ຂ່າວ ພາຍໃນປະເທດ

ສົກຮຽນໃໝ່ 2022-2023 ໃນທົ່ວປະເທດ ໄດ້ໄຂຂຶ້ນຢ່າງເປັນທາງການ

ສົກຮຽນໃໝ່ 2022-2023 ໃນທົ່ວປະເທດໄດ້ໄຂຂຶ້ນຢ່າງ ເປັນທາງການ ໃນວັນທີ 1 ກັນຍາ 2022 ທີ່ສູນຂໍ້ມູນຂ່າວສານການສຶກສາ ແລະ ກິລາ ໂດຍການເປັນປະທານຂອງທ່ານ ຮອງສາສະດາຈານ ດຣ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນໃນທົ່ວປະເທດເຂົ້າຮ່ວມ ໂດຍຜ່ານລະບົບທາງໄກ. ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ສົກຮຽນ 2022-2023 ນີ້, ທົ່ວຂະແໜງສຶກສາ ແລະ ກິລາ ພວກເຮົາຈະໄດ້ສຸມໃສ່ປະຕິບັດແຜນພັດ ທະນາການສຶກສາ ແລະ ກິລາ 5 ປີຄັ້ງທີ IX (2021 2025) ໂດຍສະເພາະເສີມຂະຫຍາຍສິ່ງທີ່ພວກເຮົາເຮັດໄດ້ດີ ແລະ ແກ້ໄຂຂໍ້ຄົງຄ້າງໃນສົກຮຽນຜ່ານມາ ເປັນຕົ້ນແມ່ນອັດຕາການເຂົ້າຮຽນ, ຄຸນນະພາບການຮຽນ-ການສອນ ແລະ ຄຸນນະພາບຂອງຜູ້ຮຽນ. ແຕ່ແນວໃດກໍຕາມ, ໃນສົກຮຽນ 2022-2023 ນີ້ ແມ່ນມີຄວາມສະດວກຫລາຍດ້ານ ຖ້າທຽບກັບ 2 ສົກຮຽນຜ່ານມາ ທີ່ມີການລະບາດຂອງພະຍາດໂຄວິດ-19. ...

Read More »

ບັນທຶກຄວາມເຂົ້າໃຈ ຮ່ວມມື 3 ບໍລິສັດຂົນສົ່ງ ລາວ-ຈີນ ສູນເຕົ້າໂຮມ ແລະ ແຈກຢາຍສິນຄ້າ ໃນເຂດໂລຊິດສະຕິກ ນວ

ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍຍຸດທະສາດການຮ່ວມມື ໃນສູນເຕົ້າໂຮມ ແລະ ແຈກຢາຍສິນຄ້າ ໃນເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ລະຫວ່າງ ບໍລິສັດ ຢູນນານ ຢາງຣຸຍ ຂາເຂົ້າ-ຂາອອກ ຈຳກັດ ແລະ ບໍລິສັດ China Post Express Logistics Co., Ltd Yunnan Branch ຂອງ ສປ ຈີນ. ການຮ່ວມມືຂອງ 3 ບໍລິສັດ ໃນໂຄງການສູນເຕົ້າໂຮມ ແລະ ແຈກຢາຍສິນຄ້າໃນເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນນີ້ ຈະເປັນການພັດທະນາທຸລະກິດໃນຫຼາຍດ້ານເຊັ່ນ: 1. ການຈຳໜ່າຍສິນຄ້າດ່ວນ 2. ການຂົນສົ່ງສິນຄ້າ, ສິນຄ້າອີຄອມເມີດ ຂ້າມແດນ 3. ການຈັດການກ່ຽວກັບພາສີ, ສາງ, ການຈຳໜ່າຍ, ການຂົນສົ່ງ, ການປ່ຽນຖ່າຍສິນຄ້າ 4. ການສະໜອງສາງຂົນສົ່ງສິນຄ້າສາກົນທາງລົດໄຟ ລາວ-ຈີນ. ເພື່ອລົງເລິກການຂະຫຍາຍໃຫ້ ສປປ ລາວ ເປັນສູນກາງການຄົມມະນາຄົມຂົນສົ່ງ ແລະ ...

