ເສດຖະກິດ

3ເດືອນຕົ້ນປີໄທໄດ້ລາຍຮັບຈາກນັກທ່ອງທ່ຽວຕ່າງຊາດຫຼາຍກວ່າ 2 ໝື່ນລ້ານບາດ ພາຍຫຼັງເປີດປະເທດເຕັມຮູບແບບຄາດວ່າຈະເພີ່ມຂຶ້ນສູງເຖິງ 9 ແສນລ້ານບາດ.

3ເດືອນຕົ້ນປີໄທໄດ້ລາຍຮັບຈາກນັກທ່ອງທ່ຽວຕ່າງຊາດຫຼາຍກວ່າ 2 ໝື່ນລ້ານບາດ ພາຍຫຼັງເປີດປະເທດເຕັມຮູບແບບ ໃນວັນທີ 1 ພຶດສະພາ ຄາດວ່າຈະເພີ່ມຂຶ້ນສູງເຖິງ 9 ແສນລ້ານບາດ. ສະຖິຕິ 3 ເດືອນຕົ້ນປີ ທີ່ໄທເປີດປະເທດຮັບນັກທ່ອງທ່ຽວຕ່າງຊາດ ໄດ້ມີນັກທ່ອງທ່ຽວເຂົ້າປະເທດໃນແຕ່ລະເດືອນທັງໝົດ: ເດືອນມັງກອນ: 133, 903 ຄົນ ເດືອນກຸມພາ: 152,954 ຄົນ ເດືອນມີນາ: 210,836 ຄົນ ລາຍຮັບຈາກນັກທ່ອງທ່ຽວຕ່າງຊາດ: ເດືອນມັງກອນ: 8,640 ລ້ານບາດ ເດືອນກຸມພາ: 8, 689 ລ້ານບາດ ເດືອນມີນາ: 11,541 ລ້ານບາດ ຫຼັງຈາກທີ່ໄທປະກາດເປີດປະເທດເຕັມຮູບແບບໃນວັນທີ 1 ພຶດສະພາ ໄດ້ມີນັກທ່ອງທ່ຽວເຂົ້າປະເທດເພີ່ມຫຼາຍຂຶ້ນ ສຳລັບການເປີດປະເທດຄັ້ງນີ້ໄທຄາດວ່າເສດຖະກິດການທ່ອງທ່ຽວຈະກະໂດດຂຶ້ນສູງເຖິງ 9 ແສນລ້ານບາດ. ຂໍ້ມູນ: ລົງທຶນແມນ

Read More »

ເຊັນສັນຍາຊື້-ຂາຍຮຸ້ນ ແລະ ສັນຍາຮ່ວມຮຸ້ນສ້າງຕັ້ງບໍລິສັດ ໄປສະນີລາວ ຈໍາກັດ.

ເຊັນສັນຍາຊື້-ຂາຍຮຸ້ນ ແລະ ສັນຍາຮ່ວມຮຸ້ນສ້າງຕັ້ງບໍລິສັດ ໄປສະນີລາວ ຈໍາກັດ. ໃນຄັ້ງນີ້ໄດ້ເລືອກໃຫ້ບໍລິສັດ ຫຼັກຊັບ ລາວ-ຈີນ ເປັນຜູ້ປະເມີນຊັບສິນ. ທີ່ຫ້ອງປະຊຸມໃຫຍ່ກະຊວງການເງິນ, ໄດ້ຈັດພິທີເຊັນສັນຍາຊື້-ຂາຍຮຸ້ນ ຂອງບໍລິສັດ ລັດວິສາຫະກິດ ໄປສະນີລາວ ແລະ ເຊັນສັນຍາຮ່ວມຮຸ້ນສ້າງຕັ້ງບໍລິສັດ ໄປສະນີລາວ ຈຳກັດ, ລະຫວ່າງກະຊວງການເງິນ, ຕາງໜ້າໂດຍກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພກັບບໍລິສັດ ໂລຈິສຕິກ ເວັນເຈີ ຈຳກັດ (ບໍລິສັດໃນເຄືອຂອງບໍລິສັດ ເອເຊຍລົງທຶນ ແລະ ບໍລິການ ຈຳກັດຜູ້ດຽວ). ໂດຍປະຕິບັດຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ວ່າດ້ວຍທິດຊີ້ນຳຜົນການປະ ມູນຊື້-ຂາຍຮຸ້ນບໍລິສັດ ລັດວິສາຫະກິດໄປສະນີລາວ ແລະ ມອບໃຫ້ກະຊວງການເງິນເຊັນສັນຍາຊື້-ຂາຍຮຸ້ນ ແລະ ສັນຍາຮ່ວມຮຸ້ນຮ່ວມກັບບໍລິສັດ ໂລຈິສຕິກ ເວັນເຈີ ຈຳກັດ (AIF), ສະບັບເລກທີ 225/ຫສນຍ, ລົງວັນທີ 18 ກຸມພາ 2022 ແລະ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງການເງິນ, ສະບັບເລກທີ 1091/ກງ, ລົງວັນທີ 22 ເມສາ 2022 ວ່າດ້ວຍການອະນຸມັດເຫັນດີໃຫ້ ເຊັນສັນຍາຊື້-ຂາຍຮຸ້ນ ...

