ເສດຖະກິດ

ລັດຖະມົນຕີ ອຸດສາຫະກຳ ແລະ ການຄ້າເປີດເວທີຫາລືກັບ ສຄອຊ ແກ້ໄຂການດຳເນີນທຸລະກິດ

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ລົງເຄື່ອນໄຫວ, ພົບປະຮັບຟັງບັນຫາການດໍາເນີນທຸລະກິດ ແລະ ຊຸກຍູ້ແຜນພັດທະນາທຸລະກິດລາວຮອດປີ 2025 ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ(ສຄອຊ)ໂດຍເນັ້ນໃຫ້ ສຄອຊ ສືບຕໍ່ປະຕິບັດແຜນງານ 5ປີຂອງຕົນໃຫ້ສາມາດຈັດຕັ້ງປະຕິບັດເກີດຜົນເປັນຈິງ, ໃນດ້ານມະຫາພາກຄຸ້ມຄອງຈະຊຸກຍູ້ສົ່ງເສີມເຕັມທີ່ໂດຍສະເພາະເບິ່ງຄືນບັນດານິຕິກໍາທີ່ກ່ຽວຂ້ອງ, ຂອດປະສານງານກັບບັນດາກະຊວງ ເພື່ອອໍານວຍຄວາມສະດວກໃຫ້ທຸລະກິດມີການເດີນເຄື່ອງເຕັມກໍາລັງເພື່ອກະຕຸ້ນເສດຖະກິດ. ພິທີດັ່ງກ່າວ ຈັດຂຶ້ນວັນທີ 6 ເມສາ 2021 ທີ່ ສຄອຊ ໂດຍການຕ້ອນຮັບຂອງທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ພ້ອມທ່ານ ສູນທອນ ພົມມະຈັກ ປະທານທີ່ປຶກສາ ສຄອຊ; ມີຄະນະບໍລິຫານງານ ພ້ອມສະມາຊິກ, ຫົວໜ່ວຍທຸລະກິດ ເຂົ້າຮ່ວມ.ທ່ານ ອຸເດດ ສຸວັນນະວົງ ໄດ້ກ່າວລາຍງານສະພາບລວມໃນການຊີ້ນໍາໆພາສະມາຊິກ ສຄອຊ ໃນໄລຍະຜ່ານມາໂດຍສັງເຂບ ພ້ອມນໍາສະເໜີແຜນຍຸດທະສາດຂອງ ສຄອຊ ໃນ 5ປີ 2021-2025 ໂດຍຍົກເຫັນເຫັນວ່າ: ແຜນຕໍ່ໜ້າ ສຄອຊ ໄດ້ກໍານົດ 6 ເສົາຄໍ້າສໍາຄັນໃນການຊີ້ນໍາ, ນໍາພາທຸລະກິດລາວໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຄື: 1. ...

Read More »