Read More »

S.Korea ຂຶ້ນດອກເບ້ຍ 0,25% ສູ້ເງິນເຟີ້

S.Korea ຂຶ້ນດອກເບ້ຍ 0,25% ສູ້ເງິນເຟີ້ ເພື່ອ​ຫລຸດຜ່ອນ​ຄວາມ​ຮຸນແຮງຂອງ​ເງິນ​ເຟີ້​ ເປັນການປັບຊຶ້ນດອກເບ້ຍຄັ້ງທີ 2 ຕິດຕໍ່ກັນ ປະຈຸ​ບັນ, ສ.​ເກົາຫຼີ ​ແມ່ນ​ປະ​ເທດ​ເສດຖະກິດ​ໃຫຍ່​ອັນ​ດັບ 4 ຂອງ​ອາຊີ ທີ່ກໍາລັງປະເຊີນກັບອັດຕາເງິນເຟີ້ສູ່ລະດັບສູງສຸດໃນຮອບ 13 ປີເຄິ່ງ. ເງິນເຟີ້ ສ. ເກົາຫຼີ ຢູ່ທີ່ 4.8%ເກົາຫຼີໃຕ້ດຳເນີນນະໂຍບາຍການເງິນສອດຄ່ອງກັບ ສະຫະລັດ (FED) ທີ່ມາ: https://asia.nikkei.com/…/Bank-of-Korea-warns-inflation…

Read More »

ສ. ເກົາຫຼີ ທຸ້ມເຕັມທີ່ກັບສາຍ IT ເລັ່ງສ້າງມະຫາວິທະຍາໄລຊອບແວ 100ແຫ່ງ

ສ. ເກົາຫຼີ ທຸ້ມເຕັມທີ່ກັບສາຍ IT ເລັ່ງສ້າງມະຫາວິທະຍາໄລຊອບແວ 100ແຫ່ງ ເພີ່ມຊົ່ວໂມງຮຽນອີກ 2ເທົ່າ! ສ. ເກົາຫຼີ ປັບຫຼັກສູດການສຶກສາໄປສູ່ອຸດສາຫະກໍາດິຈິຕອນ ຄາດ​ວ່າ​ຈະ​ພັດ​ທະ​ນາ​ແຮງງານທີ່​ມີ​ທັກ​ສະ​ດ້ານ​ໄອ​ທີ​ໃຫ້​ໄດ້ 1 ລ້ານ​ຄົນ​ພາຍ​ໃນ​ປີ 2026 ແລະໃຫ້ມີມະຫາວິທະຍາໄລດ້ານຊອບແວ 100ແຫ່ງ ພາຍໃນປີ 2027 ທັງປະກາດເພີ່ມຊົ່ວໂມງຮຽນວິຊາ IT ເປັນສອງເທົ່າ! ການ​ປັບ​ປຸງ​ໂຄງ​ສ້າງ​ການ​ສຶກ​ສາ​ໃນ​ເກົາ​ຫຼີ​ໃຕ້ຄັ້ງ​ນີ້​ ຈະເປັນຈຸດສໍາຄັນທີ່ເຮັດໃຫ້ເກົາຫລີໃຕ້ເປັນມະຫາອຳນາດດ້ານເທັກໂນໂລຊີ. ທີ່ມາ: https://www.koreaherald.com/view.php?

Read More »

5 ບັນຫາ ສໍາຄັນທີ່ຫາລືໃນກອງປະຊຸມລັດຖະບານ ປະຈໍາເດືອນສິງຫາ

5 ບັນຫາ ສໍາຄັນທີ່ຫາລືໃນກອງປະຊຸມລັດຖະບານ ປະຈໍາເດືອນສິງຫາ ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ1. ສະຫຼຸບການປະຕິບັດວຽກງານຈຸດສຸມ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2022 ຂອງລັດຖະບານ 2. ພິຈາລະນາປັບປຸງ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX (2021-2025) 3. ພິຈາລະນາອະນຸມັດຮັບຮອງເອົາໂຄງການບຸລິມະສິດ ເຂົ້າແຜນການລົງທຶນ ຂອງລັດຖະບານ ທີ່ຈະໄດ້ຮັບທຶນຈາກທະນາຄານໂລກ ໃນບ້ວງເງິນງົບປະມານ IDA 20 ສໍາລັບໄລຍະ 2023-2024 4. ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງຜັນຂະຫຍາຍມະຕິ ຂອງສະພາແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ 5. ບົດລາຍງານ ກ່ຽວກັບການປັບປຸງບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານ.ຂ່າວ: ສນຍ

