ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 27 ຕຸລາ 2020 ນີ້ໃຫ້ຮູ້ວ່າ: ສະພາບການຈັດຕັ້ງປະຕິບັດແຜນງົບປະມານ 9 ເດືອນຕົ້ນປີ 2020, ມີຄວາມຈຳເປັນຕ້ອງໄດ້ສະເໜີແຜນດັດແກ້ເບື້ອງຕົ້ນ ທັງດ້ານລາຍຮັບ, ລາຍຈ່າຍ ແລະ ດັດແກ້ການຂາດດຸນ ເພີ່ມຂຶ້ນຈາກ 3,77% ມາເປັນ 5,8% ຕໍ່ GDP. ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດປະຕິບັດລາຍຮັບໄດ້ 14.674 ຕື້ກີບ (ລາຍຮັບສູນກາງ ແລະ ທ້ອງຖິ່ນ), ສ່ວນດ້ານລາຍຈ່າຍ ປະ ຕິບັດໄດ້ 17.902 ຕື້ກີບ ເທົ່າກັບ 54,18% ຂອງແຜນດັດແກ້

ໃນໄລຍະ 9 ເດືອນມີການຂາດດຸນງົບປະມານ 3.228 ຕື້ກີບ. ນອກນັ້ນ, ຍັງຕ້ອງການທຶນເພື່ອທົດແທນຄືນຕົ້ນທຶນເງິນກູ້ຢືມພາຍໃນ ແລະ ຕ່າງປະເທດຢູ່ແຫຼ່ງດຸ່ນດ່ຽງ 5.455 ຕື້ກີບ, ລວມແລ້ວຄວາມຕ້ອງການແຫຼ່ງທຶນເພື່ອມາດຸນດ່ຽງໃນ 9 ເດືອນຈຳນວນ 8.683 ຕື້ກີບ. ສຳລັບການລະດົມແຫຼ່ງທຶນ ເພື່ອມາດຸ່ນດ່ຽງງົບປະມານຈາກພາຍໃນ ແລະ ຕ່າງປະເທດສາມາດປະຕິບັດໄດ້ 8.883 ຕື້ກີບ, ເທົ່າກັບ 42,99% ຂອງແຜນດັດແກ້, ໃນນີ້ກູ້ຢືມຈາກພາຍໃນ 2.314 ຕື້ກີບ ເທົ່າກັບ 25,37% ຂອງແຜນດັດແກ້ ແລະ ກູ້ຢືມຈາກຕ່າງປະເທດ 6.569 ຕື້ກີບ ເທົ່າກັບ 56,91% ຂອງແຜນດັດແກ້.

ທ່ານຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການເງິນ ກ່າວອີກວ່າ: ການເກັບລາຍຮັບໝົດປີ 2020 ເຫັນວ່າ ມີຄວາມທ້າທາຍພໍສົມຄວນ ຫາກທຽບໃສ່ໄລຍະເວລາທີ່ເຫຼືອ ແຕ່ເຖິງຢ່າງໃດກໍຕາມ ກະຊວງການເງິນໄດ້ແຕ່ງຕັ້ງຄະນະສະເພາະກິດລົງສົມທົບ, ຕິດຕາມ, ຊຸກຍູ້ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍຢູ່ບັນດາຂະແໜງການ ແລະ ທ້ອງຖິ່ນ ເພື່ອສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນດັດແກ້ທີ່ສະພາແຫ່ງຊາດຮັບຮອງ (22.725,46 ຕື້ກີບ), ໃນນັ້ນລາຍຮັບພາຍໃນຄາດຄະເນ ວ່າຈະໃຫ້ສາມາດປະຕິບັດໄດ້ 20.438,46 ຕື້ກີບ ເທົ່າກັບ 100% ຂອງແຜນດັດແກ້.
ແຫຼ່ງຂໍ້ມູນ: ປະຊາຊົນ