ຄະນະສະເພາະກິດ ຫາລືແຜນການຜ່ອນຜັນ ບາງມາດຕະການ ຕໍ່ການລະບາດພະຍາດວິດ-19

ໃນຕອນບ່າຍວັນທີ 27 ເມສາ 2020, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບ ແຜນການຜ່ອນຜັນບາງມາດຕະການ ຫຼັງວັນທີ 3 ພຶດສະພາ 2020, ຖ້າບໍ່ມີລາຍງານກໍລະນີຕິດເຊື້ອພະຍາດໂຄວິດ-19 ໃໝ່ ໃນ ສປປ ລາວ, ເຊິ່ງກອງປະຊຸມຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນປະທານຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍການເຂົ້າຮ່ວມຂອງຄະນະດັ່ງກ່າວ.

 
ຈຸດປະສົງຂອງແຜນການຜ່ອນຜັນບາງມາດຕະການ ຫລັງວັນທີ 3 ພຶດສະພາ 2020 ແມ່ນເພື່ອໃຫ້ມີຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ, ຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ເພື່ອເປັນທິດທາງ ແລະ ບ່ອນອີງໃນການຜ່ອນຜັນມາດຕະການໃນຂອງເຂດທົ່ວປະເທດ, ພ້ອມກັນນັ້ນ ກໍເພື່ອເປັນການຈຳກັດບໍ່ໃຫ້ມີການແຜ່ລະບາດເປັນວົງກວ້າງ ແລະ ກັບຄືນມາຮອບໃໝ່ຂອງພະຍາດໂຄວິດ-19, ເຮັດໃຫ້ຊຸມຊົນໄດ້ກັບມາໃຊ້ຊີວິດຕາມປົກກະຕິເທື່ອລະກ້າວ ແລະ ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ ແລະ ເພື່ອໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະ ຄວາມໝັ້ນຄົງຂອງຊາດ.


ສຳລັບການກຳນົດໄລຍະເວລາຜ່ອນຜັນ ແມ່ນມີ 2 ໄລຍະຄື: ໄລຍະທີ 1 ແຕ່ວັນທີ 4 ຫາ 31 ພຶດສະພາ 2020 ແລະ ໄລຍະທີ 2 ແຕ່ວັນທີ 1 ຫາ 30 ມິຖຸນາ 2020, ໃນນັ້ນ ມາດຕະການຜ່ອນຜັນສຳລັບໄລຍະທີ 1 ຖ້າບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ໃນ ສປປ ລາວ ຈົນຮອດວັນທີ 3 ພຶດສະພາ 2020 ປະກອບມີ: ການອະນຸຍາດໃຫ້ສຳນັກງານ-ອົງການ ເປີດດຳເນີນການໃຫ້ພະນັກງານ-ລັດຖະກອນມາເຮັດວຽກປົກກະຕິ, ອະນຸຍາດໃຫ້ພໍ່ແມ່ປະຊາຊົນ, ພະນັັກງານ-ລັດຖະກອນ, ທະຫານ-ຕຳຫລວດ ສາມາດອອກຈາກເຮືອນ ເດີນທາງຢູ່ໃນແຂວງກໍລະນີຈຳເປັນ, ອະນຸຍາດໃຫ້ມີການຈັດຝຶກອົບຮົມ, ຈັດກອງປະຊຸມທາງການ ແລະ ກິດຈະກຳທາງສາສະໜາ, ອະນຸຍາດໃຫ້ອອກກຳລັງກາຍ ຫລື ຫລິ້ນກິລາກາງແຈ້ງ, ອະນຸຍາດເປີດໂຮງງານ ແລະ ໂຄງການໃຫຍ່ ແລະ ການອະນຸຍາດເປີດໂຮງຮຽນ.
ສ່ວນໄລຍະທີ 2 ຖ້າບໍ່ມີລາຍງານກໍລະນີຜູ້ຕິດເຊື້ອໃໝ່ຮອດວັນທີ 31 ພຶດສະພາ 2020 ແລະ ສະພາບການເກີດພະຍາດໂຄວິດ-19 ໃນບັນດາປະເທດໃກ້ຄຽງມີທ່າອ່ຽງຫລຸດລົງນັ້ນ ແມ່ນຈະໄດ້ຍົກເລີກບັນດາມາດຕະການທັງໝົດ ໃນຄຳສັ່ງເລກທີ 06/ນຍ ແລະ ຍົກເວັ້ນມາດຕະການຫ້າມການເດີນທາງເຂົ້າປະເທດຂອງຜູ້ເດີນທາງທົ່ວໄປ.
ພາຍຫລັງປຶກສາຫາລືກັນແລ້ວ ກໍຈະໄດ້ສະເໜີຕໍ່ ກອງປະຊຸມນາຍົກ, ຮອງນາຍົກລັດຖະມົນຕີ ທີ່ຈະຈັດຂຶ້ນໃນວັນທີ 28 ເມສາ 2020 ເພື່ອພິຈາລະນາ ວ່າອັນຄວນຜ່ອນຜັນໄດ້ ແລະ ອັນໃດຍັງຕ້ອງສືບຕໍ່ປະຕິບັດ.
ເຖິງແນວໃດກໍຕາມ, ມາດຕະການຜ່ອນຜັນນີ້ ແມ່ນເປັນການຊົ່ວຄາວ, ຖ້າມີການລາຍງານກໍລະນີຜູ້ຕິດເຊື້ອເກີດຂຶ້ນຢູ່ໃນແຂວງໃດແຂວງໜຶ່ງ ແມ່ນຈະໄດ້ຈຳກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະການຕ່າງໆຢ່າງເຂັ້ມງວດສະເພາະແຂວງນັ້ນ, ຖ້າຫາກເກີດມີການລາຍງານຜູ້ຕິດເຊື້ອເກີດເປັນຈຸ້ມຫລາຍກວ່າ 2 ແຂວງ ແມ່ນຈະໄດ້ກັບມາປະຕິບັດຄຳສັ່ງເລກທີ 06/ນຍ ຄືນໃໝ່ ຢ່າງເຂັ້ມງວດ.

ຂ່າວ: ສິງຄຳ, ພາບ: ຂັນໄຊ

ທີ່ມາ: ຂ່າວສານປະເທດລາວ

Comments