ເສດຖະກິດ

ລັດຖະມົນຕີກະຊວງ ຮສສ ສະເໜີໂຄງການອອກວິຊ່າເຮັດວຽກກະສິກຳ ຢູ່ປະເທດອົດສະຕາລີ

ລັດຖະມົນຕີກະຊວງ ຮສສ ສະເໜີໂຄງການອອກວິຊ່າເຮັດວຽກກະສິກຳ ຢູ່ປະເທດອົດສະຕາລີ,ໃຫ້ທູດອົດສະຕາລີຄົນໃໝ່ ປະຈຳລາວໃນວັນທີ 3 ທັນວາ 2021 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ພໍແຄລີ (Paul Kelly) ເອກອັກຄະລັດຖະທູດ ແຫ່ງ ອົດສະຕາລີ ປະຈຳ ສປປ ລາວ ເພື່ອພົບປະ ແລະ ຫາລືວຽກງານທີ່ກ່ຽວຂ້ອງ.ໃນໂອກາດດັ່ງກ່າວ, ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຊົມເຊີຍ ທີ່ ທ່ານ Paul Kelly ໄດ້ມາເປັນເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ. ການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ປະເທດ ອົດສະຕາລີ ຈະເນັ້ນໃສ່ວຽກງານ:1. ວຽກງານແຮງງານ ແລະ ...

Read More »

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ແຂວງຈໍາປາສັກ

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ແຂວງຈໍາປາສັກວັນທີ 2 ທັນວາ 2021 ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະລັດຖະມົນຕີ, ຮອງລັດຖະມົນຕີ ໄດ້ເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ, ໂດຍເປັນກຽດກ່າວຕ້ອນຮັບ ຂອງ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີ ທ່ານ ໂສມ ບຸດຕະກຸນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຈໍາປາສັກ ພ້ອມຄະນະນຳຂອງແຂວງຈຳປາສັກ ເຂົ້າຮ່ວມ.ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ ລາຍງານ 2 ຫົວຂໍ້ຫຼັກດັ່ງນີ້:1. ສະພາບການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ຢູ່ ແຂວງຈໍາປາສັກ . ສະພາບການລະບາດປັດຈຸບັນ, ຈຳນວນຜູ້ຕິດເຊື້ອສະສົມ ທົ່ວແຂວງ ມີ 7.088 ຄົນ, ຍິງ 3.501 ຄົນ ໃນນັ້ນຕິດເຊື້ອນຳແຮງງານ 3.865 ຄົນ, ເທົ່າກັບ 55%, ຕິດເຊື້ອພາຍໃນ ...

Read More »

ທະນາຄານແຫ່ງສປປລາວ ສົ່ງໜັງສືແຈ້ງເຖິງ ບໍລິສັດພູສີ ກຣຸບ

ຫນັງສືແຈ້ງຈາກ ທະນາຄານແຫ່ງ ສປປ ລາວ ກົມຄຸ້ມຄອງລະບົບຊໍາລະສະສາງ, ເລກທີ 959 ຄລຊ ນະຄອນຫຼວງວຽງຈັນ, ວັນທີ 24 ພະຈິກ 2021 ເຖິງ: ບໍລິສັດ ພູສີ ກຣຸບ ຈໍາກັດຜູ້ດຽວ. ເລື່ອງ: ການເຄື່ອນໄຫວທຸລະກິດຊັບສິນດິຈິຕອນ ຂອງ ບໍລິສັດ ພູສີ ກຣຸບ ຈໍາກັດ. ກົມຄຸ້ມຄອງລະບົບຊໍາລະສະສາງ (ຄສຊ) ຂໍຖືເປັນກຽດແຈ້ງມາຍັງທ່ານຊາບ ກ່ຽວກັບການເຄື່ອນໄຫວທຸລະກິດ ຊັບສິນຕິຈິຕອນ ຂອງ ບໍລິສັດ ພູສີ ກຣຸບ ຈໍາກັດ (ພສກ) ຄື: ການໂຄສະນາ ແລະ ເປີດໂຕ ກ່ຽວກັບການດໍາເນີນທຸລະກິດເງິນຄຣິບໂຕໃນສື່ອອນລາຍຂອງ Facebook Page ພາຍໃຕ້ຊື່ wclnance, ເວັບໄຊ້ Welnance.com ແລະ Platform ອອນລາຍອື່ນໆ (Twitter, YouTube, Instagram) ເປັນຕົ້ນ: ການອອກຫຼຽນ Welcoin ທີ່ເປັນ ເງິນຄຣິບໂຕ ຊຶ່ງສາມາດແລກປ່ຽນໄດ້ໃນ Trust ...