Read More »

ອຄ ກຽມສ້າງລະບົບການຄ້າດ້ານເອເລັກໂຕນິກສໍາລັບສິນຄ້າກະສິກໍາ ເພື່ອສ້າງມູນຄ່າສິນຄ້າລາວ ໃຫ້ສູງຂຶ້ນ

ອຄ ກຽມສ້າງລະບົບການຄ້າດ້ານເອເລັກໂຕນິກສໍາລັບສິນຄ້າກະສິກໍາ ເພື່ອສ້າງມູນຄ່າສິນຄ້າລາວ ໃຫ້ສູງຂຶ້ນ ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຈັດພິທີລົງນາມ ແຜນການຊ່ວຍເຫຼືອ ທາງດ້ານເຕັກນິກ ສໍາລັບຜະລິດຕະພັນກະສິກໍາລາວ ລະຫວ່າງກົມສົ່ງເສີມການຄ້າ ກະຊວງ ອຄ ແລະ ບໍລິສັດ ອານຮຸຍອີ້ຊາງ ດິຈິຕອນ ເທັກໂນໂລຍີ ຈໍາກັດ. ໃນວັນທີ 25 ເມສາ 2022 ທີ່ກະຊວງ ກະຊວງອຸດສາຫະກຳ ແລະ ການຄ້າ. ແນ່ນອນວ່າ ລະບົບການຄ້າຜ່ານອີເລັກໂຕນິກທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ຈະເປັນໂຄງການລິເລີ່ມຮ່ວມກັນຂອງພາກລັດ ແລະ ເອກະຊົນເພື່ອຊ່ວຍພັດທະນາ, ຄຸ້ມຄອງ ການຄ້າຜະລິດຕະພັນກະສິກຳ ຂະຫຍາຍຕາໜ່າງການຄ້າກ້າວໄປເຖິງສ້າງມູນຄ່າການຄ້າສິນຄ້າລາວ ໃຫ້ນັບມື້ສູງຂຶ້ນ ປະກອບສ່ວນເຂົ້າໃນ ການຍົກສູງຄຸນນະພາບສິນຄ້າ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວກະສິກອນ ໃນຊົນນະບົດລາວ ປະຕິບັດນະໂຍບາຍແກ້ໄຂຄວາມທຸກຍາກ ໃຫ້ ສປປ ລາວ ສາມາດຫຼຸດຜົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2026 ຕາມຄາດໝາຍທີ່ວາງໄວ້. ເພື່ອອຳນວຍຄວາມສະດວກໃຫ້ຜູ້ຜະລິດ ໂຄງການດັ່ງກ່າວຈະໄດ້ ສ້າງຈຸດບໍລິການ 20 ຈຸດທົ່ວປະເທດ ເພື່ອເຮັດໃຫ້ຜູ້ຜະລິດ ສາມາດເຂົ້າເຖິງການບໍລິການ ແລະ ສາມາດແຈ້ງສິນຄ້າທີ່ຕົນມີໃຫ້ກັບສູນ ເພື່ອເອົາເຂົ້າວາງຂາຍໃນເວັບໄຊ ...

