ຂ່າວ ຕ່າງປະເທດ

ຈີນ ເລີ່ມໃຊ້ໃບຮັບຮອງດ້ານສຸຂະພາບສຳລັບນັກທ່ອງທ່ຽວ

ຕາມ​ຂ່າວ​ຈາກ ​ປັກ​ກິ່ງ,ວັນ​ທີ 9 ​ມີນາທີ່ຜ່ານມາ,ຈີນ​ ເລີ່​ມ​​ໂຄງການ​ ອອກ​ໃບຮັບ​ຮອງ ​ດ້ານ​ສຸຂະພາບ(Virus passport) ສຳລັບ​ ນັກ​ທ່ອງ​ທ່ຽວ ຊາວ​ຈີນ ທີ່​ມີ​ແຜນການ​ເດີນທາງ ຂ້າມ​ຊາຍ​ແດນ ​ໂດຍ​ຈະ​ຮ່ວມ​ມືກັບ ປະ​ເທດ​ອື່ນໆ ທີ່​ໃຊ້​ເອກະສານ​ ຮັບຮອງ​ ສຸຂະພາບ ​ໃນ​ລັກສະນະ​ ດຽວ​ກັນ ​ເພື່ອ​ກັບ​ມາ​ ເປີດ​ເສດຖະກິດ​ ໃຫ້​ເດີນ​ໜ້າ ​ຕໍ່​ໄປ​ອີກ​ຄັ້ງ. ສຳລັບ​ການ​ອອກ​ໃບຮັບ​ຮອງ ​ສຸຂະພາບ ​ຂອງ​ພົນລະ​ເມືອງ​ຈີນ ຈະ​ເປັນ​ຮູບ​ແບບ ດີ​ຈີ​ຕອລ ເພື່ອ​ສະ​ແດງ ສະຖານະ​ການ​ສັກ​ວັກ​ຊິນ ​ປ້ອງ​ກັນ ​ໂຄ​ວິດ-19 ​ແລະ ຜົນ​ການກວດ ​ຫາ​ເຊື້ອ​ໂຄ​ວິດ- 19 ຂອງ​ຜູ້​ໃຊ້​ງານ​ ຜ່ານ​ໂປຣ​ແກມ ທາງ​ວີ​ແຊດ(WeChat) ແຫຼ່ງທີ່ມາ: ຂປລ.

Read More »

ຫຸ່ນຍົນສຳຫລວດດາວອັງຄານ ເລີ່ມປະຕິບັດໜ້າທີ່ແລ້ວ!!!

ຕາມ​ຂ່າວ​ຈາກ​ ວໍ​ຊີງ​ຕັນ,​​ເມື່ອ​ບໍ່​ດົນ​ມາ​ນີ້, ອົງການ​ ບໍລິຫານ ​ການບິນ ​ແລະ ອາ​ວະ​ກາດ ​ແຫ່ງ​ສ.ອາ​ເມ​ລິ​ກາ(ນາ​ຊາ)​ເປິ​ດ​ເຜີຍ​ວ່າ:ຫຸ່ນ​ຍົນ​​ສຳຫລວດ ດາວ​ອັງຄານ ​ເພີ​ຊີ​ເວ​ຍ​ແລນ(Percivalance) ​ພວມ​ປະຕິບັດ​ໜ້າ​ທີ່ ​ເທິງ​ພື້ນ​ຜີວ ​ດາວ​ອັງຄານ ​ເປັນຄັ້ງທຳ​ອິດ. ຫຸ່ນ​ຍົນສຳ​ຫລວດ​ນີ້ ມີ​ນ້ຳໜັກ​ ປະມານ 1​ໂຕນ ​ເຄື່ອນ​ຕົວ​ພ້ອມ​ລໍ້​ທັງ 6 ​ໄປ​ໄດ້​​ໄກ ​ເປັນ​​ໄລຍະ​ທາງ 6,5 ​ແມັດ ​ເຊິ່ງ​ເປັນ​ການ​ເຄື່ອນ​ທີ່​ ໄປ​ຂ້າງ​ໜ້າ 4 ​ແມັດ ຫລັງ​ຈາກ​ນັ້ນ ຫັກ​ລ້ຽວ 150 ອົງສາ ​ໄປ​ທາງ​ຊ້າຍ ​ແລ້ວ​ເຄື່ອນ​ຖອຍຫລັງ​ອີກ 2,5 ​ແມັດ ການ​ທົດ​ລອງ​ ດັ່ງກ່າວ ​ໃຊ້​ເວລາ​ປະມານ 30ນາທີ. ຫຸ່ນ​ຍົນ​ດັ່ງກ່າວ ມີ​ກຳນົດ ​ປະຕິບັດ​ໜ້າ​ທີ່ ​ເທິງ​ດາວ​ອັງຄານ ​ເປັນ​ເວລາ 2 ປີ ​ເພື່ອ​ເກັບ​ຕົວຢ່າງ​ດິນ ​ແລະ ຫີນ ​​ໂດຍ​ໃນ​ລະຫວ່າງ​ປີ 2026 ຫາ 2028 ນາ​ຊາ​ ມີ​ແຜນ​ສົ່ງ​ຍານ ​ເກັບ​ຕົວຢ່າງ ​​ເດີນທາງ​ໄປ​ຍັງ​ ດາວ​ອັງຄານ ​ເພື່ອ​ຕິດຕາມ​ຍານ ...

