ການຜະລິດ

ອຸດສາຫະກຳປຸງແຕ່ງ ຈະສູ້ຊົນໃຫ້ມູນຄ່າຜະລິດຕະພັນ ເພີ່ມຂຶ້ນ 8-10% ໃນປີ 2021……….

ປັດຈຸບັນທົ່ວປະເທດ ມີໂຮງງານອຸດສາຫະກຳ ແລະ ຫັດຖະກໍາ 8.475 ແຫ່ງ ສ້າງວຽກເຮັດງານທໍາ 161.584 ຄົນ; ສຳລັບທິດທາງແຜນການປີ 2021 ແມ່ນສືບຕໍ່ຫັນກາລະໂອກາດທີ່ໄດ້ຮັບສິດທິພິເສດດ້ານການຄ້າ ເພື່ອດຶງດູດການລົງທຶນໃນອຸດສາຫະກໍາແຜ່ນແພ, ເຄື່ອງນຸ່ງຫົ່ມ ແລະ ເກີບ ພ້ອມທັງຊອກຫາຕະຫຼາດໃໝ່, ເຮັດໃຫ້ມູນຄ່າຜະລິດຕະພັນອຸດສາຫະກຳປຸງແຕ່ງເພີ່ມຂຶ້ນ ລະຫວ່າງ 8-10% ຕໍ່ປີ, ທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ສຳພາດ ວ່າ: ຂະແໜງອຸດສາຫະກຳ ແລະ ຫັດຖະກໍາປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດຂອງປະເທດ. ສະເພາະ ໃນໄລຍະປີ 2016-2020 ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງຂະຫຍາຍໂຕສະເລ່ຍຕໍ່ປີ 9,22% (ແຜນການ 12%). ໃນນີ້ ອຸດສາຫະກຳປຸງແຕ່ງທີ່ມີການຂະຫຍາຍໂຕແຮງ ປະກອບມີ: ໝວດຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ສະເລ່ຍຕໍ່ປີ 42,38%; ໝວດການຜະລິດເຄື່ອງຄອມພີວເຕີ, ເຄື່ອງເອເລັກໂຕຼນິກ ແລະ ຜະລິດຕະພັນກ່ຽວກັບຮູບພາບແສງສີສຽງ ສະເລ່ຍຕໍ່ປີ 26,04%; ໝວດການຜະລິດເຄື່ອງນຸ່ງຫົ່ມ ສະເລ່ຍຕໍ່ປີ 25,31%; ...

Read More »

ເຊັນສັນຍາເພີ່ມເຕີມໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ…….

ໃນທ້າຍອາທິດຜ່ານມານີ້ ໄດ້ມີພິທີເຊັນສັນຍາເພີ່ມເຕີມພາກຂະຫຍາຍ ໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ ຢູ່ບ້ານນາຫີນບູນ, ເມືອງທ່າໂທມ ແຂວງໄຊສົມບູນ ລະຫວ່າງ ອົງການປົກຄອງແຂວງ ຕ່າງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ເຂື່ອນໄຟຟ້ານໍ້າຕ່າຍ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງໄຊສົມບູນ, ມີປະທານສະພາປະຊາຊົນແຂວງ, ຮອງເຈົ້າແຂວງ, ເຈົ້າເມືອງທ່າໂທມ, ມີບັນດາພະແນກການ, ແຂກຖືກເຊີນ ແລະ ທ່ານ ສົມລັດ ເມກອາກາດ ຜູ້ອຳນວຍ ການກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະນຳຂອງບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້ ທ່ານ ສົມລິດ ສຸພັດດີ ຮອງຫົວໜ້າພະແນກແຜນການ ແຂວງໄຊສົມບູນ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການອະນຸມັດໃຫ້ເຊັນສັນຍາສຳປະທານເພີ່ມເຕີມພາກຂະຫຍາຍ ໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ ຈຸດປະສົງຂອງສັນຍານີ້ ແມ່ນການຕົກລົງເຫັນດີໃຫ້ບໍລິສັດ ເຂື່ອນໄຟຟ້ານໍ້າຕ່າຍ ຈຳກັດຜູ້ດຽວ ຊຶ່ງເປັນບໍລິສັດເອກະຊົນ 100% ເພີ່ມກຳລັງຕິດຕັ້ງຕື່ມອີກ 6 ເມັກກາວັດ, ມີມູນຄ່າລົງທຶນທັງໝົດ 2.575.000 ໂດລາສະຫະລັດ ສຳລັບສັນຍາສະບັບນີ້ ແມ່ນເປັນສ່ວນໜຶ່ງຂອງສັນຍາສະບັບເລກທີ ...

