ອ້າງຕາມຂ່າວ ປັກກິ່ງຂອງ ຈີນ, ວັນທີ 24 ເດືອນມີນາ, ທ່ານສຽວຫຍາ ລັດຖະມົນຕີ ອຸດສາຫະກຳ ແລະ ເຕັກໂນໂລຊີສື່ສານລະບຸວ່າການຜະລິດວັກຊິນປ້ອງກັນການຕິດເຊື້ອພະຍາດ ໂຄວິດ-19 ຂອງ ຈີນໄດ້ເພີ່ມຂື້ນເປັນວັນລະ 5 ລ້ານໂດສ ເຊິ່ງເປັນການເພີ່ມຂຶ້ນຫລາຍກວ່າ 3 ເທົ່າເມື່ອທຽບໃສ່ປະລິມານການຜະລິດລາຍວັນ. ໃນວັນທີ 1 ກຸມພາ ທີ່ຜ່ານມາຜະລິດໄດ້ວັນລະ 1,5 ລ້ານຫລອດ. ປັດຈຸບັນ, ຈີນຜະລິດວັກຊິນໃຊ້ພາຍໃນປະເທດຫລາຍກວ່າ 100 ລ້ານໂດສ, http://kpl.gov.la/detail.aspx?id=58488
Read More »ຂ່າວ ຕ່າງປະເທດ
ສະຫະພາບເອີຣົບ ໃຫ້ການສະໜັບສະໜູນ 32 ຕື້ກີບ ຕອບໂຕ້ການລະບາດຂອງພະຍາດໂຄວິດ19 ຢູ່ ສປປ ລາວ
ພິທີເປີດໂຄງການສະໜັບສະໜູນຈາກສະຫະພາບເອີຣົບ ໃນການຕອບໂຕ້ການລະບາດຂອງພະຍາດໂຄວິດ19 ຢູ່ ສປປ ລາວ ຈັດຂຶ້ນຕອນບ່າຍວັນທີ 17 ມິນາ 2021 ທີ່ໂຮງແຮມຄຣາວພລາຊາ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານນາງອີນາມາຈູລໍນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈໍາ ສປປ ລາວ ແລະທ່ານ ດຣ. ມາກເຈຄອບສ໌. ຜູ້ຕາງໜ້າອົງການອະນາໄມໂລກປະຈໍາສປປລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ. ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວໃນພິທີວ່າ: “ພວກເຮົາມີຄວາມຍິນດີເປັນຢ່າງສູງທີ່ຈະສືບຕໍ່ຮ່ວມເຮັດວຽກກັບສະຫະພາບເອີຣົບ ແລະອົງການອະນາໄມໂລກ ເນື່ອງຈາກວ່າທັງສອງລ້ວນແລ້ວແຕ່ແມ່ນຄູ່ຮ່ວມມືທີ່ສຳຄັນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19. ພວກເຮົາພ້ອມແລ້ວທີ່ຈະເຮັດວຽກຮ່ວມກັນໃນການເສີມສ້າງແນວທາງການຮ່ວມມືໃນພາກພື້ນເພື່ອຍົກສູງສະມາຄົມອາຊຽນໃຫ້ເຂັ້ມແຂງຍິ່ງຂື້ນກວ່າເກົ່າໂດຍຄຽງຄູ່ໄປກັບການຟື້ນຟູຈາກການລະບາດຂອງພະຍາດດັ່ງກ່າວ. . ທ່ານນາງອີນາມາຈູລໍນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈໍາສປປລາວ ກ່າວວ່າ: “ເພື່ອແກ້ໄຂຜົນກະທົບດ້ານສຸຂະພາບແລະເສດຖະກິດ-ສັງຄົມທີ່ໄດ້ຮັບຈາກການລະບາດດັ່ງກ່າວນີ້, ສະຫະພາບເອີຣົບໄດ້ຈັດຕັ້ງແຜນງານຄືນໃໝ່ເພື່ອສຸມໃສ່ການເພີ່ມທະວີການຮ່ວມມືໃນພາກພື້ນເພື່ອໃຫ້ສາມາດເຂົ້າເຖິງຂໍ້ມູນຂ່າວສານ, ອຸປະກອນ ແລະວັກຊີນເຊິ່ງເປັນສິ່ງຈຳເປັນຢ່າງຍິ່ງຕໍ່ການເອົາຊະນະວິກິດການໃນຄັ້ງນີ້. ພວກເຮົາທຸກຄົນລ້ວນແຕ່ມີສ່ວນຮ່ວມໃນການຕໍ່ສູ້ກັບບັນຫາດັ່ງກ່າວ ແລະໃນຖານະທີ່ເປັນຄູ່ຮ່ວມມືພວກເຮົາຫວັງຢາກໃຫ້ທຸກຄົນເຂັ້ມແຂງກ້າວໄປຂ້າງໜ້າພ້ອມໆກັນ. ບັນດາບຸລິມະສິດຂອງໂຄງການນີ້ແມ່ນສອດຄ່ອງກັບແຜນຍຸດທະສາດເພື່ອການກຽມຄວາມພ້ອມ ແລະຕອບໂຕ້ດ້ານສຸຂະພາບແຫ່ງຊາດປີ 2020-2025. ເຊິ່ງຈະລວມເອົາບູລິມະສິດດ້ານການສືບຕໍ່ຮັບປະກັນການກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ແຕ່ທໍາອິດໂດຍການສ້າງຄວາມເຂັ້ມແຂງໃຫ້ແກ່ຈຸດເຂົ້າອອກປະເທດ, ສູນປະຕິບັດງານສຸກເສີນໃນລະດັບສູນກາງ ແລະຂັ້ນແຂວງ; ກຽມພ້ອມຮັບມືໃນສູນຈໍາກັດບໍລິເວນ ແລະສະຖານທີ່ໃຫ້ບໍລິການດ້ານສາທາລະນະສຸກ, ເພີ່ມຄວາມອາດສາມາດໃນການປ້ອງກັນ ແລະຄວບຄຸມການຕິດເຊື້ອ (IPC); ນໍ້າ, ສຸຂາພິບານ ແລະສຸຂະອະນາໄມ (WASH) ແລະການຄຸ້ມຄອງຈັດການສິ່ງເສດເຫຼືອ. ...
Read More »ຈີນເລັ່ງພັດທະນາລະບົບ AI ເພື່ອຫວັງເປັນຜູ້ນໍາທາງດ້ານເຕັກໂນໂລຊີຂອງໂລກ
ປັດຈຸບັນນີ້ ຖ້າປະເທດໃດໜຶ່ງສາມາດພັດທະນາເຕັກໂນໂລຊີໄດ້ຫຼາຍກວ່າປະເທດອື່ນໆ ກໍອາດເວົ້າໄດ້ວ່າສາມາດທີ່ຈະເປັນຜູ້ນຳໂລກຂອງເລີຍກໍວ່າໄດ້. ເຫັນໄດ້ວ່າ ປະເທດຈີນ ກໍເປັນອີກໜຶ່ງປະເທດທີ່ກຳລັງມາແຮງໃນເລື່ອງຂອງເຕັກໂນໂລຊີໃໝ່ ແລະ ກຳລັງເປັນທີ່ພຶງພໍໃຈຂອງຜູ້ບໍລິໂພກທົ່ວໂລກ ບໍ່ວ່າຈະເປັນສິນຄ້າ Computer, Note book, ໂທລະສັບມືຖື ແລະ ເຄື່ອງໄຟຟ້າອື່ນໆ. ເຖິງຢ່າງກໍຕາມ ໃນຊ່ວງໄລຍະທີ່ຜ່ານມາ ເສດຖະກິດຂອງປະເທດຈີນກໍໄດ້ຮັບຜົນກະທົບຢ່າງຫຼວງຫຼາຍຈາກນະໂຍບາຍກີດກັ້ນການຄ້າຂອງສະຫະລັດ ອາເມລິກາ ຈຶ່ງເປັນສາເຫດໃຫ້ຈີນ ຕ້ອງວາງແຜນຍຸດທະສາດໃດໜຶ່ງເພື່ອຫຼຸດຜ່ອນຜົນກະທົບຈາກສົງຄາມການຄ້າດັ່ງກ່າວ. ຫຼ້າສຸດ Wall Street Journal ລາຍງານວ່າ: ລັດຖະບານຈີນ ປະຊຸມປະຈຳປີກ່ຽວກັບ ຮ່າງແຜນການໃຫຍ່ 5 ປີ ຕັ້ງເປົ້າໝາຍເປັນຜູ້ນຳເຕັກໂນໂລຊີເພື່ອພັດທະນະປະເທດ ແລະ ຮັກສາຄວາມໝັ້ນຄົງໂດຍລວມ ເພາະຈີນໄດ້ຕັ້ງໃຈສ້າງຫ້ອງທອງລອງ, ລົງທຶນໃນການວິໄຈ AI, ຜະລິດຊິບເຊມີຄອນດັກເຕີ, ຄວັນຕຳຄອມພິວເຕີ ແລະ ອື່ນໆ. ໂດຍອີງຕາມການລາຍງານ ໄດ້ລະບຸວ່າຈະເພີ່ມເງິນລົງທຶນພັດທະນາການວິໄຈກວ່າ 7% ທຸກປີ ຕິດຕໍ່ກັນ 5 ປີໄປຈົນເຖິງປີ 2025 ນາຍົກລັດຖະມົນຕີ ລີ່ເຄີສຽງ ຍັງກ່າວຕື່ມອີກວ່າ ຈີນຈະແກ້ໄຂນະໂຍບາຍເພື່ອສະໜັບສະໜູນການໄຫຼວຽນຂອງເງິນລົງທຶນໃນບັນດາ Start Up ເກີດໃໝ່ ປ່ອຍກູ້ເງິນງ່າຍຂຶ້ນ ແລະ ເພີ່ມຜົນປະໂຫຍດການວິໄຈ ແລະ ...
Read More »ຈີນ ແລະ ລັດເຊຍ ຮ່ວມມືກັນສ້າງສະຖານີວິໄຈດວງຈັນ
ຈີນ ແລະ ລັດເຊຍຕ່າງກໍເປັນປະເທດທີ່ກຳລັງເລັ່ງໃສ່ການພັດທະນາເຕັກໂນໂລຊີ ເພື່ອທີ່ຈະເອົາຊະນະຄູ່ແຂ່ງຄົນດຽວກັນກໍຄືອາເມລິກາ ແລະ ປັດຈຸບັນທັງສອງປະເທດໄດ້ຈັບມືກັນສ້າງສະຖານີດວງຈັນໄປແລ້ວ. ສຳນັກຂ່າວ The Associated Press ລາຍງານວ່າ: ຈີນ ແລະ ລັດເຊຍຈະຮ່ວມກັນສ້າງສະຖານີດວງຈັນ ໂດຍອາດຈະສ້າງເທິງພື້ນຜິວດວງຈັນ ຖືເປັນການເລີ່ມຕົ້ນຍຸກໃໝ່ຂອງການຮ່ວມມືທາງອາກາດລະຫວ່າງ 2 ປະເທດ. ນອກຈາກນີ້, ເວັບໄຊທ໌ຂອງອົງການອາວະກາດແຫ່ງຊາດຈີນໄດ້ຖະແຫຼງວ່າ: ສະຖານີຄົ້ນຄວ້າດວງຈັນຍັງຈະເປີດໃຫ້ປະເທດອື່ນໄປພ້ອມ, ເຖິງຢ່າງໃດກໍຕາມໃນໄລຍະເວລາການກໍ່ສ້າງຍັງບໍ່ທັນໄດ້ເປີດເຜີຍເທື່ອ. ກ່ອນໜ້ານີ້, ຈີນໄດ້ນຳເອົາສະຖານີອາວະກາດທົດລອງຢູ່ 2 ແຫ່ງຂຶ້ນສູ່ອາວະກາດ. ພ້ອມຍັງໄດ້ນຳຍານອາວະກາດຂຶ້ນເພື່ອສຳຫຼວດດວງຈັນໃນບໍລິເວນທີ່ບໍ່ເຄີຍຄົ້ນພົບເຫັນກ່ອນໃນປີ 2019 ແລະ ນຳຍານອາວະກາດ tianwan-1 ເຂົ້າໄປໃນວົງໂຄຈອນທີ່ພັກຜ່ອນຂອງດາວອັງຄານ ໂດຍຄາດການວ່າຍານຈະລົງສູ່ພື້ນຜິວຂອງດາວອັງຄານໃນເດືອນໜ້ານີ້. ເຊິ່ງຖ້າຫາກປະສົບຜົນສຳເລັດ ຈີນຈະເປັນປະເທດທີສອງຂອງການສຳຫຼວດໄປດາວອັງຄານຫລັງຈາກສະຫະລັດອາເມລິກາເຄີຍໄປມາເປັນປະເທດທໍາອິດຂອງໂລກ. ແຫຼ່ງທີ່ມາ: https://www.sanook.com/hitech/1524745/ , Mobiletalk.tv