Read More »

ເຢຍລະມັນ ເຕືອນຄວາມສະເໝີພາບ ຍິງ-ຊາຍ ນັບມື້ຫຼຸດລົງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມບົດລາຍງານສະບັບຫຼ້າສຸດຂອງເອີຣົບ ກ່ຽວກັບຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ, ໂຣກລະບາດໂຄວິດ – 19 ໄດ້ເຮັດໃຫ້ສະພາບຂາດຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ໃນຊີວິດການເປັນຢູ່ເກືອບທັງໝົດ ນັບມື້ຮ້າຍແຮງຂຶ້ນຕື່ມໃນບັນດາຂົງເຂດ. ຂ່າວລະບຸວ່າ: ພະຍາດລະບາດໂຄວິດ – 19 ມີຄວາມສ່ຽງເຮັດໃຫ້ບັນດາຄວາມກ້າວໜ້າທີ່ບັນລຸໄດ້ກ່ຽວກັບຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ຖືກກະທົບໜັກ ຊຶ່ງເຫດຜົນ ແມ່ນຍ້ອນແມ່ຍິງຮັບປະກັນວຽກງານເບິ່ງແຍງດູແລເດັກນ້ອຍ ໃນກໍລະນີຖືກປິດລ້ອມ ແລະ ຕ້ອງເຮັດວຽກງານທີ່ມີຄວາມສ່ຽງຫຼາຍຢ່າງ. ນີ້ແມ່ນຄຳກ່າວເຕືອນຂອງທ່ານ ນາງ ແອງເຈລາ ເມີແຄວ ນາຍົກລັດຖະມົນຕີ ເຢຍລະມັນ ທີ່ໄດ້ຍົກອອກມາໃນວັນທີ 6 ມີນາຜ່ານມາ, ໃນສານສະບັບໜຶ່ງ ເນື່ອງໃນໂອກາດວັນແມ່ຍິງສາກົນ 8 ມີນາ. ທ່ານ ນາງ ເມີແຄວ ຊີ້ອອກວ່າ: ບັນດາປະເທດ ຕ້ອງມີການກະທຳຕົງຈິງໃນການກໍາຈັດໂຣກລະບາດ ບໍ່ເຮັດໃຫ້ໂລກກັບຄືນສູ່ສະພາບການຂາດຄວາມສະເໝີພາບ ລະຫວ່າງ ຍິງ – ຊາຍ ຄືເມື່ອກ່ອນ. ທ່ານນາງ ເມີແຄວ ເນັ້ນໜັກວ່າ: ວິກິດການດ້ານສາທາລະນະສຸກ ໄດ້ກໍ່ຜົນກກະທົບຕໍ່ແມ່ຍິງຢ່າງບໍ່ມີຄວາມຍຸຕິທຳ. ຕາມບົດລາຍງານສະບັບຫຼ້າສຸດຂອງ ເອີຣົບ ກ່ຽວກັບຄວາມສະເໝີພາບ ລະຫວ່າງ ...

