ເສດຖະກິດ

ຄະນະສະເພາະກິດດ້ານເສດຖະກິດ ຕີລາຄາຄືນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19…

ວັນທີ 13 ກໍລະກົດ 2020, ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໄດ້ຈັດກອງປະຊຸມເພື່ອຕີລາຄາຄືນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ສະພາບການຜັນຂະຫຍາຍນະໂຍບາຍ ແລະ ມາດຕະການທີ່ລັດຖະບານໄດ້ແຈ້ງອອກເພື່ອຫລຸດຜ່ອນຜົນກະທົບຕໍ່ເສດຖະກິດຂອງລາວ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນຫົວໜ້າຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໂດຍການເຂົ້າຮ່ວມຂອງທຸກຂະແໜງການທີ່ກ່ຽວຂ້ອງ. ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ກອງປະຊຸມໃນມື້ນີ້ ແມ່ນຈະໄດ້ສຸມໃສ່ການຕີລາຄາການປະເມີນຜົນກະທົບໃນໄລຍະຜ່ານມາວ່າ ໄດ້ມີການແກ້ໄຂຄືແນວໃດ ເພື່ອພ້ອມກັນຄົ້ນຄວ້າ ກຳນົດທິດທາງວຽກງານຈຸດສຸມ ໃນການຟື້ນຟູເສດຖະກິດຂອງ ສປປ ລາວ ໃນ 6 ເດືອນທ້າຍປີ ແລະ ໃນຕໍ່ໜ້າ. ພ້ອມກັນນັ້ນ, ກໍໄດ້ເນັ້ນໃຫ້ບັນດາຂະແໜງການຕ່າງໆ ໃຫ້ເອົາໃຈໃສ່ຄົ້ນຄວ້າປຶກສາຫາລືຕໍ່ບັນດານະໂຍບາຍ ແລະ ມາດຕະການຜ່ອນຜັນຕ່າງໆ ເພື່ອຫລຸດຜ່ອນຜົນກະທົບ, ຄວາມຫຍຸ້ງຍາກໃນການດຳລົງຊີວິດ ແລະ ການດຳເນີນທຸລະກິດຢູ່ພາຍໃນປະເທດ ເປັນຕົ້ນແມ່ນ: ການຊຳລະສະສາງພັນທະຕ່າງໆ, ການຫລຸດຜ່ອນຄ່າບໍລິການພາກສັງຄົມ ແລະ ປະຊາຊົນ, ການສະໜອງທຶນໃຫ້ແກ່ການດໍາເນີນທຸລະກິດຂະໜາດນ້ອຍ ແລະ ກາງ, ການຊຸກຍູ້ການຜະລິດກະສິກຳ, ການສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ, ບັນຫາແຮງງານທີ່ກັບມາແຕ່ໄທ, ...

Read More »

ຖືກຍົກລະດັບທຽບເທົ່າກັບສາກົນ!!! ໂຄງການກໍ່ສ້າງທາງດ່ວນ ວຽງຈັນ – ວັງວຽງ ເປັນໃບໜ້າໃໝ່ຂອງການພັດທະນາ ສປປ ລາວ…

ເມື່ອວັນທີ 6 ກໍລະກົດ ຜ່ານມາ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ລົງຢ້ຽມຢາມຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ໂດຍການຕ້ອນຮັບຂອງປະທານກຸ່ມບໍລິສັດກໍ່ສ້າງ – ລົງທຶນ ແລະ ຖືຫຸ້ນຈຳກັດ ແຂວງຢູນນານ ສປ ຈີນ ( ຜູ້ລົງທຶນ ). 65 ບ້ານ 4 ເມືອງ ຂອງແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ເຊິ່ງເປັນໄລຍະທີ 1 ມີຄວາມຍາວປະມານ 109 ກິໂລແມັດ ມູນຄ່າລົງທຶນປະມານ 1,3 ຕື້ໂດລາສະຫະລັດ, ການອອກແບບອີງຕາມມາດຕະຖານເຕັກນິກທາງດ່ວນຂອງ ສປ ຈີນ, ມີ 4 ຄອງລົດແລ່ນ, ອຸມົງ 1 ແຫ່ງ ຍາວ 875 ແມັດ, ຂົວ 45 ແຫ່ງ ຄວາມຍາວປະມານ 2.400 ແມັດ, ຄວາມໄວອອກແບບ ...

