ການຜະລິດ

ແຈ້ງການ!!! ປັບຂຶ້ນ ລາຄານໍ້າມັນ ແອັດຊັງພິເສດ ແອັດຊັງທໍາມະດາ ແລະ ກາຊວນ ເລີ່ມວັນທີ 22/01/2021 ເປັນຕົ້ນໄປ

ແຈ້ງການ!!!! ກ່ຽວກັບການປັບຂຶ້ນ ລາຄານໍ້າມັນ ແອັດຊັງພິເສດ ແອັດຊັງທໍາມະດາ ແລະ ກາຊວນ ເລີ່ມວັນທີ 22/01/2021 ເປັນຕົ້ນໄປລາຍລະອຽດດັ່ງລຸ່ມນີ້:

Read More »

ເບຍລາວ ລະບຸຂໍ້ມູນໂພຊະນາການໃນສະຫຼາກສິນຄ້າ ຜ່ານມາດຕະຖານການວິໄຈລະດັບສາກົນ

ເມື່ອບໍ່ດົນມານີ້, ທາງບໍລິສັດ ເບຍລາວ ຈຳກັດໄດ້ສົ່ງຕົວຢ່າງກຸ່ມຜະລິດຕະພັນເບຍລາວ ໄປຍັງຫ້ອງແລັບວິໄຈ Campden BRI Food and drinks Innovation ທີ່ເປັນຫ້ອງວິໄຈເອກະລາດ ດ້ານອາຫານ ແລະ ເຄື່ອງດື່ມ ຢູ່ກຸງລອນດອນ, ປະເທດອັງກິດ ເຊິ່ງເປັນອົງກອນທີ່ໄດ້ມາດຕະຖານການວິໄຈລະດັບສາກົນທີ່ຖືກຮັບຮອງໂດຍສະຖາບັນທີ່ໃຫ້ບໍລິການຮັບຮອງແຫ່ງຊາດຂອງປະເທດອັງກິດ United Kingdom Accreditation Service (UKAS). ຜົນຂອງການວິໄຈ ຈາກຫ້ອງແລັບ Campden BRI ຢູ່ລອນດອນ ໄດ້ຊີ້ໃຫ້ເຫັນວ່າຂໍ້ມູນທາງໂພຊະນາການ ຕໍ່ 100 ມລ ຂອງ ເບຍລາວ ໃຫ້ພະລັງງານພຽງແຕ່ 40 ກິໂລແຄລໍລີ, ເບຍລາວ ດຣາກ ໃຫ້ພະລັງງານພຽງແຕ່ 50 ກິໂລແຄລໍລີ, ເບຍລາວ ໄວ້ທ ໃຫ້ພະລັງງານພຽງແຕ່ 41ກິໂລແຄລໍລີ, ເບຍລາວ ໂກລ ໃຫ້ພະລັງງານພຽງແຕ່ 40 ກິໂລແຄລໍລີ ເທົ່ານັ້ນ ແລະ ທີ່ສຳຄັນທຸກເບຍທີ່ກ່າວມານີ້ແມ່ນ ບໍ່ມີທາດນໍ້າຕານ. ພາຍຫຼັງໄດ້ຮັບຂໍ້ມູນຜົນຂອງການວິໄຈ, ບໍລິສັດ ເບຍລາວ ຈຳກັດ ໄດ້ເພີ່ມຂໍ້ມູນທາງໂພຊະນາການທີ່ສອດຄອງກັບມາດຕະຖານສາກົນ ...

Read More »

ລັດວິສາຫະກິດໄຟຟ້າລາວ ເປີດການນໍາໃຊ້ບໍລິການ ສາຍດ່ວນ 1199 ແລະ EDL mobile Application

            ໃນວັນທີ 11 ມັງກອນ 2021 ທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ໄດ້ຈັດພິທີເປີດ ນໍາໃຊ້ສາຍດ່ວນລັດວິສາຫະກິດໄຟຟ້າລາວ ( CALL Center 1199) ແລະ EDL mobile Application  ໂດຍການເປັນປະທານຂອງ ທ່ານ ປະລິນຍາເອກ ຄໍາມະນີ ອິນທິລາດ ກໍາມະການສູນກາງ ພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ​ພ້ອມດ້ວຍບໍລິສັດຜູ້ພັດທະນາ ກໍຄືບໍລິສັດ ສີສເມຕິກ ໄອທີ ໂຊລູຊັ່ນ ຈໍາກັດ (Sysmatik IT Solution Co.,Ltd). ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວລັດວິສາຫະກິດໄຟຟ້າລາວ ກ່າວວ່າ:  ໃນ​ຖານະ​ເປັນ​ວິ​ສາ​ຫະກິດຂອງ​ລັດ, ລັດວິສາຫະກິດໄຟຟ້ລາວຍາ​ມ​ໃດ​ກໍ​ໄດ້​ສຸມ​ໃສ່ທຸກ​ຄວາມອາດ​ສາມາດ ​ເພື່ອ​ສູ້​ຊົນ​ເຮັດ​ຫຼ້ອນ 2 ໜ້າທີ່ຫຼັກ ທີ່​ພັກ-ລັດ ກໍຄືປະຊາຊົນ ​ແລະ ປະ​ເທດ​ຊາດ​ມອບ​ໝາຍ​ໃຫ້ ດ້ວຍການສະໜອງໄຟຟ້າໃຫ້ພຽງພໍ ແລະ ...

