ວ່າດ້ວຍເລື່ອງລົດໄຟລາວຈີນ (ມາຮູ້ຈັກກັບໂຄງການນີ້ຫຼາຍຂຶ້ນ ອ່ານເລີຍ!!!)

ສະບາຍດີທ່ານຜູ້ອ່ານ ແລະ ຕິດຕາມເວັບໄຊ ທາເກັດເປັນປະຈຳ ດັ່ງທີ່ເຮົາຮູ້ກັນແລ້ວວ່າ ປະເທດລາວເຮົາກຳລັງຈະມີລົດໄຟຟ້າຄວາມໄວສູງ ເປັນອີກເສັ້ນທາງໜຶ່ງໃນການຄົມມະນາຄົມຜູ້ໂດຍສານ ຫຼື ສິນຄ້າຕ່າງໆຈາກຈີນມາລາວ ຈາກລາວໄປຈີນ ແລະ ໄປປະເທດອື່ນໆໄດ້ຢ່າງສະດວກສະບາຍນັ້ນເອງ, ແຕ່ກ່ອນຈະມີໂຄງການນີ້ ຈົນມີການກໍ່ສ້າງ ແລະ ຄາດວ່າຈະໄດ້ນຳໃຊ້ໃນທ້າຍປີ 2020 ກໍໄດ້ມີສຽງວິພາກວິຈານໄປຕ່າງໆນາໆ. ບາງຄົນໃຫ້ທັດສະນະຄະດີດ້ານບວກວ່າ ປະເທດລາວຈະໄດ້ຜົນປະໂຫຍດຫຼາຍຢ່າງຈາກໂຄງການລົດໄຟຟ້າລາວ-ຈີນນີ້ ແລະ ກໍມີບາງຄົນຄິດລົບວ່າລາວມີການເສຍປຽບຫຼາຍຢ່າງໃນໂຄງການນີ້ ແຕ່ມື້ນີ້ ທາງຜູ້ຂຽນໄດ້ເຫັນໂພສໜຶ່ງທີ່ຂຽນໂດຍ ພ.ສະຫວັນ ໃນເພສຂອງ     Lao Army – ທະຫານລາວ 

ຈາກຜູ້ຮູ້ທີ່ໄດ້ມີໂອກາດໄດ້ສຶກສາກ່ຽວກັບໂຄງການລົດໄຟ ລາວ-ຈີນ ນີ້ …ຈຶ່ງຈະນຳຂໍ້ມູນທີ່ທຸກທ່ານອາດຈະບໍ່ຮູ້ມາໃຫ້ທຸກທ່ານໄດ້ອ່ານ ແລະ ພິຈາລະນາກັນ.

1.ທາງລົດໄຟລາວ-ຈີນ ເປັນການຮ່ວມມືຫຸ່ນສ່ວນກັນລະຫວ່າງ ລາວ ແລະ ຈີນ ໂດຍລາວ 30% ຈີນ 70%…ມູນຄ່າການກໍ່ສ້າງທັງໝົດ 5,965 ລ້ານໂດລາ. ໃນນັ້ນລາວຮ່ວມທຶນກໍ່ສ້າງພຽງ 730 ລ້ານໂດລາ ເຫຼືອນັ້ນຈີນອອກເອງໝົດ (ໄລຍະຄືນທຶນ 35 ປີ ນັບແຕ່ມື້ກໍ່ສ້າງໄປ)…ໃນສ່ວນຂອງລາວ 730 ລ້ານໂດລານັ້ນ ທາງລາວສາມາດຈ່າຍໄດ້ 250 ລ້ານໂດລາ ເຫຼືອ 480 ລ້ານໂດລາ ແມ່ນກູ້ເງິນຈາກຈີນ ດ້ວຍດອກເບ້ຍ2.3%ຕໍ່ປີ (ກໍ່ໝາຍຄວາມວ່າຈ່າຍດອກເບ້ຍປີລະ 11.4 ລ້ານໂລດາ)…
#ໃຜທີ່ບອກວ່າທາງລົດໄຟລາວຈີນລາວຕິດຫນີ້ຈີນຫຼາຍຕື້ໂດລານະຄິດໃຫມ່ເດີເພາະມັນບໍ່ແມ່ນເດີ…..ມົ້ວ…