Read More »

ຄວນຮູ້!!! ຂໍ້ຫ້າມໃນການນຳໃຊ້ ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ

ການນຳໃຊ້ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ເຮັດໃຫ້ຜູ້ໃຊ້ລົດໃຊ້ຖະໜົນມີຄວາມສະດວກສະບາຍ ແລະ ປະຢັດເວລາໃນການເດີນທາງຫລາຍສົມຄວນ, ແຕ່ຂະນະດຽວກັນ ກໍຍັງມີຫລາຍຄົນທີ່ອາດບໍ່ທັນຮູ້ ຫລື ບໍ່ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບັນດາຂໍ້ຫ້າມຕ່າງໆໃນການນຳໃຊ້ທາງດ່ວນ ເນື່ອງຈາກວ່າທາງເສັ້ນນີ້ ເປັນທາງດ່ວນເສັ້ນປະຫວັດສາດຂອງ ສປປ ລາວ ແລະ ປະຊາຊົນລາວ ກໍບໍ່ທັນມີຄວານຊິນເຄີຍໃນການນຳໃຊ້ເທື່ອ. ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ກ່ຽວຂ້ອງໃຫ້ຮູ້ວ່າ: ບັນດາຂໍ້ຫ້າມໃນການນຳໃຊ້ທາງດ່ວນປະກອບມີຄື: ຫ້າມຂັບຂີ່ຍານພາຫະນະໃນສະພາບມຶນເມົາ, ຂັບຂີ່ເກີນຄວາມໄວທີ່ກົດໝາຍ, ລະບຽບການ ແລະ ປ້າຍຈະລາຈອນ ກຳນົດ, ຫ້າມຂັບຂີ່ເຈີດຊ້າຍເຈີດຂວາ, ຊ່ວງຊີງພາຫະນະອື່ນດ້ວຍຄວາມປະໝາດ ແລະ ບໍ່ຖືກຕ້ອງຕາມກົດຈະລາຈອນທາງບົກ ແລະ ຫ້າມຂັບຂີ່ຍານພາຫະນະທີ່ບັນທຸກວັດຖຸ ແລະ ສິນຄ້າຜິດກົດໝາຍຢ່າງເດັດຂາດ; ຫ້າມໃຊ້ໂທລະສັບມືຖື, ເບິ່ງໂທລະພາບ, ຮູບພາບວີຊີດີ, ດີວີດີ ຫລື ເຄື່ອງຫລິ້ນເອເລັກໂຕຣນິກທຸກປະເພດ ໃນເວລາຂັບຂີ່ຍານພາຫະນະ, ຫ້າມຈອດຍານພາຫະນະຕາມທາງດ່ວນໂດຍບໍ່ມີຄວາມຈຳເປັນ, ຫ້າມຍານພາຫະນະທີ່ບັນທຸກຜູ້ໂດຍສານເກີນຈຳນວນ, ສິນຄ້າເກີນນຳໜັກ ຫລື ຂະໜາດ ຕາມມາດຕະຖານຂອງໂຮງງານຜະລິດກຳນົດ; ຫ້າມຜູ້ໂດຍສານນັ່ງກະບະລົດ, ຫ້າມແຂ່ງລົດທຸກປະເພດຕາມທາງດ່ວນ, ຫ້າມຖອຍຫລັງ, ຂັບສວນກັບ, ຂ້າມຮາວດອນກາງເພື່ອລ້ຽວກັບ, ຫ້າມລອງລົດ ແລະ ລົດທີ່ຮຽນຂັບເຂົ້າທາງດ່ວນ, ຫ້າມຈອດຕັນທາງເຂົ້າ, ຫ້າມຂັບຂີ່ຄວບຊ່ອງຈະລາຈອນ, ຫ້າມຊີງທາງເບື້ອງຂວາ ແລະ ພຶດຕິກຳອື່ນໆ ທີ່ເປັນການລະເມີດກົດໝາຍ ...