Read More »

ມັນສາຄູສິນຄ້າທາງເລືອກທີ່ຈະສ້າງລາຍຮັບໃຫ້ກັບປະຊາຊົນແຂວງຫົວພັນ

ເມືອງຊ່ອນ ແຂວງ ຫົວພັນກຳລັງສຸມໃສ່ໃນການປູກ ມັນສາຄູ ເພື່ອເປັນສິນຄ້າວາງແຜນໄວ້ປີນີ້ທີ່ 7.500 ໂຕນ. ວັນທີ 26 ເມສາ 2022ນີ້ ທ່ານ ສຸລິນໄຊ ພົງສະຫວັດ ຫົວຫນ້າຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງຊ່ອນ ແຂວງຫົວພັນ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ປະຊາຊົນທີ່ປູກມັນສາຄູ ບ້ານຊ່ອນໃຕ້ ເຂດບວກປາເຕັດ ຫ່າງຈາກບ້ານປະມານ 2 ກິໂລແມັດ. ທ່ານ ສຸລິນໄຊ ພົງສະຫວັດ ໃຫ້ຮູ້ວ່າ: ຕາມແຜນແລ້ວ ປີ 2022ນີ້ ເມືອງຊ່ອນຈະສຸມໃສ່ປູກມັນສາຄູໃຫ້ໄດ້ເນື້ອທີ່ທັງຫມົດບໍ່ໃຫ້ຫລຸດ 250 ເຮັກຕາ ຜົນຜະລິດໃຫ້ໄດ້ 7.500 ໂຕນ ແລະ ຈະສ້າງລາຍຮັບໃຫ້ປະຊາຊົນໃຫ້ໄດ້ 3,7 ຕື້ກວ່າກີບຂື້ນໄປ ນີ້ກໍ່ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າຢູ່ເມືອງຊ່ອນໃຫ້ນັບມື້ຫຼາຍຂຶ້ນ ເປັນການສະໜອງຜົນຜະລິດກະສິກຳ ປ້ອນໃຫ້ແກ່ໂຮງງານແປຮູບຢູ່ພາຍໃນ ແລະ ສົ່ງອອກອີກດ້ວຍ. ຂໍ້ມູນຈາກ: Media Laos

Read More »

ລາຄານ້ຳມັນປາມ ເພີ່ມຂຶ້ນ ຫຼັງອິນໂດເນເຊຍ ໂຈະການສົ່ງອອກ

ລາຄານ້ຳມັນປາມ ເພີ່ມຂຶ້ນ ຫຼັງອິນໂດເນເຊຍ ໂຈະການສົ່ງອອກ. ຫາກມາດຕະການແກ່ຍາວຈະເຮັດໃຫ້ອັດຕາເງິນເຟີ້ທົ່ວໂລກເພີ່ມສູງຂຶ້ນ. ສັນຍາການສົ່ງມອບນ້ຳມັນປາມລ່ວງໜ້າທີ່ຕະຫຼາດຊື້ – ຂາຍໃນນະຄອນຫຼວງກົວລາລຳເປີ ຂອງມາເລເຊຍ ງວດສົ່ງມອບເດືອນກໍລະກົດ 2022 ເພີ່ມຂຶ້ນ 6% ຢູ່ທີ່ລະດັບ 6.738 ຣິງກິດ ຫຼື ປະມານ 1.550 ໂດລາສະຫະລັດຕໍ່ໂຕນ ເຊິ່ງເປັນລະດັບສູງສຸດ ນັບແຕ່ເດືອນມີນາຜ່ານມາ. ທັງນີ້, ລັດຖະບານອິນໂດເນເຊຍ ໄດ້ອອກມາດຕະການສັ່ງໂຈະການສົ່ງອອກນ້ຳມັນປາມ ນັບແຕ່ວັນທີ 28 ເມສາ 2022 ເປັນຕົ້ນໄປ ຈົນກວ່າລັດຖະບານອິນໂດເນເຊຍ ຈະຊອກໃຫ້ເຫັນເຖິງສາເຫດທີ່ນ້ຳມັນປາມພາຍໃນປະເທດຂາດແຄນ ແລະ ໄດ້ຮັບການແກ້ໄຂແລ້ວ. ອິນໂດເນເຊຍ ເປັນຜູ້ຜະລິດ ແລະ ສົ່ງອອກນ້ຳມັນປາມລາຍໃຫຍ່ທີ່ສຸດຂອງໂລກ ກວມເອົາປະມານ 60% ຂອງການຜະລິດນ້ຳມັນປາມທົ່ວໂລກ ແລະ ຖ້າຫາກວ່າມາດຕະການດັ່ງກ່າວແກ່ຍາວອອກໄປ ຈະສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ທົ່ວໂລກເພີ່ມສູງຂຶ້ນອີກ ເນື່ອງຈາກລາຄາອາຫານເພີ່ມສູງຂຶ້ນ, ເພີ່ມຄວາມສ່ຽງໃຫ້ເກີດວິກິດອາຫານຮຸນແຮງຂຶ້ນອີກ. ຂໍ້ມູນ: ເສດຖະກິດການຄ້າ