ໄຟຟ້າລາວ ຫຼຸດລາຍຈ່າຍບໍລິຫານລົງ 20%

ກອງປະຊຸມສະຫຼຸບປີ 2020 ແລະວາງທິດທາງແຜນການປະຈໍາປີ 2021 ຂອງລັດວິສາຫະກິດໄຟຟ້າລາວໄດ້ດໍາເນີນຂຶ້ນໃນວັນທີ 5-6 ເມສາ 2021 ທີ່ສໍານັກງານ, ໃຫຍ່ລັດວິສາຫະກິດໄຟຟ້າລາວໂດຍການເປັນປະທານຂອງ ທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານລັດວິສາຫະກິດໄຟຟ້າລາວ, ທ່ານ ຈັນທະບູນ ສຸກ. ອາລຸນ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວພ້ອມດ້ວຍ ຄະນະຝ່າຍຄະນະສາຂາ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ຕາມຂໍ້ມູນການເປີດເຜີຍໃນກອງປະຊຸມດັ່ງກ່າວລະບຸວ່າ: ໃນຕະຫຼອດໄລຍະຜ່ານມາພັກ ແລະລັດຖະບານໄດ້ເອົາໃຈໃສ່ ແລະຊີ້ນໍາຢ່າງໃກ້ຊິດ, ເພື່ອໃຫ້ລັດ ວິສາຫະກິດໄຟຟ້າລາວສາມາດຜ່ານຜ່າວິກິດການຕ່າງໆ ຄຽງຄູ່ກັບການພະຍາຍາມແກ້ໄຂສະພາບການດໍາເນີນທຸລະກິດຂາດທຶນເປັນເວລາ 10 ປີຕໍ່ເນື່ອງ ແລະ ສະພາບຫນີ້ສິນອັນມະຫາສານຄຽງຄູ່ ກັນກັບການສ້າງຄວາມເຂົ້າໃຈໃຫ້ກັບສັງຄົມເຊັ່ນ: ຕົ້ນທຶນລາຄາໄຟເພື່ອກະກຽມຮັບມືຈາກຫາງສຽງຈົ່ມວ່າຈາກສັງຄົມ, ໃນ ໄລຍະປັບປຸງໂຄງສ້າງລາຄາໄຟຟ້າໃຫມ່,ການປັບປຸງໂຄງຮ່າງບໍລິຫານອົງກອນໃຫ້ມີຄວາມກະທັດຮັດ,ເຈລະຈາກັບບັນດາແຫຼ່ງຜະລິດ iPP ທີ່ສັນຍາຮ່ວມກັນເພື່ອຂໍ ຊໍາລະຄ່າໄຟເປັນເງິນກີບເພື່ອແກ້ໄຂບັນຫາການແລກປ່ຽນເງິນຕາ, ໂຈະບັນດາໂຄງການທີ່ບໍ່ທັນຮີບດ່ວນ, ປັບປຸງຄືນບັນດາຫນ້າວຽກໃນໂຄງການພັດທະນາຕ່າງໆ ແລະເຈລະຈາຄືນມູນຄ່າໂຄງການຮັບເຫມົາຕ່າງປະເທດ, ໄດ້ປັບຫຼຸດລາຍຈ່າຍບໍລິຫານຂອງໄຟຟ້າລາວລົງ 20% ເພື່ອຂ້າມຜ່ານວິກິດການນີ້, ສໍາເລັດການສະເຫນີ ປັບປຸງໂຄງສ້າງລາຄາຈໍາຫນ່າຍໄຟຟ້າພາຍໃນປະເທດ, ສໍາເລັດການປັບປຸງໂຄງຮ່າງຈາກ 11 ຝ່າຍ ແລະ 3 ຫ້ອງການມາເປັນ 8 ຝ່າຍ ແລະ 1 ຫ້ອງການ,ໄດ້ເລິ່ມສ້າງ ກົນໄກປະເມີນພະນັກງານໂດຍໃຊ້ລະບົບ KPI ...

Read More »

ອົງການອາຫານໂລກ ໃຫ້ການສະໜັບ ສະໜູນອາຫານ ແກ່ແຮງງານລາວ

ໃນວັນທີ 6 ເມສາທີ່ຜ່ານມານີ້ ຢູ່ກະຊວງສາທາລະນະສຸກ ອົງການອາຫານໂລກໄດ້ສືບຕໍ່ຂະຫຍາຍການຮ່ວມມື ໃນການສະໜັບສະໜູນຊ່ວຍອາຫານໃຫ້ແກ່ແຮງງານລາວ ທີ່ກັບຈາກປະເທດເພື່ອນບ້ານ ໃນສູນຈຳກັດບໍລິເວນ ຢູ່ 5 ແຂວງມີ: ແຂວງບໍ່ແກ້ວ, ໄຊຍະບູລີ, ນະຄອນຫລວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ, ໃນຈຳນວນ 1 ລ້ານໂດລາສະຫະລັດ. ເປັນກຽດມອບຮັບໂດຍທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ Jan Delbaere ຫົວໜ້າ ອົງການອາຫານໂລກ ປະຈຳ ສປປ ລາວ. ທ່ານ ດຣ ບຸນແຝງ ພູມມະໄລສິດ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ມາຍັງອົງການອາຫານໂລກ ທີ່ຮ່ວມແຮງຮ່ວມໃຈສຸມທຸກກຳລັງແຮງ ແລະ ສະຕິປັນຍາໃນການຂໍທຶນ ເພື່ອມາຊ່ວຍເຫລືອ ປະຊາຊົນລາວ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19. ໃນປີ 2020 ທີ່ຜ່ານມາ ອົງການອາຫານໂລກ ໄດ້ຮັບລາງວັນ Novel Peace Prize ...