Read More »

ທະນາຄານໂລກ (World Bank) ເປີດເຜີຍ ບົດລາຍງານກ່ຽວກັບ ຄວາມສະດວກ ໃນການເຮັດທຸລະກິດ ປະເທດລາວຢູ່ໃນອັນດັບ 154…

ທະນາຄານໂລກ (World Bank) ເປີດເຜີຍ ບົດລາຍງານກ່ຽວກັບ ຄວາມສະດວກ ໃນການເຮັດທຸລະກິດ (Ease of Doing Business) ໃນ 190 ປະເທດ ທົ່ວໂລກ ຮອດຕົ້ນປີ 2020 ທຽບໃສ່ ປີ 2019. ຜົນປະກົດວ່າ ຜ່ານໄປ 1 ປີ ຄວາມສະດວກຂອງການເຮັດທຸລະກິດຢູ່ ສປປ. ລາວ ແມ່ນຍັງບໍ່ດີຂຶ້ນ ໂດຍຍັງຄົງຄອງອັນດັບເກົ່າ ຢູ່ທີ່ອັນດັບ 154 ຂອງໂລກ (ຕົວເລກໜ້ອຍ ງ່າຍຕໍ່ການເຮັດທຸລະກິດ). ຜົນງານອັນດັບຂອງບັນດາປະເທດໃນອາຊຽນ ມີດັ່ງນີ້: 1. ປະເທດ ສິງກະໂປ (Singapore) ຢູ່ໃນອັນດັບທີ 2 ເປັນປະເທດທີ່ມີຄວາມສະດວກ ໃນການເຮັດທຸລະກິດ ຄົງທີ່ 2. ປະເທດ ມາເລເຊຍ (Malaysia) ຢູ່ໃນອັນດັບທີ 12 ເຊິ່ງປັບດີຂຶ້ນຈາກ ອັນດັບທີ 15 ໃນປີຜ່ານມາ 3. ປະເທດໄທ (Thailand) ຢູ່ໃນອັນດັບທີ 21 ດີຂຶ້ນຈາກກ່ອນທີ່ຢູ່ໃນອັນດັບທີ ...

Read More »

ຮູ້ແລ້ວບໍ? ກ່ອນຈະເດີນທາງອອກນອກປະເທດ ຈໍາເປັນຕ້ອງໄດ້ເຮັດເອກະສານທາງການແພດ 72 ຊົ່ວໂມງ

ຄະນະກໍາມະການແຫ່ງຊາດ ເພື່ອຕ້ານ ແລະຄວາມຄຸມການແຜ່ລະບາດ ຂອງເຊື້ອ ໂຄວິດ-19 ໄດ້ຊີ້ແຈງໃຫ້ຮູ້ວ່າ ນັກເດີນທາງທຸກຄົນ ທີ່ຈະເດີນທາງອອກຈາກ ສປປ. ລາວ ໄປປະເທດອື່ນ ມີຄວາມຈໍາເປັນຕ້ອງໄດ້ເຮັດເອກະສານທາງການແພດ 72 ຊົ່ວໂມງ ກ່ອນອອກເດີນທາງ ເພື່ອຢັ້ງຢືນ ຜົນການກວດ ອາການ ແລະ ຄົ້ນຫາເຊື້ອ ໂຄວິດ-19 ທຸກຄັ້ງ, ຖ້າບໍ່ເຮັດ ຈະຖືກປະຕິເສດ ບໍ່ໃຫ້ເຂົ້າປະເທດປາຍທາງ. ການເຮັດເອກະສານ ຢັ້ງຢືນທາງການແພດ ແມ່ນມີຄ່າໃຊ້ຈ່າຍ ແລະ ສາມາດເຮັດໄດ້ ຢູ່ 3 ສູນເທົ່ານັ້ນ ໃນນະຄອນຫຼວງວຽງຈັນ ປະກອບມີ: ໂຮງໝໍ ມິດຕະພາບ, ໂຮງໝໍ ມະໂຫສົດ ແລະ ສະຖາບັນ ປາສເຕີ້. ແຫຼ່ງຂໍ້ມູນ: ຫນັງສືພິມ ວຽງຈັນທາຍ

