ຄຳຖະແຫຼງຂອງທ່ານ ຮອງນາຍົກລັດຖະມົນຕີ ກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ

(ວັນຈັນ, ວັນທີ 12 ເມ​ສາ 2021, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ)ພໍ່ແມ່, ພີ່ນ້ອງ ຊາວລາວ ໃນທົ່ວປະເທດ ທີ່ເຄົາລົບ ຮັກແພງ ທັງຫຼາຍ ມື້ນີ້ ແມ່ນວັນຈັນ ວັນທີ 12 ເມ​ສາ 2021, ແລະ ​ຍັງ​ອີກ 2-3 ວັນ ກໍ່​ຈະ​ເປັນ​ປີໃໝ່ ​ປະ​ຈຳ​ຊາດ​ລາວເຮົາ.ໃນປີ ຜ່ານມານີ້ ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ,​ ລວມ​ທັງ ສ​ປ​ປ​ ລາວ ຂອງພວກ ເຮົາໄດ້ປະເຊີນກັບ “ ​ການ​ລະ​ບາດຢ່າງ​ຮ້າຍ​ແຮງ​ຂອງ​ພະ​ຍາດ COVID-19 ” ເຊີ່ງໄດ້ແຜ່​ລາມເປັນວົງກວ້າງ ນັບແຕ່ຕົ້ນປີ 2020 ມານີ້.ເພື່ອຮັບມື ກັບສະພາບການດັ່ງກ່າວ ລັດຖະບານເຮົາ ​ກະກຽມ​ຄວາມ​ພ້ອມ ແລະ ​ວາງມາດຕະການປ້ອງກັນແຕ່ຫົວທີ ໂດຍໄດ້ອອກຄໍາສັ່ງເລກທີ 06/ນຍ ແລະ ​ໄດ້​ທົບ​ທວນ ແລະ ປັບ​ປຸງ ​ໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ເປັນ​ແຕ່​ລະ​ໄລ​ຍະ; ​ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ ໄດ້ເປັນ​ເຈົ້າ​ການ​ໃຫ້​ຄວາມ​ຮ່ວ​ມ​ມື ແລະ ​ຈັດ​ຕັ້ງ​ປະ​ຕິ​ບັດມາດ​ຕະ​ການ​ຕ່າງໆ ເຫຼົ່າ​ນັ້ນ ຢ່າງ​ເຂັ້ມ​ງວດ, ພ້ອມ​ກັນ​ນີ້ ກໍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ສະ​ໜັບ​ສະ​ໜູນ​ຈາກ​ສັງ​ຄົມ, ອົງ​ການ​ຈັດ​ຕັ້ງ ແລະ ບັນ​ດາ​ປະ​ເທດ​ເພື່ອນ​ມິດ ຈຶ່ງເຮັດ​ໃຫ້​ພວກ​ເຮົາສາມາດເອົາຊະນະສັດຕູ ໂຕຮ້າຍກາດນີ້ໄດ້ ໃນລະ​ດັບ​ໃດ​ໜຶ່ງ ຊຶ່ງສະແດງອອກ ບໍ່​ມີຜູ້​ຕິດ​ເຊື້ອພະຍາດ​ COVID-19 ພາຍ​ໃນ​ປະ​ເທດ ​ເລີ່ມແຕ່​ກາງ​ເດືອນ ເມ​ສາ 2020 ເປັນຕົ້ນ​ມາ. ໄປ​ຄຽງ​ຄູ່​ກັນ​ນີ້ ລັດ​ຖະ​ບານ ກໍ່​ໄດ້​ຈັດ​ຕັ້​ງ​ສັກ​ຢາ ໃຫ້​ກຸ່ມ​ເປົ້າ​ໝາຍ, ມາ​ປະ​ຈຸ​ບັນ ໄດ້​ສຳ​ເລັດ​ເຂັມ​ທີ 1 ຈຳ​ນວນ 140.000 ກວ່າ​ຄົນ ແລະ ເຂັມ​ທີ 2 ໄດ້ ເກືອບ 28.000 ຄົນ.​

