ເສດຖະກິດ

ຂະແໜງກໍ່ສ້າງ ກຳປູເຈຍ ດຶງດູດການລົງທຶນຫລາຍກວ່າ 5 ຕື້ໂດລາ

ຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ ລາຍງານວ່າ, ກະຊວງ ບໍລິຫານ ການຈັດການພື້ນທີ່ ການວາງແຜນ ແລະ ການກໍ່ສ້າງ ຂອງ ກຳປູເຈຍ ໄດ້ເປີດເຜີຍທຸລະກິດກໍ່ສ້າງຂອງ ກຳປູເຈຍ ສາມາດດຶງດູດການລົງທຶນລວມທັງໝົດປະມານ 5.33 ຕື້ໂດລາ ໃນປີ 2021, ຫລຸດລົງ 31% ເມື່ອທຽບໃສ່ປີຕໍ່ປີ. ກຳປູເຈຍ ອອກໃບອະນຸຍາດໃຫ້ແກ່ໂຄງການກໍ່ສ້າງຈຳນວນ 4,303 ໂຄງການ ໃນປີ 2021 ໂດຍມີ ຈີນ, ສ.ເກົາຫລີ ແລະ ຍີ່ປຸ່ນ ໄດ້ຄອງຕຳແໜ່ງ ຜູ້ລົງທຶນ ຕ່າງປະເທດ ອັນດັບຕົ້ນໃນພາກທຸລະກິດກໍ່ສ້າງ ແລະ ອະສັງຫາລິມະຊັບຂອງປະເທດ. ປັດຈຸບັນກຳປູເຈຍມີອາຄານສູງ (ລະຫວ່າງ 5-40 ຊັ້ນ) ຈຳນວນ 2,392 ຫລັງ, ພື້ນທີ່ ຢູ່ອາໄສໃໝ່ 474 ແຫ່ງ, ໂຮງແຮມ 1,053 ຫລັງ ແລະ ອື່ນໆອີກຫຼວງຫຼາຍ. ຂໍ້ມູນ ຂປລ.

Read More »

ກຳປູເຈຍ ມີລາຍໄດ້ ຈາກພາສີ ຫລາຍກວ່າ 5 ຕື້ໂດລາ

ຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ, ເມື່ອບໍ່ດົນມານີ້, ທ່ານ ຮຸນເຊນ ນາຍົກ ລັດຖະ ມົນຕີກຳປູເຈຍ ຖະແຫລງຂ່າວ ຜ່ານ ສະຖານີ ໂທລະພາບ ແຫ່ງຊາດ ກຳປູເຈຍ (TVK) ວ່າ: ລັດຖະບານ ກຳປູເຈຍ ມີລາຍໄດ້ ຈາກ ພາສີ ລວມມີ 5.07 ຕື້ໂດລາ ໃນປີ 2021. ທ່ານຮຸນເຊນ ກ່າວ ໃນລະຫວ່າງ ການເຂົ້າຮ່ວມພິທີວາງສີລາລຶກໂຄງການກໍ່ສ້າງຖະໜົນລະດັບຊາດຢູ່ແຂວງ ເກາະກົງ ທາງພາກຕາເວັນຕົກສ່ຽງໃຕ້ຂອງປະເທດວ່າ ກົມພາສີອາກອນ (GDT) ມີລາຍໄດ້ 2.78 ຕື້ໂດລາ ໃນປີກາຍ. ຂໍ້ມູນ ຂປລ.

