ຊົມເຊີຍ ! ອາຈານຄົນລາວ ທີ່ໄດ້ຮັບນາມມະຍົດ ວິທະຍາຖານະທາງວິຊາການ ສາດສະດາຈານພິເສດ ທີ່ ມະຫາວິທະຍາໄລ Oxford ທີ່ຢູ່ ລາຊະອານາຈັກອັງກິດ

ວັນທີ 27 ເດືອນ ກໍລະກົດທີ່ຜ່ານມາ, ເອກອັກຄະລາຊທູດ ປະເທດອັງກິດ ປະຈຳ ສ.ປ.ປ ລາວ ທ່ານ John Pearson ໄດ້ເຂົ້າຮ່ວມພິທີການມອບ-ຮັບ ນາມມະຍົດ ວິທະຍາຖານະທາງວິຊາການ ສາດສະດາຈານພິເສດ ທີ່ ມະຫາວິທະຍາໄລ Oxford ທີ່ຢູ່ ລາຊອານາຈັກອັງກິດ ໃຫ້ເເກ່ ຮສ. ດຣ. ມາຍຟອງ ມາຍຊາຍ ເຊິ່ງໄດ້ຈັດຂຶ້ນທີ່ມະຫະວິທະຍາໄລ ວິທະຍາສາດສຸຂະພາບ. ຮສ. ດຣ. ມາຍຟອງ ມາຍຊາຍ ແມ່ນເພື່ອນທີ່ດີຜູ້ຫນຶ່ງຕໍ່ ລາຊອານາຈັກອັງກິດ, ເຊິ່ງເພິ່ນເປັນສະມາຊິກໃນຂະນະຄົ້ນຄວ້າ Lao-Oxford-Mahosot Hospital-Wellcome Trust Research Unit (LOMWRU) ທີ່ໂຮງໝໍ ມະໂຫສົດ, ເຊິ່ງເປັນສະຖາບັນຊັ້ນນຳໃນການປິ່ນປົວ ພະຍາດຕິດຕໍ່.

ໃຫ້ກຽດເຂົ້າຮ່ວມໃນງານໂດຍ ລັດຖະມົນຕີ ກະຊວງສາທາລະນະສຸກ ດຣ. ບຸນກອງ ສີຫາວົງ, ຮອງລັດຖະມົນຕີທັງສອງທ່ານ ຈາກກະຊວງສາທາລະນະສຸກ ເເລະ ບັນດາເເຂກຜູ້ມີກຽດ ເຊັ່ນ ດຣ. Elizabeth Ashley ເຊິ່ງເປັນ ຜູ້ອຳນວຍການ ຂອງ LOMWRU.

ທີ່ມາ:UK in Lao

Comments