ຂ່າວ ພາຍໃນປະເທດ

ອີທີແອລ ໂສມໜ້າໃຫມ່ ເຄື່ອງໝາຍການຄ້າໃຫມ່, ເຄື່ອຂ່າຍໃຫມ່, ບໍລິການໃຫມ່

ບໍລິສັດ ອີທີແອລ ຈຳກັດ, ໄດ້ຈັດງານເປີດໂຕເຄື່ອງໝາຍການຄ້າໃຫມ່, ເຄືອຂ່າຍໃຫມ່່, ບໍລິການໃຫມ່ ແລະ ເປີດໃຫ້ບໍລິການ 4,5G ຢ່າງເປັນທາງການ. ໃນຕອນຄໍ່າວັນທີ 15 ພະຈິກ 2019, ທີ່ ໂຮງແຮມ ແລນມາກ. ພາຍໃຕ້ການເປັນປະທານຂອງ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ໄປສະນີຄົມມະນາຄົມ ແລະ ການສື່ສານ, ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ປອ ທັນສະໄໝ ກົມມະສິດລັດຖະມົນຕີ ກະຊວງ ໄປສະນີຄົມມະນາຄົມ ແລະ ການສື່ສານ, ທ່ານ ຮວງ ສູຢຸນ (Huang SHUYUN) ຜູ້ອຳນວຍການໃຫຍ່ ບໍລິສັດ ອີທີແອລ ຈໍາກັດ ພ້ອມດ້ວຍຄະນະ ແລະ ແຂກຜູ້ມີກຽດຈາກພາກລັດ ແລະ ເອກະຊົນ, ລູກຄ້າ ແລະ ຮ້ານຕົວແທນຈຳໜ່າຍ ຂອງ ອີທີແອລ ເຂົ້າຮ່ວມງານ. ເຄື່ອຂ່າຍ ອີທີແອລ ເລີ່ມເປີດໃຫ້ບໍລິການແຕ່ປີ 2000 ເປັນຕົ້ນມາ, ໃນປີ ...

Read More »

ສູນລາວແລນໂລເວີ ໄດ້ຈັດກິດຈະກຳ ທົດລອງຂັບລົດແບບວິບາກ ຫຼື ອ໋ອບໂຣດ

ສູນລາວແລນໂລເວີ ໄດ້ຈັດກິດຈະກຳ ທົດລອງຂັບລົດແບບວິບາກ ຫຼື ອ໋ອບໂຣດ (The Above & Beyond Tour ) ຢູ່ທີ່ບຶງທາດຫຼວງ ເຂດເສດຖະກິດພິເສດ ໃນວັນທີ 1-3 ພະຈິກ 2019 ທີ່ຜ່ານມາ. ແລະ ຂໍສະແດງຄວາມຍິນດີນຳ ທ່ານ ດານຸພົນ ວົງຄີລີ ທີ່ເປັນຜູ້ຊະນະໃນງານທົດລອງຂັບລົດແບບ ອ໋ອບໂລດ The Above & Beyond Tour ທີ່ຈະໄດ້ໄປຮ່ວມກິດຈະກຳຂອງແລນໂລເວີ ທີ່ປະເທດນາມິເບຍ (ແອບຟຣິກາໃຕ້) ກິດຈະກຳງານ Land Rover The Above & Beyond Tour ຖືເປັນອີກງານໜຶ່ງທີ່ມີຄວາມເປັນເອກະລັກທີ່ບໍ່ຄືໃຜ ເປັນໂອກາດທີ່ດີຫຼາຍສຳລັບລູກຄ້າທີ່ໄດ້ເຂົ້າມາສຳພັດເຖິງສະມັດຖະນະ ແລະ ຄວາມສາມາດຂອງລົດ SUV ອັນດັບໜຶ່ງ ທີ່ບໍ່ມີໃຜທຽບໄດ້. ໂດຍໄດ້ມີຜູ້ຊ່ຽວຊານຈາກຕ່າງປະເທດທີ່ມີປະສົບການດ້ານການຂັບຂີ່ທາງວິບາກແບບອ໋ອບໂຣດ ໄດ້ມາໃຫ້ຄຳແນະນຳໃນການຮັບມືກັບທຸກສະພາບພູມສັນຖານຂອງປະເທດທີ່ຍາກລຳບາກທີ່ສຸດບໍ່ວ່າຈະເປັນພື້ນທີ່ສູງຊັນ, ຂຸຂະ, ລົງນໍ້າບວກ, ຂຸມ ຈົນເຖິງເສັ້ນທາງທີ່ມີຄວາມທ້າທາຍທີ່ສຸດທີ່ເຄີຍມີມາຢ່າງໝັ້ນໃຈ. ໃນປີນີ້ ຮູບແບບການຈັດງານແມ່ນແບບອ໋ອບໂຣດ ຫຼື ທາງວິບາກຂ້າມສິ່ງກີດຂວາງ ແລະ ທາງລາດຊັນທີ່ເປັນເນີນຄ້ອຍ ...

