ນາຍົກລັດຖະມົນຕີຖະແຫລງຂ່າວ ກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດພະຍາດ COVID-19 ຢູ່ ສປປ ລາວ

ໃນວັນທີ 19 ເມສາ 2021 ຢູ່ສຳນັກງານນາຍົກລັດຖະມົນຕີ ທ່ານ ພັນຄຳ ວິພາວັນ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຖະແຫລງຂ່າວ ກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໂດຍກ່າວວ່າ: ດັ່ງທີ່ພວກເຮົາໄດ້ຮັບຊາບແລ້ວວ່າ ເກືອບ 2 ປີ ມານີ້, ທົ່ວທັງໂລກ ໄດ້ຮ່ວມກັນຕໍ່ສູ້ກັບພະຍາດ COVID-19 ດ້ວຍມາດຕະການຕ່າງໆ ຢ່າງແຂງແຮງ, ທັງມີຄວາມຮັບຜິດຊອບຮ່ວມກັນຕະຫລອດມາ, ຊຶ່ງໃນຂະບວນການດັ່ງກ່າວຫລາຍປະ ເທດ ກໍໄດ້ຄົ້ນຄວ້າ ແລະ ນຳໃຊ້ຢາວັກແຊງ ເພື່ອໃຊ້ກັນພະຍາດດັ່ງກ່າວ ທັງມີການຊ່ວຍເຫລືອສົງເຄາະໃຫ້ປະເທດອື່ນໆ ບົນຈິດໃຈມະນຸດສະທຳ. ເຖິງຢ່າງໃດກໍຕາມ, ສະພາບການແຜ່ລະບາດຂອງພະຍາດ COVID-19 ໃນທົ່ວໂລກ ກໍຍັງສືບຕໍ່ເກີດຂຶ້ນຢູ່ຊຸມຊົນຕ່າງໆ ຢ່າງກວ້າງຂວາງ, ຊຶ່ງໃນບາງຊຸມຊົນ ແມ່ນໄດ້ກາຍພັນ ທີ່ບໍ່ສາມາດສະກັດກັ້ນ ແລະ ຄວບຄຸມ ຕາມແບບປົກກະຕິໄດ້ອີກ.ສະເພາະ ສປປ ລາວ ພວກເຮົາ ເຫັນໄດ້ໄພອັນຕະລາຍຂອງພະຍາດດັ່ງກ່າວ, ພັກ-ລັດ ເຮົາ ໄດ້ວາງ ແລະ ປະກາດໃຊ້ນະໂຍບາຍ ກໍຄື ມາດຕະການຕ່າງໆ ແຕ່ຫົວທີ, ນະໂຍບາຍດັ່ງກ່າວ ໄດ້ກາຍ ເປັນການກະທຳຕົວຈິງ ຂອງທົ່ວປວງຊົນເຮົາຢ່າງກວ້າງຂວາງ ແລະ ມີຄວາມເປັນເອກະພາບສູງ.

