດ ໄດ້ເພີ່ມມາດຕະການ ຄວບຄຸມ ການລະບາດ ໃນພາກ ຕາເວັນອອກ ສ່ຽງເໜືອ ຂອງປະເທດຫລັງມີລາຍງານ ຈຳນວນ ຜູ້ຕິດເຊື້ອ ໃນລະດັບສູງຂຶ້ນ ຂະນະທີ່ ຄວາມເປັນຫ່ວງ ເລື່ອງການລະບາດ ໃນອາເມລິກາລາຕິນ ກຳລັງເພີ່ມ​ຂຶ້ນ ​ເຖິງ​ວ່າ​ໃນຂົງ​ເຂດ​ອື່ນໆ​ຂອງ​ໂລກ ...

Read More »

ມາຮູ້ຈັກ!!! “New Normal” ການຊື້ສິນຄ້າ ຫຼືການບໍລິການທີ່ປ່ຽນແປງ

1. ຜູ້ບໍລິໂພກຈະເລືອກຊື້ສິ່ງຂອງທີ່ຈຳເປັນແທ້ໆ ເພື່ອເປັນຫຼັກປະກັນວ່າຊັບພະຍາກອນທີ່ມີຢູ່ ຈະຖືກນໍາໃຊ້ຕອບສະໜອງພື້ນຖານຂອງການມີຊີວິດຢູ່ໄດ້ ແລະ ຍັງສ້າງຄວາມປອດໄພດ້ານ ປັດໃຈ 4 ໃນການດໍາລົງຊີວິດຂອງມະນຸດອີກດ້ວຍ. 2. ຜູ້ບໍລິໂພກຈະຫັນມາສົນໃຈສິນຄ້າ Local ຫຼືສິນຄ້າພາຍໃນປະເທດຫຼາຍຂຶ້ນ ໂດຍສະເພາະສິນຄ້າປະເພດຜະລິດຕະພັນທີ່ກ່ຽວກັບການເບິ່ງແຍງສຸຂະພາບ ເນື່ອງຈາກຜູ້ບໍລິໂພກກັງວົນທີ່ຈະຊື້ສິນຄ້ານໍາເຂົ້າ ເພາະບໍ່ຮູ້ວ່າສິນຄ້າເຫຼົ່ານັ້ນຜ່ານຂະບວນການຂົນສົ່ງແບບໃດມາແດ່ ພ້ອມກັນນັ້ນ, ສິນຄ້າພາຍໃນປະເທດຍັງມີຄຸນນະພາບສູງຂຶ້ນເລື້ອຍໆ. 3. ຜູ້ບໍລິໂພກຈະນໍາສິ່ງຂອງທີ່ບໍ່ໄດ້ໃຊ້ ມາຂາຍຫຼາຍຂຶ້ນ ຜູ້ບໍລິໂພກຈະເລີ່ມຄັດສັນສິ່ງທີ່ມີຢູ່ວ່າແມ່ນຫຍັງທີ່ຈໍາເປັນແທ້ໆ ສິ່ງໃດທີ່ບໍ່ໄດ້ໃຊ້ ຫຼືບໍ່ມີຄວາມຈໍາເປັນ ຈະຖືກນໍາມາຂາຍເພື່ອນໍາເງິນສ່ວນທີ່ໄດ້ຈາກສິ່ງທີ່ບໍ່ໄດ້ໃຊ້ໄປໃຊ້ກັບສິ່ງທີ່ຈໍາເປັນແທ້ໆ. 4. ບໍລິການ Delivery ຈະເປັນທາງເລືອກທີ່ສໍາຄັນຂອງຜູ້ບໍລິໂພກ ເພາະມີຄວາມສະດວກສະບາຍໃນການແລກປ່ຽນຊື້ຂາຍ ເຖິງແມ່ນວ່າຈະເປັນການສັ່ງອາຫານກໍສາມາດເຮັດໄດ້ງ່າຍໆຄືກັບໄປຊື້ເຂົ້າໜ້າເຮືອນເລີຍ. 5. ການຂາຍສິນຄ້າ Online ເປັນທີ່ນິຍົມຫຼາຍຂຶ້ນ ເນື່ອງຈາກການປັັບຕົວຂອງລະບົບຂົນສົ່ງ ເຮັດໃຫ້ທຸລະກິດການຄ້າຂາຍ Online ໄດ້ຜົນປະໂຫຍດຈາກການພັດທະນານີ້ ພ້ອມທັງບໍ່ຕ້ອງອອກໄປສ່ຽງກັບສະຖານະການທີ່ມີຄົນຈໍານວນຫຼາຍອີກດ້ວຍ. 6. ຜູ້ບໍລິໂພກຈະເລືອກໃຊ້ brand ທີ່ມີສ່ວນກ່ຽວຂ້ອງກັບກິດຈະກໍາໃນສັງຄົມ ແລະ ເຮັດເພື່ອຄົນອື່ນ ໃນນີ້ບັນດາ brand ທີ່ມີສ່ວນກ່ຽວຂ້ອງກັບການຊ່ວຍເຫຼຶອຄວາມລໍາບາກ ແລະ ຍື່ນມືເຂົ້າຊ່ວຍເຫຼືອຜູ້ວິກິດຕ່າງໆ ຈະໄດ້ຮັບຄວາມໄວ້ວາງໃຈຈາກຜູ້ຄົນ ແລະ ເປັນທາງເລືອກທີ່ຜູ້ບໍລິໂພກພ້ອມຈະອຸດໜູນ. 7. ທີ່ຢູ່ອາໄສນອກເມືອງຈະເປັນທີ່ສົນໃຈຂອງ “ຜູ້ບໍລິໂພກ” ຫຼາຍຂຶ້ນ ເນື່ອງຈາກຄວາມສະດວກສະບາຍຂອງລະບົບ Online ການອາໄສຢູ່ສະຖານທີ່ທີ່ຊ່ວຍຫຼຸດຜ່ອນເລື່ອງເວລາການເດີນທາງ ຫຼືສະຖານທີ່ທີ່ເໝາະສົມໃນການໃຊ້ຊີວິດໄດ້ສະດວກສະບາຍຫຼາຍຂຶ້ນ ...