Read More »

ເປີດແລ້ວ!!! ງານນິທັດສະການດອກຄາຍປ່າ ແລະ ຊາກຸຣະຫົວພັນ

ໃນຕອນເຊົ້າວັນທີ 11 ມັງກອນ 2021 ຢູ່ທີ່ ສວນມິດຕະພາບຫົວພັນ-ແທັງຮວາ ໂດຍມີ ທ່ານ ເພິດ ມາປັນຍາ ຮອງເລຂາພັກແຂວງ, ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງ, ມີບັນດາການນໍາແຂວງ, ການນຳເມືອງ, ຫົວໜ້າພະແນກການ, ກອງບັນການທະຫານ, ກອງບັນການຕຳຫລວດ, ພະນັກງານ-ລັດຖະກອນ ພ້ອມດ້ວຍພໍ່ແມ່ປະຊາຊົນບ້ານອ້ອມຂ້າງເທສະບານເມືອງຊໍາເໜືອ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ໝັ້ນ ເພັງຄະຕິຍະ ຫົວໜ້າພະແນກຖະແຫລງວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ໃຫ້ຮູ້ວ່າ: ແຂວງຫົວພັນ ເປັນແຂວງທີ່ມີທີ່ຕັ້ງພູມສັນຖານຖືເປັນແຂວງພູດອຍທີ່ມີອາກາດໜາວເຢັນ, ມີຄວາມອຸດົມສົມບູນທາງດ້ານທຳມະຊາດ, ມີພູຜາປ່າໄມ້ຂຽວສົດງົດງາມຕະຫລອດປີ ແລະ ຄວາມສວຍງາມຂອງທຳມະຊາດນັ້ນ ປະກອບມີດອກໄມ້ໃຫ້ດອກຕາມລະດູການຫລາຍຊະນິດເຊັ່ນ: ດອກບານ, ດອກປີບ, ດອກແຄ, ດອກຝາງແດງ, ດອກລ້ານ ແລະ ດອກໄມ້ຊະນິດຕ່າງໆ ເດັ່ນກວ່າໝູ່ແມ່ນດອກຄາຍປ່າ ທີ່ມີຄວາມເປັນເອກະລັກ ແລະ ງົດງາມພິເສດເປັນສີບົວຈ່າງ ແລະ ສີບົວເຂັ້ມມີລັກສະນະຄ້າຍຄືດອກຊາກຸຣະ ດອກໄມ້ປະຈຳຊາດຂອງປະເທດຍີ່ປຸ່ນ. ສະນັ້ນ, ໃນປີ 2008 ທ່ານ ພັນຄຳ ວິພາວັນ ອະດີດເຈົ້າແຂວງຫົວພັນ ...

Read More »

ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ​ຕໍ່ໜ້າ ນະຄອນຫຼວງ​ວຽງ​ຈັນ

ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ສະເໜີ​ຮ່າງທິດທາງ ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ 5 ປີ​ຄັ້ງ​ທີ IX (2021-2025) ຂອງ​ນະ​ຄອນ​ຫຼວງວຽງ​ຈັນ ຕໍ່​ກອງ​ປະຊຸມ​ສະໄໝ​ສາ ມັນ​ເທື່ອ​ທີ 10 ຂອງສະພາ​ ປະຊາຊົນນະຄອນຫຼວງໃຫ້​ ຮູ້ວ່າ: ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ​ຕໍ່ໜ້ານະ ຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ວາງ​ມາດ​ຕະການ​ລວມ​ໂດຍ ​ເນັ້ນ​ໃສ່ສົ່ງເສີມ​ຄວາມ​ຍືນ​ຍົງ ແລະ ຄວາມຫຼາກ​ຫຼາຍ​ຂອງ​ເສດຖະກິດ, ເຕົ້າໂຮມ​ກຳລັງ​ແຮງ​ຂອງ​ສັງຄົມ ແລະ ນຳ​ໃຊ້​ເສດຖະກິດ​ຫຼາຍ​ພາກສ່ວນ​ເຂົ້າ​ໃນ​ການ​ພັດທະນາ, ຮັບປະກັນ​ການ​ຂະຫຍາຍຕົວ​ຂອງ​ເສດ ຖະກິດ​ໃຫ້​ໝັ້ນ​ທ່ຽງ ແລະ ທັງ​ສູ້​ຊົນ​ໃຫ້​ເສດຖະກິດ​ເຕີບ​ໂຕ​ໃນ​ອັດຕາ​ສະເລ່ຍ​ບໍ່​ໃຫ້​ຫຼຸດ 7- 8% ຕໍ່​ປີ, ໃນ​ໄລຍະ 5 ປີ. ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ຄາດ​ວ່າ​ຈະ​ບັນລຸ 356.600 ຕື້​ກີບ ສະເລ່ຍ​ຕໍ່​ຫົວ​ຄົນ​ບັນລຸ 8.750 ໂດ​ລາ. ຂະແໜງ​ກະສິກຳ​ຂະຫຍາຍຕົວ​ສະເລ່ຍ 4 – 4,5% ຕໍ່​ປີ, ຂະແໜງ​ອຸດສາຫະກຳ​ຂະຫຍາຍຕົວ​ສະເລ່ຍ 11,5 -12%ຕໍ່​ປີ, ຂະແໜງການ​ບໍລິການ​ຂະຫຍາຍຕົວ​ສະເລ່ຍ 6,5 – 7%ຕໍ່​ ປີ. ພ້ອມ​ທັງ​ວາງ​ແຜນ​ສ້າງ ແລະ ...

Read More »

ວັກຊິນຕ້ານໂຄວິດ-19 ມາເຖິງລາວແລ້ວ 2.000 ໂດສ ແລະ ເລີ່ມສັກໃຫ້ຜູ້ມີຄວາມສ່ຽງ 200 ໂດສແລ້ວ

ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ 19 ຖະແຫລງຂ່າວຕໍ່ສື່ມວນຊົນຕອນເຊົ້າວັນທີ 31 ທັນວາ 2020 ທີ່ກະຊວງສາທາລະນະສຸກ ວ່າ: ສະພາບຄວາມຄືບໜ້າການນຳໃຊ້ ວັກຊິນປ້ອງກັນໂຄວິດ-19 ໃນ ສປປ ລາວ ຜ່ານມາພັກ ແລະ ລັດຖະບານ ພວກເຮົາ ບໍ່ໄດ້ລົດລະນີ້ງນອນໃຈ ໄດ້ມີຄວາມພະຍາຍາມຢ່າງສູງ ໃນການພົວພັນກັບໂລກ ເປັນຕົ້ນ ສະຫະພັນວັກຊີນສາກົນ Gavi (Global Alliance for Vaccines and Immunization ), COVAX FACILITY, ກັບປະເທດເພື່ອນມິດຍຸດທະສາດ, ກັບປະເທດພາຄີ, ກັບທະນາຄານສາກົນ ແລະ ອົງການຈັດຕັ້ງສາກົນ ເພື່ອກະກຽມ ແລະ ຈັດຫາວັກຊີນ ເພື່ອມາສັກປ້ອງກັນພະຍາດໃຫ້ແກ່ພໍ່ແມ່ປະຊາຊົນພວກເຮົາ ຊຶ່ງໄດ້ເລີ່ມແຕ່ເດືອນກໍລະກົດ 2020 ເປັນຕົ້ນມາ. ທ່ານ ຮສ ດຣ ບຸນກອງ ສີຫາວົງ ໃຫ້ຮູ້ອີກວ່າ: ...

Read More »

ສຳເລັດການວາງລາງລົດໄຟ ລາວ-ຈີນ ວຽງຈັນ-ຫລວງພະບາງ………….

ບໍລິສັດ ວິສະວະກຳ ທາງລົດໄຟເລກ 2 ສປ ຈີນ ໄດ້ຈັດພິທີສະເຫລີມສະຫລອງ ແລະ ຊົມ ເຊີຍ ຜົນສຳເລັດໃນການວາງລາງລົດໄຟ ເສັ້ນທາງ ລົດໄຟ ລາວ-ຈີນ ແຕ່ນະຄອນຫລວງວຽງ ຈັນ ຫາ ແຂວງຫລວງພະບາງ ໃນວັນທີ 29 ທັນວາ 2020 ຊຶ່ງມີຄວາມຍາວ 240 ກິໂລແມັດ ຂອງຈຳນວນທັງຫມົດ 422,4 ກິໂລແມັດ ນະຄອນຫລວງວຽງ ຈັນ-ບໍ່ເຕ່ນ ແຂວງຫລວງນ້ຳທາ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸກັນ ບຸນຍົງ ຮອງເຈົ້າ ແຂວງ ຫລວງພະບາງ, ທ່ານ ຫລີ ຈືກົງ ຫົວຫນ້າກົງ ສູນໃຫຍ່ ສປ ຈີນ ປະຈຳພາກເຫນືອ, ລວມທັງພະ ນັກງານ ກຳມະກອນ ແລະ ປະຊາຊົນ ອ້ອມຂ້າງ ເຂົ້າ ຮ່ວມ. ທ່ານ ຫລີ ຈືກົງ ກ່າວວ່າ: ພາຍໃຕ້ການສະຫນັບ ສະຫນູນຂອງສອງປະເທດ ຈີນ-ລາວ ...

