ຂ່າວ ພາຍໃນປະເທດ

ຄັ້ງທຳອິດ!!! ລັດຖະມົນຕີກະຊວງການຕ່າງປະເທດ ຈະເດີນທາງໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ

ແຈ້ງການຂອງກະຊວງການຕ່າງປະເທດ ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ໄມເຄີນ ຣິດຈາດ ພອມພຽວ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະລັດ ອາເມຣິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະ ຈະໄດ້ເດີນທາງໄປຢ້ຽມຢາມ ສະຫະລັດ ອາເມຣິກາ ຢ່າງເປັນທາງການ ຄັ້ງທໍາອິດ, ໃນລະຫວ່າງວັນທີ 26-29 ມັງກອນ 2020. ທີ່ມາ: ວິທະຍຸແຫ່ງຊາດລາວ

Read More »

ສິນຄ້າ ທີ່ກ່ຽວຂ້ອງກັບປີໃໝ່ຫວຽດນາມ-ຈີນ ປັບລາຄາຂຶ້ນເລັກນ້ອຍ

ສຳນັກງານໜັງສືພິມວຽງຈັນໃຫມ່ໃຫ້ຮູ້ວ່າ ວັນທີ 22 ມັງກອນ 2020, ຫຼາຍຄົນຄົງຈະຄິດໜັກກັບສິນຄ້າກ່ຽວກັບງານປີໃໝ່ຊາວຫວຽດນາມ-ຈີນຫຼາຍຢ່າງແມ່ນ ມີການປັບລາຄາຂຶ້ນຫຼາຍລາຍການໂດຍສະເພາະເຄື່ອງນຸ່ງທີ່ສວມໃສ່ໃນເທສະການ. ນັບແຕ່ມື້ນີ້ຊາວນະຄອນຫຼວງວຽງຈັນເຊື້ອສາຍຫວຽດນາມ-ຈີນ ໄດ້ເລີ່ມທະຍອຍອອກຈັບຈ່າຍຊື້ເຄື່ອງໄຫວ້ ເຊິ່ງເຄື່ອງໄຫວປີນີ້ແມ່ນມີລາຄາຄົງທີ ຖ້າທຽບໃສ່ປີຜ່ານມາ ຍົກເວັ້ນ ແຕ່ເຄື່ອງນຸ່ງຫົ່ມທີ່ນິຍົມນຸ່ງໃນເທສະການດັ່ງກ່າວ ແມ່ນໄດ້ປັບລາຄາຂຶ້ນ 2 ຫາ 5 ພັນກີບ. ນາງ ນ້ອຍ ແມ່ຂ້າຂາຍເຄື່ອງນຸ່ງຫົ່ມ ຢູ່ ຕະຫຼາດວັງທອງ ໄດ້ໃຫ້ສຳພາດວັນທີ 22 ມັງກອນ 2020 ວ່າ: ຂ້າພະ ເຈົ້າໄດ້ຂາຍເຄື່ອງນຸ່ງຫົ່ມສຳລັບນຸ່ງໃນເທສະການປີໃໝ່ ຊາວຫວຽດນາມ-ຈີນໃນທຸກໆປີ ເຊິ່ງປີນີ້ໄດ້ເລີ່ມນຳເຄື່ອງອອກມາວາງຈຳໜ່າຍແຕ່ຕົ້ນເດືອນມັງກອນ ເປັນຕົ້ນມາ ສະພາບການຂາຍເຄື່ອງໃນປີນີ້ແມ່ນບໍ່ຟົດຟື້ນເທົ່າປີຜ່ານມາ ນັ້ນກໍອາດຈະເປັນຍ້ອນສະພາບເສດຖະກິດຟືດເຄືອງ ພ້ອມທັງ ລາຄາເຄື່ອງນຸ່ງຫົ່ມປີນີ້ ກໍ່ໄດ້ປັບໂຕຂຶ້ນເລັກໜ້ອຍ ເຊີ່ງການທີ່ຕ້ອງປັບລາຄາຂຶ້ນນັ້ນກໍ່ຍ້ອນເຄື່ອງນຸ່ງຫົ່ມ ແມ່ນໄດ້ນຳເຂົ້າມາຈາກປະເທດໄທ ຈຶ່ງໄດ້ ອີງໃສ່ອັດຕາແລກປ່ຽນເງິນບາດທີ່ເພີ່ມສູງຂຶ້ນກວ່າປີຜ່ານມາ ຈິ່ງຈຳເປັນຕ້ອງປັບລາຄາເຄື່ອງນຸ່ງຂຶ້ນ ສະເລ່ຍເຄື່ອງນຸ່ງໂຕໜຶ່ງຈະປັບຂຶ້ນປະມານ 2-5 ພັນກີບ ເຊັ່ນ: ເສື້ອຄໍມົນເດັກນ້ອຍປີນີ້ ຂາຍໂຕລະ 25 ພັນກີບ ປີຜ່ານມາຂາຍໂຕລະ 23 ພັນກີບ. ນາງ ແປະ ແມ່ຄ້າຂາຍເຄື່ອງໄຫວ້ ແລະ ໂຄມໄຟ ໄດ້ກ່າວວ່າ: ...

