ເສດຖະກິດ

​ການ​ແກ້​ໄຂ​ໜີ້​ສິນ ຂອງລັດຖະບານ​ມີ​ລັກ​ສະ​ນະ​ຊໍາ​ເຮື້ອ ແລະ ສະສົມມາຫຼາຍປີ…

ທ່ານ ສອນ​ໄຊ ສີ​ພັນດອນ ຮອງ​ນາຍົກລັດຖະມົນຕີ ລັດ ຖະມົນຕີ​ກະຊວງ​ແຜນການ ແລະ ການ​ລົງທຶນ ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII, ແຜນ​ງົບປະມານ​ແຫ່ງ​ລັດ 5 ປີ (2016-2020) ແລະ ທິດ​ທາງ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX ແລະ ແຜນ​ງົບປະມານ​ແຫ່ງ​ລັດ 5 ປີ (2021-2025) ຕໍ່​ກອງ​ປະຊຸມ​ສະໄໝສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ໃນ​ວັນ​ທີ 27 ຕຸລາ​ຜ່ານ​ມາໃຫ້​ຮູ້​ວ່າ: ການຈັດຕັ້ງ​ປະຕິບັດແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII (2016-2020) ທີ່​ໄດ້​ກໍາ​ນົດ 3 ເປົ້າ​ໝາຍ​ໃຫຍ່ (ດ້ານ​ເສດຖະກິດ, ດ້ານ​ສັງຄົມ ແລະ ດ້ານ​ສິ່ງແວດລ້ອມ). ສະເພາະ​ດ້ານ​ເສດຖະກິດ ໃນ 5 ປີຜ່ານມາ ມີ​ການ​ເຕີບ​ໂຕສະເລ່ຍ ປະມານ 5,8% ຕໍ່​ປີ, ຫຼຸດ​ຄາດໝາຍ​ທີ່​ກໍາ​ນົດ​ໄວ້ (ມະຕິ​ສະພາ 7,2%) ແລະ ...

Read More »

ຄາດໝາຍ​ດ້ານ​ເສດຖະກິດບໍ່ບັນລຸ​ ຍ້ອນການແກ້ໄຂບັນຫາຂອງລັດຖະບານທີ່​ຄຸມ​ເຄືອ​​ຍາວ​ນານ..

ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ໃນ​ວັນ​ທີ 28 ຕຸລານີ້ ພາຍ​ ສະມາຊິກສະພາ​ແຫ່ງ​ຊາດ (ສສຊ) ໄດ້​ພ້ອມ​ກັນ​ປະ ກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່ບົດ​ ລາຍ​ງານ​ຂອງ​ລັດຖະບານ ໂດຍ​ ສະເພາະບົດ​ລາຍ​ງານ​ການ ຈັດຕັ້ງ​ປະຕິບັດແຜນ​ພັດທະ ນາ​ເສດຖະກິດ-ສັງຄົມ ແລະ ແຜນ​ເງິນຕາ ປະ​ຈໍາ​ປີ 2020 ແລະ ທິດ​ທາງ​ແຜນການ ປະຈຳ​ປີ 2021 ພ້ອມ​ທັງ​ສະເໜີ​ໃຫ້​ລັດຖະບານ​ແກ້​ໄຂ​ຫຼາຍ​ບັນ​ຫາ. ທ່ານ ນາງ ສຸວັນ​ເພັງ ບຸບ ຜາ​ນຸ​ວົງ ສສຊ ເຂດ​ເລືອກ​ຕັ້ງ​ທີ 13 ແຂວງ​ສະຫວັນ​ນະ​ເຂດ ໄດ້​ມີ​ຄຳ​ເຫັນ ໃນ​ການຈັດຕັ້ງ​ປະຕິບັດ​ບາງ​ຄາດໝາຍ​ຂອງ​ການ​ພັດທະນາ​ເສດຖະກິດ – ສັງຄົມ ທີ່​ສ່ວນ​ໃຫຍ່​ບໍ່​ບັນລຸ ພ້ອມ​ທັງ​ຕີ​ລາຄາ​ສາເຫດ ການ​ເບິ່ງ​ບັນຫາ​ດ້ວຍ​ເຫດ​ດ້ວຍ​ຜົນ ເພື່ອ​ວາງ​ເປັນ​ຄາດໝາຍ ປີ 2021 ທີ່​ເປັນ​ປີ​ທໍາ​ອິດ​ຂອງ​ແຜນ​ພັດທະນາ​ເສດຖະກິດ – ສັງຄົມ ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX. ຄາດໝາຍ​ທີ່​ບໍ່​ໄດ້​ສ່ວນ​ໃຫຍ່​ແມ່ນ​ໃນ​ຂົງເຂດ​ເສດຖະກິດ, ໃນ​ຂະນະ​ທີ່​ຂົງເຂດ​ວັດ​ທະ​ນະ​ທໍາ-​ສັງຄົມ ກໍ​ບໍ່​ບັນລຸ​ເປົ້າ​ໝາຍ ສະເພາະ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ໄດ້​ພຽງ 7%, ການ​ທີ່​ມີ​ບາງ​ຄາດໝາຍ​ບັນລຸ​ເປັນ​ພຽງ​ການ​ທີ່​ການ​ລົງທຶນ​ໂຄງການ​ໃຫຍ່​ຂອງ​ຕ່າງປະເທດ​ເທົ່າ​ນັ້ນ ...

