ກວດພົບ ການໃຫ້ເຊົ່າ-ສຳປະທານທີ່ດິນລັດ ບໍ່ໄດ້ເຮັດສັນຍາ ຢູ່ 4 ແຂວງ…

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 27 ຕຸລາ 2020 ນີ້, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດ ຖະມົນຕີ, ປະທານອົງການກວດ ກາລັດຖະບານ ໄດ້ລາຍງານຜົນການກວດກາຕາມຜົນການກວດສອບ ປີ 2018 ກ່ຽວກັບການໃຫ້ເຊົ່າ-ສຳປະທານດິນລັດ ທີ່ບໍ່ໄດ້ເຮັດສັນຍາເຊົ່າ-ສຳປະທານ ຢູ່ 4 ແຂວງ ຄື: ແຂວງຜົ້ງສາລີ, ຫລວງພະບາງ, ເຊກອງ ແລະ ແຂວງອັດຕະປື.

ສະເພາະ ແຂວງຜົ້ງສາລີ ມີ 112 ໂຄງ ການ, ເນື້ອທີ່ 12.660 ກວ່າເຮັກຕາ, ຜ່ານການກວດກາບັນຊີໂຄງການ ມີ 99 ໂຄງການ, ເນື້ອທີ່ 13.320 ກວ່າເຮັກຕາ, ຍ້ອນວ່າມີ 13 ໂຄງການ, ເນື້ອທີ່ 2,58 ເຮັກຕາ ແມ່ນມີຊື່ຊ້ຳຊ້ອນກັນ ແລະ ກວດກາສຳເລັດແລ້ວ 86 ໂຄງການ.

ຢູ່ແຂວງຫລວງພະບາງ ມີ 24 ໂຄງການ ເນື້ອທີ່ 210,35 ເຮັກຕາ, ຜ່ານການກວດກາຕາມບັນຊີໂຄງການ ມີ 23 ໂຄງການ ເນື້ອທີ່ 237,72 ເຮັກຕາ ຍ້ອນ 2 ໂຄງການໂຮມເຂົ້າກັນ, ເນື້ອທີ່ໄດ້ເພີ່ມຂຶ້ນຈາກຂໍ້ມູນອົງການກວດສອບສົ່ງໃຫ້ 27,37 ເຮັກຕາ, ໃນນີ້ໄດ້ກວດກາສຳເລັດແລ້ວ 14 ໂຄງການ, ເນື້ອທີ່ 211,02 ເຮັກຕາ, ຜ່ານການກວດກາ 14 ໂຄງການເຫັນບາງກໍລະນີຄື: ມີ 8 ໂຄງການ ໄລຍະສຳປະທານ 5 ປີ (2019-2024) ລວມຄ່າສໍາປະທານ 74,16 ລ້ານກີບ, ຍັງຄ້າງສຳປະທານ 65,42 ລ້ານກີບ; ມີ 1 ໂຄງການ ໄລຍະສຳປະທານ 50 ປີ (2019-2069), ຄ່າສຳປະທານແມ່ນ 651.932 ໂດລາສະຫະລັດ ຍັງຢູ່ໃນໄລຍະຍົກເວັ້ນ ຈົນຮອດປີ 2023 ຈຶ່ງເລີ່ມເກັບ; ມີ 1 ໂຄງ ການພັດທະນາແຫລ່ງທ່ອງທ່ຽວຕາດທອງ ນະຄອນຫລວງພະບາງ ໄລຍະສຳປະທານ 40 ປີ (2005-2045) ໂຄງການດັ່ງກ່າວຢຸດການດໍາເນີນກິດຈະການໃນປີ 2008 ແລະ ມີ 4 ໂຄງການ ຍັງບໍ່ໄດ້ເຮັດສັນຍາສຳປະທານທີ່ດິນ, ຍັງຢູ່ໃນຂັ້ນຕອນລົງສຳຫລວດ-ວັດແທກເນື້ອທີ່ດິນ.

ແຂວງເຊກອງ ມີ 3 ໂຄງການ, ເນື້ອທີ່ 207,70 ເຮັກຕາ ບໍ່ໄດ້ເຮັດສັນຍາເຊົ່າ-ສຳປະທານ ຜ່ານການກວດກາເຫັນວ່າ ມີ 1 ໂຄງການຈະສ້າງໂຮງແຮມ 5 ດາວ ເຊິ່ງຢູ່ໃນຂັ້ນຕອນເຮັດສັນຍາພັດທະນາໂຄງການ ເພື່ອສືບຕໍ່ເຮັດສັນາຍາເຊົ່າ-ສຳປະທານ, ມີ 1 ໂຄງ ການຈະປູກພືດເປັນສິນຄ້າ ຍັງຄ້າງມອບເງິນຄ້ຳປະກັນສັນຍາພັດທະນາໂຄງການ ຈຳນວນ 15.000 ໂດລາ ສະຫະລັດ ແລະ ໂຄງການປູກໄມ້ອຸດສາຫະກຳ ຕາມລະບຽບການເງິນຄ້ຳປະກັນ 30.000 ໂດລາສະຫະລັດ ແຕ່ວາງເງິນຄໍ້າປະກັນບໍ່ຄົບ 15.000 ໂດລາສະຫະລັດ.

ສ່ວນຢູ່ແຂວງອັດຕະປື ມີ 11 ໂຄງການ, ເນື້ອທີ່ 17,92 ເຮັກຕາ ທີ່ບໍ່ທັນໄດ້ເຮັດສັນຍາເຊົ່າ-ສຳປະທານ, ຜ່ານການກວດກາຕົວຈິງເຫັນວ່າ ພາຍຫລັງກວດສອບໄດ້ສຳເລັດແລ້ວ ແມ່ນໄດ້ເຮັດສັນຍາເຊົ່າ-ສຳປະທານ ໄລຍະເວລາ 30 ປີ ໃນໄລຍະເວລາກໍ່ສ້າງເຂື່ອນ ເຊິ່ງເລີ່ມແຕ່ປີ 2018-2021 ໄລຍະນີ້ ບໍລິສັດຕ້ອງຈ່າຍຄ່າເຊົ່າ 2.937 ໂດລາສະຫະລັດຕໍ່ປີ. ພາຍຫລັງປີ 2021 ເປັນຕົ້ນໄປ 5 ປີໃດ ຄ່າສຳປະທານຕ້ອງເພີ່ມຂຶ້ນ 10% ແຕ່ມາຮອດປັດຈຸບັນ ຍັງຄ້າງມອບຄ່າເຊົ່າ-ສຳປະທານ.

ແຫຼ່ງຂໍ້ມູນ: ຂປລ

Comments