Read More »

ມາເບິ່ງ!!! ເງື່ອນສຸຂານາໄມພືດ ສໍາລັບ ການສົ່ງອອກມັນດ້າງ ຈາກ ສປປ ລາວ ໄປ ສປ ຈີນ

ເພື່ອຮັບປະກັນຄວາມປອດໄພໃນການສົ່ງອອກມັນດ້າງ ຂອງ ສປປ ລາວ ໄປຍັງ ສປ ຈີນ ຈຶ່ງໄດ້ມີຂໍ້ກໍານົດການສົ່ງອອກຈາກລາວ ແລະ ການນໍາເຂົ້າໄປຈີນ. ເຊິ່ງຂໍ້ກໍານົດນີ້ແມ່ນມີຈຸດປະສົງເພື່ອຮັບປະກັນຄວາມປອດໄພທາງດ້ານນິເວດວິທະຍາ ແລະ ອຸດສາຫະກໍາ ຂອງ ສປ ຈີນ ໂດຍອີງໃສ່ຜົນການວິໄຈ, ການປະເມີນຄວາມສ່ຽງສັດຕູພືດ ແລະ ຫຼັກການດ້ານມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ຂອງອົງການ ການຄ້າໂລກ (WTO/SPS). ສະນັ້ນ, ສປປ ລາວ ຕ້ອງໄດ້ປະຕິບັດຕາມ ຂໍ້ກໍານົດ ໃນການສົ່ງອອກມັນດ້າງເຂົ້າໄປຈີນ ຕາມເງື່ອນໄຂ ແລະ ຂັ້ນຕອນ. ຜູ້ປະກອບການ ຫຼື ຊາວກະສິກອນ ທີ່ຜະລິດມັນດ້າງ ຕ້ອງປະຕິບັດຕາມລະບົບຄຸ້ມຄອງເອກະສານ ແລະ ຂໍ້ມູນທີ່ກ່ຽວຂອ້ງ ເຊັ່ນ: ຊື່, ທີ່ຢູ່ ແລະ ເລກລະຫັດຈົດບັນທຶກຕິດຕາມການຜະລິດ ເພື່ອການຕິດຕາມ ແລະ ຄຸ້ມຄອງ ການຜະລິດໃຫ້ໄດ້ປະສິດທິພາບ ແລະ ປອດໄພ ກໍຄື: ຝ່າຍລາວຕ້ອງມີມາດຕະການເຄັງຂັດ ໃນການເຝົ້າລະວັງສັດຕູພືດ ແລະ ກວດກາຄວາມປອດໄພຈາກສານຕົກຄ້າງ ຂອງຢາປາບສັດຕູພືດ, ໂລຫະໜັກ ແລະ ...