Read More »

ມາຮູ້ຈັກກັບ!!! New Normal ຄວາມປົກກະຕິໃນຮູບແບບໃໝ່ຂອງການເຮັດວຽກ ແລະ ການສຶກສາ

1.ລັກສະນະການເຮັດວຽກ “ໄລຍະໄກ”​ ຈະກາຍເປັນຮູບແບບ ການເຮັດວຽກທີ່ປົກກະຕິ ການເຮັດວຽກໄລຍະໄກ ທີ່ຖືກນໍາມາໃຊ້ເພື່ອແກ້ໄຂບັນຫາການເຮັດວຽກຊ່ວງ Covid-19 ເມື່ອຄົນສາມາດປັບຕົວໃຫ້ເຂົ້າກັບການເຮັດວຽກແບບນີ້ໄດ້ແລ້ວ ຈຶ່ງມີວຽກບາງປະເພດທີ່ຫັນມາໃຊ້ການເຮັດວຽກໄລຍະໄກເປັນເລື່ຶອງປົກກະຕິ. 2.ການປະຊຸມ “Online” ຈະເປັນຮູບແບບທີ່ອົງກອນນິຍົມໃຊ້ຫຼາຍຂຶ້ນ ຊ່ວຍຫຼຸດຜ່ອນບັນຫາທົ່ວໄປທີ່ເກີດຈາກການປະຊຸມໄດ້ເຊັ່ນ: ສາມາດຫຼຸດບັນຫາດ້ານຄວາມກົດດັນໃນສະຖານທີ່ປະຊຸມໄດ້ ພ້ອມທັງຍັງຫຼຸດຜ່ອນເລື່ອງຂອງຄວາມບໍ່ສະດວກໃນການເດີນທາງມາສະຖານທີ່ປະຊຸມ ຫຼືການສື່ສານກັບລູກຄ້າໄດ້ດີ. 3.ການເຊົ່າຫ້ອງການໃນໃຈກາງເມືອຈະຫຼຸດລົງ ເນື່ອງຈາກຮູບແບບການເຮັດວຽກທີ່ປ່ຽນໄປ ເຮັດໃຫ້ການເດີນທາງໄປຫ້ອງການ ອາດຈະບໍ່ຈໍາເປັນສະເໝີໄປເພາະສາມາດເຮັດວຽກຢູ່ໃສກໍໄດ້ ສິ່ງເຫຼົ່ານີ້ເປັນສາເຫດໃຫ້ການເຊົ່າຫ້ອງການໃນຕົວເມືອງມີຈໍານວນນ້ອຍລົງ. 4.ຄົນໃນອົງກອນຈະສຶກສາ ແລະ ໃຊ້ງານເຄື່ອງມືໃນການສື່ສານຫຼາຍຂຶ້ນ ໃນສ່ວນນີ້ ຈະເປັນຄວາມຮູ້ສ່ວນສໍາຄັນທີ່ຈະເຮັດໃຫ້ພະນັກງານສາມາດສື່ສານໄດ້ຢ່າງຫຼາກຫຼາຍ ທັງໃນອົງກອນ ແລະ ການຕີິດຕໍ່ກັບລູກຄ້າດ້ວຍເຊັ່ນ: Application ທີ່ໃຊ້ຕິດຕໍ່ສື່ສານ, Function ການໂຄສະນາຂອງ platform ຕ່າງໆ ແລະ ລະບົບໃນການຮວບຮວມຂໍ້ມູນເປັນຕົ້ນ. 5.ຈະມີການເພີ່ມການຮຽນການສອນຄອສ Online ໃຫ້ກັບພະນັກງານຫຼາຍຂຶ້ນ ຈາກທີ່ຜູ້ຄົນມີຄວາມຄຸ້ນເຄີຍ ແລະ ຊ່ຽວຊານກັບການສື່ສານທາງໄກແລ້ວ ການຮຽນຮູ້ທັກສະໃໝ່ໆ ຜ່ານຄອສສອນ “Online” ກໍຈະເປັນສິ່ງທີ່ເພີ່ມຂຶ້ນເຊັ່ນກັນ. 6.ການທົດສອບບາງຮູບແບບກໍຈະມີການໃຊ້ລະບົບ “Online” ຫຼາຍຂຶ້ນ ເຊັ່ນ: ການສອບເສັງຍ່ອຍຂອງມະຫາວິທະຍາໄລ ໃນການເກັບຄະແນນບາງສ່ວນ ແຕ່ການສອບເສັງໃຫຍ່ຍັງໃຊ້ສະຖານທີ່ໂຕຈິງຢູ່. 7.ຈະມີຫຼັກສູດການຮຽນການສອນກັບຄົນຈໍານວນຫຼາຍ ໃນລະບົບ “Online” ຫຼາຍຂຶ້ນ ໃນເມື່ອລະບົບ “Online”  ສາມາດສື່ສານເຖິງກັນໄດ້ຢ່າງມາປະສິດທິພາບຫຼາຍຂຶ້ນ ການຮຽນການສອນເລື່ອງສິດທິຕ່າງໆ ກໍສາມາດໃຊ້ລະບົບ “Online” ໃນການສອນໄດ້. ...

Read More »

ມາຮູ້ຈັກກັບ “Facebook Shops” ບໍລິການຂາຍສິນຄ້າ Online ຮູບແບບໃໝ່

Facebook ໄດ້ເປີດບໍລິການໃໝ່ທີ່ຊື່ວ່າ Facebook Shops ຢ່າງເປັນທາງການແລ້ວ ເຊິ່ງການບໍລິການນີ້ຈະເຮັດໃຫ້ທຸລະກິດທີ່ມີ Facebook Page ສາມາດສ້າງໜ້າຮ້ານຂອງຕົນເອງໃນ Facebook ໄດ້ຟຣີ.  ນອກຈາກນີ້,  ຍັງມີການບໍລິການທີ່ສາມາດເຊື່ອມຕໍ່ກັບ Instagram ເຊິ່ງເຈົ້າຂອງຮ້ານຄ້າສາມາດສົນທະນາກັບລູກຄ້າຜ່ານທາງ Messenger, Instagram Direct ແລະ Whatsapp ໄດ້ຕື່ມອີກ. ການເປີດຕົວບໍລິການໃໝ່ນີ້ມີຄວາມແຕກຕ່າງຈາກ E-Commerce ອື່ນໆແບບໃດ? 1. ຮ້ານຄ້າຕ່າງໆ ບໍ່ຈໍາເປັນຕ້ອງຈ່າຍຄ່າທໍານຽມໃຫ້ Facebook ໂດຍປົກກະຕິແລ້ວການຂາຍເຄື່ອງ Online ໃນ Amazon, Alibaba ແລະ Lazada ເຮົາຕ້ອງຈ່າຍຄ່າທໍານຽມຈໍານວນໜື່ງໃຫ້ກັບເຈົ້າຂອງຮ້ານຢູ່ແລ້ວ ແຕ່ສຳລັບບໍລິການນີ້ Mark Zuckerberg ໝັ່ນໃຈວ່າຄົນທີ່ຈະຂາຍເຄື່ອງໃນ Facebook Shops ຈະຕ້ອງຊື້ໂຄສະນາເພີ່ມຢູ່ແລ້ວ ຈຶ່ງບໍ່ມີການເກັບຄ່າທໍານຽມໃດໆເພີ່ມຈາກການຂາຍເຄື່ອງ 2. Facebook ບໍ່ມີບໍລິການແບບ End-to-End Service ຄືກັບ Amazon  ອະທິບາຍງ່າຍໆຄື ບໍລິການນີ້ໃຫ້ໃຊ້ Facebook Shops ເປັນບ່ອນວາງສະແດງສິນຄ້າເທົ່ານັ້ນ ເລື່ອງຂອງການເກັບເງິນ ແລະ ການສົ່ງສິນຄ້າ ຫຼືຂໍ້ມູນອື່ນໆ Facebook ຈະບໍ່ມີບໍລິການແບບນີ້ໃຫ້ ເຊິ່ງເຈົ້າຂອງຮ້ານຕ້ອງຈັດການເລື່ອງນີ້ດ້ວຍຕົນເອງ. 3. Facebook Shops ມີຂໍ້ດີຄືລູກຄ້າສາມາດໂອ້ລົມສົນທະນາກັບເຈົ້າຂອງຮ້ານຜ່ານທາງ Messenger ໄດ້ໂດຍກົງ ສິ່ງເຫຼົ່ານີ້ ເປັນຂໍ້ໄດ້ປຽບຂອງ Facebook ທີ່ເໜືອກວ່າ E-commerce ອື່ນໆ. 4. ...

Read More »