อาจเป็นรูปภาพของ 1 คน และกำลังยืน

ພ້ອມດຽວກັນນັ້ນ, ເພື່ອນມິດປະເທດຕ່າງໆ ກໍໃຫ້ການຊ່ວຍເຫລືອທັງທາງດ້ານວັດຖຸ ແລະ ຈິດໃຈ ຢ່າງຫລວງ ຫລາຍສົມຄວນ ອັນໄດ້ເຮັດໃຫ້ການປ້ອງກັນ ແລະ ສະກັດກັ້ນ ພະຍາດ COVID-19 ຢູ່ ສປປ ລາວ ໄດ້ຮັບຜົນດີສົມຄວນ ເມື່ອທຽບໃສ່ຫລາຍປະເທດໃນໂລກ. ເລື່ອງນີ້, ພໍ່ແມ່ພີ່ນ້ອງກໍ່ໄດ້ຕິດຕາມຂ່າວ ຈາກສື່ມວນຊົນ ທາງການຂອງພວກເຮົາຢ່າງເປັນປົກກະຕິທຸກໆວັນ, ລາວເຮົາ ຍັງເປັນປະເທດຕິດເຊື້ອໜ້ອຍກວ່າໝູ່ໃນບັນດາປະເທດອາຊຽນ.ສຳລັບໃນໄລຍະສະຫລອງບຸນປີໃໝ່ລາວປີນີ້, ດ້ວຍຄວາມເປັນຫ່ວງເປັນໃຍຕໍ່ສຸຂະພາບ ແລະ ຊີ ວິດຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ ກໍຄື ຊາວຕ່າງປະເທດທີ່ດຳລົງຊີວິດ ຢູ່ ສປປ ລາວ, ລັດ ຖະບານ ໄດ້ອອກແຈ້ງການສຳລັບການສືບຕໍ່ເພີ່ມທະວີການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ ແລະ ໄດ້ມອບໃຫ້ ທ່ານຮອງນາຍົກລັດຖະມົນຕີ ທ່ານ ກິແກ້ວ ໄຂຄຳພິທູນ ໃນນາມຫົວໜ້າຄະນະສະເພາະກິດ ເປັນຜູ້ຖະແຫລງຢໍ້າຕື່ມອີກ ເມື່ອວັນທີ 12 ເມສາ 2021.ຜ່ານການປະຕິບັດແຈ້ງການດັ່ງກ່າວ, ໂດຍລວມແລ້ວແມ່ນພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ ຕະຫລອດຮອດຊາວຕ່າງປະເທດທີ່ດຳລົງຊີວິດ ຢູ່ ສປປ ລາວ ແມ່ນປະຕິບັດໄດ້ດີ, ແຕ່ກໍສັງ ເກດເຫັນວ່າ ມີຄົນຈຳນວນໜຶ່ງ ຢູ່ບາງທ້ອງຖິ່ນ ຍັງຂາດສະຕິຄວາມຮັບຜິດຊອບ ຕໍ່ກັບການປະຕິບັດມາດຕະການຕ່າງໆ ທີ່ລັດຖະບານ ໄດ້ວາງອອກນັ້ນ ຈຶ່ງເກີດມີກໍລະນີຜູ້ຕິດເຊື້ອພະຍາດ COVID-19 ຕື່ມອີກ ພຽງແຕ່ໃນໄລຍະສະຫລອງປີໃໝ່ ໄດ້ເພີ່ມຈາກ 49 ຄົນ ໃນວັນທີ 13 ເມສາ 2021 ມາເປັນ 58 ຄົນ ໃນວັນທີ 18 ເມສາ 2021 ໝາຍວ່າ ເພີ່ມອີກ 9 ຄົນ, ຊຶ່ງເປັນອັດຕາສ່ວນທີ່ເພີ່ມຂຶ້ນໄວ ຖ້າທຽບໃສ່ໄລ ຍະຜ່ານມາ ໃນ 9 ຄົນນີ້ ໄດ້ມີການພົວພັນກັບຄົນອື່ນ ຊຶ່ງກໍ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອ 218 ຄົນ.