Read More »

ແຫລ່ງທ່ອງທ່ຽວຕາດເຍືອງກຽມພ້ອມຕ້ອນຮັບນັກທ່ອງທ່ຽວຫາກລັດຖະບານມີນະໂຍບາຍເປີດປະເທດຄືນໃໝ່.

ແຫລ່ງທ່ອງທ່ຽວຕາດເຍືອງກຽມພ້ອມຕ້ອນຮັບນັກທ່ອງທ່ຽວ ເດີນທາງເຂົ້າມາທ່ອງທ່ຽວ ຕາມມາດຕະການທ່ອງທ່ຽວແບບໃໝ່ທີ່ປອດໄພ. ປີ 2022 ສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ຮັບລາງວັນ ທ່ອງທ່ຽວແບບຍືນຍົງອາຊຽນ ຍ້ອນເປັນແຫລ່ງທ່ອງທ່ຽວແບບທໍາມະຊາດ, ທັງໄດ້ສ້າງວຽກເຮັດງານທໍາໃຫ້ປະຊົນຢູ່ເຂດໃກ້ຄຽງ ມີສ່ວນຮ່ວມໃນກິດຈະກໍາການທ່ອງທ່ຽວ ເປັນຕົ້ນ ການຜະລິດກະສິກໍາສະອາດ ແລະ ໃຫ້ບໍລິການດ້ານອື່ນໆແກ່ນັກທ່ອງທ່ຽວ. ປະຈຸບັນກໍາລັງກຽມພ້ອມຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນແລະຕ່າງປະເທດ ຫາກລັດຖະບານມີນະໂຍບາຍເປີດປະເທດຮັບນັກທ່ອງທ່ຽວຄືນໃໝ່. ນໍ້າຕົກຕາດເຍືອງກໍາເນີດຈາກສາຍຫ້ວຍບັ້ງລຽງຢູ່ເຂດບ້ານຫລັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ຫ່າງຈາກຕົວເມືອງປາກຊ່ອງໄປທາງທິດຕາເວັນຕົກປະມານ 10ກິໂລແມັດ, ສາມາດເດີນທາງດ້ວຍທາງລົດເຂົ້າເຖິງສະຖານທີ່ດ້ວຍຄວາມສະດວກ, ຕາດເຍືອງເປັນຕາດສູງຊັນປະມານ 50ແມັດ, ສອງຟາກຝັ່ງເປັນຜາເຫວເລິກ ໃນອາດີດເຄີຍມີເຍືອງສອງໂຕ ຜົວ-ເມຍ ອາໄສຢູ່ດ້ານລຸ່ມຂອງຕາດນີ້ ສະນັ້ນປະຊາຊົນໃນທ້ອງຖິ່ນຈຶ່ງເອີ້ນສະຖານທີ່ແຫ່ງນີ້ວ່າ ຕາດເຍືອງ. ຂໍ້ມູນ: Lao National Radioຮູບພາບ: ທ່ຽວລາວ

Read More »