Read More »

ຫວຽດນາມເປີດໂຕໂຮງແຮມທີ່ຕົກແຕ່ງດ້ວຍຄຳແທ້ ທີ່ຢູ່ໃຈກາງເມືອງ ຮາໂນ່ຍ…

ເປີດໂຕໂຮງແຮມ ທີ່ເຄືອບດ້ວຍ ຄໍາປິວ ຂອງແທ້ ຢ່າງເປັນທາງການ ແຫ່ງທໍາອິດຂອງໂລກ!!! ໂຮງແຮມນີ້ ມີຊື່ວ່າ The Dolce Hanoi Golden Lake Hotel ເປັນໂຮງແຮມ ທີ່ມີຄວາມສູງ 25 ຊັ້ນ ຕັ້ງຢູ່ໃກ້ກັບ Giang Vo Lake ໃນນະຄອນຫຼວງ ຮາໂນຍ, ມີມູນຄ່າ ການກໍ່ສ້າງທັງໝົດ 200 ລ້ານໂດລ້າສະຫະລັດ, ນໍາໃຊ້ຄໍາແທ້ 24 ກະລັດ ເປັນໂຕເຄືອບ ທົ່ວທຸກບ່ອນ ໃນຫ້ອງຮັບແຂກ, ຫ້ອງນອນ, ຫ້ອງນໍ້າ, ສະລອຍນໍ້າ ແລະ ອີກຫຼາຍໆບ່ອນ. ລາຄາພັກຕໍ່ຄືນ ບໍ່ແພງຫຼາຍ ໃນໄລຍະ ໂຄວິດ-19 ລາຄາພຽງແຕ່ 250 USD ເທົ່ານັ້ນ. ແຫຼ່ງຂໍ້ມູນ: Idsala ອິດສະຫຼະ

Read More »

ການເງິນແຂວງເຊກອງ ຈະສູ້ຊົນລາຍຮັບໃຫ້ບັນລຸຕາມແຜນ 90 ຕື້ກວ່າກີບ ໃນປີ 2020…

ໃນປີ 2020 ພະແນກການເງິນ ແຂວງເຊກອງ ໄດ້ຮັບຕົວເລກແຜນສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ທັງໝົດ 90,78 ຕື້ກວ່າກີບ ຖ້າທຽບໃສ່ແຜນດັດແກ້ປີ 2019 ຜ່ານມາ ເພີ່ມຂຶ້ນ 13%. ໃນນັ້ນ, ພູດສູນກາງປະຕິບັດໄດ້ 8,17 ຕື້ກີບ ແລະ ສ່ວນພູດທ້ອງຖິ່ນ ປະຕິບັດໄດ້ 82,61 ຕື້ກວ່າກີບ. ທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນ ແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນປີ 2020 ພະແນກການເງິນ ແຂວງເຊກອງ ໄດ້ຮັບແຜນສູ້ຊົນເກັບລາຍຮັບເຂົ້າງົບປະມານທີ່ກະຊວງການເງິນ ສັງລວມລາຍຮັບ – ລາຍຈ່າຍມອບໃຫ້ແຂວງເຊກອງ ແລະ ວິຊາການ ຈໍານວນ 90,78 ຕື້ກີບ ຫາກສົມທຽບໃສ່ແຜນດັດແກ້ປີ 2019 ເພີ່ມຂຶ້ນ 13%. ໃນນັ້ນ, ພູດສູນກາງປະຕິບັດໃນທ້ອງຖິ່ນ ຈໍານວນ 8,17 ຕື້ກີບ ສົມທຽບແຜນດັດແກ້ປີ 2019 ຮັກສາໄວ້ຄືເກົ່າ; ສ່ວນພູດທ້ອງຖິ່ນ ຈໍານວນ 82,61 ຕື້ກີບ ສົມທຽບແຜນດັດແກ້ປີ 2019 ເພີ່ມຂຶ້ນ ...