ລາຍລະອຽດ ທາງຄະນະສະເພາະກິດ ກໍ່ໄດ້ຖະແຫລງຂ່າວໄປແລ້ວ. ນີ້ເປັນທ່າອ່ຽງບໍ່ດີ ສຳລັບປະເທດພວກເຮົາ, ສາຍເຫດຕິດເຊື້ອ ແມ່ນນຳມາຈາກຕ່າງປະເທດທັງໝົດ ນັບທັງເຂົ້າມາຢ່າງຖືກຕ້ອງ ແລະ ລັກ ລອບເຂົ້າມາແບບບໍ່ຖືກຕ້ອງ, ເລື່ອງນີ້ ຄະນະສະເພາະກິດກໍ່ໄດ້ຖະແຫລງຂ່າວປະຈຳວັນ ລະອຽດໄປແລ້ວ.ສະນັ້ນ, ເພື່ອສືບຕໍ່ເພີ່ມທະວີປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະ ຍາດ COVID-19, ພວກເຮົາຕ້ອງພ້ອມກັນເພີ່ມທະວີຄວາມຮັບຜິດຊອບ ຕໍ່ປະເທດຊາດ ແລະ ປະຊາຊົນຂອງພວກເຮົາ ດ້ວຍການມີສະຕິລະວັງຕົວໃຫ້ສູງກວ່າເກົ່າ ແລະ ເອົາໃຈໃສ່ປະຕິບັດ ບັນດາມາດຕະ ການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ຂ້າພະເຈົ້າເຂົ້າໃຈວ່າ ບັນດາມາດຕະການດັ່ງກ່າວ ແມ່ນມີຄວາມບໍ່ສະດວກ ໃຫ້ພໍ່ແມ່ປະຊາຊົນ ໃນການດຳລົງຊີວິດປົກກະຕິ ແຕ່ກໍ່ຈຳເປັນພວກເຮົາຕ້ອງປ້ອງກັນຊີວິດຂອງປະຊາຊົນເຮົາ ເຮັດແນວໃດບໍ່ໃຫ້ມີການລະບາດຮຸນແຮງຂຶ້ນດັ່ງຫລາຍປະເທດ ໂດຍສະ ເພາະ ປະເທດທີ່ມີຊາຍແດນຕິດກັບລາວເຮົາ ທີ່ມີການລະບາດ ຮອບ 2 ຮອບ 3 ບາງມື້ຕິດເຊື້ອເພີ່ມຂຶ້ນ 1.500-1.800 ຄົນ. ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ປະຊາຊົນທຸກຊັ້ນຄົນໃນສັງຄົມ ເອົາໃຈໃສ່ຕື່ມມີດັ່ງນີ້:

1).ໃຫ້ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ຕະຫລອດຮອດຊາວຕ່າງ ປະເທດ ທີ່ພວມປະຕິບັດໜ້າທີ່ ຢູ່ ສປປ ລາວ ທຸກຄົນເພີ່ມຄວາມຮັບຮູ້ເຂົ້າໃຈ ຕໍ່ຄວາມອັນຕະລາຍ ຂອງພະຍາດດັ່ງກ່າວ, ບົນພື້ນຖານນັ້ນ ຮຽກຮ້ອງໃຫ້ທຸກຄົນ ສືບຕໍ່ເພີ່ມທະວີການປະຕິບັດຄຳສັ່ງ, ຄຳແນະນຳ, ແຈ້ງການ ຂອງຄະນະສະເພາະກິດແຕ່ລະຂັ້ນ ທີ່ອອກມາແລ້ວນັ້ນ ໃຫ້ເຂັ້ມງວດ ດ້ວຍຄວາມເປັນເຈົ້າການ ແລະ ໃຫ້ຖືວ່າວຽກງານດັ່ງກ່າວ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ. ພ້ອມນີ້, ຮຽກຮ້ອງໃຫ້ ທຸກຄົນໃນສັງຄົມ ຮັບເອົາຂໍ້ມູນຂ່າວສານຢ່າງມີສະຕິ, ໃຫ້ເອົາໃຈໃສ່ຕິດຕາມຂ່າວສານ ຈາກທາງການ, ບໍ່ໃຫ້ສົ່ງຕໍ່ຂ່າວລືຕ່າງໆ ທີ່ບໍ່ມາຈາກແຫລ່ງທາງການ ທີ່ສ້າງຄວາມວຸ້ນວາຍສັບສົນໃນສັງຄົມ;