Read More »

ມີຫລາຍກວ່າ 80 ຫົວໜ່ວຍທຸລະກິດ ຈະເຂົ້າຮ່ວມງານວາງສະແດງສິນຄ້າເຟີນີເຈີລາວ 2021………

ງານວາງສະແດງສິນຄ້າເຟີນີເຈີລາວຄັ້ງທີ 7 ປະຈໍາປີ 2021 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-17 ມັງກອນ 2021 ທີ່ຈະມາເຖິງນີ້ໂດຍຈະມີສິນຄ້າເຟີນີເຈີຢ່າງຫລວງຫລາຍທີ່ມາຈາກຜູ້ປະກອບການ, ຫົວໜ່ວຍຈາກນະຄອນຫລວງວຽງຈັນ ແລະ ມາຈາກຕ່າງແຂວງ ໄວ້ໃຫ້ຜູ້ທ່ຽວຊົມໄດ້ຊອກຊື້ເພື່ອນໍາໄປຕົບແຕ່ງປະດັບປະດາເຮືອນ, ອາຄານ ແລະ ອື່ນໆ ຊຶ່ງງານດັ່ງກ່າວຈັດໂດຍສະມາຄົມເຟີນີເຈີລາວ. ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ ໄດ້ຖະແຫລງຂ່າວ ເມື່ອບໍ່ດົນນີ້ ທີ່ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ວ່າ: ທາງສະມາຄົມເຟີນີເຈີລາວໄດ້ກະກຽມຫ້ອງວາງສະແດງສິນຄ້າໄວ້ແລ້ວທັງໝົດ 175 ຫ້ອງ, ໃນນັ້ນ ສໍາລັບ ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນມີ 25 ຫ້ອງ. ຕະຫລອດ 9 ວັນຂອງການຈັດງານດັ່ງກ່າວຄາດວ່າຈະມີມູນຄ່າຈໍລະຈອນຊື້-ຂາຍສິນຄ້າປະມານ 10 ຕື້ກີບ ແລະ ຜູ້ເຂົ້າຊົມງານຈະມີປະມານ 100.000 ຄົນ. ສໍາລັບກິດຈະກໍາພາຍໃນງານຈະມີການສາທິດການຜະລິດສິນຄ້າຕ່າງໆ, ກິດຈະກໍາມອບລາງວັນໃຫ້ແກ່ຜູ້ທີ່ໂຊກດີ, ການສະແດງສິລະປະ ແລະ ການແຂ່ງຂັນດົນຕີແບບເຕັມວົງ ແລະ ອື່ນໆ. ແຫຼ່ງຂໍ້ມູນ: ຂປລ

Read More »

ການປັບປຸງນິຕິກຳ ແລະ ຂັ້ນຕອນການຈົດທະບຽນຖິ່ນກຳເນີດ ໄລຍະ 2 ສາມາດຈົດທະບຽນໄດ້ 4 ສິນຄ້າ……