Read More »

ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ຊ່ວຍເຫຼືອ ສາທິດຕິດຕັ້ງບ່ອນສາກລົດໄຟຟ້າດ້ວຍພະລັງງານແສງຕາເວັນ

ລົງນາມການຮ່ວມມືລະຫວ່າງ ກົມສົ່ງເສີມ ແລະ ປະຢັດພະລັງງານ,​ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ກັບ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ຢຸນນານສາກົນ (ສປ ຈີນ)​ ວັນທີ 19 ສິງຫາ 2022 ເປັນໂຄງການຊ່ວຍເຫລືອລ້າຂອງບໍລິສັດ CSG-YNIC ໂດຍມີເປົ້າໝາຍເພື່ອທົດລອງຕິດຕັ້ງສະຖານີສາກລົດໄຟຟ້າ ດ້ວຍພະລັງງານແສງຕາເວັນ ທີ່ມີກຳລັງຕິດຕັ້ງ 60 ກິໂລວັດ ເປັນການສ້າງຄວາມເຊື່ອໝັ້ນຕໍ່ຜູ້ຊົມໃຊ້ພາຫະນະທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ ເຊິ່ງເປັນນະໂຍບາຍຂອງລັດຖະບານ ໃນການສົ່ງເສີມຫັນມານຳໃຊ້ລົດໄຟຟ້າ ທົດແທນລົດນຳໃຊ້ນໍ້າມັນນັບມື້ນັບຫລາຍຂື້ນ. ທີ່ມາ: ເສດຖະກິດການຄ້າ#TargetMgazine

Read More »

ຄ່າແຮງຕ່ຳສຸດ JAPAN ເລີ່ມຕົ້ນທີ່ 105,000 ກີບ/ຊົ່ວໂມງ

ຄ່າແຮງຕ່ຳສຸດ JAPAN ເລີ່ມຕົ້ນທີ່ 105,000 ກີບ/ຊົ່ວໂມງ#targetmagazine #minimumwage #japan https://tradingeconomics.com/japan/minimum-wages

Read More »

ລັດຖະບານຮັບຮອງເອົາຖະແຫລງການແຫ່ງຊາດ ວ່າດ້ວຍການ ຫັນປ່ຽນການສຶກສາ

ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນກ່ອນໜ້າທີ່ ສປປ ລາວ ຈະເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍການຫັນປ່ຽນການສຶກສາ (Global Transforming Education Summit) ທີ່ຈະຈັດຂຶ້ນທີ່ນະຄອນນິວຢອກ ໃນເດືອນກັນຍາ 2022 ທີ່ຈະມາເຖິງນີ້. ກອງປະຊຸມສຸດຍອດດັ່ງກ່າວ ຈະຊ່ວຍເຊື່ອມໂຍງບຸລິມະສິດດ້ານການສຶກສາຂອງລັດຖະບານ ເເຫ່ງ ສປປ ລາວ ເຂົ້າກັບຄວາມພະຍາຍາມຂອງທົ່ວໂລກທີ່ກໍາລັງຈັດຕັ້ງປະຕິບັດຢູ່ ເພື່ອລະດົມແນວຄວາມຄິດ ແລະ ກິດຈະກໍາ ເພື່ອຫັນປ່ຽນການສຶກສາ ແຕ່ນີ້ຮອດປີ 2030, ພ້ອມດ້ວຍການບັນລຸເປົ້າໝາຍ SDG 4 ດ້ານການສຶກສາທີ່ມີຄຸນນະພາບ. ລັດຖະບານເເຫ່ງ ສປປ ລາວ ຈະສຸມໃສ່ການຈັດຕັ້ງປະຕິບັດວຽກງານໃນ 4 ຫົວຂໍ້ເປັນຫລັກ, ເຊິ່ງລວມມີ: 1. ການຟື້ນຟູການຮຽນຈາກຜົນກະທົບຂອງ ໂຄວິດ-19 2. ການຈິນຕະນາການຄືນໃໝ່ເຖິງຮູບເເບບຂອງການສຶກສາ 3. ການສ້າງຄວາມເຂັ້ມແຂງດ້ານການເງິນພາກລັດ ສຳລັບວຽກງານສຶກສາ 4. ຍົກສູງເປົ້າໝາຍລະດັບຊາດ ແລະ ມາດຕະຖານການສຶກສາຂໍ້ມູນ: ຂປລ