Read More »

ບ້ານນາຂ້າງຊ້າງ ກະກຽມສະຖານທີ່ທ່ອງທ່ຽວ ໃຫ້ພ້ອມບໍລິການ

ບ້ານນາຂ້າງຊ້າງ ກະກຽມສະຖານທີ່ທ່ອງທ່ຽວ ໃຫ້ພ້ອມບໍລິການ ຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ມະໂນທອງ ພົງສະຫວັດ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ, ລົງຊີ້ນຳນຳພາພໍ່ແມ່ປະຊາຊົນ ບ້ານນາຂ້າງຊ້າງ ສ້າງຂະບວນອະນາໄມ ບໍລິເວນເດີ່ນຈອດລົດ, ຕະຫລາດບ່ອນວາງຂາຍຜະລິດຕະພັນຂອງຊາວບ້ານ, ທາສີຫ້ອງນໍ້າ ແລະ ອື່ນໆຢູ່ສະຖານທີ່ທ່ອງທ່ຽວ ຖໍ້າພຣະ ເພື່ອກະກຽມຄວາມພ້ອມທີ່ຈະເປີດບໍລິການໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວຊົມ ແລະ ກາບໄຫວ້ສັກກາລະບູຊາ. ປັດຈຸບັນ, ແຂວງຄຳມ່ວນ ກຳລັງສຸມໃສ່ພັດທະນາວຽກງານທ່ອງທ່ຽວ, ໄດ້ວາງເປົ້າໝາຍ ເພື່ອພັດທະນາວຽກງານທ່ອງທ່ຽວເປັນ 3 ໄລຍະຄື: ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ໂດຍເລັ່ງໃສ່ການປັບປຸງສະຖານທີ່ທ່ອງທ່ຽວໃຫ້ມີຄວາມໂດດເດັ່ນ, ການວາງແຜນ ໃນການສະໜອງຂໍ້ມູນຂ່າວສານການທ່ອງທ່ຽວ, ການສ້າງກິດຈະກຳທີ່ມີຄວາມຫລາກຫລາຍ, ການປັບປຸງທາງດ້ານ ຂອດການບໍລິການທີ່ສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າ, ການສ້າງເຄືອຄ່າຍເຊື່ອມຕໍ່ ຫລື ວົງຈອນການທ່ອງທ່ຽວ ເພື່ອສ້າງເງື່ອນໄຂໃຫ້ນັກທ່ອງທ່ຽວໄດ້ສຳຜັດ ກັບການ ທ່ອງທ່ຽວຫລາຍຮູບແບບ, ຫລາຍກິດຈະກຳ ແລະ ຫລາຍສະຖານທີ່ທ່ອງທ່ຽວ, ການຮັກສາສິ່ງແວດລ້ອມ ເພື່ອຄວາມຍືນຍົງ ລວມເຖິງການປະຕິບັດມາດຕະການ ປ້ອງກັນ ການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ. ເພື່ອສ້າງຄວາມໝັ້ນໃຈແກ່ນັກທ່ອງທ່ຽວ ...

Read More »

ໄທ​ເປັນ​ປະ​ເທດ​ໜຶ່ງ​ໃນ 10 ປະ​ເທດ​ທີ່​ມີ​ມະຫາ​ເສດຖີ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