ປັດ​ຈຸ​ບັນ COVID-19 ຍັງ​ສືບ​ຕໍ່ເປັນໄພຄຸກຄາມຕໍ່ໂລກ ແລະ ຕໍ່ປະເທດເຮົາ ນັບມື້ນັບເພີ່ມຂຶ້ນ ຊຶ່ງບໍ່​ທັນ​ສາ​ມາດ​ສະ​ກັດ​ກັ້ນ ໄດ້​ຢ່າງ​ຂາດ​ຕົວ​ເທື່ອ, ເຊື້ອ​ພະ​ຍາດ​ໄດ້​ກາຍ​ພັນ ມີ​ຄວາມ​ສາ​ມາດ​ທຳ​ລ້າຍຮ້າຍ​ແຮງກວ່າ​ເກົ່າ ເຮັດ​ໃຫ້​ການ​ຕິດ​ເຊື້ອເພີ່ມ​ຂຶ້ນ​ໄວ ຢູ່​ປະ​ເທດ​ຕ່າງໆ ໃນ​ໂລກ, ຫຼາຍ​ປະ​ເທດ ມີ​ການ​ລະ​ບາດ​ຮອບ 2, ຮອບ 3 ແລ້ວ, ມາຮອດມື້ນີ້ ພະຍາດດັ່ງກ່າວ ຍັງສືບຕໍ່ແຜ່ເຊື້ອໄປທົ່ວເຂດແຄວ້ນຂອງໂລກ,​ ມີຜູ້ຕິດເຊື້ອເກືອບ 136 ລ້ານ ຄົນ, ມີຜູ້ເສຍຊີວິດ ທັງໝົດເກືອບ 3 ລ້ານ ຄົນ. ໃນ​ນີ້ ​ຢູ່​ປະ​ເທດອ້ອມ​ຂ້າງ​ຂອ​ງ​ພວກ​ເຮົາ ກໍກຳ​ລັງ​ມີ​ການ​ລະ​ບາດ​ຮຸນ​ແຮງຂຶ້ນ, ມີການລະບາດໃນຮອບໃໝ່ ຊຶ່ງໄດ້ຂະຫຍາຍອອກສູ່ວົງກ້ວາງ ແລະ ຍາກ​ທີ່​ຈະສະກັດກັ້ນ ແລະ ຄວບຄຸມ ໄວ້​ໄດ້, ຊຶ່ງ​ມີ​ຄວາມ​ສ່ຽງ​ສູງ​ທີ່​ອາດ​ຈະ​ແຜ່​ລະ​ບາດ ເຂົ້າ​ມາ​ປະ​ເທດ​ເຮົາ ເນື່ອງ​ຈາກ ສັງ​ຄົມ ເລີ່ມ​ມີ​ການ​ລະ​ເຫຼີງ, ຖື​ເບົາ​ຕໍ່​ມາດ​ຕະ​ການທີ່​ຄະ​ນະ​ສະ​ເພາະ​ກິດ​ວາງ​ອອກ ແລະ ຍັງ​ມີສະ​ພາບ​ການ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ແລະ ກໍຍ້ອນວ່າພວກເຮົາໄດ້ຜ່ອນຜັນມາດຕະການຈຳນວນໜຶ່ງເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ ຊຶ່ງໄດ້ມີການອະນຸຍາດ ໃຫ້ເດີນທາງເຂົ້າ-ອອກ ສປປ ລາວ ຈຶ່ງໄດ້ພົບຜູ້ຕິດເຊື້ອ ທີ່ເດີນທາງມາຈາກຕ່າງປະເທດ.

ມາຮອດມື້ນີ້ ເຖິງວ່າ ຢູ່ ສປປ ລາວ ມີຜູ້ຕິດເຊື້ອສະສົມ ລວມທັງໝົດ 51 ຄົນ (ກໍລະນີໃໝ່ 2 ກໍລະນີ), ໃນນີ້ ປີ່ນປົວຫາຍດີ 47 ຄົນ ແລະ ຍັງສືບຕໍ່ປິ່ນປົວ 04 ຄົນ ແຕ່ມາຮອດວັນທີ 11 ເມສາ 2021 ໄດ້ພົບຄົນເຈັບຕິດເຊື້ອພາຍໃນປະເທດ ເປັນຄັ້ງທຳອິດໃນໄລຍະ 1 ປີຜ່ານມາ.ພໍ່ແມ່ ພີ່ນ້ອງ ທີ່ຮັກແພງທັງຫຼາຍ,ອີງໃສ່ສະພາບການລະບາດ ຢູ່ບັນດາປະເທດໃນໂລກ ໂດຍສະເພາະປະເທດ ທີ່ີມີຊາຍແດນຕິດຈອດກັບປະເທດເຮົາ, ສົມທົບກັບໄລຍະນີ້ ຍັງ​ມີ​ແຮງ​ງານ​ທີ່​ເດີນ​ທາງ​ຈາກ​ປະ​ເທດ​ທີ່​ມີ​ການ​ລະ​ບາດ​ຂອງ​ພະ​ຍາດ ​ເຂົ້າ​ມາ​ໃນປະ​ເທດ​ເຮົາ, ດັ່ງ​ນັ້ນ ແຕ່​ນີ້ ຕໍ່​ໄປ ພວກເຮົາ ​ຕ້ອງພ້ອມກັນມີສະຕິລະວັງຕົວ ໃຫ້ສູງກວ່າເກົ່າ ແລະ ​ພ້ອມ​ກັນ​ເອົາ​ໃຈ​ໃສ່ປ​ປະ​ຕິ​ບັດເຂັ້ມງວດໃນການປະ​ຕິ​ບັດ​ມາດ​ຕະ​ການ​ທີ່​ຄະ​ນະ​ສະ​ເພາະ​ກິດ​ວາງ​ອອກ ດັ່ງ​ນີ້:

1. ​ສືບຕໍ່ປະຕິບັດ ຄຳສັ່ງ, ຄຳແນະນຳ, ແຈ້ງການ ທີ່ອອກມາແລ້ວໃຫ້ເຂັ້ມງວດ ໂດຍ​ສະ​ເພາະ​ ຄຳ​ສັ່ງ​ເພີ່ມເຕີມ ກ່ຽວ​ກັບ​ການເພີ່ມທະວີການປະຕິບັດບັນດາມາດຕະການ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວຫາທ້າຍເດືອນເມສາ.

2. ຈັ​ດ​ຕັ້ງ​ການສັກ​ວັກ​ຊີນ​ກັນ​ພະ​ຍາດ COVID-19 ຢ່າງ​ເລັ່ງ​ດ່ວນ ໂດຍ​ສະ​ເພາະ​ສຸມ​ໃສ່​ສັກໃຫ້​ກຸ່ມ​ອາ​ຊີບ​​ທີ່ໃຫ້​ການບໍ​ລິ​ການ​ສາ​ທາ​ລະ​ນະ ແລະ ຂະ​ຫຍາຍ​ໄປ​ທຸກ​ສາ​ຂາ​ອາ​ຊີບ​ຕາມ​ແຜນ​ທີ່​ວາງ​ໄວ້. ສະ​ນັ້ນ ຈຶ່ງ​ຮຽກ​ຮ້ອງ​ທຸກ​ພາກ​ສ່ວນໃນ​ສັງ​ຄົມ ຕື່ນ​ຕົວ​ສະ​ໝັກ​ໃຈ​ໃນ​ການ​ສັກ​ວັກ​ຊີນ ເພື່ອ​ປ້ອງ​ກັນ​ຕົນ​ເອງ, ຄອບ​ຄົວ ແລະ ທົ່ວ​ສັງ​ຄົມ ຊຶ່ງ​ຢາ​ວັກ​ຊີນ ແມ່ນ​ໄດ້​ຮັບ​ການ​ຢັ້ງ​ຢືນ ຈາກ​ອົງ​ການ​ສາ​ກົນ, ຫຼາຍ​ປະ​ເທດ​ໃນ​ໂລກ ກໍ່​ໄດ້​ນຳ​ໃຊ້. ຜ່ານ​ການ​ສັກ​ຢາ​ວັນ​ຊີນ ໃຫ້​ກຸ່ມ​ເປົ້າ​ໝາຍ​ໃນ​ໄລ​ຍະ​ຜ່ານ​ມາ ບໍ່​ມີ​ການ​ລາຍ​ງານກ່ຽວ​ກັບ​ຜົນ​ຂ້າງ​ຄຽງ​ທີ່​ຮ້າຍແຮງ​ເກີດ​ຂຶ້ນ.

3. ພ້ອມ​ກັນ​ນີ້ ກໍ່ສະ​ເໜີ​ໃຫ້​ພາກ​ທຸ​ລະ​ກິດ ເປັນ​ເຈົ້າ​ການປະ​ກອບສ່ວນ​​ສະ​ໜັບ​ສະ​ໜູນ​ແຜນ​ການ​ສັກ​ວັກ​ຊີນ ໂດຍ​ຜ່ານ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ.