Read More »

ງານເທສະການດອກງິ້ວບານ ຄັ້ງທີ 20 ຈະຈັດຂຶ້ນວັນທີ 14-16 ກຸມພາ 2020 ນີ້…

ງານບຸນດອກງິ້້ວບານຄັ້ງທີ 20 ຢູ່ທີ່ ດອນຊາວເຂດເສດຖະກິດພິເສດ ສາມຫຼຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-16 ກຸມພາ 2020 ນີ້ ຊຶ່ງງານບຸນດັ່ງກ່າວມີຈຸດປະສົງຫຼັກ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ແລະ ວັດທະນາທໍາອັນດີງາມ ຂອງປະຊາຊົນບັນດາເຜົ່າຢູ່ ເມືອງຕົ້ນເຜີ້ງ ທີ່ໄດ້ສືບທອດກັນມາແຕ່ປູ່ຍ່າຕາຍາຍ ທັງເປັນໜຶ່ງໃນຫຼາຍກິດຈະກໍາສົ່ງເສີມການທ່ອງທ່ຽວ ຂອງແຂວງບໍ່ແກ້ວ. ງານບຸນດອກງິ້ວບານຄັ້ງນີ້ ຈະມີກິດຈະກໍາທີ່ຫຼາກຫຼາຍ ແລະ ມີຫຼາຍກວ່າທຸກໆຄັ້ງທີ່ຜ່ານມາ ຊຶ່ງຈະມີການວາງສະແດງສິນຄ້າລາວ-ໄທ ຫຼື ເປີດຕະຫຼາດນັດຕັ້ງແຕ່ວັນທີ 10 ກຸມພາເປັນຕົ້ນໄປ ສ່ວນພິທີທາງການຂອງງານບຸນດັ່ງກ່າວແມ່ນຈະເລີ່ມແຕ່ວັນທີ 14-16 ກຸມພາ, ພາຍໃນງານປະກອບມີ: ການປະກວດນາງສາວດອກງິ້ວບານ, ການເດີນແບບສະແດງຊຸດຊົນເຜົ່າທີ່ມີ 13 ຊົນເຜົ່າດໍາລົງຊີວິດຢູ່ເມືອງຕົ້ນເຜີ້ງ  ການສະແດງສິລະປະວັນນະຄະດີຂອງລາວ- ຈີນ- ໄທ ແລະ ມຽນມາ ການແຂ່ງຂັນຕີມວຍມິດຕະພາບລາວ-ໄທ ຈະໄດ້ຈັດຂືິ້ນໃນຕອນຄໍ່າຂອງວັນທີ 14 ກຸມພາ ສຳມະນາການລົງທຶນດ້ານການທ່ອງທ່ຽວ ແລະ ການລົງທຶນດຶງດູດນັກລົງທຶນພາຍໃນ ແລະ ຕ່າງປະເທດ, ການແຂ່ງຂັນດຶງເຊືອກແຕ່ລະຫວ່າງບ້ານ ແລະ ຫົວໜ່ວຍທຸລະກິດຕ່າງໆ. ການຈູດບັ້ງໄຟດອກ, ປ່ອຍໂຄມໄຟ ແລະ ...