2). ຮຽກຮ້ອງໃຫ້ຊາວລາວ ກໍ່ຄືຊາວຕ່າງປະເທດ ທີ່ມີຄວາມປະສົງ ຈະເຂົ້າ-ອອກ ສປປ ລາວ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອດຳເນີນການໃຫ້ຖືກຕ້ອງ ຕາມຂັ້ນຕອນຂອງລະບຽບການ, ບໍ່ໃຫ້ລັກລອບເຂົ້າ-ອອກ ຊຶ່ງຈະນຳຜົນເສຍຫາຍ ມາໃຫ້ປະເທດຊາດຂອງເຮົາ ກໍ່ຄືປະເທດເພື່ອນບ້ານຂອງພວກເຮົາ (ຖ້າເຮົາເຮັດໄດ້ດີ ກໍ່ເປັນການຊ່ວຍເຫລືອປະເທດເພື່ອນບ້ານ, ຖ້າປະເທດເພື່ອນບ້ານເຮັດໄດ້ດີ ກໍ່ເປັນການຊ່ວຍເຫລືອປະເທດເຮົາ). ໃຫ້ສືບຕໍ່ເພີ່ມທະວີການ ຕິດຕາມ, ກວດກາ, ລາດຕະເວນ ລຽບຕາມຊາຍແດນຢ່າງເຄັ່ງຄັດ ເພື່ອສະກັດກັ້ນການເຂົ້າເມືອງຜິດກົດໝາຍ ໂດຍສະເພາະ ເຂດຊາຍແດນກັບປະເທດໃກ້ຄຽງ ທີ່ມີການລະບາດໃນຊຸມຊົນ. ຖ້າພົບເຫັນຕ້ອງນຳມາກວດວິເຄາະຊອກຫາເຊື້ອ COVID-19 ແລະ ນຳສົ່ງໄປຈຳກັດບໍລິເວນ ໃຫ້ຄົບ 14 ວັນ ຕາມລະບຽບການ. ໃຫ້ອຳນາດການປົກຄອງທ້ອງຖິ່ນ ມີມາດຕະການເຂັ້ມງວດ ແລະ ເປັນເຈົ້າການຕິດຕາມກວດກາ ການເຂົ້າມາຂອງບຸກຄົນທີ່ກັບມາຈາກປະເທດ ທີ່ມີການລະບາດຂອງພະຍາດ COVID-19, ຄອບຄົວ ແລະ ຍາດພີ່ນ້ອງ ຕ້ອງໃຫ້ການຮ່ວມມື ແຈ້ງຂໍ້ມູນຄວາມຈິງ ໃຫ້ການຈັດຕັ້ງຊາບດ່ວນ ເພື່ອແກ້ໄຂບັນຫາໃຫ້ທັນການ;

3). ໃຫ້ສືບຕໍ່ສັກວັກແຊງກັນພະຍາດ COVID-19 ໂດຍສະເພາະກຸ່ມເປົ້າໝາຍບູລິມະສິດ ແລະ ຂະຫຍາຍ ໄປທຸກສາຂາອາຊີບ (ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ, ຄູ-ອາຈານ, ພະນັກງານ ຢູ່ສູນການຄ້າ, ໂຮງແຮມ, ຮ້ານອາຫານ, ພໍ່ຄ້າ-ແມ່ຄ້າ ຢູ່ຕະຫລາດ, ສູນການຫລີ້ນກິລາປະເພດຕ່າງໆ ໃຫ້ທົ່ວເຖິງຕາມແຜນທີ່ກຳນົດໄວ້. ສະນັ້ນ, ຈຶ່ງຮຽກຮ້ອງທຸກພາກສ່ວນໃນສັງຄົມ ຕື່ນຕົວສະໝັກໃຈໃນການສັກວັກແຊງ, ໃນນັ້ນ ພະນັກງານ-ລັດຖະກອນ, ທະ ຫານ, ຕຳຫລວດ ຕ້ອງເປັນແບບຢ່າງນຳໜ້າ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ທົ່ວສັງຄົມ. (ຖ້າສ້າງພູມຄຸ້ມກັນລວມໝູ່ແກ້ໄຂໃນທົ່ວປະເທດ ແລ້ວການດຳລົງຊີວິດຂອງປະຊາຊົນເຮົາ ກໍ່ຈະຄ່ອຍໆ ກັບຄືນສູ່ສະພາບປົກກະຕິ). ລັດຖະບານ ອຳນວຍຄວາມສະດວກໃຫ້ປະກອບການ ຫລື ບຸກຄົນ ທີ່ມີຄວາມປະສົງ ຢາກຊ່ວຍປະກອບສ່ວນຈັດຊື້ຢາວັກແຊງ ມາສັກໃຫ້ພະນັກງານຂອງບໍລິສັດຕົນເອງ ຫລື ເປົ້າ ໝາຍອື່ນໃນສັງຄົມ ໃຫ້ສະເໜີເຈດຈຳນົງ ມາຫາຄະນະສະເພາະກິດຕ້ານໂຄວິດ-19 ເພື່ອພິຈາລະນາດ່ວນ ເພື່ອຈະໄດ້ປຶກສາຫາລືກັນລາຍລະອຽດວ່າ ຈະຈັດຊື້ເທົ່າໃດ, ຍີ່ຫໍ້ໃດ ແລະ ສັກໃຫ້ເປົ້າໝາຍໃດ;

