ເສດຖະກິດ

foodpanda ຮ່ວມກັບ ໂຄງການແລ່ນເພື່ອນ້ອງ ມອບອຸປະກອນການແພດ ໃຫ້ໂຮງໝໍ 9 ຕົວເມືອງ, ມູນຄ່າ 56,000,000 ກີບ

ໃນຕອນເຊົ້າ ຂອງວັນທີ 6 ກຸມພາ 2021 , ບໍລິສັດ Delivery Hero Lao ຫຼື ເປັນທີ່ຮູ້ຈັກກັນໃນນາມ foodpanda ຮ່ວມກັບໂຄງການແລ່ນເພື່ອນ້ອງ Run For School ໄດ້ຈັດກິດຈະກຳແລ່ນ 5km ຫ່າງຈາກຈຸດມອບເຄື່ອງບໍລິຈາກ, ເຊິ່ງກິດຈະກຳໃນຄັ້ງນີ້ແມ່ນ ນຳພາໂດຍ ທ່ານ ນາງ ທັນຍາລັດ ຈະເລີນສຸກ, ຜູ້ອຳນວຍການບໍລິສັດ Delivery Hero Lao, ແລະ ຜູ້ຈັດງານແລ່ນເພື່ອນ້ອງ ພ້ອມບັນດາອາສາສະໝັກ. ໃນກິດຈະກຳຄັ້ງນີ້, ທ່ານ ນາງ ທັນຍະລັດ ຈະເລີນສຸກ, ຜູ້ອຳນວຍການບໍລິສັດ Delivery Hero Lao ໄດ້ກ່າວມອບເຄື່ອງອຸປະກອນການແພດທັງໝົດ ແລະ ກ່າວຮັບໂດຍ ທ່ານນາງ ໄຊພອນ ແສງຈັນ ຄະນະປະຈຳພັກ ເມືອງສັງທອງ, ທ່ານ ດຣ ໄຊຍະວົງ ດວງມະນີ ຕາງໜ້າພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ, ທ່ານ ບຸນຮອງ ດວງມາລາ ຕາງຫນ້າສາທາລະນະສຸກ ...

Read More »

ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ເຂົ້າສະແດງຄວາມຍິນຕໍ່ທ່ານນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກຜູ້ໃໝ່

ໃນຕອນບ່າຍຂອງວັນທີ 3 ກຸມພາ 2021 ທີ່ຜ່ານມາ ສະມາຄົມນັກທຸລະກິດແມ່ຍິງລາວນໍາໂດຍ ທ່ານ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ເຂົ້າອວຍພອນ ທ່ານນາງ ສີໃສ ລື​ເດດ​ມູນ​ສອນ ກຳມະການ​ສູນ​ກາງ​ພັກ, ຮອງປະທານສະພາແຫ່ງຊາດ ທີ່​ໄດ້​ຮັບ​ແຕ່ງຕັ້ງ​ເປັນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກຜູ້​ໃໝ່, ທີ່ຫ້ອງການຄະນະເລຂາທິການສະພາແຫ່ງຊາດ. ຄະນະທີ່ເຂົ້າອວຍພອນມີ ທ່ານນາງ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ, ພ້ອມດ້ວຍຄະນະບໍລິຫານ, ຄະນະກວດກາ, ຄະນະທີ່ປຶກສາ ແລະ ຄະນະສະຫະພັນແມ່ຍິງ ຂອງ ສທຍ, ຫົວໜ້າຫ້ອງການ ແລະ ສື່ມວນຊົນ ລວມທັງໝົດ 16 ທ່ານ. ໃນໂອກາດດັ່ງກ່າວ, ທ່ານນາງ ຈັນທະຈອນ ວົງໄຊ ໄດ້ກ່າວ ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ທ່ານ ນາງ ສີໃສ ລື​ເດດ​ມູນ​ສອນ ທີ່ໄດ້ເປັນຕົວແທນຂອງແມ່ຍິງລາວຂຶ້ນເປັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກຜູ້​ໃໝ່. ພ້ອມນັ້ນ, ...

Read More »

ຕະຫຼາດທ່າເຮືອ ອາດຈະເປັນຕະຫຼາດແຫ່ງຄວາມຊົງຈຳ………..