Read More »

ນະຄອນຫຼວງ ກຳນົດ 12 ຂໍ້ ສູ້ຊົນເກັບລາຍຮັບ ປີ 2020 ໃຫ້ບັນລຸເປົ້າ

ແຜນຈັດເກັບລາຍຮັບປີ 2020 ທີ່ກະຊວງການເງິນແຈ້ງໃຫ້ເບື້ອງຕົ້ນ ມີດັ່ງນີ້: ລວມລາຍຮັບທັງໝົດຂອງນະຄອນຫຼວງ ຈະສູ້ຊົນໃຫ້ໄດ້ຕໍ່າສຸດແມ່ນ 5.241 ຕື້ກວ່າກີບ ທຽບໃສ່ປີ 2019 ຜ່ານມາເພີ່ມຂຶ້ນ 9,18% ເຊິ່ງລາຍຮັບພູດສູນກາງ ( ພາສີ ) 3.730 ຕື້ ກວ່າກີບ ແລະ ລາຍຮັບທ້ອງຖິ່ນ ( ນະຄອນຫຼວງ ) 1.511 ຕື້ກວ່າກີບ. ໃນນີ້, ເວົ້າສະເພາະລາຍຮັບສ່ວຍສາອາກອນ 4.450 ຕື້ກວ່າກີບ, ຊັບສິນຂອງລັດ 60,75 ຕື້ກີບ, ລັດວິສາຫະກິດ 633 ລ້ານກວ່າກີບ. ສ່ວນລາຍຈ່າຍທັງໝົດ 551,28 ຕື້ກີບ ເຊິ່ງລາຍຈ່າຍປົກກະຕິ 480 ຕື້ກວ່າກີບ, ລາຍຈ່າຍຄ່າບໍລິຫານວິຊາການ ( ຈົດຮັບ – ຈົດຈ່າຍ ) 70,74 ຕື້ກີບ. ນອກນັ້ນ, ຍັງມີລາຍຈ່າຍຂອງຂະແໜງສຶກສາ 192,62 ຕື້ກີບ ແລະ ຂະແໜງສາທາລະນະສຸກ 53,59 ຕື້ກີບ. ໂອກາດນີ້ຫົວໜ້າພະແນກການເງິນນະຄອນຫຼວງ ຍັງໄດ້ສະເໜີ ...

Read More »

ເລີ່ມກຽມກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ V ຫຼັງລັດຖະບານ ກູ້ຢືມເງິນຈາກປະເທດໄທ 1.380 ລ້ານບາດ

ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງການເງິນ ໄດ້ລົງນາມເຊັນສັນຍາເງິນກູ້ຢືມເງິນຈາກອົງການຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ນີດາ ຫລື NEDA) ແຫ່ງລາຊະອານາຈັກໄທ, ສຳລັບໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ແຂວງບໍລິຄໍາໄຊ-ບຶງການ)ໃນມູນຄ່າ 1.380 ລ້ານບາດ ເມື່ອວັນທີ 17 ມັງກອນ 2020 ທີ່ນະຄອນຫຼວງວຽງຈັນ. ຕາງໜ້າລັດຖະບານແຫ່ງສປປ ລາວໂດຍແມ່ນທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນກັບທ່ານ ພິຣະເມດ ວຸດທິທອນເນຕິຣັກ ປະທານອົງການຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (NEDA) ແຫ່ງລາຊະອານາຈັກໄທ, ມີຄະນະນໍາຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ເອກອັກຄະລາຊະທູດໄທ ປະຈຳ ສປປລາວ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ແຂວງບໍລິຄໍາໄຊ-ບຶງການ) ແມ່ນແຜນຍຸດທະສາດລະດັບຊາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ຂອງ ສປປ ລາວ ພາຍໃຕ້ເປົ້າໝາຍເປີດກວ້າງການຮ່ວມມື ແລະ ເຊື່ອມຈອດກັັບພາກພື້ນ ...

