ລັດຖະບານ ຮຽກຮ້ອງມາຍັງບັນດາຜູ້ປະກອບການ ຈົ່ງຢ່າສວຍໂອກາດກັກຕຸນນໍ້າມັນເຊື້ອໄຟຫາກພົບເຫັນ ໂທແຈ້ງສາຍດ່ວນ 1510

ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ລັດຖະບານ:

1.ໄດ້ຫຼຸດອາກອນມູນຄ່າເພີ່ມ (ອມພ) ລົງເຫຼືອ 7% (ຈາກ 10 %).

2. ໄດ້ຫຼຸດຄັງແຮນໍ້າມັນເຊື້ອໄຟ ທຸກຊະນິດລົງເປັນແຕ່ລະໄລຍະ ເຊີ່ງ ປັດຈຸບັນ ແມ່ນເຫຼືອ 0 ກີບ/ລິດ.

3. ໄດ້ສືບຕໍ່ຄົ້ນຄວ້າ ການເກັບເງິນກອງທຶນບູລະນະທາງຫຼວງ (ກທ ທາງ), ພາສີຂາເຂົ້າ, ອາກອນຊົມໃຊ້ (ອກຊ), ອາກອນມູນຄ່າເພີ່ມ (ອມພ), ອາກອນກໍາ ໄລ, ຂອດຂັ້ນ ແລະ ຄ່າໃຊ້ຈ່າຍເພີ່ມຂອງຜູ້ປະກອບການ ເພື່ອເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດບໍ່ສູງເກີນໄປ.

ຕໍ່ສະພາບດັ່ງກ່າວ, ຈຶ່ງຮຽກຮ້ອງມາຍັງທະຫານ, ຕໍາຫຼວດ, ພະນັກງານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສະຕິ, ປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໂດຍສະເພາະ ແມ່ນການຊົມໃຊ້ຍານພາຫະນະ ຫຼື ຫັນໄປໃຊ້ຍານພາຫະນະທາງເລືອກ; ໃນຂະນະດຽວກັນ ກໍຮຽກຮ້ອງມາຍັງບັນດາຜູ້ປະກອບການທຸລະກິດຕ່າງໆ ຈົ່ງຢ່າໄດ້ສວຍ ໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ແລະ ກັກຕຸນສິນຄ້າ ກໍຄືນໍ້າມັນເຊື້ອໄຟ ໃນໄລຍະລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນ, ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ແມ່ນຈະໄດ້ໃຊ້ມາດຕະການຕາມກົດໝາຍ ແລະ ລະບຽບການ.

ຫາກພົບເຫັນ ການສວຍໂອກາດຂຶ້ນລາຄາສິນຄ້າ ທ່ານສາມາດ ໂທແຈ້ງສາຍດ່ວນ 1510.

ຂໍ້ມູນ fm90

Comments