ນາຍົກ ລົງຕິດຕາມການປະຕິບັດໜ້າທີ່ ຂອງແພດໝໍ ຢູ່ໂຮງໝໍມິດຕະພາບ 150 ຕຽງ

ໃນຕອນເຊົ້າຂອງວັນທີ 27 ເມສາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ້ ການລະບາດຂອງພະຍາດໂຄວິດ-19 ໄດ້ລົງຢ້ຽມຢາມ ແລະ ຕິດຕາມ ສະພາບການປະຕິບັດໜ້າທີ່ວຽກງານກວດກາຄັດກອງ ແລະ ປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດ ໂຄວິດ-19 ຂອງທີມແພດ-ໝໍ ຢູ່ໂຮງໝໍມິດຕະພາບ 150 ຕຽງ.


ທ່ານ ດຣ ສະຫນອງ ທອງຊະນະ ຜູ້ອໍານວຍການໂຮງໝໍມິດຕະພາບ 150 ຕຽງ ໃຫ້ຮູ້ວ່າ: ປັດຈຸບັນໂຮງໝໍມິດຕະພາບ ພວມສືບຕໍ່ປິ່ນປົວຄົນເຈັບທີ່ຕິດເຊື້ອໂຄວິດ-19 ຈໍານວນ 11 ຄົນ ຊຶ່ງອາການຂອງຄົນເຈັບເຫລົ່ານີ້ ແມ່ນຢູ່ຂັ້ນຊົງຕົວເບົາບາງ ແລະ ຄົບກໍານົດການກິນຢາແລ້ວ ແຕ່ຍັງລໍຖ້າການກວດເພື່ອຢັ້ງຢືນເຊື້ອພະຍາດໂຄວິດຕື່ມອີກ; ພ້ອມນີ້ຍັງສືບຕໍ່ເຝົ້າລະວັງ ແລະ ຄັດກອງຄົນເຈັບກໍລະນີສົງໄສ ເພື່ອກວດຫາເຊື້ອ ແລະ ປິ່ນປົວໃຫ້ທັນການ.


ໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍ ແລະ ເປັນຫ່ວງເປັນໄຍຕໍ່ບັນດາພະນັກງານແພດ-ໝໍ, ພະຍາບານ ທີ່ກໍາລັງປະຕິບັດໜ້າທີ່ດ້ວຍຄວາມເສຍສະຫລະ ເພື່ອຊ່ວຍເບິ່ງ ແຍງ ແລະ ປິ່ນປົວຄົນເຈັບຢ່າງບໍ່ຮູ້ອິດຮູ້ເມື່ອຍ, ຫລັງຈາກທີ່ ໃຫ້ການບໍລິການປິ່ນປົວຄົນເຈັບແລ້ວ ບັນດານັກຮົບເສື້ອຂາວເຫລົ່ານັ້ນ ຍັງໄດ້ຈໍາກັດບໍລິເວນຕົນເອງນຳອີກ ໂດຍບໍ່ໄດ້ກັບໄປຫາຄອບຄົວ. ພ້ອມກັນນີ້ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມເປັນຫວ່ງຕໍ່ຊີວິດການເປັນຢູ່ລວມທັງສະຖານທີ່ ແລະ ອຸປະກອນຕ່າງໆທີ່ຮັບໃຊ້ໃນການປະຕິບັດວຽກງານຮັບມືກັບພະຍາດໂຄວິດ-19. ພ້ອມທັງ ໄດ້ໃຫ້ກໍາລັງໃຈຄົນເຈັບທີ່ກໍາລັງປິ່ນປົວຢູ່ໂຮງໝໍແຫ່ງນີ້ ໃຫ້ເຊົາດີໄວໆ ແລະ ໃຫ້ປະຕິບັດຕາມຄໍາແນະນໍາຂອງແພດໝໍຢ່າງເຄັ່ງຄັດ.


ຂ່າວ:ມະນີທອນ, ພາບ:ຂັນໄຊ

ທີ່ມາ: ຂ່າວສານປະເທດລາວ

Comments