Read More »

ມີບັນຫາເລື່ອງຂໍ້ຄາໃຈ-ເດືອດຮ້ອນ ໂທແຈ້ງໄດ້ທີ່ 1516 ສາຍດ່ວນລັດຖະບານ

ສາຍດ່ວນ 1516 ແມ່ນເບີໂທເພື່ອເປີດໂອກາດ ໃຫ້ປະຊາຊົນລາວທຸກຊັ້ນຄົນ ໃນສັງຄົມ ສາມາດໂທມາສະເໜີ ແລະ ລາຍງານ ທຸກບັນຫາທີ່ເກີດຂຶ້ນ ທີ່ສ້າງຄວາມເດືອດຮ້ອນໃຫ້ກັບຕົນເອງ ແລະ ສັງຄົມ ຫຼື ໂທແຈ້ງກ່ຽວກັບວຽກງານການບໍລິຫານວຽກງານຂອງລັດຖະບານ. ແລ້ວລັດຖະບານ ຈະຮັບເອົາລາຍງານນັ້ນ  ເພື່ອໄປແກ້ໄຂ ແລະ ຕອບຂໍ້ສະເໜີຂອງທຸກໆຄົນທີ່ລາຍງານເຂົ້າມາ. ສາຍດ່ວນ 1516 ຂອງລັດຖະບານ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 14 ພະຈິກ 2016 ອີງຕາມການແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເລກທີ 1774/ຫສນຍ.ກປພ ລົງວັນທີ 11-11-2016 ໂດຍອີງຕາມທິດຊີ້ນໍາຂອງທ່ານນາຍົກຄັ້ງວັນທີ 5 ກໍລະກົດ 2016. ແລະໃນປີ 2018 ມີປະຊາຊົນໄດ້ໂທເຂົ້າມາ ແລະ ໄດ້ຮັບຄຳສະເໜີຂອງປະຊາຊົນ ແລະ ທຸກພາກສ່ວນຢູ່ໃນສັງຄົມ ມີທັງໝົດ ຈຳນວນ 2.700 ຄຳຖາມ, ໃນນັ້ນ ຄຳຖາມ ຂໍຄຳປຶກສາຈຳນວນ 2.250 ຄຳຖາມ, ບັນຫາທີ່ພົ້ນເດັ່ນກວ່າໝູ່ ແລະ ໂທເຂົ້າມາຫຼາຍແມ່ນ 1. ບັນຫາທີ່ດິນຈຳນວນ 735 ຄຳຖາມ. 2. ບັນຫາການປະຕິບັດຄຳຕັດສິນຂອງສານ ຈຳນວນ 458 ...

Read More »

ຊົມເຊີຍ!!! ນະຄອນຫຼວງວຽງຈັນໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 2020