2. ດິນສອງຂ້າງທາງ ເບື້ອງລະ 50 ແມັດນັ້ນ…ເພີ່ນສະຫງວນໄວ້ ເພື່ອຈະຂະຫຍາຍ ໃຫ້ເປັນ 2 ແລວທາງ ແລະ ເປັນລົດໄຟຄວາມໄວສູງ 250+ km/h ໃນຕໍ່ຫນ້າ…ຄັນບໍ່ສະຫງວນໄວ້ຈັກນໜ້ອຍພໍ່ແມ່ປະຊາຊົນກໍມາປຸກເຮືອນປຸກຊານໃສ່ ເມື່ອເພີ່ນຈະຂະຫຍາຍກໍຕ້ອງມາຍາກໄກ່ເກ່ຍອີກ…ອີກຢ່າງກໍເພື່ອຄວາມປອດໄພ ໄປປຸກເຮືອນຢູ່ໃກ້…ເກີດອຸບັດຕິເຫດມາ ກໍຈະຫຍຸ້ງຍາກອີກ…ເວົ້າຕາມແທ້ 50 ແມັດ ມັນນ້ອຍເກີນໄປສິເຮັດຫຍັງໃຫ້ເປັນກຳໄລໄດ້ນະ ເປັນກິໂລນະຄືຢູ່ (ເຊິ່ງລັດຖະບານເພີ່ນບໍ່ໃຫ້ ເພີ່ນໃຫ້ຈົ່ງໄວ້ແຕ່ 50 ແມັດ)…ເວົ້າສັ້ນໆ 50 ແມັດ ສອງຂ້າງທາງ ຫ້າມບໍ່ໃຫ້ປຸກສ້າງຫຍັງໃສ່ໝົດ ຍົກເວັ້ນ ສິ່ງທີ່ກ່ຽວກັບລົດໄຟ.
3. ລົດໄຟທີ່ຈະໃຊ້ແມ່ນລຸ້ນ CRH (ນ່າຈະ CRH1,CRH3,CRH5,CRH6) ເພາະມີຄວາມໄວ ແຕ່ 140 – 200 km/h…ລົດໄຟລາວ-ຈີນຢູ່ເຂດພູສູງ ແຕ່ບໍ່ເຕ່ນ-ວັງວຽງ ໃຫ້ແລ່ນ 160-180km/h…ເຂດທົ່ງພຽງ ແຕ່ວັງວຽງ ຫາ ນະຄອນຫຼວງວຽງຈັນ 160-200km/h…ຍັງບໍ່ແມ່ນລົດໄຟຄວາມໄວສູງເທື່ອ…ຍັງເປັນລົດໄຟຄວາມໄວປານກາງຢູ່…ລົດໄຟຂົນສົ່ງສິນຄ້າແມ່ນ 120km/h
4. ຄ່າບໍລິການແມ່ນ ຜູ້ໂດຍສານ ແມ່ນ 350ກີບ/ຄົນ/ກິໂລແມັດ.
ຄ່າຂົນສົ່ງສິນຄ້າ 600ກີບ/ໂຕນ/ກິໂລແມັດ
ຕົວຢ່າງ:
ແຕ່ ນະຄອນຫຼວງວຽງຈັນ ຫາ ວັງວຽງ 125 km ໂດຍລົດໄຟ ໃຊ້ເວລາ 1 ຊົ່ວໂມງ-1 ຊົ່ວໂມງ50ນາທີ (ລວມເວລາຈອດຢູ່ແຕ່ລະສະຖານີ (ສະຖານີລະ5-10ນາທີ) 7ສະຖານີ)…ຄ່າໂດຍສານຕົກຢູ່ 40,000-45,000ກີບ.
ຖ້າຂີ່ລົດເມທຳມະດາ 150 km ໃຊ້ເວລາ ກວ່າ4ຊົ່ວໂມງ ຄ່າໂດຍສານ 50,000-60,000ກີບ.
ແຕ່ນະຄອນຫຼວງວຽງຈັນ-ຫລວງພະບາງ ໂດຍລົດໄຟ 300 km ໃຊ້ເວລາຢູ່ 2 ຊົ່ວໂມງເຄິ່ງ-3 ຊົ່ວໂມງປາຍ (ລວມເວລາຈອດຢູ່ແຕ່ລະສະຖານີ(ສະຖານີລະ5-10ນາທີ) 12ສະຖານີ)…ຄ່າໂດຍສານຕົກຢູ່ 100,000-110,000ກີບ.
ຖ້າລົດເມ 350 km ໃຊ້ເວລາເກືອບ 11 ຊົ່ວໂມງ (ຕອນນີ້)..ຄ່າໂດຍສານ 110,000-150,000 ກີບ.
ແຕ່ນະຄອນຫຼວງວຽງຈັນ-ບໍ່ເຕັ່ນ(ຊາຍແດນຈີນ) ໂດຍລົດໄຟ 427 km ໃຊ້ເວລາຢູ່ 5 ຊົ່ວໂມງ-6 ຊົ່ວໂມງເຄິ່ງ (ລວມເວລາຈອດຢູ່ແຕ່ລະສະຖານີ(ສະຖານີລະ5-10ນາທີ) 20ສະຖານີ)…ຄ່າໂດຍສານຕົກຢູ່ 140,000-150,000 ກີບ.
ຖ້າລົດເມ 640 km ໃຊ້ເວລາເກືອບ 20 ຊົ່ວໂມງ(ຕອນນີ້)..ຄ່າໂດຍສານ 210,000-250,000ກີບ.
ສຳລັບສ່ວນໂດຍຂ້າພະເຈົ້າແລ້ວ ເລືອກຂີ່ລົດໄຟດີກວ່າ ເພາະຖືກກວ່າ ແລະໃຊ້ເວລາໜ້ອຍກວ່າອີກ.
ຖ້າວ່າຄົນລາວມັກປຽບທຽບມາເບິ່ງແຕ່ລະໂຄງການຂອງຈີນໃນ 3 ປະເທດກັນເບີ່ງວ່າບ່ອນໃດແພງກວ່າກັນ
ລາວ 427 km ຄວາມໄວ 160 (200)km/h ລາຄາ 5,965ລ້ານໂດລາ ຫຼື 13,9 ລ້ານໂດລາ/km.
ໄທ (ກຸງເທບ-ແກ້ງຄອຍ-ໂຄລາດ-ໜອງຄາຍ) 873 km ຄວາມໄວ 180 (250)km/h ລາຄາ 16,560 ລ້ານໂດລາ ຫຼື 18,9 ລ້ານໂດລາ/km.
ມາເລເຊຍ-ສິງກະໂປ 360 km ຄວາມໄວ 300km/h ລາຄາ 13,000ລ້ານໂດລາ(ຫຼຸດລົງຈາກ 20,000 ລ້ານໂດລາ) ຫຼື 36,1ລ້ານໂດລາ/km.
ຂ່າວທຸກຂ່າວຄວນວິເຄາະດີໆ
ໂດຍ: ພ.ສະຫວັນ

