ມາເບິ່ງ!!! ເງື່ອນສຸຂານາໄມພືດ ສໍາລັບ ການສົ່ງອອກມັນດ້າງ ຈາກ ສປປ ລາວ ໄປ ສປ ຈີນ

ເພື່ອຮັບປະກັນຄວາມປອດໄພໃນການສົ່ງອອກມັນດ້າງ ຂອງ ສປປ ລາວ ໄປຍັງ ສປ ຈີນ ຈຶ່ງໄດ້ມີຂໍ້ກໍານົດການສົ່ງອອກຈາກລາວ ແລະ ການນໍາເຂົ້າໄປຈີນ. ເຊິ່ງຂໍ້ກໍານົດນີ້ແມ່ນມີຈຸດປະສົງເພື່ອຮັບປະກັນຄວາມປອດໄພທາງດ້ານນິເວດວິທະຍາ ແລະ ອຸດສາຫະກໍາ ຂອງ ສປ ຈີນ ໂດຍອີງໃສ່ຜົນການວິໄຈ, ການປະເມີນຄວາມສ່ຽງສັດຕູພືດ ແລະ ຫຼັກການດ້ານມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ຂອງອົງການ ການຄ້າໂລກ (WTO/SPS). ສະນັ້ນ, ສປປ ລາວ ຕ້ອງໄດ້ປະຕິບັດຕາມ ຂໍ້ກໍານົດ ໃນການສົ່ງອອກມັນດ້າງເຂົ້າໄປຈີນ ຕາມເງື່ອນໄຂ ແລະ ຂັ້ນຕອນ.

ຜູ້ປະກອບການ ຫຼື ຊາວກະສິກອນ ທີ່ຜະລິດມັນດ້າງ ຕ້ອງປະຕິບັດຕາມລະບົບຄຸ້ມຄອງເອກະສານ ແລະ ຂໍ້ມູນທີ່ກ່ຽວຂອ້ງ ເຊັ່ນ: ຊື່, ທີ່ຢູ່ ແລະ ເລກລະຫັດຈົດບັນທຶກຕິດຕາມການຜະລິດ ເພື່ອການຕິດຕາມ ແລະ ຄຸ້ມຄອງ ການຜະລິດໃຫ້ໄດ້ປະສິດທິພາບ ແລະ ປອດໄພ ກໍຄື: ຝ່າຍລາວຕ້ອງມີມາດຕະການເຄັງຂັດ ໃນການເຝົ້າລະວັງສັດຕູພືດ ແລະ ກວດກາຄວາມປອດໄພຈາກສານຕົກຄ້າງ ຂອງຢາປາບສັດຕູພືດ, ໂລຫະໜັກ ແລະ ສານພິດ.

ນອກຈາກນີ້, ບັນດາຜູ້ສົ່ງອອກ, ຜູ້ປຸງແຕ່ງ ແລະ ຜູ້ປະກອບການ ທີ່ເຮັດບໍລິການເກັບຮັກສາ, ໂຮງເຮືອນຫຸ້ມຫໍ່ບັນຈຸຕ້ອງຂື້ນທະບຽນນໍາຝ່າຍຈີນ ເພື່ອຮັບປະກັນວ່າພວກເຂົາເຈົ້າເຫຼົ່ານັ້ນ ໄດ້ປະຕິບັດຕາມເງື່ອນໄຂດ້ານສຸຂານາໄມພືດ ເພື່ອຕິດຕາມ, ກວດກາ ແລະ ກັກກັນ. ຝ່າຍລາວ ຕ້ອງແຈ້ງລາຍລະອຽດສົ່ງອອກ ແລະ ຜູ້ຂົນສົ່ງໃຫ້ແກ່ ຝ່າຍຈີນ ຮັບຊາບກ່ອນ

ລາຍລະອຽດທັງໝົດ ກະລຸນາກົດເຂົ້າລິງນີ້ເລີຍເຈົ້າ

Comments