ຕາມຂ່າວໜັງສືພິມວຽງຈັນທາຍໃຫ້ຮູ້ວ່າ: ສປປ ລາວ ໄດ້ຮັບລາງວັນ 4 ປະເພດ ລວມມີ 13 ລາງວັນຄື: ມາດຕະຖານ ໂຮງແຮມຂຽວອາຊຽນ 5 ລາງວັນ, ມາດຕະຖານສະຖານທີ່ຈັດງານອາຊຽນ (ຫ້ອງປະຊຸມ) 5 ລາງວັນ, ມາດຕະຖານເມືອງ ທ່ອງທ່ຽວສະອາດອາຊຽນ 1 ລາງວັນ  ລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ 2 ລາງວັນ (ມີຜະລິດຕະພັນທ່ອງທ່ຽວເຂດຕົວເມືອງ 1 ລາງວັນ ແລະ ຜະລິດຕະພັນທ່ອງທ່ຽວເຂດຊົນນະບົດ 1 ລາງວັນ).  ຈາກງານມະຫາກໍາການທ່ອງທ່ຽວອາຊຽນ ປະຈຳປີ 2020 ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-16/01/2020 ຢູ່ທີ່ປະເທດບຣູໄນ.             ລາງວັນມາດຕະຖານໂຮງແຮມຂຽວອາຊຽນ (ASEAN Green Hotel Standard) ຊຶ່ງເປັນ ມາດຕະຖານ ທໍາອິດທີ່ໄດ້ຮັບການຈັດຕັ້ງປະຕິບັດ ຢູ່ໃນອາຊຽນ ຊຶ່ງເລີ່ມມີການມອບລາງວັນ ແຕ່ປີ 2008 ໂດຍຈັດຂຶ້ນໃນທຸກໆ 2 ປີ ຊຶ່ງປີນີ້ເປັນຄັ້ງທີ ...

Read More »

ແຈ້ງການ ປັບລາຄານໍ້າມັນຂຶ້ນ ເລີ່ມປະຕິບັດວັນທີ 21 ມັງກອນ 2020 ເວລາ 6:00 ໂມງ

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການສະບັບເລກທີ 0067/ອຄ.ກຄພນ, ລົງວັນທີ 20ມັງກອນ 2020, ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ; ເລື່ອງ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ລາຄາໃຫ່ມແມ່ນໃຫ້ເລີ່ມປະຕິບັດວັນທີ 21 ມັງກອນ 2020 ເວລາ 6:00 ໂມງ ໃນຂອບເຂດທົ່ວປະເທດ ການປັບລາຄາໃໝ່ໃນຄັ້ງນີ້ ແມ່ນໄດ້ຫຼຸດການເກັບເງິນຄັງແຮສະເພາະນໍ້າມັນກາຊວນລົງ 100 ກີບຕໍ່ລິດ (ຈາກ 500ກີບຕໍ່ລິດ ເປັນ 400ກີບຕໍ່ລິດ) ແລະ ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດຄື: ແອັດຊັງພິເສດ ປັບຂຶ້ນ 90 ກີບຕໍ່ລິດ (ເປັນ 10.770 ກີບ) , ແອັດຊັງທໍາມະດາ ປັບຂຶ້ນ 180 ກີບຕໍ່ລິດ (ເປັນ 9.650 ກີບ) ກາຊວນປັບຂຶ້ນ 380 ກີບຕໍ່ລິດ (ເປັນ 9.040 ກີບ)  

Read More »