ສຳນັກຂ່າວHurun ລາຍງານການຈັດອັນດັບມະຫາເສດຖີທົ່ວໂລກ, ປະເທດໄທແມ່ນຢູ່ໃນ 10 ອັນດັບຕົ້ນ ເມື່ອວັນທີ 11 ພະຈິກ 2021, ລາຍງານຂອງ Hurun Report ໄດ້ເປີດເຜີຍການຈັດອັນດັບຂອງເສດຖີ ແລະມະຫາເສດຖີທີ່ສຸດໃນໂລກປະຈຳປີ 2021. ມະຫາເສດຖີຖືກກຳນົດວ່າເປັນບຸກຄົນທີ່ມີຊັບສິນຫຼາຍກວ່າ 1 ຕື້ໂດລາ ຫຼືປະມານ 32,8 ຕື້ບາດ. ປີນີ້ທົ່ວໂລກມີມະຫາເສດຖີທັງໝົດ 3,228 ຄົນຈາກ 68 ປະເທດ, ເພີ່ມຂຶ້ນ 414 ຄົນຈາກປີທີ່ຜ່ານມາ ແລະ 1,039 ຄົນຈາກ 5 ປີຜ່ານມາ, ນີ້ແມ່ນ 10 ອັນດັບ​ຂອງ​ມະຫາ​ເສດຖີ​ໃນປະເທດ 10 ​ອັນ​ດັບ​ຂອງ​ໂລກ​ທີ່​ມີ​ຈຳນວນ​ມະຫາເສດຖີຫຼາຍ​ທີ່​ສຸດ​ໃນໂລກກໍ​ປະກົດ​ມີ: 1. ຈີນແຜ່ນດິນໃຫຍ່ 1,058 ຄົນ 2. ສະຫະລັດອາເມລິກາ 696 ຄົນ 3. ອິນເດຍ 177 ຄົນ 4. ເຢຍລະມັນ 141 ຄົນ 5. ສະຫະລາຊະອານາຈັກ 134 ຄົນ 6. ...

Read More »

ບັດເດບິດ Mastercard ສຳລັບທຸລະກຳການເງິນສະກຸນເງິນດິຈິຕອນ

Mastercard ຮ່ວມມືກັບບໍລິສັດສະກຸນເງິນດິຈິຕອນຊັ້ນນໍາໃນທົ່ວອາຊີປາຊີຟິກເພື່ອເປີດຕົວບັດຊໍາລະເງິນ Crypto-linked ທໍາອິດຂອງພາກພື້ນ.ໃນການຮ່ວມມືກັບ Mastercard, ສາມຜູ້ໃຫ້ບໍລິການດ້ານ cryptocurrency ຊັ້ນນໍາໃນອາຊີປາຊີຟິກຈະເປີດຕົວບັດຊໍາລະເງິນ Mastercard ທີ່ໄດ້ຮັບທຶນ crypto. ເປັນຄັ້ງທໍາອິດ, ຜູ້ບໍລິໂພກ ແລະທຸລະກິດໃນພາກພື້ນອາຊີປາຊີຟິກຈະສາມາດສະຫມັກຂໍເອົາບັດເຄຣດິດ Mastercard ທີ່ເຊື່ອມໂຍງກັບ crypto, ສຳລັບບັດເດບິດ ຫຼື ບັດຊໍາລະລ່ວງຫນ້າທີ່ຈະຊ່ວຍໃຫ້ພວກເຂົາສາມາດປ່ຽນ cryptocurrencies ຂອງເຂົາເຈົ້າເຂົ້າໄປໃນສະກຸນເງິນ fiat ແບບດັ້ງເດີມໄດ້ທັນທີ, ເຊິ່ງສາມາດໃຊ້ໄດ້ທຸກບ່ອນໃນທົ່ວໂລກ. Mastercard ໄດ້ຮ່ວມມືກັບ 3 ຜູ້ໃຫ້ບໍລິການດ້ານຊັບສິນດິຈິຕອນຄື: Amber Group ໃນຮ່ອງກົງ, Bitkub ໃນປະເທດໄທ, ແລະ CoinJar ໃນອົດສະຕາລີ, ເຊິ່ງທັງຫມົດນີ້ໃຫ້ບໍລິການຊື້ ແລະແລກປ່ຽນເງິນຕາ cryptocurrency ໃນຕະຫຼາດພາຍໃນຂອງພວກເຂົາ. ບໍລິສັດເຫຼົ່ານີ້ແມ່ນ APAC-based cryptocurrency platforms ທໍາອິດ ທີ່ອີງໃສ່ APAC ເພື່ອເຂົ້າຮ່ວມໂຄງການບັດ Crypto ທົ່ວໂລກຂອງ Mastercard ເຊິ່ງຖືກອອກແບບມາເພື່ອເຮັດໃຫ້ບໍລິສັດ crypto ສາມາດນຳໃຊ້ໄດ້ງ່າຍດາຍ ແລະວ່ອງໄວຂຶ້ນ ທີ່ສຳຄັນມັນຈະເປັນບັດຊໍາລະເງິນທີ່ປອດໄພອີກດ້ວຍ, ເພື່ອໃຫ້ສອດຄ່ອງ ແລະ ເຂົ້າໃນລະບົບຕະຫຼາດ, ...