Read More »

ແຈ້ງການ!!! ປັບລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ເລີ່ມແຕ່ເວລາ 6 ໂມງຂອງວັນທີ 8 ເມສາ 2021 ເປັນຕົ້ນໄປ

ກະຊວງອຸດສາຫະກຳ ແລະການຄ້າ ອອກແຈ້ງການ ເລື່ອງ ປັບລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ເລີ່ມແຕ່ເວລາ 6 ໂມງຂອງວັນທີ 8 ເມສາ 2021 ເປັນຕົ້ນໄປ

Read More »

ສະຫຼອງ ລາວແລນໂລເວີຄົບຮອບ 12 ປີຢ່າງຍິ່ງໃຫຍ່

ໃນວັນທີ 18 ມີນາ 2021 ທີ່ຜ່ານ ລາວແລນໂລເວີ ໄດ້ຈັດງານສະເຫຼີມສະຫຼອງ ລາວແລນໂລເວີຄົບຮອບ 12 ປີ ຂຶ້ນຢູ່ທີ່ ສູນ ແລນໂລເວີ ນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມໂດຍທ່ານ. ບິຈູ ນາຣາຢານານ, (Biju Narayanan), ຜູ້ຈັດການທົ່ວໄປ ບໍລິສັດ ຈາກົວ ແລນໂລເວີ ລາວ, ພ້ອມດ້ວຍ ຄະນະບໍລິຫານ, ບັນດາຜູ້ຖືຫຸ້ນ, ແຂກຮັບເຊີນ, ພະນັກງານ ແລະ ສື່ມວນຊົນເຂົ້າຮ່ວມ. ເນື່ອງໃນໂອກາດທີ່ລາວແລນໂລເວີຄົບຮອບ 12 ປີ ທ່ານ. ບິຈູ ນາຣາຢານານ, (Biju Narayanan) ໄດ້ກ່າວວ່າ: ພວກຂ້າພະເຈົ້າຄະນະບໍລິຫານ ພ້ອມດ້ວຍທີມງານທຸກຄົນ ຂໍຖືໂອກາດສໍາຄັນນີ້ ເປີດຕົວໂປໂມຊັ່ນສຸດພິເສດ ເພື່ອສະເຫຼີມສະຫຼອງອີກໜຶ່ງບາດກ້າວທີ່ສຳປະສົບຜົນສໍາເລັດຂອງ Lao Land Rover ກັບບັນດາທ່ານພ້ອມດ້ວຍລູກຄ້າທິ່ສຳຄັນຂອງພວກເຮົາ. ນອກຈາກນີ້, ໃນປີ 2021 ນີ້ Jaguar ຍັງໄດ້ສະຫຼອງວັນເກີດຄົບຮອບ 70 ປີຂອງລົດ C-Type ທີ່ມີຄວາມເປັນເອກະລັກ, ລົດແຂ່ງສາຍພັນສະປອດໂດຍແທ້. ...

Read More »

ສາທາລະນະສຸກ ເຜີຍແຜ່ຂໍ້ມູນແກ່ສື່ມວນຊົນລາວ ກ່ຽວກັບວັກຊີນໂຄວິດ-19

ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ຈັດກອງປະ ຊຸມເຜີຍແຜ່ຂໍ້ມູນແກ່ສື່ມວນຊົນ ກ່ຽວກັບວັກຊີນໂຄວິດ-19 ເພື່ອແຈ້ງໃຫ້ສື່ມວນຊົນຮູ້ ກ່ຽວກັບການ ຈັດຕັ້ງປະຕິບັດ ການສັກຢາປ້ອງກັນພະຍາດໂຄວິດ-19 ໂດຍສຸມໃສ່ວັກຊີນທີ່ໄດ້ຮັບການສະໜັບສະໜູນ ຈາກໂຄງການຮ່ວມມື ເພື່ອວັກແຊງປ້ອງກັນພະຍາດໂຄວິດ-19 ຫລື COVAX; ເພື່ອສ້າງຄວາມໄວ້ວາງໃຈ ກ່ຽວກັບຄວາມປອດໄພ ແລະ ປະສິດທິພາບຂອງວັກແຊງໂຄວິດ-19 ໃນບັນດາຜູ້ຄົນ ແລະ ກະຕຸ້ນໃຫ້ເຂົາເຈົ້າມາຮັບການສັກວັກຊີນ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີຜູ້ຕາງໜ້າຈາກອົງການອຸຍນີເຊບ ປະຈຳລາວ, ອົງການອະນາໄມໂລກປະຈຳລາວ ແລະ ບັນດາສື່ມວນຊົນລາວ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ດຣ. ພູທອນ ເມືອງປາກ ໄດ້ມີຄຳເຫັນວ່າ: ກອງປະຊຸມໃນຄັ້ງນີ້, ເປັນການແລກປ່ຽນຄວາມຄິດເຫັນຮ່ວມກັນ ສຳຄັນແມ່ນໃຫ້ເນັ້ນລະຫວ່າງຜູ້ໃຫ້ຂໍ້ມູນ ແລະ ຜູ້ທີ່ຈະນຳຂໍ້ມູນໄປເຜີຍແຜ່ອອກຂ່າວ ເພື່ອເຮັດໃຫ້ການແຈກຢາຍວັກຊີນບັນລຸ ຕາມລະດັບຄາດໝາຍທີ່ວາງໄວ້ ວຽກງານສື່ສານແມ່ນມີຄວາມສຳຄັນຫລາຍ ໃນວຽກງານສັກຢາວັກຊີນ ເພາະຈະຊ່ວຍໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ຖືກຕ້ອງ ກ່ຽວກັບຢາວັກຊິນໂຄວິດ-19 ຜ່ານສື່ຕ່າງໆ ໄດ້ຫລາຍຂຶ້ນ. ທ່ານ ນາງ ...

