ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາຊົນຈີນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນ ຈີນ ຄັ້ງທີ 1 (China International Import – Expo), ຊຶ່ງຈັດຂຶ້ນໃນລະຫວ່າງ ວັນທີ 5-10 ພະຈິກ 2018 ທີ່ ນະຄອນຊຽງໄຮ້, ສປ ຈີນ. ໃນວັນທີ 4 ພະຈິກ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ, ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງ ຕໍ່ການເຊື້ອເຊີນຄະນະຜູແທນ ສປປ ລາວ ...
Read More »ຂ່າວ ຕ່າງປະເທດ
ອັງກິດ ເປີດຫ້ອງການສະຖານທູດປະຈໍາອາຊຽນທີ່ຈາກາຕາ
ທ່ານ Jeremy Hunt, ລັດຖະມົນຕີ ກະຊວງການຕ່າງປະເທດ ອັງກິດ ໄດ້ປະກາດກ່ຽວກັບແຜນຂອງອັງກິດທີ່ເປີດຫ້ອງການສະຖານທູດ ປະຈໍາອາຊຽນແຫ່ງໃໝ່ ເມື່ອບໍ່ດົນຜ່ານມານີ້. ທ່ານລັດຖະມົນຕີ ໄດ້ເນັ້ນກ່ຽວກັບສັນຍານທີ່ເຂັ້ມແຂງໃນການເປັນຄູ່ຮ່ວມທີ່ເຕັມໄປດ້ວຍຄວາມຝັນກັບອາຊຽນ, ເຊິ່ງໄດ້ຮັບການສ້າງຕັ້ງຂື້ນບົນພື້ນຖານການແລກປ່ຽນທາງດ້ານຜົນປະໂຫຍດ ແລະ ເປົ້າໝາຍຮ່ວມກັນ ເປັນຕົ້ນແມ່ນຂະແໜງຄວາມໝັ້ນຄົງ, ການຄ້າ ແລະ ຄວາມອຸດົມຮັ່ງມີ. ຫ້ອງການສະຖານທູດໃໝ່ນີ້ແມ່ນຈະໄດ້ຮັບການນໍາພາໂດຍເອກອັັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ຣາຊະອານາຈັກອັງກິດ ແລະ ອຽກລັງເໜືອຄົນໃໝ່ປະຈໍາອາຊຽນ ແລະ ຈະຕັ້ງຢູ່ສະຖານທູດອັງກິດທີ່ນະຄອນຫຼວງຈາກາຕ້າ, ປະເທດອິນໂດເນເຊຍ. ທ່ານທູດຄົນໃໝ່ ແລະ ທີມງານຈະເຮັດວຽກຢ່າງໃກ້ຊິດກັບເລຂາທິການອາຊຽນ ແລະ 10 ປະເທດສະມາຊິກອາຊຽນໃນການສ້າງຄູ່ຮ່ວມລະຫ່ວາງອັງກິດ ແລະ ອາຊຽນ. ອັງກິດ ແມ່ນເປັນປະເທດສົ່ງອອກຫຼັກຂອງອາຊຽນ ແລະ ເປັນທີ່ຕັ້ງຂອງບັນດາສະຖາບັນການເງິນຊັ້ນນໍາຂອງໂລກ ແລະ ການບໍລິການດ້ານອາຊີບຕ່າງໆ ທີ່ສາມາດຕອບສະໜອງດ້ານຄວາມຕ້ອງການດ້ານການເງິນຂອງອາຊຽນ. ທ່ານ Hugh Evans, ເອກອັັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ຣາຊະອານາຈັກອັງກິດ ແລະ ອຽກລັງເໜືອໄດ້ເນັ້ນວ່າ: “ ການປະກາດດັ່ງກ່າວນີ້ແມ່ນເປັນຂີດໝາຍທີ່ສໍາຄັນດ້ານນະໂຍບາຍຂອງອັງກິດທີ່ມີຕໍ່ ທຸກໆປະເທດສະມາຊິກອາຊຽນ ເຊິ່ງໄດ້ຮັບການເຕີບໃຫ່ຍຂະຫຍາຍຕົວເທື່ອລະກ້າວໃນຊຸມປີທີ່ຜ່ານມາ. ສາຍພົວພັນ ລະຫ່ວາງ ອັງກິດ ແລະ ສປປ ...
