ນາຍົກ ຮຽກຮ້ອງທຸກຂະແໜງການຂອງພາກລັດ ພ້ອມກັນປົດລ໋ອກຂໍ້ຫຍຸ້ງຍາກ ໃຫ້ກັບພາກທຸລະກິດ

ໂອກາດເຂົ້າຮ່ວມກອງປະຊຸມທຸລະກິດລາວ ຄັ້ງທີ 12 ທ່ານນາຍົກໄດ້ຮຽກຮ້ອງພາກລັດ – ທຸລະກິດຈົ່ງພ້ອມກັນຂັບເຄື່ອນເສດຖະກິດໃຫ້ຂະຫຍາຍຕົວ. ພ້ອມທັງເນັ້ນໃຫ້ທຸກຂະແໜງການທີ່ກ່ຽວຂ້ອງຂອງພາກລັດປົດລ໋ອກອຸປະສັກໃນການດໍາເນີນທຸລະກິດ ເນັ້ນບໍລິການປະຕູດຽວໃຫ້ມີປະສິດທິຜົນ.

ກອງປະຊຸມທຸລະກິດລາວ ຄັ້ງທີ 12 ຈັດຂຶ້ນໃນວັນທີ 12 ພະຈິກ 2019 ທີ່ຫໍປະຊຸມແຫ່ງຊາດພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີສະມາຊິກລັດຖະບານ, ເຈົ້າໜ້າທີ່ພາກລັດ – ພາກທຸລະກິດ ແລະ ຕາງໜ້າອົງການຈັດຕັ້ງເຂົ້າຮ່ວມ.

ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໄດ້ກ່າວວ່າ: ອັດຕາການຂະຫຍາຍຕົວຂອງເສດຖະກິດໂລກມີທ່າອ່ຽງຫຼຸດລົງຈາກ 3% ໃນປີ 2018 ມາເຫຼືອ 2,3% ໃນປີ 2019. ສະພາບເສດຖະກິດລາວກໍໄດ້ຮັບຜົນກະທົບເຊັ່ນກັນ ຈາກທີ່ເຄີຍຂະຫຍາຍຕົວໃນລະດັບ 8% ເກືອບສອງທົດສະວັດຜ່ານມາ ນັບແຕ່ປີ 2013 ກໍເຫຼືອ 6,5% ໃນປີ 2019.

ໂອກາດດັ່ງກ່າວ ທ່ານ    ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຄໍາເຫັນ ພາບລວມຂອງການພັດທະນາເສດຖະກິດຂອງລັດຖະບານໃນໄລຍະ 4 ປີຜ່ານມາ ກໍຄືການລາຍງານຢູ່ສະພາແຫ່ງຊາດໃນກາງອາທິດຜ່ານມາ, ພ້ອມດຽວກັນທ່ານນາຍົກກໍຍົກໃຫ້ເຫັນສິ່ງທ້າທາຍທີ່ພາກລັດ – ທຸລະກິດຕ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດ ເປັນຕົ້ນແມ່ນ: ນະໂຍບາຍຂອງລັດຖະບານຮຽກຮ້ອງໃຫ້ມີການຮ່ວມມື, ການຊ່ວຍເຫຼືອຂອງພາກທຸລະກິດ, ຮຽກຮ້ອງທຸກຂະແໜງການຂອງພາກລັດຊ່ວຍປົດລ໋ອກຂໍ້ຫຍຸ້ງຍາກສິ່ງຕິດຂັດຂອງພາກທຸລະກິດ ພ້ອມທັງຊ່ວຍສົ່ງເສີມ, ອູ້ມຊູຊ່ວຍເຫຼືອ ສ້າງກາລະໂອກາດໃນການດໍາເນີນທຸລະກິດໃຫ້ນັບມື້ດີຂຶ້ນ, ສະດວກຂຶ້ນ ແລະ ມີຫຼັກການ ແລະ ມີການຄຸ້ມຄອງ, ຕິດຕາມ ແລະ ກວດກາຢ່າງແທ້ຈິງ.

ພວກເຮົາຕ້ອງເນັ້ນໃສ່ຄຸນນະພາບໃນການບໍລິຫານວຽກງານ, ເນັ້ນໃສ່ຄວາມໂປ່ງໃສໃນການຮັບໃຊ້ປະຊາຊົນ ແລະ ສາມາດແຂ່ງຂັນໄດ້ກັບປະເທດເພື່ອນມິດ, ໃນຍຸກອຸດສາຫະກໍາ 4.0 ພວກເຮົາຕ້ອງມີການປັບຕົວຍຸກແຫ່ງປັນຍາປະດິດ. ການປັບປຸງອໍານວຍຄວາສະດວກໃນການດໍາເນີນທຸລະກິດ ຕ້ອງເອົາພຶດຕິກໍາໄປຄຽງຄູ່ກັບນິຕິກໍາ ຂໍໃຫ້ພາກທຸລະກິດເປັນຫູເປັນຕາສົ່ງຂ່າວໃຫ້ລັດຖະບານ ເຊິ່ງໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງບໍລິການປະຕູດຽວ ເຊິ່ງເຫັນວ່າຍັງບໍ່ໄຫຼລື່ນເທົ່າທີ່ຄວນເນື່ອງຈາກວ່າຍັງມີຫຼາຍພາກສ່ວນໄປກ່ຽວຂ້ອງ. ສະນັ້ນ, ບໍ່ໃຫ້ມີຫຼາຍພາກສ່ວນມາກ່ຽວຂ້ອງ ຕ້ອງໃຫ້ປະຕູດຽວແກ້ໄຂບັນຫາຂອງພາກທຸລະກິດ.

( ຂ່າວ: ພຸດຕີ້; ຮູບ: ວິລະສັກ )

ທີ່ມາ: ຂ່າວເສດຖະກິດ-ການຄ້າ

Comments