Read More »ອາຊຽນຕັ້ງເປົ້າໝາຍຟື້ນຟູເສດຖະກິດສູ່ລະດັບກ່ອນເກີດວິກິດໂຄວິດ-19
ປີ 2021 ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຕັ້ງເປົ້າໝາຍການຟື້ນຟູເສດຖະກິດສູ່ລະດັບກ່ອນເກີດວິກິດການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຖ່ວງດຶງໃຫ້ເສດຖະກິດຖົດຖອຍລົງເປັນປະຫວັດສາດ ຊຶ່ງມີຫຼາຍປັດໄຈອາດຈະເຮັດໃຫ້ເສດຖະກິດຟື້ນຟູໄດ້ ແຕ່ກໍຍັງມີຄວາມສ່ຽງຢູ່ຫຼາຍເຊັ່ນດຽວກັນ. ອີງຕາມການລາຍງານຂອງເວບໄຊແຊນແນວນິວອາຊີ ໄດ້ເຜີຍແຜ່ບົດລາຍງານຂອງກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປ ຊຶ່ງໄດ້ຄາດຄະເນໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ປະຈຳປີ 2021 ຢູ່ໃນລະດັບ 4%-6%. ເສດຖະກິດພາຍໃນປະເທດປີ 2020 ຫຼຸດລົງ 5,4% ດີ ກວ່າທີ່ເຄີຍຄາດຄະເນໄວ້ໃນລະດັບ -5,8% ແລະ ເໜືອກວ່າການຄາດຄະເນຂອງລັດຖະບານ -6% ເຖິງ -6,5% ຖືວ່າເປັນປີທີ່ເສດຖະກິດສິງກະໂປ ຫຼຸດລົງເປັນຄັ້ງທຳອິດ ນັບຕັ້ງແຕ່ປີ 2001 ແລະ ຖົດຖອຍໜັກທີ່ສຸດ ນັບຕັ້ງແຕ່ປະກາດເອກະລາດ. ເມື່ອກາງເດືອນກຸມພາທີ່ຜ່ານມາ, ທ່ານ ລີຊຽນລຸງ ນາຍົກລັດຖະມົນຕີສິງກະໂປ ກ່າວວ່າ: ເສດຖະກິດສິງກະໂປ ຈຳນວນຫຼາຍຈະປັບຕົວດີຂຶ້ນໃນປີ 2021, ແຕ່ບາງພາກສ່ວນເຊັ່ນ: ການຂົນສົ່ງ, ການທ່ອງທ່ຽວ ແລະ ການບິນອາດ ຈະຕ້ອງໃຊ້ເວລາດົນກວ່ານີ້. ເວບໄຊນິກເຄອິລາຍງານວ່າ: ສິງກະໂປ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ໄວ້ໄດ້ເປັນສ່ວນໃຫຍ່ ອີກທັງຍັງຕັ້ງເປົ້າໝາຍສີດວັກຊິນໃຫ້ແກ່ຜູ້ໃຫຍ່ທຸກຄົນພາຍໃນເດືອນກັນຍາປີນີ້. ການສົ່ງອອກສິນຄ້າເອເລັກໂຕຣນິກເພີ່ມຂຶ້ນ ເມື່ອບໍ່ດົນມານີ້ຖືວ່າ: ເປັນອີກໜຶ່ງສັນຍານບວກ. ເຖິງແມ່ນວ່າຂໍ້ຈຳກັດການເດີນທາງທີ່ບັງຄັບໃຊ້ມາດຕະການມາດົນນານຍັງຄົງສົ່ງຜົນຕໍ່ເສດຖະກິດ. ...
