ເສດຖະກິດ

ມີຫລາຍກວ່າ 80 ຫົວໜ່ວຍທຸລະກິດ ຈະເຂົ້າຮ່ວມງານວາງສະແດງສິນຄ້າເຟີນີເຈີລາວ 2021………

ງານວາງສະແດງສິນຄ້າເຟີນີເຈີລາວຄັ້ງທີ 7 ປະຈໍາປີ 2021 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-17 ມັງກອນ 2021 ທີ່ຈະມາເຖິງນີ້ໂດຍຈະມີສິນຄ້າເຟີນີເຈີຢ່າງຫລວງຫລາຍທີ່ມາຈາກຜູ້ປະກອບການ, ຫົວໜ່ວຍຈາກນະຄອນຫລວງວຽງຈັນ ແລະ ມາຈາກຕ່າງແຂວງ ໄວ້ໃຫ້ຜູ້ທ່ຽວຊົມໄດ້ຊອກຊື້ເພື່ອນໍາໄປຕົບແຕ່ງປະດັບປະດາເຮືອນ, ອາຄານ ແລະ ອື່ນໆ ຊຶ່ງງານດັ່ງກ່າວຈັດໂດຍສະມາຄົມເຟີນີເຈີລາວ. ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ ໄດ້ຖະແຫລງຂ່າວ ເມື່ອບໍ່ດົນນີ້ ທີ່ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ວ່າ: ທາງສະມາຄົມເຟີນີເຈີລາວໄດ້ກະກຽມຫ້ອງວາງສະແດງສິນຄ້າໄວ້ແລ້ວທັງໝົດ 175 ຫ້ອງ, ໃນນັ້ນ ສໍາລັບ ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນມີ 25 ຫ້ອງ. ຕະຫລອດ 9 ວັນຂອງການຈັດງານດັ່ງກ່າວຄາດວ່າຈະມີມູນຄ່າຈໍລະຈອນຊື້-ຂາຍສິນຄ້າປະມານ 10 ຕື້ກີບ ແລະ ຜູ້ເຂົ້າຊົມງານຈະມີປະມານ 100.000 ຄົນ. ສໍາລັບກິດຈະກໍາພາຍໃນງານຈະມີການສາທິດການຜະລິດສິນຄ້າຕ່າງໆ, ກິດຈະກໍາມອບລາງວັນໃຫ້ແກ່ຜູ້ທີ່ໂຊກດີ, ການສະແດງສິລະປະ ແລະ ການແຂ່ງຂັນດົນຕີແບບເຕັມວົງ ແລະ ອື່ນໆ. ແຫຼ່ງຂໍ້ມູນ: ຂປລ

Read More »

ການປັບປຸງນິຕິກຳ ແລະ ຂັ້ນຕອນການຈົດທະບຽນຖິ່ນກຳເນີດ ໄລຍະ 2 ສາມາດຈົດທະບຽນໄດ້ 4 ສິນຄ້າ……

ໃນວັນທີ 22 ທັນວາ 2020 ນີ້, ໄດ້ມີພິທີສະຫລຸບ ແລະ ປິດໂຄງການພັດທະນາພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄລຍະ 2 (PSME-2) ໂດຍການມີ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລັດຕະນະໄຕ ຫລວງລາດບັນດິດ ຜູ້ຮັກສາການທະນາ ຄານພັດທະນາອາຊີ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ມີຄຳເຫັນວ່າ: ໂຄງການ ພັດທະນາພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນການຕໍ່ຍອດຈາກຜົນສຳເລັດດັ່ງກ່າວ ໃນການຜັນຂະ ຫຍາຍສືບຕໍ່ຈັດຕັ້ງປະຕິບັດບັນດາແຜນວຽກ ເພື່ອເລັ່ງໃສ່ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການດຳເນີນທຸລະກິດ, ສ້າງເງື່ອນໄຂທາງດ້ານເຕັກໂນໂລຊີ ແລະ ສ້າງຄວາມອາດສາມາດໃຫ້ SME ສາມາດແຂ່ງຂັນໃນຕະຫລາດພາຍໃນ ແລະ ເຂົ້າສູ່ຕະຫລາດສາກົນ. ...

Read More »

ສປປ ລາວ ມີມູນຄ່າການນໍາເຂົ້າ ແລະ ສົ່ງອອກ ເດືອນ 11 ບັນລຸໄດ້ປະມານ 869 ລ້ານໂດລາ ແລະ ເກີນດຸນການຄ້າປະມານ……..