ການຫັນປ່ຽນຂອງໜັງສືພິມຢູ່ອົດສະຕາລີໃນຍຸກ Digital

Rupert Murdoch ໄດ້ໃຫ້ສໍາພາດໃນໜັງສືພິມທຸລະກິດ ຂອງປະເທດອົດສະຕາລີວ່າໜັງສືພິມຈຳນວນ 100 ກວ່າສະບັບ ຈະຕ້ອງກາຍເປັນຮູບແບບ Digital ເທົ່ານັ້ນ ຫລືອາດຈະສູນຫາຍໄປຈາກສື່ສິ່ງພິມ. ປັດຈຸບັນ ມີໜັງສືພິມພາກພື້ນ ແລະ ທ້ອງຖິ່ນ ພຽງແຕ່ 76 ແຫ່ງເທົ່ານັ້ນ ທີ່ເຜີຍແຜ່ທາງອິນເຕີເນັດ ແລະ ໃນເດືອນໜ້າຈະເພີ່ມຂຶ້ນອີກ 36 ສຳນັກພິມ. News Corp Australia ກ່າວວ່າການປ່ຽນແປງຄັ້ງນີ້ ອາດຈະສົ່ງຜົນໃຫ້ພະນັກງານສູນເສຍວຽກເຮັດງານທຳ, ແຕ່ບໍ່ໄດ້ໝາຍຄວາມວ່າໜັງສືພິມຈະມີບົດບາດໜ້ອຍລົງແຕ່ຢ່າງໃດ.  ເນື່ອງຈາກການແຜ່ລະບາດຂອງ Covid-19 ມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາກອນ ແລະ ການເຜີຍແຜ່ຂໍ້ມູນຂ່າວສານໃນພາກພື້ນ ສົ່ງຜົນໃຫ້ການສ້າງລາຍໄດ້ຈາກການໂຄສະນາ ແລະ ການຂະຫຍາຍຕົວຂອງຂະແໜງສື່ມວນຊົນຂອງປະເທດຊ້າລົງ ບໍລິສັດສື່ມວນຊົນຫຼາຍແຫ່ງໃນປະເທດໄດ້ປິດລົງ ລວມທັງບໍລິສັດ Buzzfeed Australia ແລະ 10 Daily, ເຊິ່ງເປັນເວັບໄຊທ໌ຂ່າວ TencomCBS ທີ່ເປັນເຈົ້າຂອງສະຖານີອອກອາກາດເຄືອຂ່າຍ TencomCBS. ໃນຕົ້ນປີນີ້, ສຳນັກຂ່າວໃນປະເທດອົດສະຕາລີ ທີ່ເປັນສ່ວນໜຶ່ງຂອງ News Corp ໄດ້ປິດສຳນັກຂ່າວລົງຫລັງຈາກເປີດໂຕມາໄດ້ 85 ປີ. ດັ່ງນັ້ນ, ເພື່ອປະຕິບັດຕາມແນວໂນ້ມທີ່ປ່ຽນແປງ ທາງສຳນັກພິມ News Corp Australia ກໍໄດ້ປັບຮູບແບບຂອງໜັງສືພິມເພື່ອສຸມໃສ່ຜູ້ບໍລິໂພກສື່ ແລະ ...

Read More »

