ຜູ້ວ່າການທະນາຄານ ແຫ່ງ ສປປ ລາວຊີ້ແຈງ ເງິນກີບລາວອ່ອນຄ່າ

ຫຼັງຈາກທີ່ເງິນກີບອ່ອນຄ່າລົງຢ່າງຕໍ່ເນື່ອງ ນັບແຕ່ເດືອນມິຖຸນາເປັນຕົ້ນມາຕໍ່ບັນຫາດັ່ງກ່າວ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລລະບຸວ່າໜຶ່ງໃນສາເຫດແມ່ນ ການຜະລິດສິນຄ້າຢູ່ພາຍໃນປະເທດເຮົາຍັງບໍ່ທັນເຂັ້ມແຂງ ຈຶ່ງຈຳເປັນຕ້ອງໄດ້ນຳເຂົ້າສິນຄ້າຈາກຕ່າງປະເທດສົ່ງຜົນໃຫ້ຕ້ອງການເງິນຕາຕ່າງປະເທດເປັນຈຳນວນຫຼວງຫຼາຍ ເພື່ອມາຊຳລະສະສາງກັບຕ່າງປະເທດໃນຂະນະທີ່ການສະໜອງຂອງລະບົບທະນາຄານມີພຽງປະມານ 50% ຂອງຄວາມຕ້ອງ ການບວກກັບການຜັນຜວນຂອງອັດຕາແລກປ່ຽນລະຫວ່າງເງິນໂດລາກັບເງິນບາດແຂງຄ່າຂຶ້ນ ຈຶ່ງສົ່ງຜົນໃຫ້ເງິນກີບອ່ອນຄ່າລົງ ໃນຂະນະທີ່ອັດຕາເງິນເຟີ້ປີນີ້ ຄາດວ່າຈະບໍ່ເກີນ 3%. 
 
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ເມື່ອວັນທີ 13 ພະຈິກນີ້ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ (ທຫລໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສະມາຊິກສະພາແຫ່ງຊາດ (ສສຊໃຫ້ຮູ້ວ່າປັດໄຈຫຼັກທີ່ເຮັດໃຫ້ເງິນກີບອ່ອນຄ່າ ມາຈາກທັງປັດໄຈພາຍນອກ ແລະ ປັດໄຈພາຍໃນປັດໄຈພາຍນອກມາຈາກຄ່າເງິນໂດລາ ແລະ ເງິນບາດແຂງຄ່າຂຶ້ນ ຢ່າງຕໍ່ເນື່ອງ ແຕ່ປັດໄຈພາຍໃນແມ່ນມາຈາກພື້ນຖານເສດຖະກິດຂອງປະເທດເຮົາຍັງບໍ່ເຂັ້ມແຂງເງິນກີບອ່ອນຄ່າໃນ ປັດຈຸບັນໄດ້ສ່ອງແສງເຖິງພາບ ລວມຂອງເສດຖະກິດຂອງພວກເຮົາ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ ຊຶ່ງນັບແຕ່ປີ 2008-2018 ຕະຫຼອດໄລຍະເວລາ 10 ປີມານີ້ ປະເທດເຮົາຂາດດຸນການຄ້າ ໂດຍສະເລ່ຍແລ້ວ 850 ລ້ານໂດລາຕໍ່ປີ ຊຶ່ງມູນຄ່າການຄ້ານຳເຂົ້າສະເລ່ຍຢູ່ທີ່ປະມານ 3,7 ພັນລ້ານໂດລາຕໍ່ປີ ໃນນີ້ແຫຼ່ງເງິນຕາທີ່ຮອງຮັບການນຳເຂົ້າສະເລ່ຍແລ້ວ 50% ແມ່ນການສະໜອງຈາກລະບົບທະນາຄານ ແລະ ອີກ 50% ແມ່ນການສະໜອງຈາກສັງຄົມ ຊຶ່ງເຫັນວ່າ ຢູ່ໃນສັງຄົມລາວເຮົາມີການໃຊ້ຈ່າຍເງິນຕາຕ່າງປະເທດເປັນຈຳນວນຫຼວງຫຼາຍເຫັນວ່າພວກເຮົາໄດ້ອະນຸຍາດໃຫ້ປະຊາຊົນສາມາດຝາກທະນາຄານເປັນເງິນຕາຕ່າງປະເທດໄດ້ຢູ່ໃນລະບົບທະນາຄານເງິນຝາກເປັນ ເງິນຕາຕ່າງປະເທດສູງກວ່າ 50% ຂອງເງິນຝາກທັງໝົດ, ນັ້ນກໍສະແດງໃຫ້ເຫັນວ່າພວກເຮົາໃຫ້ປະຊາຊົນຖືຄອງເງິນຕາຕ່າງປະເທດໄດ້ ຊຶ່ງໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດລະບຸວ່າ ການຊຳ ລະສະສາງຢູ່ພາຍໃນຕ້ອງເປັນເງິນກີບ ແຕ່ເມື່ອປະຊາຊົນຖືຄອງເງິນຕາຕ່າງປະເທດໄດ້ນັ້ນ ເຮັດໃຫ້ການຄຸ້ມຄອງເງິນຕາພົບຄວາມຫຍຸ້ງຍາກດັ່ງທີ່ເປັນຢູ່ໃນປັດຈຸບັນ
 