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ບັນລຸໄດ້ປະມານ 869 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 436 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 434 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 2 ລ້ານໂດລາສະຫາລັດ. ສີນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ໝາກກ້ວຍ, ເຍື່ອໄມ້ ແລະ ເສດເຈ້ຍ, ໂຄງຮ່າງ (ຊິ້ນສ່ວນກ້ອງບັນທຶກພາບ), ຄຳປະສົມ (ຄຳແທ່ງ), ເຄື່ອງນຸ່ງຫົ່ມ, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ຢາງພາລາ, ຢາສູບ ແລະ ສາລີ. ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ນ້ຳມັນແອັດຊັງ, ແອັດຊັງພິເສດ, ...

Read More »

ກອງປະຊຸມ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3…..

ກອງປະຊຸມທາງໄກ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3 ຈັດຂຶ້ນຕອນເຊົ້າວັນທີ 17 ທັນວາ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານ ຂອງທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກດ້ານການຄ້າຂັ້ນສູນກາງ ທ່ານນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ລາຍງານໃຫ້ຮູ້ເຖິງການເຄື່ອນຍ້າຍສິນຄ້າພາຍໃນປະເທດທີ່ມີບາງຂອດຈະຕ້ອງປັບປຸງແກ້ໄຂວ່າ: ການອອກເອກະສານເຄື່ອນຍ້າຍສິນຄ້າພາຍໃນປະເທດ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງຂອງຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງກະສິກໍາ ແລະ ປ່າໄມ້, ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂະແໜງປ້ອງກັນຄວາມສະຫງົບ, ຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການເງິນ ແມ່ນມີຄວາມຊໍ້າຊ້ອນກັນ ແລະ ບໍ່ສອດຄ່ອງກັບພາລະບົດບາດຂອງຕົນເອງ ຊຶ່ງສ້າງອຸປະສັກທາງດ້ານເວລາແລະຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນໃຫ້ແກ່ພາກທຸລະກິດກໍຄືປະຊາຊົນໃນເວລາເຄື່ອນຍ້າຍສິນຄ້າ ຈາກເມືອງ ຫາ ເມືອງ, ແຂວງ ຫາ ແຂວງເປັນຕົ້ນສິນຄ້າກະສິກໍາ, ເຄື່ອງປ່າຂອງດົງ, ສັດແລະຜະລິດຕະພັນສັດ, ຜະລິດຕະພັນໄມ້, ສິນຄ້າອຸປະໂພກ-ບໍລິໂພກແລະອື່ນໆ ບັນຫາດັ່ງກ່າວ ແມ່ນເກີດຂຶ້ນມາດົນແລ້ວ, ແຕ່ຍັງບໍ່ໄດ້ຮັບການປັບປຸງແກ້ໄຂໄດ້ດີເທົ່າທີ່ຄວນ ໃນໄລຍະຜ່ານມາ, ກະຊວງອຸດສາຫະກໍາ ...

Read More »

ກະຊວງອຸດສາຫະກໍາ ແລະ ການຄ້າ ຄາດວ່າການຍົກເລີກໃບອະນຸຍາດຈະເຮັດໃຫ້ຕົວຊີ້ວັດທີ 8 ຢູ່ໃນອັນດັບດີຂຶ້ນ …………

ກອງປະຊຸມທາງໄກ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3 ຈັດຂຶ້ນຕອນເຊົ້າວັນທີ 17 ທັນວາ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານ ຂອງທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກດ້ານການຄ້າຂັ້ນສູນກາງ , ມີທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຮອງຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກດ້ານການຄ້າຂັ້ນສູນກາງ, ພ້ອມຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ຜູ້ຊີ້ນໍາວຽກເສດຖະກິດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ກໍຄືການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີຄັ້ງທີ 8 ວ່າ: ໂດຍລວມແລ້ວ, ແຜນດໍາເນີນງານວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 ແມ່ນສ້າງຂຶ້ນເພື່ອຈັດຕັ້ງປະຕິບັດຕາມສັນຍາການອໍານວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກ (WTO-TFA) ທີ່ ສປປ ລາວ ເປັນພາຄີຊຶ່ງປະກອບມີ 03 ໝວດ ...

Read More »

ສຳມະນາກະກຽມຄວາມພ້ອມເຂົ້າສູ່ ເສດຖະກິດິຕອນ ແລະ ອຸດສາຫະກຳ 4.0………..

