ຜູ້ມີຜົນງານຕໍ່ປະເທດຊາດ 20 ກວ່າທ່ານໄດ້ຮັບເງິນນະໂຍບາຍອຸດໜູນ

ພິທີມອບ-ຮັບເງິນນະໂຍບາຍ ໃຫ້ແກ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ຕໍ່ປະເທດຊາດ ປະຈໍາປີ 2019 ຂຶ້ນທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ໂດຍມີ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ຜູ້ຊີ້ນໍາຂົງເຂດວັດທະນະທໍາ ສັງຄົມ, ທ່ານນາງ ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ ມີຜູ້ຕາງໜ້າກົມນະໂຍບາຍ ຮອງເຈົ້າເມືອງ ຄະນະກໍາມະການຄົ້ນຄວ້ານະໂຍບາຍ ຫົວໜ້າຫ້ອງການ ແຮງງານເມືອງ ແລະ ພະນັກງານປະຕິວັດອາວຸໂສ ເຂົ້າຮ່ວມ.

ການປະຕິບັດນະໂຍບາຍຄັ້ງນີ້ ແມ່ນ 6 ເດືອນຕົ້ນປີ 2018-2019 ນະໂຍບາຍອຸດໜູນເສຍ ສະຫຼະຊີວິດຍ້ອນການສູ້ຮົບ ແລະ ຮັບໃຊ້ສູ້ຮົບ ຈໍານວນ 27 ທ່ານ ເປັນຍິງ 2 ທ່ານ ຈໍານວນເງິນທັງ ໝົດ 608.145.600 ກີບ ແລະ ນະໂຍບາຍເງິນອຸດໜູນນັກຮົບແຂ່ງຂັນ 1 ທ່ານ ຈໍານວນ 10 ລ້ານກີບ.

ທ່ານ ນາງ ລໍາພອຍ ສີອັກຄະຈັນ ກ່າວວ່າ: ເຖິງມູນຄ່າເງິນຈະໜ້ອຍບໍ່ສົມຄູ່ກັບຜົນງານ ແຕ່ສິ່ງນີ້ ແມ່ນນໍ້າຈິດ-ນໍ້າໃຈຂອງພັກ-ລັດ ເວົ້າລວມ ເວົ້າສະເພາະ ຂອງຮຸ່ນນ້ອງ ຮຸ່ນລູກ ຫຼານຜູ້ສືບທອດພາລະກິດ ຂອງບັນດາທ່ານທີ່ຍັງເປັນຫ່ວງເປັນໃຍ ຍັງຈົດຈໍາບຸນຄຸນຂອງບັນດາທ່ານ ໄວ້ບໍ່ມີວັນຈະຫຼົງລືມ.

ຂໍ້ມູນຈາກ: ວຽງຈັນໃໝ່

Comments