Read More »

ສປປ ລາວ ໄດ້ຮັບຢາວັກຊີນປ້ອງກັນພະຍາດໂຄວິດ-19​ ຈາກລັດຖະບານຈີນ 800.000 ໂດສ ແລະ ເຂັມສັກຢາ 803.​000 ອັນ

ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19​ ຢູ່ ສປປ ລາວ ໃນປັດຈຸບັນ,​ ລັດຖະບານ ແລະ ກອງທັບປະຊາຊົນຈີນ ແຫ່ງ ສປ ຈີນ ໄດ້ຊ່ວຍເຫຼືອຢາວັກແຊງປ້ອງກັນພະຍາດໂຄວິດ-19​ຈຳນວນ 8 ແສນໂດສ ແລະ ເຂັມສັກຢາ 803.000 ອັນ ໃຫ້ແກ່ລັດຖະບານ ແລະ ກອງທັບປະຊາຊົນແຫ່ງ ສປປ ລາວ.​ ພິທີມອບ-ຮັບ ຢາວັກແຊງປ້ອງກັນພະຍາດໂຄວິດ-19 ຈຳນວນ 800.000 ໂດສ ແລະ ເຂັມສັກຢາ 803.​000 ອັນ ໂດຍການຊ່ວຍເຫຼືອລ້າຈາກລັດຖະບານ ແລະ ກອງທັບປະຊາຊົນຈີນ ແຫ່ງ ສປ ຈີນ ໃຫ້ແກ່ ສປປ ລາວ ໄດ້ຈັດຂຶ້ນໃນຕອນຄ່ຳຂອງວັນທີ 31 ມີນາ 2021​ ທີ່ສະໜາມບິນສາກົນວັດໄຕ,​ ນະຄອນຫຼວງວຽງຈັນ ຕ່າງໜ້າມອບໂດຍ ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ...

Read More »

ລາວ-ຈີນ ເປີດໂຄງການ 4×100 ຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດຂອງລາວ ຊຸດທີ 1

ລາວ – ຈີນ ໄດ້ຈັດພິທີເປີດໂຄງການກໍ່ສ້າງ ພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນ ນະບົດຂອງລາວ (ໂຄງການ 4×100) ຊຸດທີ 1 ໂດຍຈະທົດລອງຈັດຕັ້ງປະຕິບັດຢູ່ແຂວງຫຼວງພະບາງ ແລະ ແຂວງວຽງຈັນ ດ້ວຍການສະໜອງນໍ້າສະອາດ ໃຫ້ 17 ບ້ານ, ກໍ່ສ້າງສຸກສາລາ 7 ແຫ່ງ, ດຶງໄຟຟ້າເຂົ້າບ້ານ – ຄົວເຮືອນ ໃນ 16 ບ້ານ ແລະ ໂຄງການໂທລະພາບດີຈີຕອນຜ່ານດາວທຽມ ໃຫ້ 30 ບ້ານ ຊຶ່ງໄລຍະເວລາການກໍ່ສ້າງແມ່ນ 18 ເດືອນ. ເພື່ອເປັນການຊຸກຍູ້ການຜັນຂະຫຍາຍການຕົກລົງເປັນເອກະພາບກັນ ລະຫວ່າງ ການນໍາສູງສຸດ ຂອງສອງປະເທດ ລາວ-ຈີນ ໂດຍຜ່ານການກະກຽມດ້ານຕ່າງໆມາເປັນໄລຍະເວລາສອງປີກວ່າ, ຄະນະ ກຳມະການຮ່ວມມືລາວ-ຈີນ ພ້ອມດ້ວຍ ຄະນະຄຸ້ມຄອງໂຄງການຝ່າຍຈີນ ໄດ້ຮ່ວມກັນຈັດພິທິເປີດການ ກໍ່ສ້າງໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຢູ່ຊົນນະບົດລາວ ຊຸດທີ 1 ຂຶ້ນ ໃນວັນ ທີ 30 ມີນານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ...