ຕະຫຼາດທ່າເຮືອ ບ້ານທ່າເຮືອ ເມືອງວັງວຽງ ແຂວງວຽງຈັນ ອາດເວົ້າໄດ້ວ່າເປັນແຫຼ່ງທ່ອງທ່ຽວແຫ່ງໜຶ່ງທີ່ນັກທ່ອງທ່ຽວໄດ້ຢຸດລົດພັກຜ່ອນເມື່ອເວລາເດີນທາງຜ່ານໄປ-ມາ ເພື່ອຊື້ສິນຄ້າທ້ອງຖິ່ນໂດຍສະເພາະແມ່ນປາ. ແຕ່ປັດຈຸບັນນີ້ຜູ້ຄ້າຂາຍຢູ່ຕະຫຼາດແຫ່ງນີ້ໄດ້ຮັບຜົນກະທົບໜັກຍ້ອນບໍ່ມີລູກຄ້າ ແລະ ເຮັດໃຫ້ຜູ້ຄ້າຂາຍຈຳນວນຫຼາຍເຊົາຂາຍເຄື່ອງຢູ່ຕະຫຼາດແຫ່ງນີ້ ແລະ ອາດຈະຍັງມີແມ່ຄ້າອີກຈຳນວນຫຼາຍກໍ່ຈະຢຸດເຊົາຂາຍເຊັ່ນກັນ ຊຶ່ງເຊື່ອວ່າຖ້າເປັນແນວນີ້ຕໍ່ໄປຕະຫຼາດທ່າເຮືອອາດຈະເປັນຕະຫຼາດຮ້າງໃນອະນາຄົດ.ຕະຫຼາດທ່າເຮືອ ແມ່ນຕັ້ງຢູ່ແຄມເສັ້ນທາງ 13 ເໜືອ, ຫ່າງຈາກເມືອງວັງວຽງ ປະມານ 20 ກວ່າກິໂລແມັດ, ເປັນຕະຫຼາດທີ່ຂາຍຜະລິດຕະພັນປາໂດຍສະເພາະເຊັ່ນ: ປາແຫ້ງ, ສົ້ມປາ, ປາສົດ ແລະ ອື່ນໆ ໂດຍເນັ້ນຂາຍຜະລິດຕະພັນປາທຳມະຊາດ. ນາງ ນ້ອຍ ແມ່ນແມ່ຄ້າຄົນໜຶ່ງທີ່ໄດ້ຮັບຜົນກະທົບໄດ້ກ່າວ ຕໍ່ທີມງານວຽງຈັນທາຍ ເມື່ອບໍ່ດົນມານີ້ວ່າ: ບາງມື້ຮອດບໍ່ມີຄົນມາແວ່ຮ້ານເລີຍກໍ່ມີ, ສາເຫດຫຼັກໆ ທີ່ຈຳນວນລູກຄ້າຫຼຸດລົງ ຫຼື ຜູ້ ສັນຈອນກາຍໄປກາຍມາມີຈໍານວນໜ້ອຍ ລົງນັ້ນ ເຊື່ອວ່າ ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ເຮັດໃຫ້ບໍ່ມີນັກທ່ອງທ່ຽວມາເລີຍ ບວກກັບສະພາບເສັ້ນທາງທີ່ເປັນຂຸມຫຼາຍ ແລະ ມີຂີ້ຝຸ່ນຈຶ່ງເຮັດໃຫ້ຜູ້ສັນ ຈອນທີ່ມາທຽວທາງນີ້ມີຈຳນວນໜ້ອຍລົງ. ນອກຈາກນີ້ແລ້ວຜົນກະທົບທີ່ເກີດຂຶ້ນມາໃໝ່ນີ້ແມ່ນເສັ້ນທາງດ່ວນວຽງຈັນ-ວັງວຽງ ທີ່ໄດ້ເປີດນໍາໃຊ້ເມື່ອບໍ່ດົນມານີ້ ໄດ້ຮັດໃຫ້ຜູ້ສັນຈອນຈໍານວນຫຼາຍໄດ້ຫັນໄປໃຊ້ບໍລິການທາງດ່ວນ ຈຶ່ງເຮັດໃຫ້ຜູ້ສັນຈອນຍິ່ງຫຼຸດລົງຕື່ມອີກ ແລະ ເຊື່ອວ່າໃນອະນາຄົດອາດຈະໄດ້ຢຸດຂາຍເຄື່ອງຢູ່ຕະຫຼາດແຕ່ນີ້ ຊຶ່ງເຄີຍຂາຍມາແຕ່ປີ 2005. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

ປີ 2020 ເສດຖະກິດນະຄອນຫຼວງວຽງຈັນ ຂະຫຍາຍຕົວ 6,4% ລື່ນແຜນດັດແກ້……….

ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໃນວັນທີ 28 ທັນວາ 2020 ກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII 2016-2020, ສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ- ສັງຄົມ ປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ວ່າ: ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຜ່ານມາຂອງນະຄອນຫຼວງວຽງຈັນ (ນວ) ໄດ້ດຳເນີນໄປໃນສະພາບທີ່ປະເທດເຮົາ ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນ: ດ້ານການເງິນ-ເງິນຕາ. ພ້ອມກັນນັ້ນ, ນວ ກໍໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ແຫ້ງແລ້ງຄືກັນກັບບັນດາແຂວງໃນຂອບເຂດທົ່ວປະເທດ. ແຕ່ເຖິງຢ່າງໃດກໍຕາມ, ອົງຄະນະພັກ-ອົງການປົກຄອງ ນວ ໄດ້ຕັ້ງໜ້າປະຕິບັດວຽກງານຕ່າງໆຕາມແຜນການ 5 ປີ ທີ່ວາງໄວ້ ...

Read More »

ຄາດການ ຈີນ ຈະກາຍເປັນເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກໃນອີກ 8 ປີຕໍ່ໜ້າ…………

ຈີນ ຈະແຊງໜ້າສະຫະລັດໃຫ້ກາຍເປັນເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກໃນປີ 2028 ຕາມບົດລາຍງານສະບັບໃໝ່ ຜົນການດຳເນີນງານຂອງບັນດາປະເທດ ໃນການຫຼຸດຜົນກະທົບຂອງການແຜ່ລະບາດໂຄວິດ-19. ໝາຍຄວາມວ່າຂະນະນີ້ມີແນວໂນ້ມທີ່ວ່າຈີນຈະເໜືອກວ່າກວ່າຄູ່ແຂ່ງທາງຕາເວັນຕົກຂອງຕົນກ່ອນໜ້ານີ້ເມື່ອ 5 ປີກ່ອນ; ການວິໄຈຂອງສູນ CEBR (ສູນວິໄຈເສດຖະສາດ ແລະ ທຸລະກິດ). CEBR ກ່າວວ່າ: ຄາດວ່າຈີນຈະເຕີບໂຕຂຶ້ນ 2% ໃນປີ 2020 ເຮັດໃຫ້ເປັນເສດຖະກິດຫຼັກພຽງແຫ່ງດຽວທີ່ຂະຫຍາຍຕົວໄດ້ຈິງໃນປີນີ້, ໃນທາງກົງກັນຂ້າມສະຫະລັດຄາດວ່າຈະຫົດຕົວລົງ 5% ໃນຊ່ວງ 12 ເດືອນທີ່ຜ່ານມາ “ການແຜ່ລະບາດບໍ່ໄດ້ສົ່ງຜົນກະທົບຕໍ່ເສດຖະກິດທຸກປະເທດຢ່າງເທົ່າທຽມກັນ” “ໂດຍສະເພາະຢ່າງຍິ່ງຈີນ ກຳລັງຈະປະເຊີນກັບພາຍຸໄດ້ດີກວ່າເສດຖະກິດຕາເວັນຕົກ ແລະ ດ້ວຍເຫດນີ້ເຮົາຈຶ່ງເຫັນວ່າເສດຖະກິດຈີນແຊງໜ້າອາເມລິກາໃນປີ 2028 ຊຶ່ງໄວກວ່າທີ່ພວກເຮົາເຄີຍຄາດການໄວ້ຊ່ວງປີ 2033 ເມື່ອທຽບກັບຜົນວິໄຈປີກາຍນີ້” ຕອນນີ້ທິດຕາເວັນຕົກຕ້ອງເບິ່ງໄປທາງທິດຕາເວັນອອກ “ຄວາມສຳເລັດຂອງເສດຖະກິດໃນອາຊີ ໃນການຈັດການຜົນທີ່ຕາມາຈາກການລະບາດຂອງ ໂຄວິດ-19 ຊີ້ໃຫ້ເຫັນວ່າເສດຖະກິດຕາເວັນຕົກຄວນມີສະຖານະເປັນ insular ນ້ອຍລົງ ແລະ ຄວນໃຫ້ຄວາມສຳຄັນກັບສິ່ງທີ່ເກີດຂຶ້ນໃນຕາເວັນອອກ” “ໂດຍທົ່ວໄປແລ້ວເຮົາປຽບທຽບຕົວເອງກັບເສດຖະກິດຕາເວັນຕົກອື່ນ ແລະ ເສຍໂອກາດສິ່ງທີ່ມັກຈະເປັນແນວທາງປະຕິບັດທີ່ດີທີ່ສຸດໂດຍສະເພາະຢ່າງຍິ່ງໃນປະເທດທີ່ເຕີບໂຕຢ່າງວ່ອງໄວໃນອາຊີ”

