ເດືອນ 3 ປີ 2022ລາວ ນໍາເຂົ້າ-ສົ່ງອອກສິນຄ້າ ບັນລຸ1,100 ລ້ານໂດລາເກີນດຸນການຄ້າ 100 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 3 ປີ 2022 ບັນລຸໄດ້ປະມານ 1,100 ລ້ານໂດລາສະຫະລັດ ເກີນດຸນການຄ້າປະມານ 100 ລ້ານໂດລາສະຫາລັດ.

ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 600 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 500 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 100 ລ້ານໂດລາສະຫາລັດ.

ສີນຄ້າສົ່ງອອກຫຼັກປະກອບມີ: ຄຳປະສົມ, ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ເຍື່ອໄມ້ ແລະ ເສດເຈ້ຍ, ຢາງພາລາ, ມັນຕົ້ນ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ຝຸ່ນ (ປຸຍ) ແລະ ນ້ຳຕານ.

ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ນ້ຳມັນແອັດຊັງ, ແອັດຊັງພິເສດ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ, ຜະລິດຕະພັນທາງເຄມີ ແລະ ລົດໄຖນາ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 3 ປີ 2022 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ.

ຂໍ້ມູນ: LTP Laos PDR

Comments