Read More »

ປະກາດປັບຫຼຸດ ອັດຕາອາກອນມູນຄ່າເພີ່ມລົງ ຈາກ 10% ເປັນ 7%

ປະກາດປັບຫຼຸດ ອັດຕາອາກອນມູນຄ່າເພີ່ມລົງ ຈາກ 10% ເປັນ 7%  ກະຊວງການເງິນ ໄດ້ອອກແຈ້ງການ ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນ 2022 ເປັນຕົ້ນໄປ.  ສະນັ້ນ, ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດ ດັ່ງນີ້: 1. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວທຸລະກິດ ໃນ ສປປ ລາວ ຕ້ອງຈັດຕັ້ງປະຕິບັດບາງນະໂຍບາຍໂດຍສະເພາະແມ່ນອັດຕາອາກອນແຕ່ລະປະເພດທີ່ມີການປັບປຸງ ແລະ ກົນໄກໃໝ່ ຕາມກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021 ນັບເເຕ່ ວັນທີ 1 ມັງກອນ 2012 ເປັນຕົ້ນໄປ. 2. ບັນດາຫົວໜ່ວຍວິສາຫະກິດ ທີ່ນຳເຂົ້າ-ສົ່ງອອກສິນຄ້າ ທີ່ມີເງື່ອນໄຂ ແລະ ມາດຖານ (ເອອີໂອ) ຕາມທີ່ໄດ້ກໍານົດໄວ້ໃນຄຳແນະນໍາສະບັບເລກທີ 4490/ກງ, ລົງວັນທີ 14 ກັນຍາ 2021 ໃຫ້ແຈ້ງມອບອາກອນໃນເວລາມີການສະໜອງສິນຄ້າຢູ່ພາຍໃນປະເທດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 2 ໂລແມງ I ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ...

Read More »

ງານຖະແຫລງຂ່າວການຈັດງານ “ເທດສະການອາຫານລາວ 2022” ທີ່ຈະຈັດຂື້ນໃນວັນທີ 25-29 ມັງກອນ 2022

ງານຖະແຫລງຂ່າວການຈັດງານ “ເທດສະການອາຫານລາວ 2022”    ປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານຄະນະກໍາມະການຈັດງານ “ເທດສະການອາຫານລາວ 2022” , ທ່ານນາງ ຈັນທະຈອນ ວົງໄຊ ໃນວັນທີ 5 ມັງກອນ 2022, ເວລາ 14:00 ໂມງ ທີ່ຕຶກ K&C, ໂດຍການເຂົ້າຮ່ວມ ຈາກຫຼາຍພາກສ່ວນ ທັງສະມາສິກ, ຄະນະຮັບຜິດຊອບງານ , ຜູ້ອຸປະຖຳງານ ບໍລິສັດເບຍລາວ ແລະ ນັກຂ່າວສື່ມວນຊົນຈາກພາກສ່ວນຕ່າງໆທີ່ໄດ້ເຂົ້າຮ່ວມງານຖະແຫລງຂ່າວຢ່າງພ້ອມໜ້າ. ໃນປີ 2022 ນີ້ ເທດສະການອາຫານ ຈະໄດ້ຈັດຂຶ້ນ ພາຍໃຕ້ຄໍາຂວັນ: “ເທດສະການອາຫານລາວ ຕາມ ວິຖີຊີວິດປົກກະຕິແແບບໃໝ່” (Lao food festival New normal ) 2022. ສທຍ ຈະຂັດຈ້ອນເລືອກເຟັ້ນ, ເອົາຮ້ານອາຫານລາວ ທີ່ໂດດເດັ່ນ ພຽງ 120 ຮ້ານເທົ່ານັ້ນ, ເພື່ອຮັກສາໄລຍະຫ່າງ, ຈະມີຮ້ານອາຫານລາວ ຈາກຕົວແທນທົ່ວປະເທດແລະ ຜູ້ສະໜັບສະໜູນ 109 ຮ້ານ ແລະ ...

Read More »

5 ສາເຫດຫຼັກ ແລະ 3 ແນວທາງ ແກ້ໄຂລົດຕົກຄ້າງ ຢູ່ດ່ານສາກົນບໍ່ເຕ່ນ-ບໍ່ຫານ ຂອງເຈົ້າແຂວງຫຼວງນໍ້າທາ.