Read More »

ອາຊຽນ ເພີ່ມການຮ່ວມມືດ້ານເສດຖະກິດ

ຕາມ​ຂ່າວ​ຈາກ​ ຫວຽດນາມ(VOVWORLD)​ເມື່ອ​ບໍ່​ດົນ​ມາ​ນີ້, ກອງປະຊຸມ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 27 (AEM Retreat 27) ໄດ້ຈັດ​ຂຶ້ນ​ ຕາມ​ຮູບ​ການ ອອນລາຍ. ​ໃນໂອກາດນີ້ ບັນດາ ລັດຖະມົນຕີ ເສດຖະກິດ ອາຊຽນ ໄດ້ຮັບຮອງເອົາ 12 ຄາດໝາຍ ເສດຖະກິດ ບຸລິມະສິດຂອງ ບຣູໄນ ໃນປີ ປະທານ ອາຊຽນ 2021 ສຸມໃສ່ ການຟື້ນຟູ, ການຫັນເປັນ ດີຈີຕອນ ແລະ ລັກສະນະ​ ແບບຍືນຍົງ ພ້ອມ​ທັງ ຢັ້ງຢືນຄືນ ຄຳໝັ້ນສັນຍາ ມານະພະຍາຍາມ ໃຫ້ສັດຕະຍາ ບັນສັນຍາ ຄູ່ຮ່ວມມື ເສດຖະກິດ ຮອບດ້ານ ພາກພື້ນ (RCEP) ຢູ່ພາຍໃນປະເທດ ເພື່ອແນໃສ່ ຮັບປະກັນ ເລື່ອງບັນດາ ວິສາຫະກິດ ແລະ ປະຊາຊົນ ອາດຈະໄດ້ຊົມໃຊ້ ຜົນປະໂຫຍດ ຈາກສັນຍານີ້.ນອກ​ນີ້ ກອງປະຊຸມ, ບັນດາ ລັດຖະມົນຕີ ...

Read More »

ອາເມຣິກາ ຊຸກຍູ້ສະພາສູງຮັບຮອງເງິນຊ່ວຍກູ້ 1.900 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ທ້າຍເດືອນກຸມພາຜ່ານມາ, ທ່ານ ໂຈ ໄບເດັນ ປະທານາທິບໍດີ ອາເມຣິກາ ໄດ້ຊົມເຊີຍສະພາຕ່ຳອາເມຣິກາ ໄດ້ຮັບຮອງເອົາບ້ວງເງິນຊ່ວຍກູ້ໂຣກລະບາດ ໂຄວິດ-19 ທີ່ມີມູນຄ່າ 1.900 ຕື້ໂດລາ, ພ້ອມທັງກະຕຸກຊຸກຍູ້ສະພາສູງ ຈົ່ງມີບາດກ້າວເດີນເຊັ່ນດຽວກັນ.ຂ່າວລະບຸວ່າ: ກ່າວຄຳເຫັນຕໍ່ນັກຂ່າວຢູ່ທຳນຽມຂາວ, ທ່ານ ໂຈ ໄບເດັນ ໄດ້ເນັ້ນໜັກວ່າ: ບ້ວງເງິນຊ່ວຍກູ້ຄວນໄດ້ຮັບການຮັບຮອງໂດຍໄວ. ບ້ວງເງິນຊ່ວຍໜູນດ້ານເສດຖະກິດຂອງອຳນາດການປົກຄອງປະທານະທິບໍດີ ມີຂອບຂະໜາດໃຫຍ່ທົບສອງເທົ່າ ເມື່ອທຽບໃສ່ບ້ວງເງິນຊ່ວຍໜູນ ຊຶ່ງສະພາແຫ່ງຊາດອາເມຣິກາ ໄດ້ຮັບຮອງເອົາເມື່ອປີ 2020, ພາຍຫຼັງດຳເນີນການເຈລະຈາ ລະຫວ່າງ ພັກປະຊາທິປະໄຕ ແລະ ພັກສາທາລະນະເປັນເວລາຫຼາຍເດືອນ.

Read More »