ເຈາະເລິກ “Kylie Jenner” ຖືກຖອນຊື່ອອກຈາກການເປັນມະຫາເສດຖີລະດັບໂລກ…

 ວາລະສານ Forbes ໄດ້ປະກາດໃຫ້ Kylie Jenner  ລູກຄົນສຸດທ້າຍຂອງຕະກຸນ  Kardashian-Jenners ນັກທຸລະກິດຍິງທີ່ອາຍຸນ້ອຍທີ່ສຸດ ກາຍເປັນມະຫາເສດຖີລະດັບໂລກ  ໃນເດືອນມັງກອນ 2019 ທີ່ຜ່ານມາ.   Kylie Jenner ກຳລັງເປັນກະແສໃນວົງການເສດຖະກິດລະດັບໂລກ  ເນື່ອງຈາກການເຕີບໂຕທາງດ້ານທຸລະກິດເຄື່ອງສຳອາງຂອງ Kylie Jenner ທີ່ມີຜົນກຳໄລສູງ ຈາກການຂາຍເຄື່ອງສໍາອາງໃຫ້ກັບ ບໍລິສັດຍັກໃຫຍ່ຢ່າງ Coty ເຊິ່ງມີມູນຄ່າປະມານ 1.2 ພັນລ້ານໂດລາສະຫະລັດ ໃນເດືອນມັງກອນ 2020 ທີ່ຜ່ານມາ. Kylie Jenner ມີຜະລິດຕະພັນໃໝ່ ຫຼາຍຜະລິດຕະພັນ ແລະ ມີຊື່ສຽງເພີ່ມຂື້ນທາງດ້ານອຸດສະຫະກຳເຄື່ອງສຳອາງ, ຜູ້ບໍລິໂພກດ້ານຄວາມງາມໄດ້ໃຫ້ຄວາມນິຍົມທຸລະກິດຂອງ Kylie Jenner ເພາະເປັນແບຣນເຄື່ອງສໍາອາງທີ່ສະໜອງຄວາມຕ້ອງການຂອງຄົນສະໄໝໃໝ່. Kylie Jenner ໄດ້ເລີ່ມບອກໃຫ້ຮູ້ວ່າ ຕົນເອງມີລາຍໄດ້ມູນຄ່າຫຼາຍກວ່າ 400 ລ້ານໂດລາສະຫະລັດ ໃນ 18 ເດືອນທຳອິດຂອງທຸລະກິດເຄື່ອງສຳອາງ. ໃນລະຫວ່າງການປະຊຸມຢູ່ທີ່ Hidden Hills California ວາລະສານ Forbes ໄດ້ສະແດງໃຫ້ເຫັນເຖິງການເສຍພາສີຂອງ Kylie Jenner ທີ່ມີມູນຄ່າປະມານ 307 ລ້ານໂດລາສະຫະລັດ ໃນປີ 2016. ເຊິ່ງລາຍໄດ້ສ່ວນບຸກຄົນແມ່ນຫຼາຍກວ່າ 110 ລ້ານໂດລາສະຫະລັດ, ສະແດງໃຫ້ເຫັນວ່າ ເອກະສານດັ່ງກ່າວແມ່ນລາຍງານເກີນຄວາມເປັນຈິງ ເພາະເລື່ອງທີ່ເວົ້າວ່າຍີ່ຫໍ້ Kylie ເຄື່ອງສຳອາງທາງການຄ້າໄດ້ເພີ່ມຂຶ້ນຈາກ 300 ລ້ານໂດລາສະຫະລັດໃນການຂາຍໃນໜຶ່ງປີ.  