ປະກາດໃຊ້ ຍຸດທະສາດ ການເຕີບໂຕສີຂຽວແຫ່ງຊາດ

ລັດຖະບານ ໄດ້ອອກດຳລັດເລກທີ 20/ລບ ລົງວັນທີ 31 ມັງກອນ 2019 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ຂອງ ສປປ ລາວ ເຖິງປີ 2030, ພ້ອມມອບໃຫ້ກະຊວງແຜນການ ແລະ ການລົງທຶນ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ເປັນເຈົ້າການປະສານສົມທົບ ກັບບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກ ຄອງທ້ອງຖິ່ນຕ່າງໆ ຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.


ຈຸດປະສົງ ແລະ ເປົ້າໝາຍຕົ້ນຕໍຂອງການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດສະບັບນີ້, ແມ່ນເພື່ອເສີມສ້າງຄວາມອາດສາມາດ ໃນການເຊື່ອມສານການເຕີບໂຕສີຂຽວ ເຂົ້າໃນການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນການຂອງຂະແໜງການ ແລະ ທ້ອງຖິ່ນໃນແຕ່ລະໄລຍະ ເພື່ອຮັບປະກັນການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະຍາວ ທີ່ພັກ ແລະ ລັດຖະບານຂອງ ສປປ ລາວ ໄດ້ກຳນົດໄວ້ ເປັນຕົ້ນແມ່ນ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນ ປີ 2020 ແລະ ກ້າວໄປເປັນປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ຕາມທິດສີຂຽວ-ຍືນຍົງ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນ ປີ 2030 ຢ່າງມີຄຸນນະພາບ.

ຂໍ້ມູນຈາກ: ຂປລ.

 

Comments