4. ເພີ່ມທະວີການ​ຕິດຕາມ, ກວດກາ ບໍ​ລິ​ເວນລຽບຕາມຊາຍແດນ ຢ່າງເຄັ່ງຄັດ ເພື່ອສະກັດກັ້ນການລັກລອບເຂົ້າປະເທດ ຂອງພົນລະເມືອງລາວ ແລະ ຊາວຕ່າງຊາດ ໂດຍສະເພາະ ຈຸດຂ້າມລອຍລະຫວ່າງປະເທດໃກ້ຄຽງທີ່ມີການລະບາດໃນຊຸມຊົນ ເພື່ອໃຫ້ສາມາດນຳເອົາຜູ້ລັກລອບເຂົ້າເມືອງຜິດກົດໝາຍ ມາກວດວິເຄາະຊອກຫາເຊື້ອ COVID-19 ແລະ ຈຳກັດບໍລິເວນຢູ່ສູນ ທີ່ຄະນະສະເພາະກິດ ກຳນົດໄວ້ ໃຫ້ຄົບ 14 ວັນ ຕາມລະບຽບການ. ​ພ້ອມ​ກັນ​ນີ້, ກໍ່​ຈະປະ​ຕິ​ບັດມາດຕະການ ເດັດ​ຂາດ ຕໍ່ຜູ້ທີ່ລັກລອບເຂົ້າ-ອອກເມືອງ ຕາມກົດໝາຍ ແລະ ລະ​ບຽບ​ການກ່ຽວ​ຂ້ອງ ກຳ​ນົດ.

5. ສືບຕໍ່ໂຄສະນາເຜີຍແຜ່ ໃຫ້ປະຊາຊົນເພີ່ມທະວີ ໃນ​ການປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.6. ປັບປຸງມາດຕະຖານສູນຈຳກັດບໍລິເວນ,​ ກວດວິເຄາະຫາເຊື້ອພະຍາດ ໃນກຸ່ມຄົນທີ່ມີອາການສົງໃສ ແລະ ມີຄວາມສ່ຽງ.ພໍ່ແມ່ ພີ່ນ້ອງ ທີ່ຮັກແພງທັງຫຼາຍ,ຕໍ່ໜ້າສະພາບການດັ່ງກ່າວ ລັດ​ຖະ​ບານ ​ມີ​ແຜ​ນສືບ​ຕໍ່​ສັກ​ຢາ​ວັກ​ຊີນ ໃຫ້​ພົນ​ລະ​ເມືອງ ໃນ​ປີ 2021 ໃຫ້​ໄດ້ 22% ແລະ ປີ 2022 ໃຫ້​ໄດ້ 70% ຂອງ​ຈຳ​ນວນ​ພົນ​ລະ​ເມືອງ​ທັງ​ໝົດ. ດັ່ງ​ນັ້ນ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງ, ປະຊາຊົນລາວທຸກຖ້ວນໜ້າ ພະນັກງານ ທະຫານຕຳຫຼວດໃນຂອບເຂດທົ່ວປະເທດ ຜູ້ທີ່ນອນຢູ່ໃນກຸ່ມເປົ້າໝາຍທີ່ກຳນົດໄວ້ ໂດຍ​ສະ​ເພາະ ພະ​ນັກ​ງານ​ຫຼັກ​ແຫຼ່ງ ແກ່ນ​ສານ ຈົ່ງເປັນ​ແບບ​ຢ່າງ ນຳ​ໜ້າ ພ້ອມພຽງ​ໜ້າກັນ ໄປຮັບການສັກຢາວັກຊີນຢ່າງຮີບດ່ວນ ໃຫ້ຄົບຖ້ວນ ເພື່ອຮັບປະກັນໃນການປ້ອງກັນການຕິດເຊື້ອ.ຂໍຮຽກຮ້ອງມາຍັງທຸກການຈັດຕັ້ງ,​ ທຸກອົງການຂອງພັກ, ລັດ,​ ອົງການຈັດຕັ້ງແນວໂຮມ, ອົງການຈັດຕັ້ງມະຫາຊົນ,​ ການຈັດຕັ້ງທາງສັງຄົມ ຈົ່ງເປັນກຳລັງແຮງໃນການຈັດຕັ້ງປະຕິບັດບັນດາມາດຕະການທີ່ລັດຖະບານ ວາງອອກ ຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງແທ້.ອີກເທື່ອໜຶ່ງ ຂ້າພະເຈົ້າຂໍຂອບໃຈ ມາຍັງຄະນະສະເພາະກິດ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ, ໃຫ້ການປຶກສາແກ່ພວກເຮົາຕະຫຼອດມາ.ໃນໂອກາດປີໃໝ່ລາວ ທີ່ຈະມາເຖິງນີ້, ຂໍໃຫ້ທຸກຄົນ ສະເຫຼີມສະຫຼອງປີໃໝ່ ຕາມ​ລະ​ບຽບຫຼັກ​ການ, ມີຄວາມປອດໄພ ແລະ ມີສະຕິໃນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19.

ຂ້າພະເຈົ້າ ຂໍອວຍພອນໃຫ້ທຸກໆຄົນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນ ໜ້າທີ່ວຽກງານຂອງຕົນ .

(ຂໍຂອບໃຈ)

Comments