6 ເຫດຜົນຫຼັກ ທີ່ຫວຽດນາມດຶງດູດບໍລິສັດຕ່າງຊາດ

ປະຕິເສດບໍ່ໄດ້ວ່າປັດຈຸບັນຫວຽດນາມກຳລັງເນື້ອຫອມດຶງດູດການລົງທຶນຕ່າງປະເທດເຂົ້າມາໄດ້ຢ່າງຕໍ່ເນື່ອງ! ແລ້ວເຫດຜົນຫຍັງຫວຽດນາມຈຶ່ງຖືກໃຈບໍລິສັດຕ່າງປະເທດ? ມີ 6 ປັດໄຈຫຼັກ ທີ່ຫວຽດນາມດຶງດູດນັກລົງທຶນໄດ້. 1. ຄວາມມີສະຖຽນລະພາບຂອງລັດຖະບານ ຫວຽດນາມປົກຄອງດ້ວຍລະບອບສັງຄົມນິຍົມ. ຜູ້ນຳປະເທດມີວິໄສທັດທີ່ຊັດເຈນໃນການບໍລິຫານປະເທດ ແລະ ມີຄວາມມຸ້ງໝັ້ນໃນການພັດທະນາເສດຖະກິດຢ່າງຈິງຈັງ ຊຶ່ງຊ່ວຍສ້າງຄວາມຫມັ້ນໃຈໃຫ້ແກ່ນັກລົງທຶນຕ່າງປະເທດ ທີ່ສົນໃຈເຂົ້າມາລົງທຶນໃນຫວຽດນາມ. 2. ຊັບພະຍາກອນທຳມະຊາດອຸດົມສົມບູນ ໂດຍສະເພາະພະລັງງານ ແລະ ແຮ່ທາດ ເຊັ່ນ ມີແຫຼ່ງນ້ຳມັນດິບກະຈາຍຢູ່ທົ່ວທຸກພາກ ເປັນປະເທດຜູ້ສົ່ງອອກນ້ຳມັນດິບລາຍສຳຄັນອັນດັບ 3 ຂອງພູມິພາກອາຊີຕາເວັນອອກສ່ຽງໃຕ້. ມີປະລິມານນ້ຳມັນເຊື້ອໄຟສຳຮອງ ເຊັ່ນ ກ໊າຊທຳມະຊາດ ປິໂຕລຽມ ແລະຖ່ານຫີນຢູ່ຫລາຍ ລວມທັງແຮ່ທາດສຳຄັນ ຄື ບອກໄຊ ໂປແຕດຊຽມ ແລະເຫຼັກ ນອກຈາກນີ້ ຍັງມີປ່າໄມ້ ມີຊັບພະຍາກອນດິນ ແລະນ້ຳຢ່າງພຽງພໍ ທັງໃນດ້ານປະລິມານແລະຄຸນນະພາບເອື້ອຕໍ່ການປູກຝັງ. 3. ເປັນຕະຫລາດຂະໜາດໃຫຍ່ທີ່ມີສັກກະຍະພາບ ຫວຽດນາມມີປະຊາກອນຫລາຍເຖິງ 90 ລ້ານຄົນ ຊາວຫວຽດນາມເລີ່ມມີກຳລັງຊື້ຫລາຍຂຶ້ນຕາມການຂະຫຍາຍຕົວທາງເສດຖະກິດ. ຊາວຫວຽດນາມສ່ວນໃຫຍ່ຕ້ອງການສິນຄ້າອຸປະໂພກບໍລິໂພກທີ່ມີຄຸນນະພາບດີຈຳນວນຫລາຍ ແລະ ເພີ່ມຂຶ້ນທຸກປີ 4. ເນັ້ນນະໂຍບາຍເປັນມິດກັບທຸກປະເທດ ຫວຽດນາມໃຫ້ຄວາມສຳຄັນກັບມິດປະເທດ ລວມເຖິງນະໂຍບາຍດ້ານຄວາມປອດໄພ ເຮັດໃຫ້ຫວຽດນາມບໍ່ເຄີຍຕົກເປັນເປົ້າໝາຍຂອງການກໍ່ການຮ້າຍ ແລະເກືອບບໍ່ມີບັນຫາອາດຊະຍາກອນຂັ້ນຮ້າຍແຮງ ປະກອບກັບຫວຽດນາມມີກົດຫມາຍທີ່ເຂັ້ມງວດແລະມີບົດລົງໂທດຮຸນແຮງ ສົ່ງຜົນໃຫ້ຫວຽດນາມເປັນປະເທດທີ່ມີຄວາມປອດໄພສູງແຫ່ງໜຶ່ງຂອງໂລກ ຊຶ່ງເປັນປັດໄຈສຳຄັນທີ່ເຮັດໃຫ້ນັກລົງທຶນເກີດຄວາມເຊື່ອໝັ້ນແລະຕັດສິນໃຈເຂົ້າໄປລົງທຶນ. 5. ໃຫ້ຄວາມສໍາຄັນກັບການພັດທະນາເສັ້ນທາງຄົມມະນາຄົມຂົນສົ່ງ ມີການພັດທະນາເສັ້ນທາງຄົມມະນາຄົມຂົນສົ່ງ ...