Read More »ຍຸດທະສາດໃໝ່!!! ຂອງ Brand ດັງລະດັບໂລກ ທີ່ຈະມັດໃຈລູກຄ້າ
H&M ປະກາດໃຊ້ຖົງເຈ້ຍ ແທນຖົງຢາງພາສ໌ຕິກ H&M ເປັນແບຣນຜູ້ຄ້າຍ່ອຍລາຍລ່າສຸດທີ່ປະກາດສົງຄາມກັບພາສ໌ຕິກ ດ້ວຍການໃຊ້ຖົງເຈ້ຍແທນການໃຊ້ຖົງຢາງພາສ໌ຕິກເປັນທີ່ຮຽບແລ້ວ. ໃນຖາມກາງບັນຫາໂລກຮ້ອນ ແລະ ຖົງຢາງພາສ໌ຕິກລົ້ນໂລກ ເຮັດໃຫ້ແບຣນໃຫຍ່ໆຂອງໂລກເລີ່ມຕື່ນຕົວຕໍ່ບັນຫານີ້ທີ່ສຸດ, ໄດ້ມີການປັບຕົວ ແລະ ໄດ້ປະກາດນະໂຍບາຍໃນການຫຼຸດໃຊ້ພາສ໌ຕິກບໍ່ວ່າຈະເປັນທໍ່ດູດພາສ໌ຕິກ ແລະ ຖົງຢາງພາສ໌ຕິກ ເພື່ອເປັນມິດຕໍ່ສິ່ງແວດລ້ອມຫຼາຍຂຶ້ນ ແລະ ອີກຢ່າງໜຶ່ງກໍຄືການສ້າງຍຸດທະສາດ ເຮັດໃຫ້ພາບລັກຂອງແບຣນນັ້ນໆດີຂຶ້ນ. ລ່າສຸດ H&M ແບຣນ Fast Fashion ຊື່ດັງໄດ້ປະກາດແຜນວ່າຈະຍົກເລິກໃຊ້ຖົງຢາງພາສ໌ຕິກໃຫ້ໝົດ ແລ້ວປ່ຽນມາໃຊ້ຖົງເຈ້ຍແທນ. ໂດຍແຜນການນີ້ແມ່ນເລີ່ມຕັ້ງແຕ່ມື້ນີ້ ວັນທີ 29 ຕຸລາ 2018 ແລະ ຈະຂະຫຍາຍໄປທຸກສາຂາທົ່ວໂລກໃຫ້ສຳເລັດໃນຕົ້ນເດືອນທັນວາ 2018 ນີ້. ທາງ H&M ກ່າວວ່າ: ການຫັນປ່ຽນມາໃຊ້ຖົງເຈ້ຍນັ້ນ ກໍເພື່ອຕ້ອງການສ້າງຄວາມປ່ຽນແປງໃນອຸດສາຫະກຳແຟຊັນ ຄາດວ່າຈະສາມາດສ້າງແຮງກະຕຸ້ນໃນການຂາຍໄດ້ຢ່າງດີອີກ ເພາະເທຣນການຮັກໂລກຮັກສາສິ່ງແວດລ້ອມກຳລັງມາແຮງ ແລະ ເຮັດໃຫ້ສັງຄົມມາຄິດໃນເລື່ອງນີ້ຫຼາຍຂຶ້ນອີກ. ກ່ອນໜ້ານີ້ H&M ແມ່ນໄດ້ເກັບເງິນເພີ່ມຕື່ມເລັກໜ້ອຍ ເມື່ອລູກຄ້າຕ້ອງການຖົງຢາງພາສ໌ຕິກ ໄດ້ເລີ່ມເຮັດກິດຈະກຳນີ້ຕັ້ງແຕ່ປີ 2015 ມາ ແລ້ວນຳເງິນທີ່ໄດ້ນັ້ນໄປບໍລິຈາກເພື່ອການກຸສົນ ໂດຍປັດຈຸບັນ ອົງການ Unicef ໄດ້ຮັບເງິນຈາກ H&M ແລ້ວທັງໝົດຫຼາຍກວ່າ 1.9 ລ້ານໂດລາ. By Ratirita