Read More »

ເລີ່ມໂຄງການກໍ່ສ້າງຕະຫລາດປາກຊັນ ມູນຄ່າ 130 ຕື້ກີບ…

ວັນທີ 27 ຕຸລາ 2020 ນີ້ ຢູ່ໂຮງແຮມດອກຈໍາປາ ໂດຍປະຕິບັດຕາມບົດວິພາກເສດຖະກິດ, ເຕັກນິກທີ່ໄດ້ຜ່ານການຮັບຮອງຈາກຂະແໜງການກ່ຽວຂ້ອງ ແລະ ປະຕິບັດຢ່າງເຂັ້ມງວດ ແລະ ອີງຕາມຂໍ້ຕົກລົງ ຂອງທ່ານ ເຈົ້າແຂວງ ບໍລິຄຳໄຊ ສະບັບເລກທີ 28/ຄລທ.ຂ ລົງວັນທີ 23 ຕຸລາ 2020 ວ່າດ້ວຍການອະນຸຍາດໃຫ້ ບໍລິສັດ ວີເອັນແອລ ສຳປະທານພັດທະນາໂຄງການກໍ່ສ້າງຕະຫລາດປາກຊັນ ຊຶ່ງໄດ້ຈັດໃຫ້ມີພິທີລົງນາມໃນສັນຍາ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງສິງ ທໍາມະວົງ ອະດີດນາຍົກລັດຖະມົນຕີ, ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄໍາໄຊ. ມີບັນດາຫົວໜ້າພະແນກການ, ຂະແໜງການທີ່ກຽ່ວຂ້ອງ ແລະ ບໍລິສັດເຂົ້າຮ່ວມ. ໂຄງການກໍ່ສ້າງຕະຫລາດ ແຫ່ງນີ້ໄດ້ມີຈຸດປະສົງເພື່ອ ການພັດທະນາສຳປະທານການກໍ່ສ້າງ ແລະ ຜ່ານການຄັດເລືອກ ຕີລາຄາປະເມີນແບບວິທະຍາສາດຂອງຄະນະກຳມະການ ເຫັນວ່າບໍລິສັດ ວິເອັນແອລ (VNL) ມີມາດຖານເງື່ອນໄຂຄົບຖ້ວນ, ສະນັ້ນ ທາງແຂວງ ຈຶ່ງໄດ້ເຫັນດີອະນຸມັດໃຫ້ບໍລິສັດ ດັ່ງກ່າວ ເຂົ້າມາສຶກສາສຳຫລວດ ແລະ ອອກແບບໂຄງການກໍ່ສ້າງ ໃຫ້ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ສັງຄົມ ...

Read More »