ສຳນັກຂ່າວຕ່າງປະເທດຍັງໄດ້ລາຍງານຕື່ມວ່າ ທຸລະກິດຂອງ Kylie Jenner ມີຂະໜາດນ້ອຍ ແລະ ມີຜົນກໍາໄລໜ້ອຍກວ່າທີ່ຈະເປັນຜູ້ນໍາທາງດ້ານອຸດສາຫະກໍາເຄື່ອງສໍາອາງ. ...

Read More »

ຍັກໃຫຍ່ລະດັບໂຕໂຢຕ້າ ຍັງໄດ້ກູ້ເງິນ 9.2 ຕື້ໂດລາ ຮັບມືກັບໂຄວິດ-19…

ກຸ່ມບໍລິສັດລົດຍົນໂຕໂຢຕາໄດ້ຂໍກູ້ເງິນຈາກ 2 ທະນາຄານໃຫຍ່ຄື SMBC ແລະ MUFG ຈໍານວນ 1.000 ຕື້ເຢັນ ຫຼືວ່າ ປະມານ 9.2 ຕື້ໂດລາສາຫະລັດ ເພື່ອເພີ່ມເງິນທຶນໜູນວຽນ ເຊິ່ງເປັນສັນຍານຮ້າຍແຮງຂອງຜົນກະທົບໂຄວິດຕໍ່ກັບເສດຖະກິດໂລກຕໍ່ກັບບໍລິສັດລົດຍົນອັນດັບ 2 ຂອງໂລກ. ບໍລິສັດໂຕໂຢຕາໄດ້ຢຸດ 7 ສາຍການຜະລິດຊົ່ວຄາວໃນ 5 ໂຮງງານພາຍໃນປະເທດນັບແຕ່ວັນທີ 3 ເມສາເປັນຕົ້ນມາ. ພ້ອມດຽວກັນນັ້ນ, ກໍຍັງມີການຢຸດການເຄື່ອນໄຫວຂອງຫຼາຍໂຮງງານແບບຊົ່ວຄາວຢູ່ອາເມລິກາ ແລະ ເອີຣົບ ແລະ ກໍພົບພາວະຍອດຂາຍຕົກຕໍ່າຢ່າງຮຸນແຮງຢູ່ຈີນນັບແຕ່ເລີ່ມມີການລະບາດ. ເຖິງຢ່າງໃດກໍຕາມ, ຖານະການເງິນຂອງບໍລິສັດໂຕໂຢຕາຍັງຄົງໝັ້ນທ່ຽງ, ເຊິ່ງບໍລິສັດຍັງມີຍອດເງິນສົດ ແລະ ເງິນຝາກສູງເຖິງ 5.200 ຕື້ເຢັນ ຫຼືວ່າ ປະມານ 46 ຕື້ໂດລາສາຫະລັດ. ແຕ່ວ່າ ບໍລິສັດຕ້ອງການແນໃສ່ເພີ່ມເງິນສົດໃນມື ເພື່ອສາມາດຕອບໂຕ້ ຫາກມີສະພາບແຜ່ລະບາດທີ່ແກ່ຍາວ ຫຼື ຮຸນແຮງຈົນເຖິງຂັ້ນຕ້ອງໄດ້ປິດຫຼາຍໂຮງງານຢູ່ໃນໂລກ. ຂຽນໂດຍ: ອັດສະວິນ ArtSaWin ແຫຼ່ງຂ່າວ: The Japan Times

