ກວດເຫັນລາຍຮັບ ທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ 337,01 ຕື້ກີບ…

ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານ ຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019 ນີໃນຕອນບ່າຍວັນທີ 27 ຕຸລາ 2020 ທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ນີ້ວ່າ: ໄດ້ກວດສອບເຫັນລາຍຮັບເພີ່ມ ທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ ຈຳນວນ 337,01 ຕື້ກີບ. ໃນນັ້ນ, ຂັ້ນສູນກາງຈຳນວນ 194,15 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 142,86 ຕື້ກີບ ໂດຍມີລາຍລະອຽດດັ່ງນີ້: ສ່ວຍສາອາກອນ ຈຳນວນ 187,68 ຕື້ກີບ ຂັ້ນສູນກາງ 171,73 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 15,95 ຕື້ກີບ; ຄຸ້ມຄອງຊັບສິນຂອງລັດ 23,23 ຕື້ກີບ (ຂັ້ນສູນກາງ 20,65 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 2,58 ຕື້ກີບ); ລາຍຮັບອື່ນໆຈຳນວນ 113,95 ຕື້ກີບ (ຂັ້ນສູນກາງ 1,77 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 112,18 ຕື້ກີບ); ເງິນກອງທຶນຂອງລັດຂັ້ນທ້ອງຖິ່ນ ຈຳນວນ 12,15 ຕື້ກີບ.

ສຳລັບກວດສອບເຫັນເພີ່ມ ລາຍຈ່າຍທີ່ເອົາລາຍຮັບຈາກການກວດສອບເຫັນເພີ່ມ ແລະ ລາຍຈ່າຍລ່ວງໜ້າໃນລະບົບຄັງເງິນສົດແຫ່ງຊາດ ຈຳນວນ 113,63 ຕື້ກີບ, ໃນນັ້ນຂັ້ນສູນກາງ 6,95 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 106,68 ຕື້ກີບ. ພ້ອມນີ້, ການຄຸ້ມຄອງລາຍຮັບ-ລາຍຈ່າຍ ໄດ້ກວດສອບເຫັນໜີ້ຕ້ອງຮັບຂອງສ່ວຍສາອາກອນ ຈຳນວນ 1.329,21 ຕື້ກີບ ໃນນີ້ຂັ້ນສູນກາງ 667,70 ຕື້ກີບ: ໜີ້ຄ້າງຮັບປີຜ່ານມາ 271,21 ຕື້ກີບ ແລະ ເກີດຂຶ້ນໃນປີ 396,49 ຕື້ກີບ; ຂັ້ນທ້ອງຖິ່ນ ຈຳນວນ 661,51 ຕື້ກີບ ໃນນັ້ນໜີ້ຄ້າງຮັບປີຜ່ານມາ 587,64 ຕື້ກີບ ແລະ ເກີດຂຶ້ນໃນປີ 73,87 ຕື້ກີບ.

ນອກຈາກນີ້, ກວດເຫັນໜີ້ຕ້ອງຮັບຂອງຊັບສິນຂອງລັດ ມີຈຳນວນ 1.040,02 ຕື້ກີບ ມີຂັ້ນສູນກາງ 695,28 ຕື້ກີບ. ໃນນີ້, ໜີ້ຄ້າງຮັບໃນປີຜ່ານມາຈຳນວນ 514,35 ຕື້ກີບ ແລະ ເກີດຂຶ້ນໃນປີ ຈຳນວນ 180,93 ຕື້ກີບ, ຂັ້ນທ້ອງຖິ່ນ 344,74 ຕື້ກີບ ໃນນັ້ນໜີ້ຄ້າງຮັບປີຜ່ານມາ 323,17 ຕື້ກີບ ແລະ ເກີດຂຶ້ນໃນປີ ຈຳນວນ 21,57 ຕື້ກີບ.

ທ່ານ ນາງ ວຽງທອງ ສີພັນດອນ ໃຫ້ຮູ້ຕື່ມວ່າ: ກວດສອບເຫັນໜີ້ຕ້ອງຮັບຂອງບັນດາຫົວໜ່ວຍງົບປະມານ ຈຳນວນ 422,49 ຕື້ກີບ; ກວດເຫັນຈຳນວນ 145 ໂຄງການ ທີ່ສະພາໄດ້ຮັບຮອງ ບໍ່ໄດ້ດຳເນີນຂັ້ນຕອນຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ ເຊັ່ນ: ມີ 65 ໂຄງການມູນຄ່າ 384,33 ຕື້ກີບ ບໍ່ໄດ້ດໍາເນີນຂັ້ນຕອນ ການປະເມີນກ່ອນສະເໜີເຂົ້າແຜນການລົງທືນຂອງລັດ ແລະ ບໍ່ໄດ້ດຳເນີນການປະມູນ; ມີ 8 ໂຄງການ ມູນຄ່າ 266,52 ຕື້ກີບ ປະກອບເອກະສານບໍ່ຄົບຖ້ວນ ແລະ ບໍ່ມີຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ; 1 ໂຄງການເຊັນສັນຍາເກີນມູນຄ່າ ທີ່ສະພາແຫ່ງຊາດຮັບຮອງຈຳນວນ 10,22 ຕື້ກີບ; ມີ 4 ໂຄງການມູນຄ່າ 393,97 ຕື້ກີບ ທີ່ບໍລິສັດຮັບເໝົາກໍ່ສ້າງບໍ່ໄດ້ວາງເງິນຄ້ຳປະກັນສັນຍາໂຄງການ 39,40 ຕື້ກີບ ແລະ ມີ 127 ໂຄງການ ມູນຄ່າ 714,87 ຕື້ກີບ.

ແຫຼ່ງຂໍ້ມູນ: ຂປລ

Comments