Read More »

ຂ່າວດີສຳລັບທຸລະກິດ SMEs ໃນລາວ…

ເມື່ອເກິດວິກິດການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ໄດ້ສົ່ງຜົນກະທົບຕໍ່ຈຸນລະວິສາຫະກິດ,​ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຢ່າງຮຸນແຮງ ຈົນສົ່ງຜົນໃຫ້ຜູ້ປະກອບກິດຈະການ ພົບກັບຄວາມຍຸ້ງຍາກຫຼາຍພໍສົມຄວນ, ເນື່ອງຈາກພຶດຕິກຳຂອງຜູ້ບໍລິໂພກມີການປ່ຽນແປງ ຕາມມາດ້ວຍສະພາບເສດຖະກິດຢຸດສະງັກ.​ ເພື່ອຜັນຂະຫຍາຍແນວທາງນະໂຍບາຍ ຂອງລັດຖະບານ ໃນການສົ່ງເສີມຜູ້ປະກອບກິດຈະການ ໃນ ສປປ ລາວ ໃນການເຂົ້າຫາແຫຼ່ງທຶນຕ່າງໆ ມາຊ່ວຍຟື້ນຟູ ແລະ ປັບປຸງທຸລະກິດຂອງຕົນເອງພາຍຫຼັງວິກິດການ COVID-19, ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ຈະໄດ້ຮ່ວມມືກັບບັນດາອົງກອນ ແລະ ສະຖາບັນຕ່າງໆເພື່ອຫາແນວທາງວິທີການຊ່ວຍເຫຼືອ ແລະ ສ້າງກິດຈະກຳທາງດ້ານ Digital Marketing ຂຶ້ນມາ.​ ໃນຕອນບ່າຍ ວັນທີ 3 ກໍລະກົດ 2020 ຜ່ານມາ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ)​ ໄດ້ມີພິທີເຊັນຂໍ້ຕົກລົງຮ່ວມມືລະຫວ່າງ ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສບວ)​ ກັບ ທະນາຄານພັດທະນາລາວ (ທພລ), ທະນາຄານ ໄຊງ່ອນເທຶອງຕິ່ນລາວ (ຊາຄອມແບັງລາວ)​ ໂດຍມີຈຸດປະສົງ ເພື່ອເປັນແນວທາງໃນການແລກປ່ຽນ ແລະ ເຜີຍແຜ່ຂໍ້ມູນຂ່າວສານເພື່ອອຳນວຍຄວາມສະດວກ ...

Read More »

ປັດຈຸບັນ ລະບົບລັກຊາ LaCSA (The Lao Climate Services for Agriculture System) ໄດ້ຮັບການພັດທະນາ…

ລະບົບລັກຊາ LaCSA (The Lao Climate Services for Agriculture System) ໄດ້ຖືກຮັບການພັດທະນາ ໂດຍໂຄງການ SAMIS ທີອົງການ Food and Agriculture Organization of the United Nations (FAO) ເປັນຜູ້ຈັດຕັ້ງປະຕິບັດ. ປັດຈຸບັນ ໂຄງການນີ້ ຜະລິດໃບແຈ້ງຂ່າວ ລາຍອາທິດ ແບບອັດຕະໂນມັດ ໃຫ້ທຸກໆເມືອງໃນທົ່ວປະເທດ ນັບແຕ່ໄດ້ມີການຜະລິດບົດຂ່າວ ກຽ່ວກັບການພະຍາກອນອາກາດ ແຕ່ເດືອນ ພຶດສະພາ 2019. ຊາວກະຊິກອນ ແລະ ຜູ້ວາງນະໂຍບາຍ ໃນປະເທດລາວສາມາດນຳໃຊ້ລະບົບລັກຊາ ເພື່ອດາວໂຫລດ ຂໍ້ມູນພະຍາກອນ ເປັນພາສາລາວ ຂອງທຸກໆເມືອງ. ການປັງປຸງການດຳເນີນງານຂອງລະບົບລັກຊາ LaCSA ແມ່ນ ຖືກນຳສະເໜີໂດຍ ພະແນກ ພູມອາກາດ ແລະ ອຸຕຸກະເສດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາຍໃຕ້ການຮ່ວມມື ກັບບັນດາກົມຕ່າງໆໃນກະຊວງກະຊິກຳ ແລະ ປ່າໄມ້. ...

