ຖືກຍົກລະດັບທຽບເທົ່າກັບສາກົນ!!! ໂຄງການກໍ່ສ້າງທາງດ່ວນ ວຽງຈັນ – ວັງວຽງ ເປັນໃບໜ້າໃໝ່ຂອງການພັດທະນາ ສປປ ລາວ…

ເມື່ອວັນທີ 6 ກໍລະກົດ ຜ່ານມາ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ລົງຢ້ຽມຢາມຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ໂດຍການຕ້ອນຮັບຂອງປະທານກຸ່ມບໍລິສັດກໍ່ສ້າງ – ລົງທຶນ ແລະ ຖືຫຸ້ນຈຳກັດ ແຂວງຢູນນານ ສປ ຈີນ ( ຜູ້ລົງທຶນ ).

65 ບ້ານ 4 ເມືອງ ຂອງແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ເຊິ່ງເປັນໄລຍະທີ 1 ມີຄວາມຍາວປະມານ 109 ກິໂລແມັດ ມູນຄ່າລົງທຶນປະມານ 1,3 ຕື້ໂດລາສະຫະລັດ, ການອອກແບບອີງຕາມມາດຕະຖານເຕັກນິກທາງດ່ວນຂອງ ສປ ຈີນ, ມີ 4 ຄອງລົດແລ່ນ, ອຸມົງ 1 ແຫ່ງ ຍາວ 875 ແມັດ, ຂົວ 45 ແຫ່ງ ຄວາມຍາວປະມານ 2.400 ແມັດ, ຄວາມໄວອອກແບບ 100 – 120 ກິໂລແມັດຕໍ່ຊົ່ວໂມງ.

ໂຄງການດັ່ງກ່າວໄດ້ຮັບການພັດທະນາ ແລະ ກໍ່ສ້າງໂດຍກຸ່ມບໍລິສັດກໍ່ສ້າງ – ລົງທຶນ ແລະ ຖືຫຸ້ນຈຳກັດ ແຂວງ ຢູນນານ ສປ ຈີນ, ຮູບແບບລົງທຶນແບບ BOT ( Build-Operate-Transfer ) ເຊິ່ງໝາຍເຖິງພາກເອກະຊົນ ກໍຄືບໍລິສັດລົງທຶນດ້ວຍຕົນເອງໃນໂຄງການ ແລະ ການກໍ່ສ້າງ ( Build ). ຫຼັງຈາກນັ້ນ, ກໍຈັດເກັບລາຍໄດ້ ແລະ ຜົນກຳໄລຈົນສິ້ນສຸດອາຍຸສຳປະທານໂຄງການຕາມການຕົກລົງກັບລັດຖະບານ ( Operate ) ແລ້ວກໍດຳເນີນການໂອນໂຄງການທັງໝົດໃຫ້ລັດຖະບານຖືຄອງຕໍ່ໄປ ( Transfer ).
ພ້ອມນີ້, ບໍລິສັດໄດ້ວ່າຈ້າງບໍລິສັດທີ່ປຶກສາສິ່ງແວດລ້ອມລາວ ເພື່ອດຳເນີນການຈັດຕັ້ງປະຕິບັດວຽກງານຊົດເຊີຍສິ່ງກີດ ຂວາງໃຫ້ຜູ້ທີ່ຖືກຜົນກະທົບຕາມແລວກໍ່ສ້າງທາງດ່ວນຮ່ວມກັບອົງການປົກຄອງແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ໂດຍມີບ້ານທີ່ໄດ້ຮັບຜົນກະທົບລວມທັງໝົດ 65 ບ້ານ, ມີ 4 ເມືອງ. ໃນນັ້ນ, ແຂວງວຽງຈັນ ກວມເອົາ 3 ເມືອງ 40 ບ້ານ ແລະ ນະຄອນຫຼວງ ວຽງຈັນ 1 ເມືອງ 25 ບ້ານ.

ຕະຫຼອດເສັ້ນທາງຈະມີການກໍ່ສ້າງວົງວຽນເຊື່ອມຕໍ່ຂຶ້ນລົງທາງທັງໝົດ 7 ຈຸດ ຄື: 1. ຈຸດບ້ານນາຊອນ; 2. ບ້ານບົວ; 3. ບ້ານສະກ້າ; 4. ໂພນໂຮງ; 5. ຫີນເຫີບ; 6. ທ່າເຮືອ ແລະ ຈຸດທີ 7 ແມ່ນວັງວຽງ. ຕາມແຜນການແມ່ນຈະກໍ່ສ້າງ 3 ປີ ໃຫ້ສຳເລັດກໍຄືທ້າຍປີ 2020 ນີ້.

ໂຄງການກໍ່ສ້າງທາງດ່ວນ ວຽງຈັນ – ວັງວຽງ ເປັນໃບໜ້າໃໝ່ການພັດທະນາຂອງ ສປປ ລາວ ຖືກຍົກລະດັບທຽບເທົ່າກັບສາກົນ, ອັນເປັນການປະກອບສ່ວນດ້ານການຂົນສົ່ງເຊື່ອມຕໍ່ກັບປະເທດເພື່ອນບ້ານ ກໍຄືກຸ່ມປະເທດອາຊຽນ ແລະ ນຳເອົາຜົນປະໂຫຍດດ້ານສັງຄົມ ແລະ ເສດຖະກິດຕາມແລວເສັ້ນທາງສອງເບື້ອງໃຫ້ກັບປະຊາຊົນລາວທັງຊາດ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ.

Comments