ໃນວັນທີ 22 ທັນວາ 2020 ນີ້, ໄດ້ມີພິທີສະຫລຸບ ແລະ ປິດໂຄງການພັດທະນາພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄລຍະ 2 (PSME-2) ໂດຍການມີ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລັດຕະນະໄຕ ຫລວງລາດບັນດິດ ຜູ້ຮັກສາການທະນາ ຄານພັດທະນາອາຊີ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ມີຄຳເຫັນວ່າ: ໂຄງການ ພັດທະນາພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນການຕໍ່ຍອດຈາກຜົນສຳເລັດດັ່ງກ່າວ ໃນການຜັນຂະ ຫຍາຍສືບຕໍ່ຈັດຕັ້ງປະຕິບັດບັນດາແຜນວຽກ ເພື່ອເລັ່ງໃສ່ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການດຳເນີນທຸລະກິດ, ສ້າງເງື່ອນໄຂທາງດ້ານເຕັກໂນໂລຊີ ແລະ ສ້າງຄວາມອາດສາມາດໃຫ້ SME ສາມາດແຂ່ງຂັນໃນຕະຫລາດພາຍໃນ ແລະ ເຂົ້າສູ່ຕະຫລາດສາກົນ. ...

Read More »

ກຸ່ມບໍລິສັດ AIF ມອບອຸປະກອນການເພດ ໃຫ້ແກ່ໂຮງໝໍມະໂຫສົດ ມູນຄ່າ 300 ລ້ານກີບ

ກຸ່ມບໍລິສັດ AIF ມອບອຸປະກອນການເພດ ສຳລັບ ພະແນກສຸກເສີນເດັກນ້ອຍ ແລະອຸປະກອນການແພດອື່ນໆ ອີກຈຳນວນໜຶ່ງ ໃຫ້ແກ່ໂຮງໝໍມະໂຫສົດ ມູນຄ່າຫຼາຍກວ່າ 300 ລ້ານກີບ ຢູ່ທີ່ໂຮງໝໍມະໂຫສົດ ໂດຍການເປັນປະທານຂອງ ທ່ານ  ບຸນກອງ ສີຫາວົງ, ລັດຖະມົນຕີວ່າການ ກະຊວງ ສາທາລະນະສຸກ , ມີ ທ່ານ ນາງ ກິ່ງໂພເງິນ ພູມມະສັກ ປະທານ ກຸ່ມບໍລິສັດ AIF , ທ່ານ ດຣ. ພິສິດ ພຸດສະຫວັດ  ຜູ້ອຳນວຍການ ໂຮງໝໍ ມະໂຫສົດ ບັນດາ ທ່ານຫົວໜ້າກົມ, ຮອງກົມ, ແພດໝໍ, ບຸກຄະລາກອນການແພດທີ່ກ່ຽວຂ້ອງ, ທ່ານຄະນະຜູ້ບໍລິຫານ ແລະ ພະນັກງານ ຂອງກຸ່ມ ບໍລີສັດ AIF ເຂົ້າຮ່ວມ. ໃນພິທີດັ່ງກ່າວທ່ານ ນາງ ກິ່ງໂພເງິນ ພູມມະສັກ ປະທານ ກຸ່ມບໍລິສັດ AIF ໄດ້ກ່າວວ່າ: ຈຸດປະສົງໃນການມອບອຸປະກອນການແພດໃນຄັ້ງນີ້ແມ່ນ ຍ້ອນຢາກຊ່ວຍເຫລືອເດັກນ້ອຍ ໂດຍສະເພາະແມ່ນຕົນເອງໄດ້ມີໂອກາດໄປຢ້ຽມຢາມພ້ອມທັງຊ່ວຍເຫລືອທາງພະແນກຟື້ນຟູເດັກອ່ອນ ຈຶ່ງໄດ້ມາເຫັນວ່າມີເດັກນ້ອຍໄດ້ເຂົ້າມາປິ່ນປົວຢ່າງຫລວງຫລາຍຈາກທົ່ວປະເທດ ...

Read More »