Read More »

ນາຍົກລັດຖະມົນຕີ ຊີ້ນຳສະຖານີລົດໄຟຫລວງພະບາງ ໃຫ້ປັບປຸງການບໍລິການ

ວັນທີ 7 ສິງຫາ 2022 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ຄະນະຮັບຜິດຊອບສະຖານີລົດໄຟ ສືບຕໍ່ປັບປຸງລະບົບການຂາຍປີ້ລົດໄຟ ໃຫ້ມີຄວາມທັນສະໄໝ ແລະ ສາມາດກວດສອບຕາມລາຍຊື່ຂອງຜູ້ໃຊ້ບໍລິການ, ລວມທັງປັບປຸງຈຸດລໍຖ້າຂຶ້ນລົດ ແລະ ເຂົ້າສະຖານີ ໃຫ້ມີຄວາມສະດວກ ແກ່ຜູ້ມາໃຊ້ບໍລິການ. ສະຖານີລົດໄຟ ຫລວງພະບາງ ໃນອາຄານສາມາດຮອງຮັບຜູ້ໂດຍສານໄດ້ 1.200 ຄົນ ໂດຍຜ່ານການອອກ ມີພະນັກງານທັງໝົດ ເກືອບ 100 ຄົນ ໃນນັ້ນ ເປັນຄົນລາວສ່ວນຫລາຍ ແລະ ພະນັກງານຄົນລາວທີ່ຜ່ານການຝຶກອົບຮົມ ກ່ຽວກັບວຽກງານທາງລົດໄຟຫລາຍກວ່າ 30 ຄົນ. ປັດຈຸບັນ ກຳລັງສືບຕໍ່ປັບປຸງສິ່ງອຳນວຍຄວາມສະດວກ ເປັນຕົ້ນ ຈຸດຂາຍປີ້ລົດໄຟ, ຈຸດລໍຖ້າຂຶ້ນລົດໄຟ ແລະອື່ນໆ. ທີ່ມາ: ຂປລ

Read More »

ທ່ານ ສະເຫຼີມໄຊ ກົມມະສິດ ອ່ານສານໂອກາດ ຄົບຮອບ 55 ປີ ​​ແຫ່ງ​ການສ້າງຕັ້ງອາ​ຊຽນ ແລະ 25 ປີ ທີ່ ລາວ ເປັນສະມາຊິກ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ອ່ານສານ ໃນ​ໂອກາດ ​ວັນຄົບຮອບ 55 ປີ ​​ແຫ່ງ​ການສ້າງຕັ້ງອາ​ຊຽນ ​ແລະ​ ​ຄົບຮອບ 25 ປີ ສປປ ລາວ ເຂົ້າເປັນສະມາຊິກ​​ອາ​ຊຽນ ຮຽນບັນດາ ທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ. ພໍ່​ແມ່ພີ່ນ້ອງຊາວລາວ​​ ທີ່ນັບຖື ແລະ ຮັກ​ແພງ ທັງຫຼາຍ ມື້​ນີ້ ວັນ​ທີ 8 ສິງ​ຫາ 2022 ​ເປັນ​ມື້​ຄົບ​ຮອບ 55 ປີ ຂອງການ​ສ້າງ​ຕັ້ງ​ອາ​ຊຽນ. ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997, ເຊິ່ງປີນີ້ກໍເປັນປີຄົບຮອບ 25 ປີທີ່ ສປປ ລາວເປັນສະມາ ຊິກອາຊຽນ. ຂ້າ​ພະ​ເຈົ້າ ຕາງ​ຫນ້າໃຫ້ລັດ​ຖະ​ບານ​ແຫ່ງ ສ​ປ​ປ ລາວ ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ມາ​ຍັງ ​ພໍ່​ແມ່​ພີ່​ນ້ອງ​ຊາວ​ລາວ ກໍ​ຄື​ບັນ​ດາ​ສະ​ມາ​ຊິກ​ຄອບ​ຄົວ​ອາ​ຊຽນ ເນື່ອງ​ໃນ​ໂອ​ກາດວັນ​ອາ​ຊຽນ ...

Read More »