Read More »

ກຕສ ອອກຂໍ້ຕົກລົງທົດລອງທຸລະກຳຊັບສິນດິຈິຕອນ

ກຕສ ອອກຂໍ້ຕົກລົງທົດລອງທຸລະກຳຊັບສິນດິຈິຕອນ ຂໍ້ຕົກລົງຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ເລກທີ 8 8 8 /ກຕສ ນະຄອນຫຼວງວຽງຈັນ, ວັນທີ 9, 11. 2021 ຂໍ້ຕົກລົງ ວ່າດ້ວຍການເຮັດທົດລອງທຸລະກໍາຊັບສິນດິຈິຕອນ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຕົກລົງ: ມາດຕາ 1ຈຸດປະສົງ         ຂໍ້ຕົກລົງສະບັບນີ້ ກໍານົດປະເພດ, ລະບຽບການ ແລະ ມາດຕະການ ກ່ຽວກັບການເຮັດທົດລອງ ທຸລະກໍາຊັບສິນດິຈິຕອນ ໃນ ສປປ ລາວ ໃຫ້ມີຄວາມປອດໄພ, ຫນ້າເຊື່ອຖື ແລະ ມີປະສິດທິພາບ ແນໃສ່ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ດໍາເນີນທຸລະກໍາ ແລະ ຜູ້ໃຊ້ບໍລິການ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.  ມາດຕາ 2 ທຸລະກໍາຊັບສິນດິຈິຕອນ        ທຸລະກໍາຊັບສິນດິຈິຕອນ ແມ່ນ ການດໍາເນີນກິດຈະການໃດຫນຶ່ງ ຫຼື ທັງຫມົດກິດຈະການກ່ຽວກັບ ທຸລະກິດຊັບສິນດິຈິຕອນ ...

Read More »

3 ເມືອງເອກຂອງຈີນກວດທ໋ອບ 5 ເມືອງທີ່​ມີ​ມະຫາ​ເສດຖີ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

ສຳນັກຂ່າວHurun ລາຍງານການຈັດອັນດັບມະຫາເສດຖີທົ່ວໂລກ,ເມື່ອວັນທີ 11 ພະຈິກ 2021, ລາຍງານຂອງ Hurun Report ໄດ້ເປີດເຜີຍການຈັດອັນດັບຂອງເສດຖີ ແລະມະຫາເສດຖີທີ່ສຸດໃນໂລກປະຈຳປີ 2021. ມະຫາເສດຖີຖືກກຳນົດວ່າເປັນບຸກຄົນທີ່ມີຊັບສິນຫຼາຍກວ່າ 1 ຕື້ໂດລາ ຫຼືປະມານ 32,8 ຕື້ບາດ.ປີນີ້ທົ່ວໂລກມີມະຫາເສດຖີທັງໝົດ 3,228 ຄົນຈາກ 68 ປະເທດ, ເພີ່ມຂຶ້ນ 414 ຄົນຈາກປີທີ່ຜ່ານມາ ແລະ 1,039 ຄົນຈາກ 5 ປີຜ່ານມາ, ແລະຖ້າຈັດອັນດັບຈາກບັນດາເມືອງທີ່ມີມະຫາເສດຖີຫຼາຍທີ່ສຸດໃນໂລກ ຈະມີເມືອງໃດແດ່ນັ້ນໄປຮູ້ກັນໄດ້ເລີຍ: 1. ເມືອງ ປັກ​ກິ່ງ 145 ຄົນ2. ເມືອງ ຊຽງໄຮ 113 ຄົນ3. ເມືອງ ນິວຢອກ 112 ຄົນ4. ເມືອງ Shenzhen 105 ຄົນ5. ເມືອງ ລອນດອນ 82 ຄົນ 3 ເມືອງເອກຂອງຈີນກວດທ໋ອບ 5 ເມືອງທີ່​ມີ​ມະຫາ​ເສດຖີ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

Read More »