Thai Airways Thank you Party Agency Laos

ບັນຍາກາດຂອງງານ Thai Airways Thank you Party Agency Laos ໃນຄໍ່າຄືນຂອງມື້ວັນສຸກທີ່ຜ່ານມາ,​ ວັນທີ 17 ມັງກອນ 2020, ສາຍການບິນໄທ, ສາຍການບິນໄທສະມາຍ ແລະ ບໍລິສັດ ອະມາດິອຸສ ໄດ້ຈັດງານສະເຫຼີມສະຫຼອງປີໃຫມ່ສາກົນ 2020 ແລະ ງານລ້ຽງຂອບໃຈຕົວແທນຈໍາໜ່າຍ ໃນ ສປປ ລາວ ແລະ ພ້ອມກັບການສະຫຼອງຍອດຂາຍທີ່ເພີ່ມຂຶ້ນໃນທຸກໆປີ. ພາຍໃນງານ ໄດ້ແນະນຳ ຜູ້ຈັດການທົ່ວໄປຄົນໃຫມ່ ຂອງສາຍການບິນໄທ ປະຈຳ ສປປ ລາວ ທ່ານ  ຊະວະຣິດ ທະນະສົມບັດນັນ ທີ່ໄດ້ມາຮັບຕຳແໜ່ງຢູ່ ສປປ ລາວ ໃຫ້ກັບຕົວແທນຈຳໜ່າຍທຸກໆສາຂາໄດ້ຮູ້ຈັກ, ເຊິ່ງບັນຍາກາດພາຍໃນງານເຕັມໄປດ້ວຍຄວາມອົບອຸ່ນ ແລະ ມ່ວນຊື່ນເປັນກັນເອງສຸດໆ. ນອກຈາກນັ້ນ, ຍັງໄດ້ມອບລາງວັນໃຫ້ກັບຕົວແທນທີ່ເຮັດຍອດຂາຍທະລຸເປົ້າ ແລະ ມີຍອດຂາຍເພີ່ມຂຶ້ນ, ແຈກຂອງຂວັນລາງວັນເຊັ່ນ: ປີ້ຍົນໄປ-ກັບ ວຽງຈັນ-ກຸງເທບ-ກະບີ່ ຈາກສາຍການບິນໄທສະມາຍ ແລະ ຍັງໄດ້ມອບຂອງທືລະນຶກໃຫ້ກັບທຸກຄົນທີ່ເຂົ້າຮ່ວມງານອີກດ້ວຍ. ງານດັ່ງກ່າວຈະບໍ່ເກີດຂຶ້ນຖ້າຂາດຜູ້ສະໜັບສະໜູນ ໂດຍສະເພາະແມ່ນຕົວແທນຈໍາໜ່າຍຂາຍປີ້ຍົນຂອງ ສາຍການບິນໄທ ແລະ ສາຍການບິນໄທສະມາຍ ແລະ  ທຸກບໍລິສັດໃນ ...

Read More »

ເສັ້ນທາງແຕ່ຕານມີໄຊ-ສີເກີດ ຈະສຳເລັດໃນເດືອນ ມີຖຸນາປີນີ້

ໂຄງການກໍ່ສ້າງເສັ້ນທາງແຕ່ ບ້ານຕານມີໄຊ ເມືອງໄຊທານີ ຫາ ບ້ານສີເກີດ ເມືອງນາໄຊ ທອງ ນະຄອນຫຼວງວຽງຈັນ ໄລຍະທາງປະມານ 9,4 ກິໂລແມັດ ຄາດວ່າຈະໃຫ້ສຳ ເລັດການກໍ່ສ້າງໃນເດືອນມີຖຸນາ ປີນີ້. ທ່ານ ສົມປະສົງ ຈັນທະວົງ ທີ່ປຶກສາໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ແຈ້ງໃຫ້ຮູ້ໃນວັນ ທີ 14 ມັງກອນ 2020 ວ່າ: ອີງຕາມແຜນການກໍ່ສ້າງຍົກ ລະດັບເສັ້ນທາງດັ່ງກ່າວ ໃນເບື້ຶອງຕົ້ນແມ່ນຕ້ອງໃຫ້ສຳເລັດໃນທ້າຍເດືອນທັນວາ 2019 ແຕ່ການກໍ່ສ້າງໄດ້ຊັກຊ້າ ເນື່ອງຈາກພົບຄວາມ ຫຍຸ້ງຍາກທາງດ້ານການເງິນ ກັບຜູ້ຮັບເໝົາ, ການເອົາສິ່ງ ກີດຂວາງໃນການກໍ່ສ້າງອອກ ແລະ ຈັດເອົາສາຍໄຟຟ້າຕ່າງໆ ອອກ. ສະນັ້ນ ມາຮອດເດືອນ ພະຈິກ 2019 ໂຄງການກໍ່ສ້າງ ຈຶ່ງສໍາເລັດໄປພຽງ 81,4% ເທົ່ານັ້ນ ດັ່ງນັ້ນ ການກໍ່ສ້າງ ເສັ້ນທາງດັ່ງກ່າວຈໍາເປັນຕ້ອງຕໍ່ເວລາໃນການກໍ່ສ້າງປະມານ 6 ເດືອນ ແລະ ຄາດວ່າຈະ ສໍາເລັດໃນເດືອນມີຖຸນາ 2020. ຂ່າວ: ບົວຜັນ ພາບ: ພ້ອມພົງ

Read More »