ວັນທີ 17 ທັນວາ 2020, ທີ່ ສູນອິນເຕີເນັດ ແຫ່ງຊາດ (ສອຊ), ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ (ປທສ), ໄດ້ຈັດກອງປະຊຸມສຳມະນາກະກຽມຄວາມພ້ອມເຂົ້າສູ່ເສດຖະກິດິຕອນ ແລະ ອຸດສາຫະກຳ 4.0 ໂດຍການເປັນປະທານຂອງ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີກະຊວງ ປທສ, ມີຕາງໜ້າຈາກບັນດາກະຊວງ, ອົງການ, ຫ້ອງ ການ, ສະຖາບັນການສຶກສາ, ລັດວິສາຫະກິດ, ທະນາຄານ, ບໍລິສັດ ພ້ອມດ້ວຍບັນດາກົມ/ສູນ ອ້ອມຂ້າງກະຊວງ ປທສ ເຂົ້າຮ່ວມ ແລະ ນຳສະເໜີ. ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ຮັບຟັງການນຳສະເໜີກ່ຽວກັບການພັດທະນາເສດຖະກິດດິຈິຕອນໃນ ສປປ ລາວ ໂດຍແມ່ນ ທ່ານ ແກ້ວວີສຸກ ໂສລະພົມ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ເປັນຜູ້ນຳສະເໜີ ຊຶ່ງລັດຖະບານໄດ້ຮັບຮອງໂດຍຫຼັກການກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະ ສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງ ຊາດ ...

Read More »

ຕີລາຄາ ຄະນະຮັບຜິດຊອບ ຊີ້ນຳການພັດທະນາເຂດຈຸດສຸມໃຈກາງຢູ່ແຂວງໄຊສົມບູນ………

ກອງປະຊຸມສະຫຼຸບຕີລາຄາການນຳພາ – ຊີ້ນຳ ຂອງຄະນະຮັບຜິດຊອບ ຊີ້ນຳການພັດທະນາເຂດຈຸດສຸມໃຈກາງຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 15 ທັນວາ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວໜ້າຄະນະຊີ້ນຳພັດທະນາເຂດຈຸດສຸມໃຈກາງ,ມີບັນດາສະຫາຍຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມທີ່ມາຈາກສູນກາງ, ພ້ອມດ້ວຍຄະນະພັກ – ຄະນະນຳ ແຂວງໄຊສົມບູນ, ພະແນກ, ອົງການ, ກົມກອງ ອ້ອມຂ້າງ ແຂວງ ແລະ ທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ໄດ້ລາຍງານກ່ຽວກັບສະພາບທີ່ພົ້ນເດັ່ນໃນການພັດທະນາແຂວງໄຊສົມບູນ ໃນໄລຍະ 1 ປີຜ່ານມາ ເຊິ່ງຄະນະພັກ – ອົງການປົກຄອງ ແຂວງໄຊສົມບູນ ໄດ້ຖືເອົາວຽກງານສຶກສາອົບ   ຮົມ – ການເມືອງແນວຄິດເປັນບັນຫາສຳຄັນ ໂດຍສອດຫ້ອຍກັບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເຊິ່ງສາມາດຮັບປະກັນໄດ້ຄວາມມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພຢ່າງໜັກແໜ້ນ, ເສດຖະກິດ – ສັງຄົມ ໄດ້ຮັບການພັດທະນາຢ່າງ    ...

Read More »

ຮອງນາຍົກ ລົງຢ້ຽມຢາມຈຸດກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5……..

ໃນວັນທີ 15 ທັນວາ 2020, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ແລະ ການນຳແຂວງບໍລິຄຳໄຊ ລົງຢ້ຽມຢາມພື້ນທີ່ຈຸດທີ່ຈະສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ເຊິ່ງເຊື່ອມຕໍ່ ລະຫວ່າງ ແຂວງບໍລິຄຳໄຊ ສປປ ລາວ ແລະ ແຂວງບຶງການປະເທດໄທ. ທັງນີ້, ກໍເພື່ອຕິດຕາມຄວາມຄືບໜ້າ ແລະ ການຈັດຕັ້ງປະຕິບັດວຽກງານຕ່າງໆ. ອີງຕາມການລາຍງານຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຈ້ງໃຫ້ຮູ້ວ່າ: ມາຮອດວັນທີ 30 ພະຈິກ 2020 ໄດ້ສຳເລັດການເຊັນສັນຍາ ກ່ຽວກັບໜ້າວຽກຕ່າງໆ ເປັນຕົ້ນແມ່ນສັນຍາການກໍ່ສ້າງຂົວ, ເຊິ່ງຄວາມຍາວທັງໝົດ 535 ແມັດ, ມູນຄ່າ 379 ລ້ານກວ່າບາດ, ໂດຍຈະໃຊ້ເວລາໃນການກໍ່ສ້າງ 24 ເດືອນໃຫ້ສຳເລັດ ແລະ ຄາດວ່າຈະເລີ່ມລົງມືກໍ່ສ້າງໃນວັນທີ 1 ມັງກອນ 2021. ວຽກການກໍ່ສ້າງຂົວດັ່ງກ່າວ ແມ່ນຮັບເໝົາໂດຍຝ່າຍໄທ. ພ້ອມນັ້ນ, ກໍໄດ້ສຳເລັດການເຊັນສັນຍາການກໍ່ສ້າງທາງເຂົ້າຂົວ ທີ່ມີຄວາມຍາວທັງໝົດ 2.860 ແມັດ ...