5 ສາເຫດຫຼັກ ລົດຂົນສົ່ງສິນຄ້າຕົກຄ້າງເປັນຈໍານວນຫຼວງຫຼາຍ ຢູ່ດ່ານສາກົນບໍ່ເຕ່ນ-ບໍ່ຫານ. 1. ທາງຝ່າຍຈີນໄດ້ເພີ່ມມາດຕະການເຂັ້ມງວດ ແລະ ມາເຖິງວັນທີ 4/10/2021 ກວດພົບໂຊເຟີລາວຕິດເຊື້ອໂຄວິດ-19, ນັບແຕ່ວັນທີ 5/10/2021 ຝ່າຍຈີນໄດ້ປິດດ່ານສາກົນບໍ່ຫານ, ຕໍ່ກັບສະພາບການດັ່ງກ່າວ ອົງການປົກຄອງແຂວງຫຼວງນໍ້າທາ ໄດ້ພະຍາຍາມ ປະສານພົວພັນນໍາຝ່າຍຈີນ ຫຼາຍຄັ້ງ ຈິ່ງໄດ້ຕົກລົງເປັນເອກະພາບກັນ ເປີດດ່ານຄືນໃໝ່ເປັນການທົດລອງ ຊຶ່ງເລີ່ມແຕ່ວັນທີ 15/11/2021 ເປັນຕົ້ນມາ ໂດຍເລັ່ງໃສ່ແກ້ໄຂສະເພາະ ລົດຂົນສົ່ງສິນຄ້າ ແຕ່ບໍ່ອະນຸຍາດໃຫ້ບຸກຄົນທົ່ວໄປເຂົ້າ-ອອກ ໄດ້ເທື່ອ (ຍົກເວັ້ນຄົນຈີນ ທີ່ຈະກັບຄືນປະເທດ ສະເລ່ຍ 100-150 ຄົນ/ມື້, ແຕ່ກ່ອນການສົ່ງອອກຕ້ອງໄດ້ຜ່ານການກັກກັນຢູ່ເຂດຢ່າງໜ້ອຍ 7 ວັນ ແລະ ກວດເຊື້ອພະຍາດ 4 ຄັ້ງ ຜົນອອກມາເປັນລົບ ຈິ່ງສາມາດເຂົ້າໄປປະເທດ ຈີນ ໄດ້).  2. ແຕ່ລະມື້ມີລົດຂົນສົ່ງສິນຄ້າເຂົ້າໄປຈີນ ສະເລ່ຍ ໄດ້ພຽງແຕ່ 150 ຄັນ/ມື້ ແລະ ລົດເປົ່າອອກມາ 50 ຄັນ/ມື້, ແຕ່ລົດຂົນສົ່ງສິນຄ້າເຂົ້າມາລໍຖ້າເພື່ອຂົນສົ່ງສິນຄ້າອອກໄປ ສປ ຈີນ ປະມານ 350 ຄັນ/ມື້ ເຮັດໃຫ້ມີລົດຕົກຄ້າງເປັນຈໍານວນຫຼວງຫຼາຍ. ...

Read More »