Read More »ຈີນຕ້ອງການໃຫ້ນັກບິນອາວະກາດຢູ່ເທິງດວງຈັນໄລຍະຍາວ
ອ້າງຕາມຂ່າວ ປັກກິງຂອງ ຈີນ, ວັນທີ 14 ເດືອນມີນາທີ່ຜ່ານມາ, ສື່ຂອງຈີນລາຍງານວ່າເມື່ອຈີນ ສາມາດຈັດຕັ້ງສະຖານີວິໄຈຢູ່ເທິງດວງຈັນໄດ້ຮຽບຮ້ອຍແລ້ວ, ຈີນຈະໃຫ້ນັກບິນອາວະກາດ ປະຕິບັດໜ້າທີ່ຢູ່ເທິງດວງຈັນເປັນໄລະຍາວເພື່ອສຶກສາຄົ້ນຄ້ວາ, ທົດລອງທາງວິທະຍາສາດ. ທ່ານອູ່ ເຫວີຍຫລິນ ຫົວໜ້າເຈົ້າໜ໊າທີ່ອອກແບບຂອງ ໂຄງການສຳຫລວດດາວຈັນຂອງຈີນ ກ່າວວ່າ: ຖ້າຫາກໂຄງການສະຖານີສຳຫລວດດວງຈັນສາມາດຈັດຕັ້ງໄດ້ສຳເລັດ, ຈີນຈະສົ່ງມະນຸດຂຶ້ນໄປເທິງດວງຈັນ. http://kpl.gov.la/detail.aspx?id=58237 ຂປລ.
Read More »ສິງກະໂປ ດຳເນີນມາດຕະການດຶງດູດການລົງທຶນຈາກຕ່າງປະເທດ
ຕາມເວັບໄຊ ສເຕຣດ ທາມ(Straits Times),ວັນທີ15ມີນານີ້, ສິງກະໂປພວມດຳເນີນມາດຕະການ ດຶງດູດການລົງທຶນຈາກຕ່າງປະເທດໃນຖານະເປັນຕະຫລາດເສລີເກັບພາສີໃນອັດຕາຕ່ຳ ເຮັດໃຫ້ໃນໄລຍະເກີດການແຜ່ລະບາດ ໂຄວິດ-19 ບັນດານັກລົງທຶນຕ່າງປະເທດ ແລະ ບໍລິສັດ ຄຸ້ມຄອງຊັບສິນຂອງຕ່າງປະເທດຫັນມາລົງທຶນໃນປະເທດເພີ່ມຂຶ້ນໂດຍເສດຖີອາຊີມີຊັບສິນທັງໝົດ 22,2 ພັນຕື້ ໂດລາສະຫະລັດໃນປີ2019 ຫລາຍກວ່າອາເມລິກາເໜືອ, ສ.ອາເມລິກາ ແລະ ເອີຣົບ. ຂະນະທີ່ໃນສິງກະໂປບັນດານັກລົງທຶນທີ່ໝັ້ນຄົງຕ່າງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນບັນດາສະຖາບັນການເງິນເລັ່ງຂະຫຍາຍການບໍລິການທາງການເງິນ ແລະ ລັດຖະບານສິງກະໂປເລັ່ງເຮັດວຽກເພື່ອແນະນຳບັນດາກອບງານໃໝ່ທີ່ຊ່ວຍອຳນວຍຄວາມສະດວກແກ່ກອງທຶນຕ່າງໆ ທີ່ຕ້ອງການເຂົ້າມາລົງທຶນໃນປະເທດນີ້ ຂປລ.