Read More »

31 ປີ ສອຄຊ ປະກອບສ່ວນສຳຄັນໃນການພັດທະນາປະເທດ……..

ທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໃຫ້ສຳພາດເຖິງຜົນງານຕະຫຼອດ 31ປີ ຂອງການສ້າງຕັ້ງ ສອຄຊ ວ່າ: ສຄອຊ ສ້າງຕັ້ງຂຶ້ນໃນປີ 1989 ມາຮອດປີ 2020 ປີນີ້ຖືວ່າຄົບຮອບ 31 ປີ ໃນໄລຍະຜ່ານນມາ ໄດ້ມີການເຄື່ອນໄຫວ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນເມື່ອກ່ອນໂຄງສ້າງການຈັດຕັ້ງແມ່ນພາຍໃຕ້ການຊີ້ນຳຂອງກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ແລະ ມາຮອດປີ 2008 ໄດ້ແຍກເປັນເອກະລາດ ເປັນອົງການຈັດຕັ້ງທີ່ເປັນຜູ້ຕາງໜ້າໃຫ້ພາກທຸລະກິດ. ມາຮອດປັດຈຸບັນ ສຄອຊ ໄດ້ສຳເລັດການສ້າງຕັ້ງສະພາການຄ້າ ແລະ ອຸດສາຫະກຳຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ລວມ 18 ສະພາການຄ້າທີ່ຂຶ້ນກັບ ສຄອຊ. ພ້ອມດຽວກັນ, ກໍໄດ້ສ້າງຕັ້ງສະມາຄົມທຸລະກິດ ລວມ 27 ສະມາຄົມ. ພິເສດປີ 2017 ໄດ້ສ້າງຕັ້ງສູນບໍລິການທຸລະກິດຂະໜາດນ້ອຍ ແລະ ກາງ ຫຼື SME ...

Read More »

ແຂວງວຽງຈັນ ມີສິນຄ້າ ODOP ຫຼາຍເປັນອັນດັບ 3 ຂອງປະເທດ…..

ປັດຈຸບັນ, ແຂວງວຽງຈັນ ມີຫົວໜ່ວຍທຸລະກິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນທີ່ໄດ້ຮັບກາໝາຍໂອດັອບ (ODOP) ແຫ່ງຊາດ ລວມທັງໝົດ 19 ຫົວໜ່ວຍ, ມີ 62 ຜະລິດຕະພັນຍ່ອຍ, ກວມ 19 ບ້ານ ທີ່ນອນຢູ່ໃນ 10 ເມືອງພາຍໃນແຂວງ, ຈັດຢູ່ໃນອັນດັບ 3 ຂອງປະເທດ ທີ່ມີສິນຄ້າໜຶ່ງເມືອງໜຶ່ງຜະລິດແຫ່ງຊາດຫລາຍກວ່າໝູ່. ທ່ານ ສົມພອນ ຈັນທະດາລາ, ຫົວໜ້າກຸ່ມ ODOP ແຂວງວຽງຈັນ ໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VI ຈັດຂຶ້ນເມື່ອບໍ່ດົນມານີ້ ວ່າ: ໄລຍະຜ່ານມາ ພະແນກ ອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ຮ່ວມກັບກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມສິນຄ້າ ODOP ຢູ່ແຂວງວຽງຈັນຢ່າງຕໍ່ເນື່ອງ ເຊີ່ງນອກຈາກການເຝິກອົບຮົມ ແລະການແນະນໍາດ້ານການຜະລິດສິນຄ້າໃຫ້ໄດ້ມາດຕະຖານ ຍັງໄດ້ສົ່ງເສີມໃຫ້ກຸ່ມໄດ້ເຄື່ອນໄຫວເຂົ້າຮ່ວມກອງປະຊຸມ ແລະ ງານວາງສະແດງສິນຄ້າ ທັງພາຍໃນ ແລະຕ່າງປະເທດຫລາຍຄັ້ງ. ສະເພາະການວາງສະແດງສິນຄ້າ: ໄດ້ສົ່ງຫົວໜ່ວຍທຸລະກິດເຂົ້າຮ່ວມງານວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ 245 ຄັ້ງ, ໃນນັ້ນ ຢູ່ຕ່າງປະເທດ 1 ຄັ້ງ ...

Read More »