Read More »ສະພາແຫ່ງຊາດຫວຽດນາມ ລົງມະຕິເປັນເອກະສັນຮັບຮອງເອົາການແຕ່ງຕັ້ງປະທານປະເທດຄົນໃໝ່
ສຳນັກຂ່າວສານຫວຽດນາມ ລາຍງານໃນວັນທີ 23 ຕຸລາ 2018 ວ່າ: ກອງປະຊຸມສະພາແຫ່ງຊາດຫວຽດນາມ ໄດ້ລົງມະຕິເປັນເອກະສັນ ດ້ວຍຄະແນນສຽງ 99,8 % ຮັບຮອງເອົາ ການແຕ່ງຕັ້ງ ທ່ານ ຫງວຽນ ຟູ ຈ໋ອງ (Nguyen Phu Trong) ກຳມະການກົມການເມືອງສູນກາງພັກ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ດຳລົງຕຳແໜ່ງປະທານປະເທດຄົນໃໝ່, ພາຍຫຼັງທີ່ທ່ານ ເຈິນ ດ໋າຍ ກວາງ ເຖິງແກ່ມໍລະນະກຳ ໃນວັນທີ 21 ກັນຍາ ຜ່ານມາ. ຂໍ້ມູນຈາກ:ຂປລ.
Read More »YouTube ເປີດໃຫ້ເຈົ້າຂອງຄຼິບ ເລືອກໃສ່ໂຄສະນາ “ຫ້າມກົດຂ້າມ” ໄດ້ແລ້ວ
ແຕ່ກ່ອນນັ້ນ ໂຄສະນາໃນ Youtube “ກົດຂ້າມບໍ່ໄດ້” ຈະມີໃຫ້ສະເພາະບໍລິສັດ ຫຼື ແບຣນລະດັບ Partner ແຕ່ຕໍ່ຈາກນີ້ໄປຈະເປີດກວ້າງໃຫ້ເຈົ້າຂອງຄຼິບ ໄດ້ເລືອກ ວ່າ ເຈົ້າຂອງຄຼິບ ຕ້ອງການໂຄສະນາແບບໃດ ໃນຄຼິບຂອງຕົນເອງ ໄດ້ແລ້ວ. ແຕ່ກ່ອນນັ້ນໂຄສະນາໃນ Youtube ມັກຈະຖືກຜູ້ຊົມກົດຂ້າມຜ່ານຕະຫຼອດ ແຕ່ຈະຂ້າມໄດ້ກໍເມື່ອ ໂຄສະນາຜ່ານໄປແລ້ວ 5 ວິນາທີ ຈາກນັ້ນ Youtube ກໍຈະເພີ່ມໂຄສະນາທີ່ ກົດຂ້າມບໍ່ໄດ້ ແຕ່ມີໃຫ້ສະເພາະບໍລິສັດ ຫຼື ແບຣນສິນຄ້າລະດັບ “partner” ເທົ່ານັ້ນ ທີ່ຈະສາມາດລົງໂຄສະນາທີ່ບໍ່ສາມາດກົດຂ້າມໄດ້. ຫຼ້າສຸດ ຕໍ່ຈາກນີ້ໄປ ຈະເປີດກວ້າງໃຫ້ເຈົ້າຂອງຄຼິບ ຫຼື ຜູ້ຜະລິດລາຍການຕ່າງໆ ສາມາດເລືອກໂຄສະນາໃນຄຼິບຕົນເອງໄດ້ແລ້ວຄື: ໂຄສະນາທີ່ສາມາດກົດຂ້າມໄດ້ ແລະ ໂຄສະນາກົດຂ້າມບໍ່ໄດ້. ການລົງໂຄສະນາແບບ ຫ້າມກົດ Skip ນີ້ ຝ່າຍຜູ້ລົງໂຄສະນາແມ່ນຕ້ອງໄດ້ຈ່າຍຄ່າລົງທີ່ແພງກວ່າແບບທົ່ວໆໄປກໍຄືກົດຂ້າມໄດ້ ຢູ່ແລ້ວ ແລະ ກໍຈະເຮັດໃຫ້ເຈົ້າຂອງຄຼິບນັ້ນໄດ້ສ່ວນແບ່ງລາຍໄດ້ຂອງຄ່າໂຄສະນາຫຼາຍຂຶ້ນນຳອີກ (ແຕ່ຜູ້ຊົມແບບເຮົາໆກໍຕ້ອງໄດ້ອົດທົນໃນການເບິ່ງໂຄສະນາໃຫ້ຈົບ) ເຖິງຢ່າງໄດ້ກໍຕາມ ໂຄສະນາແບບນີ້ແມ່ນມີກຳນົດບໍ່ໃຫ້ຍາວເກີນ 15 ນາທີ).
Read More »“ໂດຣນ” (Drones) ກັບຄຸນປະໂຫຍດຫຼາກຫຼາຍ ທີ່ຊ່ວຍເຫຼືອການພັດທະນາປະເທດ
ຈາກການສໍາຫຼວດ ແລະ ຈັດອັນດັບ “Trend Technology” ໃນປີ 2018 ທີ່ຈະເຂົ້າມາຮອງຮັບສັງຄົມ, ທຸລະກິດ ຫຼື ເສດຖະກິດໃນຍຸກ Digital ບໍ່ວ່າຈະເປັນຜົນການສໍາຫຼວດຂອງ Prince water house Coopers ໜຶ່ງໃນ 4 ບໍລິສັດກວດສອບບັນຊີທີ່ໃຫຍ່ທີ່ສຸດໃນໂລກ ໄດ້ເປີດເຜີຍຜົນການສໍາຫຼວດ TBM: Tech Breakthroughs Megatrend ຈາກ Technology ຫຼາຍກວ່າ 150 ແບບທົ່ວໂລກ ໃຫ້ເຫຼືອພຽງ 8 ແບບ ແລະ ໃນນັ້ນກໍມີ Technology ທີ່ຊື່ວ່າ “ໂດຣນ” (Drones) ທີ່ຕິດ 1 ໃນ 8 ອັນດັບ ທີ່ໄດ້ຮັບເລືອກໃຫ້ເປັນສິ່ງສໍາຄັນໃນການພັດທະນາເສດຖະກິດຍຸກໃໝ່… “ໂດຣນ” (Drones) ເປັນໜຶ່ງໃນເຕັກໂນໂລຊີການບິນ ທີ່ໄດ້ຮັບການພັດທະນາໃຫ້ມີຄວາມສາມາດຂອງການບິນ ຫຼາຍລະດັບດ້ວຍລະບົບອັດຕະໂນມັດ ເຮັດໃຫ້ໂດຣນເຂົ້າມາແທນທີ່ ໃນການບິນຫຼາກຫຼາຍລະບົບ ທັງໃຫຍ່ ແລະ ນ້ອຍເຊັ່ນ: ຍານອາກາດໄຮ້ຄົນຂັບ (Unmanned Aerial vehicle: UAVs) ...
Read More »