ຕື່ນເຕັ້ນຫຼາຍ ທີ່ກະຫາກໍມີໂອກາດໄດ້ໄປເຮັດບັດປະຈໍາຄັ້ງທໍາອິດໃນຊີວິດ
ສໍາຫຼັບນ້ອງໆຜູ້ໃດທີ່ກ້າວຍ່າງເຂົ້າເປັນໄວໜຸ່ມ 16 ປີ ຫຼື ຜູ່ໃດທີ່ບັດປະຈໍາຕົວປະຊາຊົນລາວໝົດອາຍຸແລ້ວ ກໍໄດ້ໄປເຮັດບັດໃໝ່ , ຊິມາບອກວ່າ ມັນງ່າຍດາຍຫຼາຍ ແລະ ບໍ່ໄດ້ເສຍເວລາຫຍັງດົນເລີຍ!!!
ເລີ່ມຈາກໄປຊື້ :
1; ປຶ້ມຟອມຄໍາຮ້ອງ ຂໍເຮັດບັດປະຊາຊົນ, ທີ່ ປກສ ເມືອງ ລາຄາ 10.000 ກີບ
ຂຽນຂໍ້ມູນລົງໃສ່ຟອມ
2; ໄປເຊັນ ແລະ ປະທັບການາຍບ້ານຮຽບຮ້ອຍຈ່າຍຄ່າທໍານຽມບ້ານ10.000 ກີບ
ຈາກນັ້ນກໍຖືເອກະສານພ້ອມດ້ວຍສໍາເນົາປຶ້ມສໍາມະໂນຄົວ ແລະ ສະບັບແທ້ , ບັດປະຈໍາຕົວປະຊາຊົນເກົ່າ ( ສໍາຫຼັບຜູ້ເຄີຍມີແລ້ວ )
3; ກັບໄປ ປກສ ເມືອງ ຊື້ຟອມອີກໃບໜຶ່ງ ລາຄາ 5.000 ກີບ ( ເຈົ້າໜ້າທີ່ເພີ່ນຫາກຊິແນະນໍາ ) ແລ້ວໃສ່ຂໍ້ມູນປະຫວັດສ່ວນຕົວ ແລະ ສາຍພົວພັນຂອງເຮົາ , ຊື່ພໍ່ -ແມ່ ,ເອື້ອຍນ້ອງ , ຄູ່ສົມລົດ ແລະ ລູກ
4; ຈ່າຍຄ່າທໍານຽມ 85.000 ກີບ ແລ້ວກໍຖືເອກະສານເຂົ້າໄປນັ່ງຖ້າ ຮອດຄິວເຮົາໃຫ້ເຈົ້າໜ້າທີ່ຊັກຖາມໜ້ອຍໜຶ່ງ ແລ້ວ ກໍຖ່າຍຮູບ , ຂັ້ນຕອນນີ້ສໍາຄັນທີ່ເຮົາຕ້ອງແຕ່ງຕົວສຸພາບດ້ວຍເສື້ອເຊີດສີເຂັ້ມໆ ເພາະເສື້ອສີຈາງໄປ ຈະເຮັດໃຫ້ແສງແຟັລດທີ່ແຮງຫຼາຍນັ້ນເຮັດໃຫ້ຮູບເຮົາອອກມາມີແຕ່ຄໍລອຍອອກຈາກໂຕ , ເຈົ້າໜ້າທີ່ເພີ່ນຈະໃຫ້ປ່ຽນເສື້ອ, ຖ້າຜູ້ໃດນຸ່ງເສື້ອໄໝ ຫຼື ແຟຊັ້ນໄປກໍຈະໄດ້ປ່ຽນນຸ່ງເສື້ອເຊີດສີເຂັ້ມໆ ທີ່ເພີ່ນມີໄວ້ໃຫ້ , ແຕ່ມັນກະຄືຊິບໍ່ແມ່ນເຮົາແມ່ນບໍ່ລະ ( ຄວາມຮູ້ສຶກສ່ວນຕົວ )
5; ຈາກນັ້ນກໍ່ໄປປໍ້າໂປ້ມືທັງ 10 ນີ້ວລົງໃນຟອມທີ່ເຮົາຊື້ຫັ້ນລະ , ລະເພີ່ນກະເກັບສໍາເນົາເອກະສານເຮົາທັງໝົດໄວ້ , ເຮົາກະໄປຖ້າເອົາບັດນັດມື້ໄປເອົາ , ຈ່າຍຕື່ມອີກ 3.000 ກີບ ແລ້ວຫາກໃຜຢາກໄດ້ໄວ ກໍມີການຈ່າຍເພີ່ມຕື່ມອີກເລັກນ້ອຍ , ສໍາຫຼັບແອັດມິ້ນ ບໍ່ໄດ້ຟ້າວຫຍັງ ເລີຍບໍ່ຈ່າຍເພີ່ມ
ລວມລາຍຈ່າຍທັງໝົດ 113.000 ກີບ ໃຊ້ເວລາແວັບໄປເຄິ່ງມື້ ແລ້ວ ອີກ 2 ອາທິດຈັ່ງໄປເອົາບັດປະຊາຊົນໃໝ່ເປັນບັດສີຂຽວເດີ້….ສ່ວນບັດເກົ່າທີ່ເປັນສີຂາວເພີ່ນຈະເກັບໄວ້ /
ປລ: ບາງບ້ານ ແລະ ບາງເມືອງອາດຈະມີຄ່າທໍານຽມເອກະສານບໍ່ເທົ່າກັນເດີ້
ບໍ່ພໍເທົ່ານັ້ນ, ທາງຜູ້ນໍາການອອກບັດປະຈຳຕົວ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນລາວທຸກຄົນ ເຂົ້າໄປເຮັດບັດປະຈຳຕົວດ້ວຍຕົນເອງ ເພື່ອປ້ອງກັນ ກຸ່ມຄົນທີ່ຈະເຂົ້າມາຊອກຫາກຳໄລຈາກການເຮັດບັດປະຈຳຕົວໃຫ້ປະຊາຊົນ. (ມີຄຼິບ)
ເຮັດບັດປະຈຳຕົວ 35.000ກີບແຊຣ໌ໄປເລີຍໃຫ້ຄົນລາວຮັບຮູ້ລາຄາ
Posted by Somporn Chansawang on Monday, June 18, 2018