Read More »

ໝວດສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້າ ແລະ ສົ່ງອອກ

ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 500 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) ມີມູນຄ່າປະມານ 46 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າປະມານ 70 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 25 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ມີມູນຄ່າປະມານ 16 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 16 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າປະມານ 17 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າປະມານ 18 ລ້ານໂດລາສະຫະລັດ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ມີມູນຄ່າປະມານ 10 ລ້ານໂດລາສະຫະລັດ, ຜະລິດຕະພັນທາງເຄມີ ມີມູນຄ່າປະມານ 11 ລ້ານໂດລາສະຫະລັດ, ລົດໄຖນາ ມີມູນຄ່າປະມານ 9 ລ້ານໂດລາສະຫະລັດ. ສິນຄ້າສົ່ງອອກຫຼັກ ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ ...

Read More »

ເດືອນ 3 ປີ 2022ລາວ ນໍາເຂົ້າ-ສົ່ງອອກສິນຄ້າ ບັນລຸ1,100 ລ້ານໂດລາເກີນດຸນການຄ້າ 100 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 3 ປີ 2022 ບັນລຸໄດ້ປະມານ 1,100 ລ້ານໂດລາສະຫະລັດ ເກີນດຸນການຄ້າປະມານ 100 ລ້ານໂດລາສະຫາລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 600 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 500 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 100 ລ້ານໂດລາສະຫາລັດ. ສີນຄ້າສົ່ງອອກຫຼັກປະກອບມີ: ຄຳປະສົມ, ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ເຍື່ອໄມ້ ແລະ ເສດເຈ້ຍ, ຢາງພາລາ, ມັນຕົ້ນ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ຝຸ່ນ (ປຸຍ) ແລະ ນ້ຳຕານ. ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ...

Read More »

ລັດຖະບານ ຮຽກຮ້ອງມາຍັງບັນດາຜູ້ປະກອບການ ຈົ່ງຢ່າສວຍໂອກາດກັກຕຸນນໍ້າມັນເຊື້ອໄຟຫາກພົບເຫັນ ໂທແຈ້ງສາຍດ່ວນ 1510

ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ລັດຖະບານ: 1.ໄດ້ຫຼຸດອາກອນມູນຄ່າເພີ່ມ (ອມພ) ລົງເຫຼືອ 7% (ຈາກ 10 %). 2. ໄດ້ຫຼຸດຄັງແຮນໍ້າມັນເຊື້ອໄຟ ທຸກຊະນິດລົງເປັນແຕ່ລະໄລຍະ ເຊີ່ງ ປັດຈຸບັນ ແມ່ນເຫຼືອ 0 ກີບ/ລິດ. 3. ໄດ້ສືບຕໍ່ຄົ້ນຄວ້າ ການເກັບເງິນກອງທຶນບູລະນະທາງຫຼວງ (ກທ ທາງ), ພາສີຂາເຂົ້າ, ອາກອນຊົມໃຊ້ (ອກຊ), ອາກອນມູນຄ່າເພີ່ມ (ອມພ), ອາກອນກໍາ ໄລ, ຂອດຂັ້ນ ແລະ ຄ່າໃຊ້ຈ່າຍເພີ່ມຂອງຜູ້ປະກອບການ ເພື່ອເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດບໍ່ສູງເກີນໄປ. ຕໍ່ສະພາບດັ່ງກ່າວ, ຈຶ່ງຮຽກຮ້ອງມາຍັງທະຫານ, ຕໍາຫຼວດ, ພະນັກງານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສະຕິ, ປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໂດຍສະເພາະ ແມ່ນການຊົມໃຊ້ຍານພາຫະນະ ຫຼື ຫັນໄປໃຊ້ຍານພາຫະນະທາງເລືອກ; ໃນຂະນະດຽວກັນ ກໍຮຽກຮ້ອງມາຍັງບັນດາຜູ້ປະກອບການທຸລະກິດຕ່າງໆ ຈົ່ງຢ່າໄດ້ສວຍ ໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ແລະ ກັກຕຸນສິນຄ້າ ກໍຄືນໍ້າມັນເຊື້ອໄຟ ໃນໄລຍະລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນ, ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ແມ່ນຈະໄດ້ໃຊ້ມາດຕະການຕາມກົດໝາຍ ແລະ ລະບຽບການ. ຫາກພົບເຫັນ ...

Read More »