ໝວດສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້າ ແລະ ສົ່ງອອກ

ສິນຄ້ານໍາເຂົ້າຫຼັກ

ສະເລ່ຍທັງໝົດແມ່ນເປັນເງິນປະມານ 500 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) ມີມູນຄ່າປະມານ 46 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າປະມານ 70 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 25 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ມີມູນຄ່າປະມານ 16 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 16 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າປະມານ 17 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າປະມານ 18 ລ້ານໂດລາສະຫະລັດ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ມີມູນຄ່າປະມານ 10 ລ້ານໂດລາສະຫະລັດ, ຜະລິດຕະພັນທາງເຄມີ ມີມູນຄ່າປະມານ 11 ລ້ານໂດລາສະຫະລັດ, ລົດໄຖນາ ມີມູນຄ່າປະມານ 9 ລ້ານໂດລາສະຫະລັດ.

ສິນຄ້າສົ່ງອອກຫຼັກ

ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 600 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ຄຳປະສົມ, ຄຳແທ່ງ ມີມູນຄ່າປະມານ 92 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ມີມູນຄ່າປະມານ 51 ລ້ານໂດລາສະຫະລັດ, ແຮ່ທອງ ມີມູນຄ່າປະມານ 26 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າປະມານ 27 ລ້ານໂດລາສະຫະລັດ, ຢາງພາລາ ມີມູນຄ່າປະມານ 25 ລ້ານໂດລາສະຫະລັດ, ມັນຕົ້ນ ມີມູນຄ່າປະມານ 56 ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າປະມານ 31 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມມີມູນຄ່າປະມານ 23 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) ມີມູນຄ່າປະມານ 25 ລ້ານໂດລາສະຫະລັດ, ນ້ຳຕານ ມີມູນຄ່າປະມານ 25 ລ້ານໂດລາສະຫະລັດ.

Comments