ມາເບິ່ງ…!! ແນວຄິດການພັດທະນາຂອງ ສປ ຈີນ ມີຄຸນນະພາບສູງຂຶ້ນສູ່ລະດັບໃໝ່…

ປະເທດໃດໜຶ່ງຄັດເລືອກແນວຄິດການພັດທະນາແບບໃດ, ກໍຈະມີສະພາບການພັດທະນາແບບນັ້ນ. ກ່ອນໜ້ານີ້ 5 ປີ, ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 18 ໄດ້ສະເໜີແນວຄິດການພັດທະນາຄື: ການພັດທະນາດ້ວຍການປະດິດສ້າງໃໝ່, ປະສານສົມທົບກັນ, ສີຂຽວ, ເປີດປະຕູສູ່ພາຍນອກແລະແບ່ງປັນກັນ, ເຊິ່ງເປັນການໃຫ້ທິດຊີ້ນຳທາງທິດສະດີ ແລະ ການເຄື່ອນໄຫວແກ່ການພັດທະນາດ້ວຍຄຸນນະພາບສູງ. ໃນໄລຍະ 5 ປີຜ່ານມາ, ການລົງທຶນດ້ານການຄົ້ນຄວ້າເພື່ອການພັດທະນາຂອງຈີນໄດ້ເພີ່ມຂຶ້ນຈາກ 2,06% ຂອງ GDP ຂອງຈີນເປັນ 2,23%, ທຶນຄົ້ນຄວ້າພື້ນຖານເພີ່ມຂຶ້ນເກືອບໜຶ່ງເທົ່າ, ດັດຊະນີປະດິດສ້າງໃໝ່ລະດັບໂລກໄດ້ຫຍັບຂຶ້ນຈາກອັນດັບທີ 29 ເປັນອັນດັບທີ 14. ໃນໄລຍະ 5 ປີຜ່ານມາ, ຊາວກະສິກອນຫຼາຍກວ່າ 100 ລ້ານຄົນໄດ້ກາຍເປັນຊາວເມືອງໃໝ່; ຮອດທ້າຍປີ 2019, ລະດັບການຫັນເປັນຕົວເມືອງຂອງປະຊາກອນຈີນໄດ້ຖືກຍົກສູງຂຶ້ນເປັນ 60,6%, ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015 ເພີ່ມຂຶ້ນ 4,5%; ເງື່ອນໄຂການຜະລິດ ແລະ ຊີວິດການເປັນຢູ່ຂອງຊາວກະສິກອນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງ, ການພັດທະນາແບບປະສານສົມທົບລະຫວ່າງຕົວເມືອງແລະຊົນນະບົດກັນໄດ້ເກີດມີສະພາບການໃໝ່. ໃນໄລຍະ 5 ປີຜ່ານມາ, ການພັດທະນາແບບສີຂຽວຂອງຈີນໄດ້ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ. ປີ 2019, ການສິ້ນເປືອງໃຊ້ພະລັງງານຕໍ່ຫົວໜ່ວຍ GDP ທຽບໃສ່ປີ 2015 ໄດ້ຫຼຸດລົງ ...

Read More »

9 ເດືອນມູນຄ່າການລົງທຶນຢູ່ ສປປ ລາວ ປະຕິ ບັດໄດ້ 12,98 ຕື້ໂດລາ…

ໃນໄລຍະ 9 ເດືອນຂອງປີ 2020 ມູນຄ່າການລົງທຶນຢູ່ສປປ ລາວ ປະຕິ ບັດໄດ້ 12,98 ຕື້ໂດລາສະຫະລັດ ຂະນະທີ່ການກໍ່ສ້າງ 2 ໂຄງການໃຫຍ່ຄືບໜ້າຢ່າງຕໍ່ເນື່ອງ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 27 ຕຸລາ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6) ນະຄອນຫລວງວຽງຈັນວ່າ: ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຍັງສືບຕໍ່ດໍາເນີນໄປພາຍໃຕ້ນະໂຍບາຍ ແລະ ມາດຕະການປ້ອງກັນພະຍາດໂຄວິດ-19. ຮອດທ້າຍເດືອນກັນຍາ ປີ 2020 ມູນຄ່າການລົງທຶນ (ທຶນຈົດທະ ບຽນ) ປະຕິບັດໄດ້ 12,98 ຕື້ໂດລາສະຫະລັດ, ທຶນນໍາເຂົົ້າຕົວຈິງ ປະມານ 3,37 ຕື້ໂດລາສະຫະລັດ ຫຼື ປະມານ 31.185,98 ຕື້ກີບ ເທົ່າກັບປະ ມານ 156% ...

Read More »

ດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 284 ຕື້ກວ່າກີບ…

ການຈັດເກັບລາຍຮັບຢູ່ດ່ານ ພາສີສາກົນ ຂົວມິດຕະພາບນໍ້າເຫືອງ ແຂວງໄຊຍະບູລີ ໃນໄລຍະ 9 ເດືອນຕົ້ນປີ 2020 ຜ່ານມາ ເຖິງວ່າຈະພົບກັບສິ່ງທ້າທາຍຫລາຍປະການກໍຕາມ ເປັນຕົ້ນແມ່ນ ການລະບາດຂອງພະຍາດ ໂຄວິດ-19 ອັນໄດ້ສົ່ງຜົນກະທົບ ຕໍ່ການຈັດເກັບລາຍຮັບເຂົ້າງົບປະມານ, ແຕ່ດ້ວຍຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາ ຂອງຄະນະດ່ານພາສີ ເຮັດໃຫ້ການເກັບລາຍຮັບສາມາດປະຕິບັດໄດ້ 284,16 ຕື້ກວ່າກີບ, ເທົ່າກັບ 101,49% ຂອງແຜນການ, ໃນນັ້ນລາຍຮັບ 93,47% ແມ່ນໄດ້ມາຈາກນໍ້າມັນເຊື້ອໄຟ. ທ່ານ ສົມພິນ ອິນທະວົງ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ ໄຊຍະບູລີ-ຈັງຫວັດ ເລີຍ ໃຫ້ຮູ້ວ່າ: ຜົນສຳເລັດດັ່ງກ່າວ ຍ້ອນສະພາບພາຍໃນດ່ານມີຄວາມສະຫງົບ, ການບໍລິການມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນໄດ້ດ້ານລະບຽບກົດໝາຍ, ການສົ່ງອອກ-ນໍາເຂົ້າສິນຄ້າບາງຊະນິດມີການເພີ່ມຂຶ້ນ, ສ່ວນລາຍຮັບທີ່ສາມາດປະຕິບັດໄດ້ 284,16 ຕື້ກວ່າກີບ ແມ່ນໄດ້ມາຈາກພາກສ່ວນພາສີ ດ້ 153,25 ຕື້ກວ່າກີບ ປະກອບມີ ຄ່າຊັກພິເສດ 87,86 ລ້ານກີບ, ພາສີຂາເຂົ້າ 29,6 ຕື້ກີບ, ຄ່າທໍານຽມຕ່າງໆ 1,65 ຕື້ກີບ, ຄ່າທໍານຽມຄັງແຮ 121,9 ...

Read More »

ກວດພົບ ການໃຫ້ເຊົ່າ-ສຳປະທານທີ່ດິນລັດ ບໍ່ໄດ້ເຮັດສັນຍາ ຢູ່ 4 ແຂວງ…

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 27 ຕຸລາ 2020 ນີ້, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດ ຖະມົນຕີ, ປະທານອົງການກວດ ກາລັດຖະບານ ໄດ້ລາຍງານຜົນການກວດກາຕາມຜົນການກວດສອບ ປີ 2018 ກ່ຽວກັບການໃຫ້ເຊົ່າ-ສຳປະທານດິນລັດ ທີ່ບໍ່ໄດ້ເຮັດສັນຍາເຊົ່າ-ສຳປະທານ ຢູ່ 4 ແຂວງ ຄື: ແຂວງຜົ້ງສາລີ, ຫລວງພະບາງ, ເຊກອງ ແລະ ແຂວງອັດຕະປື. ສະເພາະ ແຂວງຜົ້ງສາລີ ມີ 112 ໂຄງ ການ, ເນື້ອທີ່ 12.660 ກວ່າເຮັກຕາ, ຜ່ານການກວດກາບັນຊີໂຄງການ ມີ 99 ໂຄງການ, ເນື້ອທີ່ 13.320 ກວ່າເຮັກຕາ, ຍ້ອນວ່າມີ 13 ໂຄງການ, ເນື້ອທີ່ 2,58 ເຮັກຕາ ແມ່ນມີຊື່ຊ້ຳຊ້ອນກັນ ແລະ ກວດກາສຳເລັດແລ້ວ 86 ໂຄງການ. ຢູ່ແຂວງຫລວງພະບາງ ...

Read More »

ກວດເຫັນລາຍຮັບ ທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ 337,01 ຕື້ກີບ…

ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານ ຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019 ນີໃນຕອນບ່າຍວັນທີ 27 ຕຸລາ 2020 ທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ນີ້ວ່າ: ໄດ້ກວດສອບເຫັນລາຍຮັບເພີ່ມ ທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ ຈຳນວນ 337,01 ຕື້ກີບ. ໃນນັ້ນ, ຂັ້ນສູນກາງຈຳນວນ 194,15 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 142,86 ຕື້ກີບ ໂດຍມີລາຍລະອຽດດັ່ງນີ້: ສ່ວຍສາອາກອນ ຈຳນວນ 187,68 ຕື້ກີບ ຂັ້ນສູນກາງ 171,73 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 15,95 ຕື້ກີບ; ຄຸ້ມຄອງຊັບສິນຂອງລັດ 23,23 ຕື້ກີບ (ຂັ້ນສູນກາງ 20,65 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 2,58 ຕື້ກີບ); ລາຍຮັບອື່ນໆຈຳນວນ 113,95 ຕື້ກີບ (ຂັ້ນສູນກາງ 1,77 ຕື້ກີບ ...