ແຈ້ງການ ເຫັນດີ ກຽມຄວາມພ້ອມເປີດປະເທດ ບໍ່ສະເພາະແຕ່ກຸ່ມນັກທ່ອງທ່ຽວໃດຫນຶ່ງ

ແຈ້ງການຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ1445 ຫສນຍ ລົງວັນທີ 5 ພະຈິກ 2021. ອີງຕາມ ການຊີ້ນໍາຂອງ ທ່ານ ນາຍົກລັດຖະມົນຕີ ໃນຄັ້ງວັນທີ 2 ພະຈິກ 2021ທີ່ຜ່ານມາ.ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາຂອງ ທ່ານ ນາຍົກລັດຖະມົນຕີ, ມາ ຍັງທ່ານຊາບ ດັ່ງນີ້: “ເຫັນດີຕາມການສະເຫນີ ຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຕ່ເພື່ອຄວາມ ເປັນເອກະພາບສູງ ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນໃຈກາງສົມທົບກັບ ກະຊວງ ອຸດສາຫະກໍາ ແລະ ການຄ້າ (ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ), ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ COVID-19 ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າປຶກສາຫາລື ໃຫ້ມີຄວາມ ເປັນເອກະພາບກັນ ສ້າງເປັນແຜນລວມ ເພື່ອ “ເປີດປະເທດ” ບໍ່ສະເພາະແຕ່ກຸ່ມນັກທ່ອງທ່ຽວໃດຫນຶ່ງ ແລະ ການກະກຽມ ຄວາມພ້ອມຂອງຜູ້ປະກອບການ ໃນການຕ້ອນຮັບນັກທ່ອງທ່ຽວເຂົ້າມາ ສປປ ລາວ. ...

Read More »

ຈີນ​ໄດ້​ນຳ​ໃຊ້​ເງິນ​ຢວນ​ດິ​ຈິ​ຕອນ​ເປັນ​ຄັ້ງ​ທຳ​ອິດ​ຢູ່ງານ CIIE

ຈີນບໍ່ຊ້າທີ່ຈະກ້າວໄປຂ້າງຫນ້າດ້ວຍການນຳໃຊ້ສະກຸນເງິນດິຈິຕອນ ທີ່ອອກໂດຍອົງການຂອງລັດຖະບານ. ຂະນະ​ທີ່​ປະ​ເທດ​ອື່ນໆ​ຕັ້ງ​ເປົ້າ​ທີ່ຈະ​ເຮັດ, ​ແຕ່​ບໍ່​ໄວ​ເທົ່າ​ກັບ​ຈີນ.ທີ່ ຊຽງ​ໄຮ, ວັນ​ທີ 8 ພະ​ຈິກ ສຳນັກຂ່າວ (ຊິນ​ຮວາ) ໄດ້ລາຍງານວ່າ — ສະ​ກຸນ​ເງິນ​ດິ​ຈິ​ຕອນ​ຂອງ​ຈີນ. ຫຼືເງິນຢວນດິຈິຕອນ (e-CNY) ແມ່ນໄດ້ຖືກນຳໃຊ້ສໍາລັບການເຮັດທຸລະກໍາຢູ່ຮ້ານອາຫານ, ບູດວາງສະແດງ ແລະຮ້ານຂາຍເຄື່ອງເປັນຄັ້ງທຳອິດ ທີ່ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທີ 4 (CIIE).ງານ​ວາງສະ​ແດງ​ໄດ້​ດຶງ​ດູດຜູ້ເຂົ້າຮ່ວມ​ເກືອບ 3.000 ບໍລິສັດ​ທີ່​ມາ​ຈາກ 127 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ໃນ​ທົ່ວ​ໂລກ​ມາ​ວາງສະ​ແດງ​ຜະລິດ​ຕະພັນ​ຂອງ​ຕົນ. ຜູ້ຕາງຫນ້າຂອງບໍລິສັດ ແລະຮ້ານວາງສະແດງສາມາດນໍາໃຊ້ເງິນຢວນດິຈິຕອນເພື່ອຈ່າຍຄ່າອາຫານ ຫຼື ຊື້ເຄື່ອງທີ່ລະນຶກໃນກິດຈະກໍາຕ່າງໆໃນງານໄດ້. ຈີນ​ໄດ້​ນຳ​ໃຊ້​ເງິນ​ຢວນ​ດິ​ຈິ​ຕອນ​ເປັນ​ຄັ້ງ​ທຳ​ອິດ​ຢູ່ງານ CIIE

Read More »