Read More »

ບໍລິສັດ ເບຍລາວ ຈຳກັດ ເລືອກຕັ້ງຄະນະພັກຊຸດໃຫມ່

ວັນທີ 3 ກໍລະກົດ 2020, ທີ່ຫ້ອງປະຊຸມໃຫ່ຍ ຂອງບໍລິສັດເບຍລາວຈຳກັດ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ່ II ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸນທອນ ສີຣິສັກ  ຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ, ເລຂາຄະນະພັກຮາກຖານບໍລິສັດ; ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ເຂັມມະນີ ພົນເສນາ  ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ມີສາມະຊິກພັກສົມບູນເຂົ້າຮ່ວມຈໍານວນ 88 ສະຫາຍ ຈາກ 4 ໜ່ວຍພັກ. ພ້ອມນີ້, ກອງປະຊຸມກໍ່ໄດ້ເລືອກຕັ້ງເອົາ ຄະນະພັກຊຸດໃຫມ່ 7 ສະຫາຍ ປະກອບມີ: ສະຫາຍ ສິດທິໄຊ ເກດຕະວົງ ເລຂາຄະນະພັກຮາກຖານ ບໍລິສັດ ເບຍລາວ, ສະຫາຍ ພອນໄຊ ອິນສົມ ຮອງເລຂາຄະນະພັກຮາກຖານ ສະຫາຍ ຈັນສະໝອນ ຜ່ອງຈັນທາ ຮອງເລຂາຄະນະພັກຮາກຖານ ທັງເປັນປະທານກວດກາ ແລະ ອີກ 4 ສະຫາຍ ເປັນຄະນະພັກ. ຄະນະພັກຮາກຖານໄດ້ຕີລາຄາການຊີ້ນໍາ-ນໍາພາ ແລະ ...

Read More »

ລັດຈະມີລາຍຮັບເຖິງ 150 ລ້ານ ໂດລາ ຈາກການຂຸດຄົ້ນຫິນແຮ່ ແລະ ຊາຍ…

ສະພາແຫ່ງຊາດແຈ້ງໃຫ້ຮູ້ວ່າ: ຄາດຄະເນໃນປີ 2020 ນີ້, ລັດຖະບານຈະມີລາຍຮັບເຂົ້າງົບປະມານແຫ່ງລັດເຖິງ 150 ລ້ານໂດລາ ຈາກການຂຸດຄົ້ນ ຫິນແຮ່ ແລະ ຊາຍ ຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າຕ່າງໆ ທ່ານ ບຸນປອນ ສີສຸລາດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ກ່າວເມື່ອບໍ່ດົນມານີ້ທີ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ການຂຸດຄົ້ນຫິນແຮ່ ແລະ ຊາຍ ຕາມລຽບແມ່ນໍ້າຂອງ ແລະ ແມ່ນໍ້າຕ່າງໆທີ່ຂັ້ນສູນກາງ ແລະ  ທ້ອງຖິ່ນ (ຂະແໜງໂຍທາທິການ ແລະ ຂົນສົ່ງ) ອະນຸຍາດໃນປີ 2019 ມີທັງໝົດ 402 ບໍລິສັດ ໃນນັ້ນ ຂັ້ນສູງກາງອະນຸມັດ 06 ບໍລິສັດ, ຂັ້ນແຂວງ 284 ບໍລິສັດ ແລະ ຂັ້ນເມືອງ 112 ບໍລິສັດ. ທ່ານ ບຸນປອນ ຍັງໄດ້ກ່າວຕື່ມວ່າ: ມາຮອດປັດຈຸບັນ, ...

Read More »