Read More »ເປັນຄັ້ງທຳອິດທີ່ປະເທດບຣາຊິນ ມີຜູ້ເສຍຊີວິດຈາກໂຄວິດ-19 ຈໍານວນ 2.000 ກວ່າຄົນພາຍໃນມື້ດຽວ
ຕາມຂ່າວຈາກ ບຣາຊິນ, ເມື່ອບໍ່ດົນມານີ້ກະຊວງສາທາລະນະສຸກຂອງບຣາຊິນລາຍງານວ່າ: ສະຖິຕິຕົວເລກເສຍຊີວິດ ໂຄວິດ-19 ໃນຮອບ 24 ຊົ່ວໂມງຂອງ ວັນພຸດ 10 ມີນາ ຜ່ານມາ ໃນບຣາຊິນລວມມີ 2.286ຄົນ ນັບເປັນຄັ້ງທຳອິດຕັ້ງແຕ່ຜະເຊີນກັບການແຜ່ລະບາດເມື່ອເດືອນເມສາປີກາຍນີ້. ຂະນະທີ່ຈຳນວນຜູ້ເສຍຊີວິດໃນຮອບລາຍວັນລ້າສຸດເຮັດໃຫ້ສະຖິຕິສະສົມຂອງຜູ້ເສຍຊີວິດຈາກໂຄວິດ-19 ໃນບຣາຊິນເພີ່ມເປັນຢ່າງໜ້ອຍ 270.656ຄົນ ຫລາຍທີ່ສຸດໃນທະວີບອາເມລິກາໃຕ້ ແລະ ເປັນອັນດັບ 2 ຂອງໂລກ ຮອງຈາກ ສ.ອາເມລິກາ. ສ່ວນຜູ້ຕິດເຊື້ອລາຍວັນເພີ່ມຂຶ້ນ 79.876ຄົນ ເຮັດໃຫ້ເພີ່ມຈຳນວນຜູ້ຕິດເຊື້ອສະສົມຈາກໂຄວິດ-19 ໃນບຣາຊິນມາເປັນ 11,2 ລ້ານກວ່າຄົນ ຫລາຍທີ່ສຸດໃນພາກພື້ນ ແລະ ເປັນອັນດັບ 3 ຂອງໂລກຮອງຈາກ ສ.ອາເມລິກາ ແລະ ອິນເດຍ. ຂປລ.
Read More »ຄົນທົ່ວໂລກເຊື່ອໝັ້ນວັກຊິນຕ້ານໂຄວິດ-19 ຫຼາຍຂຶ້ນ
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ອິມພີຣຽວ ຄອນເລດ ລອນດອນ ຂອງອັງກິດ ໄດ້ເປີດເຜີຍຜົນການສຳຫຼວດ ໂດຍຊີ້ໃຫ້ເຫັນວ່າ: ປະຊາຊົນທົ່ວໂລກ ມີຄວາມເຊື່ອໝັ້ນຫຼາຍຂຶ້ນ ທີ່ຈະສີດວັກຊິນປ້ອງກັນພະຍາດໂຄວິດ-19. ຂະນະທີ່ມີປະຊາຊົນຈຳນວນຫຼາຍຂຶ້ນເຂົ້າຮັບການສີດວັກຊິນນັບຕັ້ງແຕ່ເດືອນພະຈິກ 2020 ທີ່ຜ່ານມາ. ຕາມຜົນການສຳຫຼວດຫຼ້າສຸດ ຊຶ່ງຄວບຄຸມເຖິງປະຊາຊົນປະມານ 500-1.000 ຄົນ ໃນ 14 ປະເທດ ລວມເຖິງຍີ່ປຸ່ນ, ອັງກິດ, ຝຣັ່ງ ແລະ ສ.