Read More »

ອຸດສາຫະກຳປຸງແຕ່ງ ຈະສູ້ຊົນໃຫ້ມູນຄ່າຜະລິດຕະພັນ ເພີ່ມຂຶ້ນ 8-10% ໃນປີ 2021……….

ປັດຈຸບັນທົ່ວປະເທດ ມີໂຮງງານອຸດສາຫະກຳ ແລະ ຫັດຖະກໍາ 8.475 ແຫ່ງ ສ້າງວຽກເຮັດງານທໍາ 161.584 ຄົນ; ສຳລັບທິດທາງແຜນການປີ 2021 ແມ່ນສືບຕໍ່ຫັນກາລະໂອກາດທີ່ໄດ້ຮັບສິດທິພິເສດດ້ານການຄ້າ ເພື່ອດຶງດູດການລົງທຶນໃນອຸດສາຫະກໍາແຜ່ນແພ, ເຄື່ອງນຸ່ງຫົ່ມ ແລະ ເກີບ ພ້ອມທັງຊອກຫາຕະຫຼາດໃໝ່, ເຮັດໃຫ້ມູນຄ່າຜະລິດຕະພັນອຸດສາຫະກຳປຸງແຕ່ງເພີ່ມຂຶ້ນ ລະຫວ່າງ 8-10% ຕໍ່ປີ, ທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ສຳພາດ ວ່າ: ຂະແໜງອຸດສາຫະກຳ ແລະ ຫັດຖະກໍາປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດຂອງປະເທດ. ສະເພາະ ໃນໄລຍະປີ 2016-2020 ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງຂະຫຍາຍໂຕສະເລ່ຍຕໍ່ປີ 9,22% (ແຜນການ 12%). ໃນນີ້ ອຸດສາຫະກຳປຸງແຕ່ງທີ່ມີການຂະຫຍາຍໂຕແຮງ ປະກອບມີ: ໝວດຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ສະເລ່ຍຕໍ່ປີ 42,38%; ໝວດການຜະລິດເຄື່ອງຄອມພີວເຕີ, ເຄື່ອງເອເລັກໂຕຼນິກ ແລະ ຜະລິດຕະພັນກ່ຽວກັບຮູບພາບແສງສີສຽງ ສະເລ່ຍຕໍ່ປີ 26,04%; ໝວດການຜະລິດເຄື່ອງນຸ່ງຫົ່ມ ສະເລ່ຍຕໍ່ປີ 25,31%; ...

Read More »

Alibaba ເພີ່ມໂຄງການຊື້ຮຸ້ນຄືນເປັນ 10.000 ລ້ານໂດລາ ຫຼັງຮຸ້ນຕົກລົງແຮງ…….