ທ່ານ ນາງ ແອວວີລາ ຮັບຕຳແໜ່ງ WTO ຢ່າງເປັນທາງການ

ຂ່າວສານຊີອາໄອລາຍງານວ່າ: ທ່ານ ນາງ ແອວວີລາ ຊຶ່ງແມ່ນແມ່ຍິງຄົນທໍາອິດ ທີ່ໄດ້ຂຶ້ນຮັບຕຳແໜ່ງເປັນຜູ້ອຳນວຍການໃຫຍ່ອົງການການຄ້າໂລກ ຄົນທີ 7 ຢ່າງເປັນທາງການ. ຂ່າວລາຍງານວ່າ: ທ່ານ ນາງ ເອັນໂກຊີ ໂອໂຄນໂຈ ແອວວີລາ ນັກເສດຖະສາດ ຊາວນິເຊຣີ ຈະດຳລົງຕຳແໜ່ງ ເປັນຜູ້ອຳນວຍການໃຫຍ່ອົງການການຄ້າໂລກ ຫຼື WTO ຈົນຮອດວັນທີ 31 ສິງຫາປີ 2025. ຜູ້ອຳນວຍການໃຫຍ່ອົງການດັ່ງກ່າວ ທີ່ເປັນເພດຍິງຄົນທຳອິດໃນປະຫວັດສາດຂອງ WTO, ທັງແມ່ນຜູ້ອຳນວຍການໃຫຍ່ຜູ້ທຳອິດທີ່ມາຈາກທະວີບອາຟຣິກາ.ໃນພິທີຂຶ້ນຮັບຕໍາແໜ່ງແບບທາງໄກ, ເມື່ອວັນທີ 1 ມີນາຜ່ານມາ, ທ່ານ ນາງ ແອວວີລາ ໄດ້ກ່າວ ວ່າ: ທ່ານ ຈະທຸ່ມເທຄວາມຮູ້, ຄວາມກະຕື້ລືລົ້ນ, ບົດຮຽນ ແລະ ຄວາມເດັດດ່ຽວທັງໝົດ ເຂົ້າໃນວຽກງານຂອງອົງການການຄ້າໂລກ ແລະ ຈະພະຍາຍາມປະຕິຮູບ WTO ເພື່ອຜົນສຳເລັດຕົວຈິງ.

Read More »

ເກີດຫິມະຕົກໜັກ ໃນ ສ.ເກົາຫລີ ເສຍຊີວິດ-ບາດເຈັບເກືອບ 70 ຄົນ

ຕາມຂ່າວສານ ຫວຽດນາມ, ວັນທີ 2 ມີນາ 2021 ທີ່ຜ່ານມາ, ເຈົ້າໜ້າທີ່ ສ.ເກົາຫລີ ໃຫ້ຮູ້ວ່າ: ເກີດອຸບັດເຫດ ທາງຄົມມະນາຄົມ 79 ຄັ້ງ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 1 ຄົນ ແລະ ບາດເຈັບ 66 ຄົນ ເນື່ອງຈາກ ຫິມະຕົກໜັກ ທາງພາກ ຕາເວັນອອກ ສ່ຽງເໜືອ ຂອງປະເທດນີ້. ໂດຍສະເພາະ ແຂວງຄັງວອນ ຫິມະຕົກໜັກ ສູງເຖິງ 90 ຊັງຕີແມັດ ໃນເຂດບໍລິເວນພູ ແລະ 5-20 ຊັງຕີແມັດ ໃນພື້ນທ່ີອື່ນໆ ໃນລະຫວ່າງ ວັນທີ 1-2 ມີນາຜ່າມາ, ເສັ້ນທາງ ຫລາຍສາຍ ຕ້ອງປິດການ ສັນຈອນ, ສົ່ງຜົນໃຫ້ ລົດຫລາຍຮ້ອຍຄັນ ຍັງຕິດຄ້າງຢູ່ ເນື່ອງຈາກ ປິດເສັ້ນທາງ.

Read More »

ຣັດເຊຍ ພ້ອມເຈລະຈາແກ້ໄຂຂໍ້ຂັດແຍ່ງກັບ ສ.ອາເມລິກາ

ຕາມ​ຂ່າວ​ຈາກ ​ຫວຽດ​ນາມ(VOVWORLD) ວັນ​ທີ 2​ ມີນາ ທີ່ຜ່ານມາ, ທ່ານ ວາ​ລາ​ດີ​ເມຍ ປູ​ຕິນ(Vladimir Putin), ປະທານາ ທິບໍດີ ຣັດ​ເຊຍ ກຽມຄວາມພ້ອ​ມ​ແລ້ວ ທີ່ຈະ ຮັກສາ ການເຈລະຈາ ແລະ ແກ້ໄຂ ຂໍ້​ຂັດ​ແຍ່ງ ກັບ ສ.ອາເມ ລິກາ ​ເພື່ອ​ຟື້ນຟູ ​ແລະ​ ພັດທະນາ ​ການ​ພົວພັນ​ກັນ ​ຢ່າງ​ຕັ້ງໜ້າ. ກ່ອນໜ້ານີ້, ຣັດເຊຍ ແລະ ສ.ອາເມລິກາ ໄດ້ຕໍ່ກຳນົດ ເວລາ ສັນຍາ ຫລຸດຜ່ອນ ອາວຸດ ບຸກໂຈມຕີ ຍຸດທະສາດໃໝ່ (New START). ພາຍຫລັງ ຮັບດຳລົງ ຕຳແໜ່ງ ປະທານາທິບໍດີ ອາເມລິກາ, ທ່ານ ​ໂຈ​ ໄປ​ເດນ (Joe Biden) ໄດ້ດຳເນີນ ການ ເຈລະຈາ ກັບ ຄູ່ຮ່ວມຕຳແໜ່ງຝ່າຍ ຣັດເຊຍ ໃນທ້າຍ​ເດືອນ ມັງກອນ ທີ່ຜ່ານມາ ...