Read More »

ໃນຂະນະ​ທີ່ຫຼາຍໂຮງແຮມທົ່ວໂລກກຳລັງຈະເຈັ້ງ!!! ແຕ່ບໍລິສັດ​ Apple​ ຈະສ້າງໂຮງແຮມໃໝ່ ຮອງຮັບທຸລະກິດຕົນເອງ​

ຕໍ່ເນື່ອງກັບສະຖານະການໂຄວິດ-19 ທີ່ແຜ່ລະບາດໄປທົ່ວໂລກ ເຊິ່ງສົ່ງຜົນເຮັດໃຫ້ຫົວໜ່ວຍທຸລະກິດທຸກຂະໜາດໄດ້ຮັບຜົນກະທົບຫຼາຍຢ່າງ ແລະ ຫຼາຍໆກິດຈະການໄດ້ ຢຸດດຳເນີນຊົ່ວຄາວ ລວມໄປເຖິງຂະແໜງການບໍລິການຕ່າງໆ ໂດຍສະເພາະແມ່ນໂຮງແຮມຫຼາຍແຫ່ງທົ່ວໂລກກໍໄດ້ຮັບຜົນກະທົບຢ່າງໜັກເຊັ່ນດຽວກັນ ເນື່ອງມາຈາກບໍ່ມີລູກຄ້າເຂົ້າມາໃຊ້ບໍລິການ. ແຕ່ໃນຂະນະດຽວກັນນັ້ນ, ບໍລິສັດ​ Apple​ ໄດ້ພິກວິກິດໃຫ້ເປັນໂອກາດ ໂດຍຈະສ້າງໂຮງແຮມໃໝ່ ຮອງຮັບສໍາລັບທຸລະກິດຕົນເອງ. ​ໂດຍໂຮງແຮມດັ່ງກ່າວມີ 6 ຕຶກອາຄານ, ສ້າງຂຶ້ນເພື່ອຮອງຮັບ ແລະ ອໍານວຍຄວາມສະດວກໃຫ້ແກ່ພະນັກງານ ແລະ ແຂກຄົນຂອງ ບໍລິສັດ​ Apple​  ພັກເຊົາເວລາເດີນທາງໄປຝຶກອົບຮົມ ແລະ ເຮັດວຽກຕ່າງໆຢູ່ທີ່ Austin.  ແຜນການສ້າງໂຮງແຮມດັ່ງກ່າວ,  ຄາດວ່າຈະສ້າງສໍາເລັດພາຍໃນປີ 2022 ແລະ  ສາມາດຮັບຮອງພະນັກງານໄດ້ເຖິງ 15,000 ຄົນ . ແຫຼ່ງຂໍ້ມູນ: https://www.macrumors.com/2020/05/20/apple-austin-campus-hotel/  

Read More »