ຮຸ້ນຂອງ Alibaba Group Holding Ltd ທີ່ຈົດທະບຽນໃນຮົງກົງ ຫຼຸດລົງໃນວັນທີ 27 ທັນວາ 2020 ກວ່າ 7% ເປັນ 212.20 ໂດລາຮົງກົງ ( 27,37 ໂດລາສະຫະລັດ) ຫຼັງຈາກບໍລິສັດ ໄດ້ເພີ່ມໂຄງການຊື້ຮຸ້ນຄືນເປັນ 10.000 ລ້ານໂດລາ ຈາກ 6.000 ລ້ານໂດລາ. “ໂຄງການຊື້ຮຸ້ນຄືນນີ້ຈະມີຜົນເປັນໄລຍະເວລາ 2 ປີ ຈົນເຖິງ ໝົດປີ 2022” Alibaba ກ່າວໃນຖະແຫຼງການ bwnews.pr/38IF0r7 ໃນວັນທີ 26 ທັນວາ ທີ່ຜ່ານມາ. ໜ່ວຍງານກວດສອບຕະຫຼາດຂອງຈີນ ເປີດຕົວການສອບສວນການຕໍ່ຕ້ານການຜູກຂາດໃນອາລີບາບາ ເມື່ອອາທິດທີ່ຜ່ານມາ ຊຶ່ງເປັນສ່ວນໜຶ່ງຂອງການເລັ່ງປາບປາມພຶດຕິກຳຕໍ່ຕ້ານການແຂ່ງຂັນໃນພື້ນທີ່ອິນເຕີເນັດທີ່ເຟື້ອງຟູຂອງຈີນ ໜ່ວຍງານກວດສອບທາງການເງິນໃນວັນທີ 26 ນີ້ ຍັງຮຽກຮ້ອງໃຫ້ Ant Group Co ຊຶ່ງເປັນບໍລິສັດ ໃນເຄືອຂອງ ອາລີບາບາ ແກ້ໄຂການລະເມີດກົດລະບຽບທາງການເງິນ ຫຼັງຈາກໜ່ວຍງານກວດສອບຂອງຈີນ ລະງັບການສະເໜີຂາຍ blockbuster ຂອງ Ant ຢ່າງກະທັນຫັນ 37 ...

Read More »

ເຊັນສັນຍາເພີ່ມເຕີມໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ…….

ໃນທ້າຍອາທິດຜ່ານມານີ້ ໄດ້ມີພິທີເຊັນສັນຍາເພີ່ມເຕີມພາກຂະຫຍາຍ ໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ ຢູ່ບ້ານນາຫີນບູນ, ເມືອງທ່າໂທມ ແຂວງໄຊສົມບູນ ລະຫວ່າງ ອົງການປົກຄອງແຂວງ ຕ່າງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ເຂື່ອນໄຟຟ້ານໍ້າຕ່າຍ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງໄຊສົມບູນ, ມີປະທານສະພາປະຊາຊົນແຂວງ, ຮອງເຈົ້າແຂວງ, ເຈົ້າເມືອງທ່າໂທມ, ມີບັນດາພະແນກການ, ແຂກຖືກເຊີນ ແລະ ທ່ານ ສົມລັດ ເມກອາກາດ ຜູ້ອຳນວຍ ການກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະນຳຂອງບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້ ທ່ານ ສົມລິດ ສຸພັດດີ ຮອງຫົວໜ້າພະແນກແຜນການ ແຂວງໄຊສົມບູນ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການອະນຸມັດໃຫ້ເຊັນສັນຍາສຳປະທານເພີ່ມເຕີມພາກຂະຫຍາຍ ໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ ຈຸດປະສົງຂອງສັນຍານີ້ ແມ່ນການຕົກລົງເຫັນດີໃຫ້ບໍລິສັດ ເຂື່ອນໄຟຟ້ານໍ້າຕ່າຍ ຈຳກັດຜູ້ດຽວ ຊຶ່ງເປັນບໍລິສັດເອກະຊົນ 100% ເພີ່ມກຳລັງຕິດຕັ້ງຕື່ມອີກ 6 ເມັກກາວັດ, ມີມູນຄ່າລົງທຶນທັງໝົດ 2.575.000 ໂດລາສະຫະລັດ ສຳລັບສັນຍາສະບັບນີ້ ແມ່ນເປັນສ່ວນໜຶ່ງຂອງສັນຍາສະບັບເລກທີ ...