Read More »

ອັງກິດ ສັກວັກຊິນປ້ອງກັນໂຄວິດ-19 ກວ່າ 20 ລ້ານຄົນຫລາຍທີ່ສຸດໃນເອີຣົບ

ຕາມ​ຂ່າວ​ຈາກ​ ລອນ​ດອນ,ທ່ານ ບໍຣີສ ຈອນ​ສັນ,ນາຍົກລັດຖະມົນຕີ ອັງ​ກິດ ຖະ​ແຫລ​ງວ່າ: ຊາວ​ອັງກິດ 20,09 ລ້ານ​ຄົນ ​ໄດ້​ຮັບ​ວັກ​ຊິນ ​ປ້ອງ​ກັນ ​ໂຄ​ວິດ-19​ແລ້ວ ຂະນະ​ທີ່ ​ເກືອບ​ຮອດ 800.000ຄົນ ​ໄດ້​ຮັບ​ ວັກ​ຊິນ​ຄົບ 2​ເຂັມ​ແລ້ວ ຖື​ວ່າ​ອັງກິດ ​ໄດ້​ສັກ​ວັກ​ຊິນ ​ຫລາຍ​ທີ່​ສຸດ ​ໃນ​ເອີຣົບ.ຂະນະ​ທີ່ ອັງກິດ ມີ​ລາຍ​ງານ​ ຜູ້​ຕິດ​ເຊື້ອ ​ລາຍ​ໃໝ່ 6.035ຄົນ ​ແລະ ​ເສຍ​ຊີວິດ​ເພີ່ມ 144 ຄົນ ​ໃນ​ໄລຍະ 28ວັນ ຫລັງ​ກວດ​ພົບ​ ໂຄ​ວິດ-19 ແຫຼ່ງຂ່າວ: ຂປລ

Read More »

ອິນເດຍ ສົ່ງດາວທຽມບຣາຊິນ ຂຶ້ນສູ່ວົງໂຄຈອນໂລກ

ອ້າງຕາມຂ່າວ ອິນເດຍ, ວັນທີ 28 ກຸມພາທີ່ຜ່ານມາ, ອິນເດຍ ໄດ້ສົ່ງດາວທຽມສຳຫລວດໂລກ ຂອງ ບຣາຊິນ ແອມະຊໍເນຍ-1 ຂື້ນສູ່ວົງໂຄຈອນໂລກເພື່ອກວດກາ ແລະ ສົ່ງຂໍ້ມູນທີ່ກ່ຽວກັບ ການທຳລາຍປ່າ ແລະ ວິເຄາະ ຄວາມຫລາກຫລາຍ ດ້ານກະສິກຳໃນພາກພື້ນອາເມຊອນໃຫ້ແກ່ ໜ່ວຍງານທີ່ກ່ຽວຂ້ອງໃນບຣາຊິນ, ເປັນດາວທຽມດວງທຳອິດ ຂອງ ບຣາຊິນ ທີ່ຍິງຂື້ນສູ່ວົງໂຄຈອນຈາກຖານປ່ອຍໃນອິນເດຍ. ຈະຫລວດສົ່ງດາວທຽມຂອງສຳນັກງານ ອາວະກາດ ອິນເດຍ ໄດ້ສົ່ງດາວທຽມສຳຫລວດໂລກ ຂອງ ບຣາຊິນແອມະຊໍເນຍ-1 ຂື້ນສູ່ວົງໂຄຈອນໂລກ ພ້ອມດາວທຽມດວງອື່ນໆ ອີກ18 ລູກ, ຈາກຖານປ່ອຍຈະຫລວດເມືອງສະຣີຫລີໂກຕາລັດອານທຳປະເທດໄດ້ປະສົບຜົນສຳເລັດໃນປີນີ້.

Read More »