ລາຍລະອຽດຄຼິກເຂົ້າອ່ານເອກະສານຕາມລິ້ງນີ້ໄດ້

https://www.mpwt.gov.la/attachments/article/1286/%E0%BB%80%E0%BA%AD%E0%BA%81%E0%BA%B0%E0%BA%AA%E0%BA%B2%E0%BA%99%E0%BB%82%E0%BA%84%E0%BA%AA%E0%BA%B0%E0%BA%99%E0%BA%B2%E0%BB%80%E0%BA%9C%E0%BA%B5%E0%BA%8D%E0%BB%81%E0%BA%9C%E0%BB%88%E0%BA%99%E0%BA%B3%E0%BA%9E%E0%BA%B2%E0%BB%81%E0%BA%99%E0%BA%A7%E0%BA%84%E0%BA%B4%E0%BA%94%E0%BA%81%E0%BB%88%E0%BA%BD%E0%BA%A7%E0%BA%81%E0%BA%B1%E0%BA%9A%E0%BB%82%E0%BA%84%E0%BA%87%E0%BA%81%E0%BA%B2%E0%BA%99%E0%BA%81%E0%BB%8D%E0%BB%88%E0%BA%AA%E0%BB%89%E0%BA%B2%E0%BA%87%E0%BA%97%E0%BA%B2%E0%BA%87%E0%BA%A5%E0%BA%BB%E0%BA%94%E0%BB%84%E0%BA%9F%E0%BA%A5%E0%BA%B2%E0%BA%A7-%E0%BA%88%E0%BA%B5%E0%BA%99.pdf

Comments