ລາວຍັງມີຄວາມສ່ຽງສູງທີ່ຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ຍ້ອນຍັງມີການລັກລອບເຂົ້າປະເທດແບບຜິດກົດໝາຍ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວນຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ສປປ ລາວ ຍັງມີຄວາມສ່ຽງສູງທີ່ຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດຍ້ອນວ່າຢູ່ບັນດາປະເທດອ້ອມຂ້າງຍັງມີການແຜ່ລະບາດຂອງພະຍາດນີ້ຮອບໃໝ່ໂດຍມີຜູ້ຕິດເຊື້ອເພີ່ມຂຶ້ນເປັນຈຳນວນຫຼາຍໃນແຕ່ລະວັນ ແລະ ຍັງມີການລັກລອບເຂົ້າປະເທດແບບຜິດກົດໝາຍຂອງປະຊາຊົນລາວທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານທີ່ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຍັງມີການລັກລອບເຂົ້າມາຂອງຄົນຕ່າງປະເທດດັ່ງກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທີ່ 50 ທີ່ກວດພົບເຊື້ອເມື່ອວັນທີ 9 ເມສາ 2021 ທີ່ຜ່ານມາ ເປັນຄົນສັນຊາດໄທນັ້ນ ແມ່ນຜູ້ກ່ຽວໄດ້ໄປພົບກັບຄົນໄທທີ່ລັກລອບເຂົ້າມາ ສປປ ລາວ.

ທ່ານ ດຣ ຣັດຕະນະໄຊໃຫ້ຮູ້ຕື່ມວ່າ: ໃນໄລຍະບຸນປີໃໝ່ລາວ ພສ 2554 ນີ້ ຮຽກຮ້ອງໃຫ້ທຸກຊັ້ນຄົນເພີ່ມຄວາມມີສະຕິລະວັງຕົວໃນການປ້ອງກັນພະຍາດໂຄວິດ-19 ໂດຍໃຫ້ປະຕິບັດຕາມການແຈ້ງການຂອງຄະນະສະເພາະກິດຢ່າງເຂັ້ມງວດ, ໃຫ້ຫຼີກລ່ຽງການໄປທ່ຽວຢູ່ສະຖານທີ່ບັນເທິງໂດຍສະເພາະໃນໄລຍະທີ່ມີເທດສະການຍ້ອນວ່າຢູ່ສະຖານທີ່ບັນເທິງບໍ່ຮູ້ປະຫວັດຜູ້ທີ່ມາທ່ຽວ ແລະ ໃນສະຖານທີ່ບັນເທິງຍັງມີເນື້ອທີ່ຄັບແຄບ, ຫຼີກລ່ຽງການຕັ້ງວົງຊຸມແຊວໂດຍບໍ່ສາມາດປະຕິບັດໄລຍະຫ່າງໄດ້ ນອກນັ້ນການດື່ມສິ່ງມືນເມົາຍັງເຮັດໃຫ້ຂາດສະຕິໃນການປ້ອງກັນພະຍາດນີ້ອີກດ້ວຍ. ຮຽກຮ້ອງໃຫ້ນາຍບ້ານທີ່ມີບ້ານຕິດກັບປະເທດເພື່ອນບ້ານເພີ່ມມາດຕະການເວນຍາມຕາມຊາຍແດນ ແລະ ກວດກາສະມາຊິກໃນບ້ານຜູ້ທີ່ມີປະຫວັດເດີນທາງໄປເຮັດວຽກຢູ່ປະເທດເພື່ອນບ້ານຖ້າພົບເຫັນມີການລັກລອບເຂົ້າມາຂໍໃຫ້ແຈ້ງເຈົ້າໜ້າທີ່ຢ່າງຮີບດ່ວນເພື່ອຈະນຳຜູ້ກ່ຽວໄປກວດຫາເຊື້ອ ແລະ ຈຳກັດບໍລິເວນ.

ຂ່າວ: ວຽງຈັນທາຍ

Comments