Read More »

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃກ້ຈະສຳເລັດແລ້ວ ແລະ ຄາດວ່າຈະທັນມອບ-ຮັບຢ່າງເປັນທາງການໃນທ້າຍປີນີ້

ວັນທີ 30 ມີນາ 2021 ທ່ານ ນາງ ໂມ ສຽວຫລິງ, ຫົວຫນ້າວິທະຍຸສາກົນແຫ່ງ ສປ ຈີນ ຫລື CRI ປະຈຳ ລາວ ໄດ້ນໍາພາສື່ມວນຊົນລາວ ແລະ ຈີນ ຢ້ຽມຢາມໂຄງ ການກໍ່ສ້າງທາງລົດໄຟລາວ-ຈີນ ພ້ອມທັງຂີ່ລົດໄຟທົດລອງອອກຈາກສະຖານີໃຫຍ່ ຈຸດບ້ານໄຊ, ເມືອງໄຊທານີ ຫາ ຈຸດໂຄງການວາງລາງລົດໄຟ ຂອງບໍລິສັດກໍ່ສ້າງທາງລົດໄຟເລກ 2 ຂອງຈີນ ຢູ່ຈຸດບ້ານສົງເປືອຍ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ໄລຍະທາງ 20 ກວ່າກິໂລແມັດ ໂດຍການຕ້ອນຮັບຂອງ ທ່ານ ຫູ ປິນ ຫົວ ໜ້າບັນຊາການ ແລະ ວິສາວະກອນລະດັບສູງ ບໍລິສັດກໍ່ສ້າງທາງລົດໄຟເລກ 2 ສປ ຈີນ. ໃນໂອກາດນີ້, ທ່ານ ຫູ ປິນ ໃຫ້ສໍາພາດວ່າ: ມາຮອດປັດຈຸບັນ ການກໍ່ສ້າງທາງລົດໄຟລາວ-ຈີນ ມີຄວາມຄືບຫນ້າຢ່າງຕໍ່ເນື່ອງ, ໃນນີ້ ສະເພາະການວາງລາງລົດໄຟ ສຳເລັດ 80% ຄາດວ່າຈະໃຫ້ສຳເລັດພາຍໃນເດືອນພຶດສະພາ ແລະ ...

Read More »

ອີກ 1 ເດືອນ ລາວເຮົາຈະສົ່ງອອກງົວ 3.000 ໂຕໃຫ້ຈີນ

ວັນທີ 26 ມີນາ 2021 ທີ່ເມືອງສິງ ແຂວງຫລວງນໍ້າທາ ໄດ້ມີພິທີເອົາງົວພັນຊີ້ນ 3.000 ໂຕ ເຂົ້າສູນກັກກັນປອດພະຍາດ 30 ວັນ (26/3/ – 26/3/2021) ເພື່ອກຽມສົ່ງອອກໃຫ້ຈີນ. ທ່ານ ຈັນພິພັກ ກອງຈໍາປາ ເຈົ້າເມືອງໆ ສິງ ໃຫ້ຮູ້ວ່າ: ຖ້າບໍ່ມີອັນປ່ຽນແປງ ຫລືເກີດມີບັນຫາຫຍັງເກີດຂຶ້ນ ງົວຈຳນວນດັ່ງກ່າວຕ້ອງຖືກສົ່ງອອກໄປຈີນ ຢ່າງເປັນທາງການ. ໂຄງການສົ່ງເສີມການລ້ຽງງົວພັນຊິ້ນ ສົ່ງອອກໄປ ຈີນ ແມ່ນໂຄງການຮ່ວມມື ແມ່ນຂອງຂວັນພິເສດທີ່ ທ່ານ ສີ ຈິນພີ້ງ ເລຂາທິ ການໃຫຍ່ ປະທານ ປະເທດຈີນ ແລະ ທ່ານ ບຸນຍັງ ວໍລະຈິດ ອາດີດເລຂາທິການໃຫຍ່ ປະທານ ປະເທດລາວ ໄດ້ຄົ້ນຄວ້າຄັດເລືອກເອົາ ເມືອງສິງ ເປັນບ່ອນຈັດຕັ້ງປະຕິບັດໂຄງການ, ມາຮອດມື້ວັນທີ 26/03/2021 ລາວເຮົາໄດ້ນໍາເອົາງົວປະມານ 3000 ໂຕເຂົ້າສູນກັກກັນຂອດສຸດທ້າຍ, ນັບຖອຍຫຼັງອີກ30ວັນ, ຄາດວ່າໃນວັນທີ 27 ຫຼື 28/04/2021 ຈະສາມາດສົ່ງງົວອອກຈຳນວນດັ່ງກ່າວໄປຈີນ, ຈາກນັ້ນ ...

Read More »