Read More »

ຜູ້ວ່າການທະນາຄານ ແຫ່ງ ສປປ ລາວຊີ້ແຈງ ເງິນກີບລາວອ່ອນຄ່າ

ຫຼັງຈາກທີ່ເງິນກີບອ່ອນຄ່າລົງຢ່າງຕໍ່ເນື່ອງ ນັບແຕ່ເດືອນມິຖຸນາເປັນຕົ້ນມາ, ຕໍ່ບັນຫາດັ່ງກ່າວ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ລະບຸວ່າ: ໜຶ່ງໃນສາເຫດແມ່ນ ການຜະລິດສິນຄ້າຢູ່ພາຍໃນປະເທດເຮົາຍັງບໍ່ທັນເຂັ້ມແຂງ ຈຶ່ງຈຳເປັນຕ້ອງໄດ້ນຳເຂົ້າສິນຄ້າຈາກຕ່າງປະເທດ, ສົ່ງຜົນໃຫ້ຕ້ອງການເງິນຕາຕ່າງປະເທດເປັນຈຳນວນຫຼວງຫຼາຍ ເພື່ອມາຊຳລະສະສາງກັບຕ່າງປະເທດ, ໃນຂະນະທີ່ການສະໜອງຂອງລະບົບທະນາຄານມີພຽງປະມານ 50% ຂອງຄວາມຕ້ອງ ການບວກກັບການຜັນຜວນຂອງອັດຕາແລກປ່ຽນລະຫວ່າງເງິນໂດລາກັບເງິນບາດແຂງຄ່າຂຶ້ນ ຈຶ່ງສົ່ງຜົນໃຫ້ເງິນກີບອ່ອນຄ່າລົງ ໃນຂະນະທີ່ອັດຕາເງິນເຟີ້ປີນີ້ ຄາດວ່າຈະບໍ່ເກີນ 3%.    ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ເມື່ອວັນທີ 13 ພະຈິກນີ້ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສະມາຊິກສະພາແຫ່ງຊາດ (ສສຊ) ໃຫ້ຮູ້ວ່າ: ປັດໄຈຫຼັກທີ່ເຮັດໃຫ້ເງິນກີບອ່ອນຄ່າ ມາຈາກທັງປັດໄຈພາຍນອກ ແລະ ປັດໄຈພາຍໃນ, ປັດໄຈພາຍນອກມາຈາກຄ່າເງິນໂດລາ ແລະ ເງິນບາດແຂງຄ່າຂຶ້ນ ຢ່າງຕໍ່ເນື່ອງ ແຕ່ປັດໄຈພາຍໃນແມ່ນມາຈາກພື້ນຖານເສດຖະກິດຂອງປະເທດເຮົາຍັງບໍ່ເຂັ້ມແຂງ, ເງິນກີບອ່ອນຄ່າໃນ ປັດຈຸບັນໄດ້ສ່ອງແສງເຖິງພາບ ລວມຂອງເສດຖະກິດຂອງພວກເຮົາ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ ຊຶ່ງນັບແຕ່ປີ 2008-2018 ຕະຫຼອດໄລຍະເວລາ 10 ປີມານີ້ ປະເທດເຮົາຂາດດຸນການຄ້າ ໂດຍສະເລ່ຍແລ້ວ 850 ລ້ານໂດລາຕໍ່ປີ ຊຶ່ງມູນຄ່າການຄ້ານຳເຂົ້າສະເລ່ຍຢູ່ທີ່ປະມານ 3,7 ພັນລ້ານໂດລາຕໍ່ປີ ໃນນີ້ແຫຼ່ງເງິນຕາທີ່ຮອງຮັບການນຳເຂົ້າສະເລ່ຍແລ້ວ 50% ແມ່ນການສະໜອງຈາກລະບົບທະນາຄານ ແລະ ອີກ 50% ແມ່ນການສະໜອງຈາກສັງຄົມ ຊຶ່ງເຫັນວ່າ ຢູ່ໃນສັງຄົມລາວເຮົາມີການໃຊ້ຈ່າຍເງິນຕາຕ່າງປະເທດເປັນຈຳນວນຫຼວງຫຼາຍ, ເຫັນວ່າພວກເຮົາໄດ້ອະນຸຍາດໃຫ້ປະຊາຊົນສາມາດຝາກທະນາຄານເປັນເງິນຕາຕ່າງປະເທດໄດ້, ຢູ່ໃນລະບົບທະນາຄານເງິນຝາກເປັນ ເງິນຕາຕ່າງປະເທດສູງກວ່າ 50% ຂອງເງິນຝາກທັງໝົດ, ນັ້ນກໍສະແດງໃຫ້ເຫັນວ່າພວກເຮົາໃຫ້ປະຊາຊົນຖືຄອງເງິນຕາຕ່າງປະເທດໄດ້ ຊຶ່ງໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດລະບຸວ່າ ການຊຳ ລະສະສາງຢູ່ພາຍໃນຕ້ອງເປັນເງິນກີບ ແຕ່ເມື່ອປະຊາຊົນຖືຄອງເງິນຕາຕ່າງປະເທດໄດ້ນັ້ນ ເຮັດໃຫ້ການຄຸ້ມຄອງເງິນຕາພົບຄວາມຫຍຸ້ງຍາກດັ່ງທີ່ເປັນຢູ່ໃນປັດຈຸບັນ.    ເມື່ອສະພາບເປັນຄືແນວນັ້ນ ບວກກັບການຜັນຜວນຂອງ ຄ່າເງິນໂດລາ ແລະ ເງິນບາດ ແຂງຄ່າຂຶ້ນຄືແນວນັ້ນ ໃນຂະ ນະດຽວກັນຄວາມຕ້ອງການການນຳເຂົ້າສິນຄ້າສະເລ່ຍແລ້ວປະມານ 490 ລ້ານໂດລາຕໍ່ເດືອນ ໃນນັ້ນນຳເຂົ້າຈາກໄທ ປະມານ 312 ລ້ານໂດລາຕໍ່ເດືອນ ໃນຂະນະທີ່ລະບົບທະ ນາຄານສາມາດສະໜອງເງິນ ຕາຕ່າງປະເທດເພື່ອຊຳລະສະສາງໄດ້ພຽງແຕ່ 200 ກວ່າລ້ານໂດລາ ຫຼື ປະມານເຄິ່ງໜຶ່ງ ແລະ ອີກເຄິ່ງໜຶ່ງສັງຄົມສະໜອງກັນເອງ ເປັນຕົ້ນແມ່ນການນຳເຂົ້າ ປະເພດເຄື່ອງອຸປະໂພກ–ບໍລິ ໂພກ ຕ່າງໆລະບົບທະນາຄານສະໜອງໄດ້ພຽງບາງສ່ວນທີ່ເຫຼືອແມ່ນສັງຄົມສະໜອງກັນເອງ.   ຜູ້ວ່າການທະນາຄານກ່າວ ອີກວ່າ: ປີນີ້ ປະເທດເຮົານອກ ຈາກຈະປະເຊີນກັບໄພພິບັດທາງທຳມະຊາດແລ້ວຍັງພົບກັບພະຍາດລະບາດສົ່ງຜົນໃຫ້ການສະໜອງສະບຽງອາຫານບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ບວກກັບການຜັນຜວນຂອງລາຄານ້ຳມັນໃນຕະຫຼາດໂລກ, ການແຂງຄ່າຂອງເງິນບາດ ສົ່ງຜົນໃຫ້ສິນຄ້ານຳເຂົ້າມີລາຄາສູງຂຶ້ນ ເຮັດໃຫ້ອັດຕາເງິນເຟີ້ຢູ່ໃນປະເທດເຮົາມີທ່າອ່ຽງເພີ່ມຂຶ້ນ ເຮັດໃຫ້ຄ່າສະເລ່ຍໃນ 10 ເດືອນປີນີ້ ຢູ່ໃນລະດັບ 2,5% ແລະ ຄາດວ່າຈະມີທ່າອ່ຽງເພີ່ມຂຶ້ນ ແຕ່ອາດຈະບໍ່ເກີນ 3%.    ຂ່າວ: ຄຳເຮືອງ–ພາບ: ແສງຈັນ ໜັງສຶພິມ ປະຊາຊົນ (14/11/2019)