ການນຳເຂົ້າສິນຄ້າຈາກເກົາຫຼີຈະບໍ່ເປັນເລື່ອງຍາກອີກຕໍ່ໄປເມື່ອທ່ານຮູ້ຈັກ website…

ຫຼາຍໆຄົນທີ່ກຳລັງຊອກຊ່ອງທາງໃນການນຳເຂົ້າສິນຄ້າຈາກເກົາຫຼີ ຈະບໍ່ເປັນເລື່ອງຍາກອີກຕໍ່ໄປ ເມື່ອທ່ານຮູ້ຈັກ website:  https://www.buykorea.org/onlineshowcase/ ເຊິ່ງເປັນການເປີດໂອກາດໃຫ້ບັນດານັກທຸລະກິດ, ຜູ້ປະກອບການ ແລະ ພໍ່ຄ້າຊາວຂາຍ ທີ່ສົນໃຈນໍາເຂົ້າສິນຄ້າເກົາຫຼີ ມາຈັດຈໍາໜ່າຍຢູ່ໃນປະເທດລາວ, ພາຍໃນເວັບໄຊທ໌ຈະຮວບຮວມ ແລະໃຫ້ຂໍ້ມູນ ສິນຄ້າ ຄຸນນະພາບດີ ມາລວມໄວ້ໃນບ່ອນດຽວ ຫຼາຍກວ່າ 10,000 ລາຍການ ບໍ່ວ່າຈະເປັນ ເຄື່ອງສຳອາງ, ເຄື່ອງມືການແພດ ການຢາ, ເຄື່ອງອາໄຫຼ່, ເຄື່ອງກົນຈັກ ທຸກປະເພດ ທັງນ້ອຍ ຫຼື ໃຫຍ່, ເຄື່ອງອຸປະໂພກ ບໍລິໂພກ, ເຄື່ອງເອເລັກໂທນິກ, ເຄື່ອງມືການສຶກສາ ແລະອື່ນໆ ອີກຫຼາກຫຼາຍ ໂດຍຈະມີຂັ້ນຕອນການນໍາໃຊ້ງ່າຍໆ, ເລີ່ມຈາກ: ເຂົ້າໄປທີ່ Link:  https://www.buykorea.org/onlineshowcase/ ເລືອກໝວດໝູ່ທີິີທ່ານສົນໃຈ ເຊັ່ນ: ເຄື່ອງສຳອາງ, ເຄື່ອງມືການແພດ ການຢາ, ເຄື່ອງອາໄຫຼ່, ເຄື່ອງກົນຈັກ, ເຄື່ອງອຸປະໂພກ ບໍລິໂພກ, ເຄື່ອງອີເລັກໂທນິກ….ເມື່ອທ່ານພົບສິນຄ້າທີ່ທ່ານສົນໃຈ ສາມາດເຂົ້າເບິ່ງລາຍລະອຽດສິນຄ້າທັງໝົດ ບໍ່ວ່າຈະເປັນ ຊື່ສິນຄ້າ, ຄຸນລັກສະນະ, ຜູ້ຜະລິດ ຫຼື ຜູ້ຈັດຈຳໜ່າຍ ພ້ອມດ້ວຍຊ່ອງທາງ ການຕິດຕໍ່ຂອງບໍລິສັດ ຈາກນັ້ນ, ເມື່ອຮູ້ລາຍລະອຽດຂອງສິນຄ້າ ...

Read More »

ພະແນກ ຮສສ ນະຄອນຫຼວງວຽງຈັນ ຈັດງານນັດພົບແຮງງານປະຈຳປີ 2020…..

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45ປີ ແລະ ສະເຫຼີມສະຫຼອງ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ທັງເປັນການປະກອບສ່ວນບັນລຸແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຂອງນະຄອນຫຼວງວຽງຈັນ ກໍຄືການບັນລຸແຜນພັດທະນາສືມືແຮງງານ ແລະ ຈັດຫາງານ ປີ 2020. ໃນຕອນບ່າຍຂອງວັນທີ 18 ທັນວາ 2020 ນີ້ ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ນະຄອນຫຼວງວຽງຈັນ ໄດ້ຈັດງານນັດພົບແຮງງານ ປະຈຳປີ 2020 ຂຶ້ນ ທີ່ພະແນກຂອງຕົນ ໂດຍການເປັນປະທານຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ແລະ ທ່ານ ສີຫຸນ ສິທິລືໄຊ ຮອງເຈົ້າຄອງນະຄອນຫຼວງ ມີບັນດາທ່ານຫົວໜ້າກົມ, ຮອງກົມ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າສະຖາບັນການສຶກສາ, ຫົວໜ້າຫ້ອງການ ຮສສ, ຫົວໜ້າສູນຝຶກວິຊາຊີບ, ...