ເກົາຫຼີ ຜູ້ຕອບແບບສຳຫຼວດໄດ້ຖືກຖາມວ່າ: ພວກເຂົາພໍໃຈທີ່ຈະສີດວັກຊິນປ້ອງກັນພະຍາດໂຄວິດ-19, ປະຊາຊົນອັງກິດ ສະແດງຄວາມເຊື່ອໝັ້ນສູງສຸດ ໂດຍ 77% ຂອງຜູ້ຕອບແບບສຳຫຼວດພໍໃຈຫຼາຍທີ່ຈະສີດວັກຊິນປ້ອງກັນພະຍາດໂຄວິດ-19, ຮອງລົງມາໄດ້ແກ່ປະຊາຊົນໃນດານມາກ ກວມປະມານ 70% ລະບຸວ່າ: ພໍໃຈທີ່ຈະສີດວັກຊິນ. ສ່ວນປະຊາຊົນໃນຍີ່ປຸ່ນ ແລະ ສິງກະໂປ ປະມານ 48% ລະບຸວ່າ: ພໍໃຈທີ່ຈະສີດວັກຊິນ. ຂະນະທີ່ມີປະຊາຊົນໃນຝຣັ່ງ 40% ພໍໃຈທີ່ຈະສີດວັກຊິນປ້ອງກັນພະຍາດໂຄວິດ-19. ອັດຕາສ່ວນໂດຍລວມຂອງຜູ້ທີ່ລະບຸວ່າ: ຕ້ອງການທີ່ຈະສີດວັກຊິນກວມ 58%, ເພີ່ມຂຶ້ນ 17% ຈາກເດືອນພະຈິກທີ່ຜ່ານມາ ຊຶ່ງເລີ່ມມີການສຳຫຼວດເປັນຄັ້ງທຳອິດ. ຂະນະດຽວກັນ, ຜູ້ຕອບແບບສຳຫຼວດ 45% ລະບຸວ່າ: ພວກເຂົາມີຄວາມກັງວົນຫຼາຍກ່ຽວກັບຜົນຂ້າງຄຽງທີ່ອາດຈະເກີດຂຶ້ນຈາກການສີດວັກຊິນປ້ອງກັນພະຍາດໂຄວິດ-19. ...
Read More »ສ.ອາເມລິກາ ຈະລົງນາມແຜນກະຕຸ້ນເສດຖະກິດ 1,9 ພັນຕື້ໂດລາສະຫະລັດ
ຕາມຂ່າວຈາກ ວໍຊີງຕັນ, ທ່ານ ໂຈ ໄບເດນ,ປະທານາທິບໍດີ ສ. ອາເມລິກາ ຈະບັງຄັບໃຊ້ແຜນກະຕຸ້ນເສດຖະກິດ ໃນວັນທີ 12 ມີນານີ້ ຫລັງຈາກສະມາຊິກສະພາ ສ.ອາເມລິກາ ຜ່ານມະຕິ ດ້ວຍຄະແນນສຽງ 220 ຕໍ່ 211 ຜ່ານຮ່າງກົດໝາຍກະຕຸ້ນເສດຖະກິດສະບັບທີ່ 6 ທີ່ມີຊື່ວ່າ “American Rescue Plan Act of 2021” ກວມເອົາການຈັດສັນງົບປະມານ 400 ຕື້ໂດລາ ສະຫະລັດເພື່ອແຈກຢາຍໃຫ້ກັບຊາວອາເມລິກາໂດຍກົງຄົນລະ 1.400 ໂດລາສະຫະລັດ, ໃຫ້ເງິນຊ່ວຍເຫລືອບັນດາລັດ ແລະ ລັດຖະບານກາງ ໃນວົງເງິນ 3,50 ຕື້ໂດລາສະຫະລັດ, ຈັດສັນງົບປະມານເພື່ອຮັບມືກັບການແຜ່ລະບາດຂອງໂຄວິດ-19 ແລະ ຂະຫຍາຍໂຄງການຊ່ວຍເຫລືອຄົນວ່າງງານອາທິດລະ 300 ໂດລາສະຫະລັດຕໍ່ຄົນຈົນເຖິງເດືອນກັນຍາປີນີ້. ປັດຈຸບັນ ສ.ອາເມລິກາ ມີຜູ້ຕິດເຊື້ອ ໂຄວິດ-19 ເກືອບ30 ລ້ານ ຄົນ ແລະ ເສຍຊີວິດ 540.640 ຄົນ ຕິດເປັນ ອັນດັບໜຶ່ງ ຂອງໂລກ ຂປລ.
Read More »