Read More »

ກະຊວງກ່ຽວຂ້ອງ ກວດກາຄືນເງື່ອນໄຂການເປັນບໍລິສັດນໍາເຂົ້າ- ຈໍາໜ່າຍພາຫະນະ ຢູ່ ສປປ ລາວ

ອີງຕາມ ຄໍາສັ່ງວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ເລກທີ 12/ນຍ, ວັນທີ 23 ສິງຫາ 2018 ແລະ ຂໍ້ຕົກລົງ ເລກທີ 0075/ອຄ.ກຂອ ວັນທີ 13 ມັງກອນ 2012 ວ່າດ້ວຍລະບຽບການນໍາເຂົ້າ ແລະ ຈໍາໜ່າຍລົດ ຢູ່ ສປປ ລາວ. ດັ່ງນັ້ນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 2467/ຫອຄ.ກຂອ ວັນທີ 07 ພະຈິກ 2019 ເພື່ອເອີ້ນບັນດາບໍລິສັດນໍາເຂົ້າ ແລະ ຈໍາໜ່າຍພາຫະນະ ໃນການຈັດຕັ້ງປະຕິບັດ ຕາມຄໍາສັ່ງ ເລກທີ 12/ນຍ, ມາດຕະການທີ 1 ຂໍ້ ຂ(4) ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຖືກມອບໝາຍໃຫ້ກວດກາ ແລະ ເກັບກໍາສະຖິຕິຈໍານວນບໍລິສັດ ແລະ ຮ້ານຈໍາໜ່າຍພາຫະນະ ທີ່ບໍ່ໄດ້ມາດຕະຖານທາງດ້ານການບໍລິການຫລັງການຂາຍ ແລະ ຄຸນນະພາບທາງເຕັກນິກ. ແຈ້ງການສະບັບນີ້ ແມ່ນປະຕິບັດຕາມກົດໝາຍຢ່າງເຄັງຄັດ ແລະ ...

Read More »

ສຕລ ອັດສີດເງິນ 100 ລ້ານ ໃຫ້ຄະນະຄູຝຶກ ແລະ ນັກກິລາ ຮຸ່ນອາຍຸບໍ່ເກີນ 19

ວັນອັງຄານ 12 ພະຈິກ 2019 ຄະນະປະທານ ສະຫະພັນບານເຕະແຫ່ງຊາດ ໄດ້ໂອ້ລົມ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປິ ທີ່ ສ້າງຜົນງານໄດ້ໂດດເດັ່ນຜ່ານເຂົ້າຮອບສຸດທ້າຍ ໃນລາຍການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຄັດເລືອກ 2020 ກຸ່ມ H ຫລື AFC U-19 CHAMPIONSHIP 2020, Qualifiers ເຊິ່ງທີມອັນດັບ 2 ທີ່ມີຄະແນນດີທີ່ສຸດ. ທ່ານ ວິເພັດ ສີຫາຈັກຣ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະຄູຝຶກ ແລະ ນັກກິລາ ທີ່ໄດ້ສ້າງຜົນງານກຽດຊື່ສຽງໃຫ້ກັບປະເທດຊາດ ໂດຍທາງ ສຕລ ແມ່ນໄດ້ມອບເງິນອັດສີດຈຳນວນ 100.000.000 ກີບ ໃຫ້ກັບ ຄະນະຄູຝຶກ ແລະ ນັກກິລາ ເພື່ອເປັນຂວັນກຳລັງໃຈ ທີ່ສາມາດຜ່ານເຂົ້າຮອບສຸດທ້າຍ ເຊິ່ງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ແມ່ນຈະໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ວັນທີ 6 ມັງກອນ ...

Read More »