ເມື່ອສະພາບເປັນຄືແນວນັ້ນ ບວກກັບການຜັນຜວນຂອງ ຄ່າເງິນໂດລາ ແລະ ເງິນບາດ ແຂງຄ່າຂຶ້ນຄືແນວນັ້ນ ໃນຂະ ນະດຽວກັນຄວາມຕ້ອງການການນຳເຂົ້າສິນຄ້າສະເລ່ຍແລ້ວປະມານ 490 ລ້ານໂດລາຕໍ່ເດືອນ ໃນນັ້ນນຳເຂົ້າຈາກໄທ ປະມານ 312 ລ້ານໂດລາຕໍ່ເດືອນ ໃນຂະນະທີ່ລະບົບທະ ນາຄານສາມາດສະໜອງເງິນ ຕາຕ່າງປະເທດເພື່ອຊຳລະສະສາງໄດ້ພຽງແຕ່ 200 ກວ່າລ້ານໂດລາ ຫຼື ປະມານເຄິ່ງໜຶ່ງ ແລະ ອີກເຄິ່ງໜຶ່ງສັງຄົມສະໜອງກັນເອງ ເປັນຕົ້ນແມ່ນການນຳເຂົ້າ ປະເພດເຄື່ອງອຸປະໂພກບໍລິ ໂພກ ຕ່າງໆລະບົບທະນາຄານສະໜອງໄດ້ພຽງບາງສ່ວນທີ່ເຫຼືອແມ່ນສັງຄົມສະໜອງກັນເອງ.
 
ຜູ້ວ່າການທະນາຄານກ່າວ ອີກວ່າປີນີ້ ປະເທດເຮົານອກ ຈາກຈະປະເຊີນກັບໄພພິບັດທາງທຳມະຊາດແລ້ວຍັງພົບກັບພະຍາດລະບາດສົ່ງຜົນໃຫ້ການສະໜອງສະບຽງອາຫານບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ບວກກັບການຜັນຜວນຂອງລາຄານ້ຳມັນໃນຕະຫຼາດໂລກການແຂງຄ່າຂອງເງິນບາດ ສົ່ງຜົນໃຫ້ສິນຄ້ານຳເຂົ້າມີລາຄາສູງຂຶ້ນ ເຮັດໃຫ້ອັດຕາເງິນເຟີ້ຢູ່ໃນປະເທດເຮົາມີທ່າອ່ຽງເພີ່ມຂຶ້ນ ເຮັດໃຫ້ຄ່າສະເລ່ຍໃນ 10 ເດືອນປີນີ້ ຢູ່ໃນລະດັບ 2,5% ແລະ ຄາດວ່າຈະມີທ່າອ່ຽງເພີ່ມຂຶ້ນ ແຕ່ອາດຈະບໍ່ເກີນ 3%. 
 
ຂ່າວຄຳເຮືອງພາບແສງຈັນ
ໜັງສຶພິມ ປະຊາຊົນ (14/11/2019)

Comments