Read More »

ນະຄອນຫລວງວຽງຈັນ ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ຄັ້ງທີ VII…

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກນະຄອນຫລວງວຽງຈັນ ຄັ້ງທີ VII ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 28 ຕຸລາ 2020 ໂດຍການເປັນປະທານຂອງ ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ,ເລຂາຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ມີສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ບັນດາອາດີດການນຳພັກ, ລັດ ຂອງນະຄອນຫລວງ, ພະນັກງານປະຕິວັດອາວຸໂສ, ພ້ອມແຂກຖືກເຊີນ ແລະ ບັນດາຜູ້ແທນສົມບູນເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ດຳເນີນໄປພາຍໃຕ້ຄຳຂວັນ ທີ່ວ່າ: “ຍົກສູງຄວາມຮັບຜິດຊອບ ແລະ ຄວາມສາມາດນຳພາຂອງອົງຄະນະພັກ; ເພີ່ມທະວີຄວາມສັກສິດ ແລະ ປະ ສິດທິພາບຂອງການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ; ຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ; ເຕົ້າໂຮມທຸກກຳລັງແຮງຂອງສັງຄົມ ເຂົ້າໃນການພັດທະນາເສດຖະກິດ, ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນ; ສ້າງການຫັນປ່ຽນຢ່າງແຂງແຮງ ໃນການພັດທະນານະຄອນຫລວງວຽງຈັນ ໃຫ້ສົມເປັນເມືອງຫລວງຂອງປະເທດ”, ເຊິ່ງຈະໄດ້ສຸມໃສ່ຕີລາຄາ ຜົນການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງນະ ຄອນຫລວງວຽງຈັນ, ...

Read More »

​ລັດຖະບານ ຍັງ​ຕ້ອງການ​ທຶນ​​ທົດ​ແທນ​ຄືນ​ຕົ້ນ​ທຶນ​ເງິນ​ກູ້​ຢືມ​​ 5.455 ຕື້​ກີບ ຕາມແຜນດັດແກ້…

ທ່ານ ສົມ​ດີ ດວງດີ ຮອງ​ນາຍົກລັດຖະມົນຕີ ລັດຖະມົນ ຕີ​ກະຊວງ​ການ​ເງິນ ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມສະໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ໃນ​ວັນ​ທີ 27 ຕຸລາ 2020 ນີ້​ໃຫ້​ຮູ້​ວ່າ: ສະພາບ​ການຈັດຕັ້ງປະຕິບັດ​ແຜນ​ງົບປະມານ 9 ເດືອນ​ຕົ້ນ​ປີ 2020, ມີ​ຄວາມ​ຈຳເປັນຕ້ອງ​ໄດ້​ສະເໜີ​ແຜນ​ດັດແກ້​ເບື້ອງ​ຕົ້ນ ທັງ​ດ້ານ​ລາຍ​ຮັບ, ລາຍ​ຈ່າຍ ແລະ ດັດແກ້​ການ​ຂາດ​ດຸນ ເພີ່ມ​ຂຶ້ນ​ຈາກ 3,77% ມາ​ເປັນ 5,8% ຕໍ່ GDP. ຜ່ານ​ການຈັດຕັ້ງ​ປະຕິ​ບັດ​ຕົວ​ຈິງ ສາມາດ​ປະຕິບັດ​ລາຍ​ຮັບ​ໄດ້ 14.674 ຕື້​ກີບ (ລາຍ​ຮັບ​ສູນ​ກາງ ແລະ ທ້ອງຖິ່ນ), ສ່ວນ​ດ້ານ​ລາຍ​ຈ່າຍ ປະ ຕິບັດ​ໄດ້ 17.902 ຕື້​ກີບ ເທົ່າ​ກັບ 54,18% ຂອງ​ແຜນ​ດັດແກ້ ໃນ​ໄລຍະ 9 ເດືອນ​ມີ​ການ​ຂາດດຸນ​ງົບປະມານ 3.228 ຕື້​ກີບ. ນອກ​ນັ້ນ, ​ຍັງ​ຕ້ອງການ​ທຶນ​ເພື່ອ​ທົດ​ແທນ​ຄືນ​ຕົ້ນ​ທຶນ​ເງິນ​ກູ້​ຢືມ​ພາຍ​ໃນ ແລະ ຕ່າງປະເທດ​ຢູ່​ແຫຼ່ງ​ດຸ່ນ​ດ່ຽງ 5.455 ຕື້​ກີບ, ລວມ​ແລ້ວ​ຄວາມ​ຕ້ອງການ​ແຫຼ່ງ​ທຶນ​ເພື່ອ​ມາ​ດຸນ​ດ່ຽງ​ໃນ 9 ເດືອນ​ຈຳນວນ 8.683 ...

Read More »