ນະຄອນຫລວງວຽງຈັນ ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ຄັ້ງທີ VII…

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກນະຄອນຫລວງວຽງຈັນ ຄັ້ງທີ VII ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 28 ຕຸລາ 2020 ໂດຍການເປັນປະທານຂອງ ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ,ເລຂາຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ມີສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ບັນດາອາດີດການນຳພັກ, ລັດ ຂອງນະຄອນຫລວງ, ພະນັກງານປະຕິວັດອາວຸໂສ, ພ້ອມແຂກຖືກເຊີນ ແລະ ບັນດາຜູ້ແທນສົມບູນເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ດຳເນີນໄປພາຍໃຕ້ຄຳຂວັນ ທີ່ວ່າ: “ຍົກສູງຄວາມຮັບຜິດຊອບ ແລະ ຄວາມສາມາດນຳພາຂອງອົງຄະນະພັກ; ເພີ່ມທະວີຄວາມສັກສິດ ແລະ ປະ ສິດທິພາບຂອງການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ; ຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ; ເຕົ້າໂຮມທຸກກຳລັງແຮງຂອງສັງຄົມ ເຂົ້າໃນການພັດທະນາເສດຖະກິດ, ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນ; ສ້າງການຫັນປ່ຽນຢ່າງແຂງແຮງ ໃນການພັດທະນານະຄອນຫລວງວຽງຈັນ ໃຫ້ສົມເປັນເມືອງຫລວງຂອງປະເທດ”, ເຊິ່ງຈະໄດ້ສຸມໃສ່ຕີລາຄາ ຜົນການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງນະ ຄອນຫລວງວຽງຈັນ, ພ້ອມທັງຄົ້ນຄວ້າກໍານົດທິດທາງ, ໜ້າທີ່ ແລະ ຄາດໝາຍໃຫຍ່ ໃນການພັດທະນານະຄອນຫລວງວຽງຈັນ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025). ພ້ອມດຽວກັນນັ້ນ, ບັນດາຜູ້ແທນສົມບູນ ຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະ ນະບໍລິຫານງານພັກນະຄອນຫລວງວຽງຈັນ ສະໄໝທີ VII ແລະ ປ່ອນບັດເອົາຜູ້ແທນ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.

ໂອກາດດັ່ງກ່າວ, ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ໂດຍຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຜົນງານ ທີ່ນະຄອນຫລວງວຽງຈັນ (ນວ) ຍາດມາໄດ້ ໃນໄລຍະຜ່ານມາ ເຊິ່ງມີຫລາຍວຽກງານ ໃນຫລາຍຂະແໜງການ ໄດ້ຮັບການພັດທະນາ ແລະ ປະສົບຜົນສຳເລັດ ເປັນກ້າວໆມາ, ອັນໄດ້ເຮັດໃຫ້ນະຄອນຫລວງວຽງຈັນ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດສືບຕໍ່ຂະ ຫຍາຍໃນທ່ວງທ່າດີ ແລະ ຖືກທິດ; ຖານະເສດຖະກິດຂອງ ນວ ຢືນຢູ່ແຖວໜ້າຂອງບັນດາທ້ອງຖິ່ນທົ່ວປະເທດ, GDP ກວມເອົາ 30% ແລະ ການຈັດເກັບລາຍຮັບ ທີ່ເກີດຂຶ້ນຢູ່ ນວ ກວມເອົາຫລາຍກ່ວາ 40% ຂອງທົ່ວປະເທດ.

ລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການຍົກລະດັບນັບມື້ດີຂຶ້ນ, ປະຊາກອນມີລາຍໄດ້ສະເລ່ຍຫລາຍກວ່າ 2 ເທົ່າ ຂອງລາຍໄດ້ສະເລ່ຍທົ່ວປະເທດ, ຄອບຄົວທຸກຍາກ ຢູ່ ນວ ຖືກແກ້ໄຂໂດຍພື້ນຖານ, ຕົວເມືອງ ແລະ ຊານເມືອງ ໄດ້ຮັບການພັດທະນາ ແລະ ມີໂສມໜ້າໃໝ່, ເຊິ່ງຜົນສໍາເລັດທັງໝົດນັ້ນ, ເປັນປັດໄຈພື້ນຖານຍູ້ດັນໃຫ້ການຫັນປ່ຽນຢ່າງແຂງແຮງ ເພື່ອກ້າວຂຶ້ນໃນຊຸມປີຕໍ່ໜ້າຢ່າງຈະແຈ້ງ, ຈະນໍາພາ ນວ ກ້າວເດີນຕາມເສັ້ນທາງ ແລະ ກ້າວສູ່ຈຸດໝາຍສັງຄົມນິຍົມ.ຄຽງຄູ່ກັນນັ້ນ, ເສດຖະກິດຂອງນະຄອນຫລວງວຽງຈັນ ເຖິງວ່າເຕີບໂຕໃນລະດັບສູງ, ແຕ່ການຈັດຕັ້ງປະຕິບັດບາງໂຄງການ, ເປັນຕົ້ນ ໂຄງການບຸກທະລຸສ້າງຖານະການເງິນ ຍັງເຮັດໄດ້ໜ້ອຍ, ໜີ້ສິນສາທາລະນະ ຍັງຫລາຍສົມຄວນ, ຂັ້ນເມືອງ ແລະ ບ້ານ ບໍ່ທັນສາມາດສ້າງລາຍຮັບພູດທ້ອງຖີ່ນ ເພື່ອດູນລາຍຈ່າຍຂອງຕົນເອງໄດ້, ການຈັດຫາງົບປະມານເພື່ອບູລະນະສ້ອມແປງ-ກໍ່ສ້າງເສັ້ນທາງໃນຕົວເມືອງ ແລະ ຊານເມືອງ ບໍ່ໄດ້ຕາມຄວາມຮຽກຮ້ອງຕ້ອງການຕົວຈິງ, ຕົວເມືອງ ເຖິງວ່າມີການພັດທະນາ ແຕ່ພື້ນຖານໂຄງລ່າງເສັ້ນທາງ, ສາທາລະນຸປະໂຫຍດ ແລະ ການບໍລິການຮັບໃຊ້ປະຊາຊົນ ຍັງພົບຄວາມຫຍຸ້ງຍາກຫລາຍອັນ; ສາລະບານງົບປະມານຮັບໃຊ້ການບໍລິການຕົວເມືອງບໍ່ທັນມີ, ການຄຸ້ມຄອງ ແລະ ບໍລິຫານຈັດການຕົວເມືອງ ປະສິດທິພາບບໍ່ທັນສູງ, ການສ້າງເມືອງສີຂຽວບໍ່ທັນເຮັດໄດ້ດີ; ການຂຸດຄົ້ນຊັບພະຍາກອນທຳມະຊາດ, ພັດທະນາທີ່ດິນ

ແຫຼ່ງຂໍ້ມູນ: ຂປລ

Comments