ສຕລ ອັດສີດເງິນ 100 ລ້ານ ໃຫ້ຄະນະຄູຝຶກ ແລະ ນັກກິລາ ຮຸ່ນອາຍຸບໍ່ເກີນ 19

ວັນອັງຄານ 12 ພະຈິກ 2019 ຄະນະປະທານ ສະຫະພັນບານເຕະແຫ່ງຊາດ ໄດ້ໂອ້ລົມ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປິ ທີ່ ສ້າງຜົນງານໄດ້ໂດດເດັ່ນຜ່ານເຂົ້າຮອບສຸດທ້າຍ ໃນລາຍການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຄັດເລືອກ 2020 ກຸ່ມ H ຫລື AFC U-19 CHAMPIONSHIP 2020, Qualifiers ເຊິ່ງທີມອັນດັບ 2 ທີ່ມີຄະແນນດີທີ່ສຸດ.

ທ່ານ ວິເພັດ ສີຫາຈັກຣ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະຄູຝຶກ ແລະ ນັກກິລາ ທີ່ໄດ້ສ້າງຜົນງານກຽດຊື່ສຽງໃຫ້ກັບປະເທດຊາດ ໂດຍທາງ ສຕລ ແມ່ນໄດ້ມອບເງິນອັດສີດຈຳນວນ 100.000.000 ກີບ ໃຫ້ກັບ ຄະນະຄູຝຶກ ແລະ ນັກກິລາ ເພື່ອເປັນຂວັນກຳລັງໃຈ ທີ່ສາມາດຜ່ານເຂົ້າຮອບສຸດທ້າຍ ເຊິ່ງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ແມ່ນຈະໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ວັນທີ 6 ມັງກອນ 2020 ເປັນຕົ້ນໄປ.


ຫຼັງງຈາກນັ້ນ ທ່ານ ປະສິດ ສຸພາບ ຮອງປະທານ ສຕລ ໄດ້ນຳພາຄະນະຄູຝຶກ ແລະ ນັກກິລາ ໄປກາບໄຫວ້ ແລະ ວາງກະຕ່າດອກໄມ້ ຢູ່ທີ່ ຫໍພິພິດຕະພັນ ໄກສອນ ພົມວິຫານ ເພື່ອເປັນສິລິມົງຄຸນ .

ຕິດຕາມຂ່າວສານຈາກ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຫລາຍຊ່ອງທາງ
FB : LaoFF
IG : Lff_official
Twitter : Laoleague
Youtube : Laoleague

ທີ່ມາ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

Comments