ໂຕໂຍຕ້າ ຈະສ້າງໂຮງງານໝໍ້ໄຟ ສຳລັບລົດ EV ຢູ່ US

ໂຕໂຍຕ້າ ຈະສ້າງໂຮງງານໝໍ້ໄຟ ສຳລັບລົດ EV ຢູ່ USບໍລິສັດ ໂຕໂຍຕ້າ ມໍເຕີ ຈະສ້າງໂຮງງານຜະລິດແບັດເຕີລີ່ແຫ່ງໃໝ່ ມູນຄ່າ 1.29 ຕື້ໂດລາ ໃຫ້ກັບລົດທີ່ໃຊ້ລະບົບຂັບເຄື່ອນດ້ວຍພະລັງງານໄຟຟ້າ ໃນລັດ North Carolina, ບໍລິສັດໄດ້ປະກາດໃນຕອນບ່າຍວັນຈັນທີ່ຜ່ານມາ. ບໍລິສັດຄາດວ່າສິ່ງອໍານວຍຄວາມສະດວກດັ່ງກ່າວຈະສາມາດຜະລິດແບດເຕີລີ່ lithium-ion ພຽງພໍສໍາລັບຍານພາຫະນະໄຟຟ້າທັງຫມົດ 200,000 ແລະ ຫົວປັກຊາດພະລັງງານ plug-in hybrid ຄາດວ່າຈະເລິ່ມຕົ້ນການຜະລິດໃນຕົ້ນໃນປີ 2025. ບໍລິສັດກ່າວວ່າ ພວກເຂົາໄດ້ວາງແຜນທີ່ຈະຂະຫຍາຍການຜະລິດຫມໍ້ໄຟ ໃຫ້ໄດ້ສູງສຸດເຖິງ 1,2 ລ້ານ ຄັນ ຕໍ່ປີ. ບໍລິສັດ ໂຕໂຢຕ້າ ກ່າວວ່າ ໂຮງງານແຫ່ງນີ້ ໃກ້ກັບເມືອງ Greensboro ໃນພາກກາງຂອງລັດ North Carolina ຄາດວ່າຈະສ້າງວຽກເຮັດງານທຳ 1,750 ຄົນໃນລັດ. ການ​ລົງ​ທຶນ​ໃນ​ສະ​ຖານ​ທີ່​ດັ່ງ​ກ່າວ​ແມ່ນມີ​ກໍາ​ນົດ​ຮອດ​ປີ 2031​.

Read More »

ລົດໄຟຂົນສົ່ງສິນຄ້າຂະບວນ ທຳອິດ ໄດ້ອອກເດີນທາງຈາກນະຄອນ ເສີງຕູ Chengdu ມຸ້ງໜ້າ ສູ່ ສປປ ລາວ

ລົດໄຟຂົນສົ່ງສິນຄ້າ 2 ຂະບວນ ທຳອິດ ທີ່ບັນທຸກລົດບັນທຸກ, ໝາກຖົ່ວ, ຊິ້ນສ່ວນລົດຈັກ, ສານເຄມີ ແລະ ຜະລິດຕະພັນອື່ນໆ ໄດ້ອອກເດີນທາງຈາກນະຄອນ ເສີງຕູ Chengdu ມົນທົນເສສວນ ແລະ ນະຄອນສົງຊິງ ຕາມລຳດັບໃນວັນເສົາ ທີ 4 ທັນວາ 2021 ທີ່ຜ່ານມາ. ລົດໄຟຂະບວນດັ່ງກ່າວ ຈະມາຮອດນະຄອນຫຼວງວຽງຈັນ, ສປປ ລາວ ພາຍໃນເວລາ 3 ມື້, ກໍ່ຄືມື້ນີ້ ວັນທີ 7 ທັນວາ 2021. ນອກຈາກທີ່ເປັນເສັ້ນທາງໄວ້ໂດຍສານໄປມາຫາສູ່ກັນແລ້ວ ມັນຍັງຈະເປັນເສັ້ນທາງແຫ່ງການຄ້າ ທີ່ສຳຄັນທີ່ສຸດ ທີ່ຈະເຮັດໃຫ້ການຂົນສົ່ງເຂົ້າລາວ ຫຼືສົ່ງອອກ ມີປະສິດຕິພາບ, ປອດໄພ ແລະ ປະຢັດກວ່າ ຖ້າທຽບໃສ່ການຂົນສົ່ງທາງອາກາດ ແລະທາງລົດ. ລົດໄຟຂົນສົ່ງສິນຄ້າຂະບວນ ທຳອິດ ໄດ້ອອກເດີນທາງຈາກນະຄອນ ເສີງຕູ Chengdu ມຸ້ງໜ້າ ສູ່ ສປປ ລາວ ລົດໄຟຂົນສົ່ງສິນຄ້າຂະບວນ ທຳອິດ ໄດ້ອອກເດີນທາງຈາກນະຄອນ ເສີງຕູ Chengdu ມຸ້ງໜ້າ ...