Read More »

ການກໍ່ສ້າງໂຮງໝໍມະໂຫສົດ ໄລຍະທີ 1 ຄືບໜ້າ 80% ຄາດວ່າຈະສໍາເລັດຕົ້ນປີ 2021…………

ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ໄລຍະທີ 1 ມີຄວາມຄືບໜ້າ80% ຄາດວ່າຈະສໍາເລັດ 100% ໃນເດືອນ ມັງກອນ ປີ 2021 ແລະ ຈະເລີ່ມລົງມືກໍ່ສ້າງໃນໄລຍະທີ 2 ໃນເດືອນເມສາ ປີ 2021 ແລະ ຄາດວ່າຈະໃຫ້ສຳເລັດທັງໝົດໃນເດືອນມີນາປີ 2022. ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ເປັນໂຄງການຊ່ວຍເຫຼືອຈາກ ສປ ຈີນ ມູນຄ່າການກໍ່ສ້າງ 590 ລ້ານກວ່າຢວນ ຫຼື ປະມານ 751,8 ຕື້ກີບ ໂດຍໄດ້ແບ່ງອອກເປັນສອງໄລຍະ. ທ່ານ ຫວັງ ຊີກາງ (Wang Zhi Gang) ຫົວໜ້າທີມງານເຕັກນິກ ບໍລິສັດ Beijing Uni-Construction Group Co., Ltd ໄດ້ເປີດເຜີຍຕໍ່ສື່ມວນຊົນເມື່ອວັນທີ 23 ທັນວາ ຜ່ານມາ ວ່າ: ໂຄງການກໍ່ສ້າງໂຮງໝໍມະໂຫສົດ ມີເນື້ອທີ່ທັງໝົດ 30.300 ຕາແມັດ. ໂຄງການດັ່ງກ່າວນີ້ເປັນໂຄງການທີ່ມີຄວາມໝາຍສໍາຄັນຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນຈີນ ແລະ ປະຊາຊົນລາວ, ເຊິ່ງເປັນໂຄງການທີ່ຜູ້ນຳຂອງສອງປະເທດ ຮ່ວມວາງສີລາລືກ ...

Read More »

ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດໄດ້ປະກອບສ່ວນສຳຄັນ ໃນວຽກງານຊາວໝຸ່ມ…….

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວ ຄັ້ງທີ VIII ວັນທີ 24 ທັນວາ 2020 ນີ້, ສະຫາຍ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວວ່າ: ໃນໄລຍະຜ່ານມາ, ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ໄດ້ປະກອບສ່ວນຫລາຍດ້ານເຂົ້າໃນວຽກງານຊາວໜຸ່ມ ເປັນຕົ້ນ ເຂົ້າຮ່ວມຂະບວນການຂອງສູນກາງຊາວໜຸ່ມ, ການລົງຮາກຖານຕ່າງໆ, ການເຂົ້າຮ່ວມທຸກໆກອງປະຊຸມທີ່ປິ່ນອ້ອມຂອງສູນກາງຊາວໜຸ່ມ. ນອກຈາກນີ້ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ຍັງມີສ່ວນຮ່ວມໃນການລົງຊ່ວຍເຫລືອບັນດາແຂວງ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທາງທຳມະຊາດ ແລະ ຊ່ວຍເຫລືອຜູ້ດ້ອຍໂອກາດ, ພ້ອມທັງມີສ່ວນຮ່ວມໃນຫລາຍກິດຈະກໍາ ເປັນຕົ້ນ ສິລະປະກິລາ, ການປົກປັກຮັກສາສິ່ງແວດລ້ອມ, ກິດຈະກໍາຕ່າງໆ ເພື່ອຕ້ອນຮັບວັນປະຫວັດສາດທີ່ສໍາຄັນຂອງຊາດ ໂດຍສະເພາະແມ່ນໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ວັນສຳຄັນອື່ນໆ, ໄດ້ລະດົມທຶນຊ່ວຍເຫລືອໃນທຸກໆເຫດການເຊັ່ນ: ອຸທົກກະໄພ, ນໍ້າຖ້ວມ ແລະ ອື່ນໆ ເປັນວັດຖຸ ປັດໃຈ ແລະ ງົບປະມານເງິນສົດລວມມູນຄ່າຫລາຍຕື້ກີບ. ສະຫາຍ ນາງ ອໍລະໄທ ສັນຕິຄົງຄາ ຍັງໃຫ້ຮູ້ອີກວ່າ: ໃນນາມເປັນຜູ້ແທນຂອງສະມາຄົມນັກທຸລະກິດໜຸ່ມ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຮັບຄັດເລືອກເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດໃນຄັ້ງນີ້ ...

Read More »