Read More »

ຍີ່ປຸ່ນ ຊ່ວຍເຫຼືອອຸປະກອນກວດຫາເຊື້ອພະຍາດໂຄວິດ-19……….

ຕອນເຊົ້າວັນທີ 18 ທັນວາ 2020 ທີ່ສູນລະບາດວິທະຍາ ກະຊວງສາທາລະນະສຸກ ລັດຖະບານຍີ່ປຸ່ນ ໄດ້ມອບອຸປະກອນການແພດໃຫ້ ສປປ ລາວ ເຊິ່ງເປັນເຄື່ອງກວດຫາເຊື້ອພະຍາດໂຄວິດ19, ອຸປະກອນດັ່ງກ່າວປະກອບດ້ວຍ ເຄື່ອງວິເຄາະແບບ RT-PCR, ນ້ຳຢາເຄມີ, ຕູ້ເຢັນການແພດ, ຫຼອດພິແພັດ, ຄອມພິວເຕີ, ປຣີ້ນເຕີ້, ໝໍ້ໄຟສຳຮອງ ແລະ ອຸປະກອນປ້ອງກັນ ເຊັ່ນ: ຜ້າປິດປາກ, ຖົງມື, ຊຸດກາວ ແລະ ອື່ນໆ ເຊິ່ງແມ່ນພາກສ່ວນໜຶ່ງ ທີ່ລັດຖະບານຍີ່ປຸ່ນສັນຍາວ່າຈະໃຫ້ການຊ່ວຍເຫລືອທັງໝົດ ມູນຄ່າ3.084.480 ໂດລາສະຫະລັດ. ທ່ານ ເຄອິໂຊະ ຕະເກວະກະ ເອກອັກຄະລັດຖະທູດແຫ່ງຍີ່ປຸ່ນປະຈຳ ສປປ ລາວ ກ່າວວ່າ ອຸປະກອນການແພດເຫຼົ່ານີ້ ສາມາດເພີ່ມຄວາມເຂັ້ມແຂງຂອງປະເທດລາວ ໃນການຮັບມືກັບພະຍາດໂຄວິດ-19, ນອກຈາກນັ້ນ ຍັງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນສູງສົ່ງຂອງຍີ່ປຸ່ນໃນການຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນ ສປປ ລາວ. ທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ກ່າວວ່າ: ການສະໜອງເຄື່ອງມືທີ່ຈຳເປັນໃຫ້ຫ້ອງວິເຄາະຂັ້ນສູນກາງ ແລະ ທ້ອງຖິ່ນຂອງ ສປປ ລາວ ...

Read More »

ກະຊວງອຸດສາຫະກໍາ ແລະ ການຄ້າ ຄາດວ່າການຍົກເລີກໃບອະນຸຍາດຈະເຮັດໃຫ້ຕົວຊີ້ວັດທີ 8 ຢູ່ໃນອັນດັບດີຂຶ້ນ …………

ກອງປະຊຸມທາງໄກ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3 ຈັດຂຶ້ນຕອນເຊົ້າວັນທີ 17 ທັນວາ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານ ຂອງທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກດ້ານການຄ້າຂັ້ນສູນກາງ , ມີທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຮອງຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກດ້ານການຄ້າຂັ້ນສູນກາງ, ພ້ອມຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ຜູ້ຊີ້ນໍາວຽກເສດຖະກິດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ກໍຄືການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີຄັ້ງທີ 8 ວ່າ: ໂດຍລວມແລ້ວ, ແຜນດໍາເນີນງານວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 ແມ່ນສ້າງຂຶ້ນເພື່ອຈັດຕັ້ງປະຕິບັດຕາມສັນຍາການອໍານວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກ (WTO-TFA) ທີ່ ສປປ ລາວ ເປັນພາຄີຊຶ່ງປະກອບມີ 03 ໝວດ ...

Read More »