Read More »

ການເປີດນຳໃຊ້ເສັ້ນທາງລົດໄຟແຫ່ງປະຫວັດສາດ ລາວ-ຈີນ

ການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ສາຍແຫ່ງປະຫວັດສາດ ແມ່ນໄດ້ມີຄວາມໝາຍຄວາມສຳຄັນສູງສຸດຕໍ່ ສປປ ລາວ ທີ່ຄອງຄ່ອຍມາເປັນເວລາດົນນານ, ພ້ອມທັງຈະຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ເປັນປະເທດເຊື່ອມຈອດ ແລະ ປະເທດແຫ່ງໂອກາດ, ເຊິ່ງລົດໄຟຈະມາອຳນວຍຄວາມສະດວກໃຫ້ແກ່ການຄົມມະນາຄົມຂົນສົ່ງທັງມວນຊົນ ແລະ ສິນຄ້າ, ຊ່ວຍຍູ້ແຮງເຮັດໃຫ້ບັນຍາກາດການຄ້າໃນປະເທດ ຈະກັບມາຄືກຄືນອີກຄັ້ງ ຫຼັງໄດ້ຮັບຜົນກະທົບຢ່າງໜັກຈາກໂຄວິດ-19 ລະບາດ. ພິທີເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໃນວັນທີ 3 ທັນວາ 2021 ຜ່ານມາ ພາຍໃຕ້ການເຂົ້າຮ່ວມຂອງຜູ້ນຳສູງສຸດທັງ 2 ປະເທດ ໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ.  ທ່ານ ສີ ຈິ້ນຜິງ ກ່າວຕໍ່ພິທີເປີດລົດໄຟຮອບປະຖົມມະເລີກວ່າ: ເສັ້ນທາງລົດໄຟຈີນ-ລາວ ແມ່ນໂຄງການແບບຢ່າງທີ່ສອງຝ່າຍຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫລັງຈາກເສັ້ນທາງລົດໄຟເລີ່ມເປີດບໍລິການແລ້ວ ຈາກນະຄອນຄຸນໝິງ ປະເທດຈີນ ໄປຮອດນະຄອນຫລວງວຽງຈັນ ປະເທດລາວ ຈະບໍ່ແມ່ນໄລຍະທາງທີ່ຍາວໄກອີກແລ້ວ. ສອງຝ່າຍຄວນສືບຕໍ່ສຸມຄວາມພະຍາຍາມ ປະຕິບັດວຽກງານໃຫ້ໄດ້ຮັບຜົນສຳເລັດຕື່ມອີກ, ຮັກສາເສັ້ນທາງລົດໄຟໃຫ້ດີ ...

Read More »

ການເປີດນຳໃຊ້ເສັ້ນທາງລົດໄຟແຫ່ງປະຫວັດສາດ ລາວ-ຈີນ

ການເປີດນຳໃຊ້ເສັ້ນທາງລົດໄຟແຫ່ງປະຫວັດສາດ ລາວ-ຈີນ ການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ສາຍແຫ່ງປະຫວັດສາດ ແມ່ນໄດ້ມີຄວາມໝາຍຄວາມສຳຄັນສູງສຸດຕໍ່ ສປປ ລາວ ທີ່ຄອງຄ່ອຍມາເປັນເວລາດົນນານ, ພ້ອມທັງຈະຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ເປັນປະເທດເຊື່ອມຈອດ ແລະ ປະເທດແຫ່ງໂອກາດ, ເຊິ່ງລົດໄຟຈະມາອຳນວຍຄວາມສະດວກໃຫ້ແກ່ການຄົມມະນາຄົມຂົນສົ່ງທັງມວນຊົນ ແລະ ສິນຄ້າ, ຊ່ວຍຍູ້ແຮງເຮັດໃຫ້ບັນຍາກາດການຄ້າໃນປະເທດ ຈະກັບມາຄືກຄືນອີກຄັ້ງ ຫຼັງໄດ້ຮັບຜົນກະທົບຢ່າງໜັກຈາກໂຄວິດ-19 ລະບາດ. ພິທີເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໃນວັນທີ 3 ທັນວາ 2021 ຜ່ານມາ ພາຍໃຕ້ການເຂົ້າຮ່ວມຂອງຜູ້ນຳສູງສຸດທັງ 2 ປະເທດ ໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ.  ທ່ານ ສີ ຈິ້ນຜິງ ກ່າວຕໍ່ພິທີເປີດລົດໄຟຮອບປະຖົມມະເລີກວ່າ: ເສັ້ນທາງລົດໄຟຈີນ-ລາວ ແມ່ນໂຄງການແບບຢ່າງທີ່ສອງຝ່າຍຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫລັງຈາກເສັ້ນທາງລົດໄຟເລີ່ມເປີດບໍລິການແລ້ວ ຈາກນະຄອນຄຸນໝິງ ປະເທດຈີນ ໄປຮອດນະຄອນຫລວງວຽງຈັນ ປະເທດລາວ ຈະບໍ່ແມ່ນໄລຍະທາງທີ່ຍາວໄກອີກແລ້ວ. ສອງຝ່າຍຄວນສືບຕໍ່ສຸມຄວາມພະຍາຍາມ ...