ນາຍົກ ຮຽກຮ້ອງທຸກຂະແໜງການຂອງພາກລັດ ພ້ອມກັນປົດລ໋ອກຂໍ້ຫຍຸ້ງຍາກ ໃຫ້ກັບພາກທຸລະກິດ

ໂອກາດເຂົ້າຮ່ວມກອງປະຊຸມທຸລະກິດລາວ ຄັ້ງທີ 12 ທ່ານນາຍົກໄດ້ຮຽກຮ້ອງພາກລັດ – ທຸລະກິດຈົ່ງພ້ອມກັນຂັບເຄື່ອນເສດຖະກິດໃຫ້ຂະຫຍາຍຕົວ. ພ້ອມທັງເນັ້ນໃຫ້ທຸກຂະແໜງການທີ່ກ່ຽວຂ້ອງຂອງພາກລັດປົດລ໋ອກອຸປະສັກໃນການດໍາເນີນທຸລະກິດ ເນັ້ນບໍລິການປະຕູດຽວໃຫ້ມີປະສິດທິຜົນ. ກອງປະຊຸມທຸລະກິດລາວ ຄັ້ງທີ 12 ຈັດຂຶ້ນໃນວັນທີ 12 ພະຈິກ 2019 ທີ່ຫໍປະຊຸມແຫ່ງຊາດພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີສະມາຊິກລັດຖະບານ, ເຈົ້າໜ້າທີ່ພາກລັດ – ພາກທຸລະກິດ ແລະ ຕາງໜ້າອົງການຈັດຕັ້ງເຂົ້າຮ່ວມ. ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໄດ້ກ່າວວ່າ: ອັດຕາການຂະຫຍາຍຕົວຂອງເສດຖະກິດໂລກມີທ່າອ່ຽງຫຼຸດລົງຈາກ 3% ໃນປີ 2018 ມາເຫຼືອ 2,3% ໃນປີ 2019. ສະພາບເສດຖະກິດລາວກໍໄດ້ຮັບຜົນກະທົບເຊັ່ນກັນ ຈາກທີ່ເຄີຍຂະຫຍາຍຕົວໃນລະດັບ 8% ເກືອບສອງທົດສະວັດຜ່ານມາ ນັບແຕ່ປີ 2013 ກໍເຫຼືອ 6,5% ໃນປີ 2019. ໂອກາດດັ່ງກ່າວ ທ່ານ    ທອງລຸນ ...

Read More »

ລັດຖະບານ ຕັ້ງເປົ້າເກັບລາຍຮັບ ເພີ່ມຂຶ້ນ 2% ຂອງຈີດີພີ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານຕໍ່ກອງປະຊຸມສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 7 ພະຈິກ 2019 ກ່ຽວກັບມາດຕະການແກ້ໄຂສະພາບຄວາມຫຍຸ້ງຍາກເສດຖະກິດ – ການເງິນ ໃຫ້ຮູ້ວ່າ: ເປົ້າໝາຍສູ້ຊົນເພື່ອໃຫ້ຖານະການເງິນ – ງົບປະມານມີຄວາມໝັ້ນທ່ຽງໂດຍພື້ນຖານໃນ 3 – 4 ປີຕໍ່ໜ້າ ຄື: ຕ້ອງຮັບປະກັນເຮັດໃຫ້ເສດຖະກິດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 6,5 – 7% ໂດຍຈັດຕັ້ງປະຕິບັດຕາມແຜນປັບໂຄງສ້າງເສດຖະກິດ ແລະ 8 ມາດຕະການຊຸກຍູ້ເສດຖະກິດຂອງລັດຖະບານ ແລະ ມາດຕະການອື່ນໆທີ່ສໍາຄັນ; ຕ້ອງຊຸກຍູ້ວຽກງານການຈັດເກັບລາຍຮັບພາຍໃນໃຫ້ເພີ່ມຂຶ້ນຢ່າງໜ້ອຍ 2% ຂອງ GDP ຈາກປະມານ 15% ຂອງ GDP ໃນປັດຈຸບັນເປັນ 17% ຂອງ GDP ພາຍໃນ   3 – 4 ປີຕໍ່ໜ້າ​ ເພື່ອໃຫ້ລາຍ ຮັບພາຍໃນດຸນດ່ຽງກັບລາຍຈ່າຍພາຍໃນ ( ລວມລາຍຈ່າຍດອກເບ້ຍ ...

Read More »