4). ໃຫ້ຄະນະສະເພາະກິດແຕ່ລະຂັ້ນ ປັບປຸງມາດຕະຖານສູນຈຳກັດບໍລິເວນ ແລະ ປະຕິບັດມາດຕະການຢ່າງຖືກຕ້ອງ ແລະ ເຂັ້ມງວດ; 5). ໃນກໍລະນີບຸກຄົນ ແລະ ການຈັດຕັ້ງ ຫາກລະເມີດບັນດາມາດຕະການທີ່ພັກ-ລັດ ກໍຄື ການຈັດຕັ້ງແຕ່ລະຂັ້ນວາງອອກ ກໍໃຫ້ນຳໃຊ້ມາດຕະການຕ່າງໆ ຢ່າງເໝາະສົມ ລວມທັງ ມາດຕະການທາງບໍລິຫານ, ເສດຖະກິດ ແລະ ກົດໝາຍກ່ຽວຂ້ອງ.ທ່ານນາຍົກລັດຖະມົນຕີ ໄດ້ກ່າວອີກວ່າ: ຕໍ່ໜ້າສະພາບການດັ່ງກ່າວ, ລັດຖະບານ ຈະສືບຕໍ່ເຝົ້າ ລະວັງ, ຕິດຕາມ, ປະເມີນສະພາບການເປັນແຕ່ລະໄລຍະ ແລະ ອອກມາດຕະການຢ່າງເໝາະສົມ ພ້ອມທັງເຜີຍແຜ່ໃຫ້ສັງຄົມໄດ້ຮັບຊາບ ເພື່ອຈັດຕັ້ງປະຕິບັດຢ່າງເປັນເຈົ້າການ.

ພ້ອມກັນນີ້, ກໍ່ຈະຮີບຮ້ອນ ສັກ ວັກແຊງໃຫ້ພົນລະເມືອງ ໃຫ້ໄດ້ຢ່າງໜ້ອຍ 22% ໃນປີ 2021 ໄດ້ຫລາຍກວ່າກໍ່ຍິ່ງດີ. ດັ່ງນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາທ່ານ ໂດຍສະເພາະ ທີ່ຢູ່ໃນກຸ່ມເປົ້າໝາຍບູລິມະສິດນັ້ນ ຈົ່ງພ້ອມກັນໄປຮັບການສັກວັກແຊງຢ່າງຮີບດ່ວນ ເພື່ອຫລຸດຜ່ອນການລະບາດທີ່ຮ້າຍແຮງຂອງພະຍາດ COVID-19 ຢູ່ປະເທດເຮົາ.ສຸດທ້າຍນີ້, ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ສືບຕໍ່ຮ່ວມແຮງຮ່ວມໃຈ ໃຫ້ການຮ່ວມມື ແລະ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ດ້ວຍຄວາມຮັບຜິດຊອບສູງ, ປະກອບສ່ວນທາງດ້ານວັດຖຸປັດໄຈ ດ້ວຍຄວາມສະໝັກໃຈ ແລະ ຕາມຄວາມສາ ມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະ ບາດຂອງພະຍາດ COVID-19 ເພື່ອຮັບປະກັນ ໃຫ້ປະເທດລາວ ແລະ ພວກເຮົາທຸກຄົນ ພ້ອມກັນຜ່ານຜ່າວິກິດການລະບາດຂອງພະຍາດ COVID-19 ໄປດ້ວຍກັນຢ່າງຕະຫລອດປອດໄພ.

ຂ່າວຈາກ: ຂປລ.

Comments