Read More »

ລົດໄຟ ລາວ-ຈີນ ຈະເປີດ ໃຫ້ ບໍລິການກ່ອນພຽງ 6 ສະຖານີ

ລົດໄຟ ລາວ-ຈີນ ຈະເປີດ ໃຫ້ບໍລິການກ່ອນພຽງ 6 ສະຖານີ ໂຄງການລົດໄຟລາວ-ຈີນ ພາຍຫລັງເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ໃນເບື້ອງຕົ້ນ ຈະເປີດໃຫ້ບໍລິການກ່ອນພຽງ 6 ສະຖານີ ຂອງຈຳນວນສະຖານີຮັບຜູ້ໂດຍສານທັງໝົດ 10 ແຫ່ງ, ສ່ວນສະຖານີທີ່ຍັງເຫລືອ ແມ່ນຈະເປີດໃຫ້ບໍລິການໃນໄລຍະຕໍ່ໄປ. ໃນນັ້ນມີ:ສະຖານີນະຄອນຫລວງວຽງຈັນ,ສະຖານີໂພນໂຮງ,ສະຖານີວັງວຽງ,ສະຖານີຫລວງພະບາງ,ສະຖານີເມືອງໄຊສະຖານີບໍ່ເຕ່ນແລະ ງົດໃຫ້ບໍລິການລະຫວ່າງປະເທດ. ຈະເປີດບໍລິການລົດໄຟສາຍພາຍໃນ 2 ຄູ່/ມື້: ຄຸ່ທີ່1 :ຈາກນະຄອນຫລວງວຽງຈັນ ໄປບໍ່ເຕ່ນ (ເວລາອອກເບື້ອງຕົ້ນ 8:00 ໂມງ ເຖິງສະຖານີບໍ່ເຕ່ນ 11:20ໂມງ), ສ່ວນຂາກັບ ອອກຈາກສະຖານີບໍ່ເຕ່ນ 12:15 ໂມງ ເຖິງສະຖານີ ນະຄອນຫລວງ 15:19ໂມງ)ຄູ່ທີ່2 :ຈາກນັ້ນຈະເປີດໃຫ້ບໍລິການຕໍ່ຈາກນະຄອນຫລວງ ໄປ ຫລວງພະບາງ 1 ຄູ່ (ເວລາອອກເບື້ອງຕົ້ນຈາກສະຖານີນະຄອນຫລວງວຽງຈັນ 16:10ໂມງ ລົດໄຟອອກເຖິງ ສະ ຖານີຫລວງພະບາງ 18:02ໂມງ ຂາກັບຈາກສະຖານີຫລວງພະບາງ 18:50ໂມງ ເຖິງສະຖານີນະ ຄອນຫລວງ 20:46 ໂມງ).ຂໍ້ມູນ ຂປລ.

Read More »