10 ວຽກທີ່ລັດຖະບານ ຈະຕ້ອງຮີບຮ້ອນແກ້ໄຂ ໃນປີ 2020

ການຈັດຕັັ້ງປະຕິບັດວຽກງານຂອງລັດຖະບານ ໃນໄລຍະ 9 ເດືອນທີ່ຜ່ານມາ ເຖິງວ່າປະເຊີນຄວາມທ້າທາຍຫຼາຍດ້ານ ແຕ່ກໍຍັງຮັກສາຕົວເລກການເຕີບໂຕທາງເສດຖະກິດໃນລະດັບດີຕໍ່ເນື່ອງ, ການດຸນດ່ຽງລາຍຮັບ – ລາຍຈ່າຍພາຍໃນມີທ່າຕັັ້ງໜ້າ, ບັນຫາໜີ້ສິນໂຄງການລົງທຶນຂອງລັດໄດ້ຮັບການແກ້ໄຂ. ພ້ອມນັ້ນ, ກໍ່ໄດ້ສະໜອງທຶນໃຫ້ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ. ແຕ່ກໍຍັງມີຂໍ້ຄົງຄ້າງຫຼາຍດ້ານທີ່ຕ້ອງໄດ້ຮີບຮ້ອນແກ້ໄຂ ໃນປີ 2020. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ຜົນງານທີ່ຍາດມາໄດ້ສະແດງອອກເຖິງຄວາມເອົາໃຈໃສ່, ຄວາມຮັບຜິດຊອບ ແລະ ການປະກອບສ່ວນຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ເຮັດໃຫ້ພວກເຮົາສາມາດຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ ແລະ ສ້າງເງື່ອນໄຂໃຫ້ປະເທດຊາດຂອງພວກເຮົາ ສາມາດສືບຕໍ່ພັດທະນາຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ທີສະພາແຫ່ງຊາດໄດ້ຮັບຮອງ. ເຖິງຢ່າງໃດກໍຕາມ, ລັດຖະບານຕີລາຄາດ້ວຍຄວາມເປັນຈິງ ວ່າພວກເຮົາຍັງມີຂໍ້ຄົງຄ້າງຫຼາຍດ້ານທີ່ຕ້ອງໄດ້ຮີບຮ້ອນແກ້ໄຂ ໃນປີ 2020 ເປັນຕົ້ນແມ່ນ: ການຂະຫຍາຍຕົວຂອງເສດຖະກິດ ( GDP ) ໃນປີ 2019 ບັນລຸພຽງ ປະມານ 6,4% ...

Read More »

ຊີວອນ ວົງຊູບເປີ ຈູເນຍ ຖືກແຕ່ງຕັ້ງເປັນທູດສັນຕະວະໄມຕີຄົນໃໝ່ ຈາກອົງການອຸຍນີເຊັບ

ທ່ານ ຊີວອນ ຈອຍ (Siwon Choi) ຈາກ ວົງຊູບເປີ ຈູເນຍ ດາລາຊື່ດັງ ຈາກປະ ເທດ ສ.ເກົາຫລີ ໄດ້ຖືກແຕ່ງຕັ້ງເປັນ ທູດສັນຕະວະໄມຕີຄົນໃໝ່ ປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຂອງອົງການກອງທຶນເພື່ອເດັກ ແຫ່ງ ສະຫະປະຊາຊາດ (ອຸຍນີເຊັບ) ໃນງານສະ ເຫຼີມສະຫຼອງຄົບຮອບ 30 ປີ ຂອງການຮັບຮອງເອົາສົນທິສັນຍາວ່າດ້ວຍສິດທິເດັກ, ເຊິ່ງຈັດຂຶ້ນໃນວັນທີ 11 ພະຈິກ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ທ່ານ ນາງ ຄາຣິນ ຮູນຊັອບ ຜູ້ອຳນວຍການໃຫຍ່ອົງການຢູນີເຊັບ ປະຈຳພາກພື້ນອາຊີຕາ ເວັນອອກ ແລະ ປາຊີຟິກ ໄດ້ກ່າວວ່າ: ຂ້າພະເຈົ້າມີຄວາມຍິນດີ ແຈ້ງວ່າ ທ່ານ ຊີວອນ ຈອຍ ຖືກແຕ່ງຕັ້ງເປັນເປັນທູດສັນຕະວະໄມຕີ ປະຈຳພາກພື້ນຄົນໃໝ່ຂອງເຮົາ. ຕະຫຼອດ 4 ປີທີ່ຜ່ານມາ ທ່ານ ຊີວອນ ຈອຍ ໄດ້ເອົາໃຈໃສ່ບັນຫາທີ່ກ່ຽວກັບເດັກ ໂດຍຜ່ານບົດບາດຂອງເພິ່ນທີ່ເປັນ ຜູ້ຕາງໜ້າພິເສດສຳລັບ ອົງການຢູນີເຊັບ ໃນສ. ...

Read More »