Read More »

ຕະຫຼາດທ່າເຮືອ ອາດຈະເປັນຕະຫຼາດແຫ່ງຄວາມຊົງຈຳ………..

ຕະຫຼາດທ່າເຮືອ ບ້ານທ່າເຮືອ ເມືອງວັງວຽງ ແຂວງວຽງຈັນ ອາດເວົ້າໄດ້ວ່າເປັນແຫຼ່ງທ່ອງທ່ຽວແຫ່ງໜຶ່ງທີ່ນັກທ່ອງທ່ຽວໄດ້ຢຸດລົດພັກຜ່ອນເມື່ອເວລາເດີນທາງຜ່ານໄປ-ມາ ເພື່ອຊື້ສິນຄ້າທ້ອງຖິ່ນໂດຍສະເພາະແມ່ນປາ. ແຕ່ປັດຈຸບັນນີ້ຜູ້ຄ້າຂາຍຢູ່ຕະຫຼາດແຫ່ງນີ້ໄດ້ຮັບຜົນກະທົບໜັກຍ້ອນບໍ່ມີລູກຄ້າ ແລະ ເຮັດໃຫ້ຜູ້ຄ້າຂາຍຈຳນວນຫຼາຍເຊົາຂາຍເຄື່ອງຢູ່ຕະຫຼາດແຫ່ງນີ້ ແລະ ອາດຈະຍັງມີແມ່ຄ້າອີກຈຳນວນຫຼາຍກໍ່ຈະຢຸດເຊົາຂາຍເຊັ່ນກັນ ຊຶ່ງເຊື່ອວ່າຖ້າເປັນແນວນີ້ຕໍ່ໄປຕະຫຼາດທ່າເຮືອອາດຈະເປັນຕະຫຼາດຮ້າງໃນອະນາຄົດ.ຕະຫຼາດທ່າເຮືອ ແມ່ນຕັ້ງຢູ່ແຄມເສັ້ນທາງ 13 ເໜືອ, ຫ່າງຈາກເມືອງວັງວຽງ ປະມານ 20 ກວ່າກິໂລແມັດ, ເປັນຕະຫຼາດທີ່ຂາຍຜະລິດຕະພັນປາໂດຍສະເພາະເຊັ່ນ: ປາແຫ້ງ, ສົ້ມປາ, ປາສົດ ແລະ ອື່ນໆ ໂດຍເນັ້ນຂາຍຜະລິດຕະພັນປາທຳມະຊາດ. ນາງ ນ້ອຍ ແມ່ນແມ່ຄ້າຄົນໜຶ່ງທີ່ໄດ້ຮັບຜົນກະທົບໄດ້ກ່າວ ຕໍ່ທີມງານວຽງຈັນທາຍ ເມື່ອບໍ່ດົນມານີ້ວ່າ: ບາງມື້ຮອດບໍ່ມີຄົນມາແວ່ຮ້ານເລີຍກໍ່ມີ, ສາເຫດຫຼັກໆ ທີ່ຈຳນວນລູກຄ້າຫຼຸດລົງ ຫຼື ຜູ້ ສັນຈອນກາຍໄປກາຍມາມີຈໍານວນໜ້ອຍ ລົງນັ້ນ ເຊື່ອວ່າ ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ເຮັດໃຫ້ບໍ່ມີນັກທ່ອງທ່ຽວມາເລີຍ ບວກກັບສະພາບເສັ້ນທາງທີ່ເປັນຂຸມຫຼາຍ ແລະ ມີຂີ້ຝຸ່ນຈຶ່ງເຮັດໃຫ້ຜູ້ສັນ ຈອນທີ່ມາທຽວທາງນີ້ມີຈຳນວນໜ້ອຍລົງ. ນອກຈາກນີ້ແລ້ວຜົນກະທົບທີ່ເກີດຂຶ້ນມາໃໝ່ນີ້ແມ່ນເສັ້ນທາງດ່ວນວຽງຈັນ-ວັງວຽງ ທີ່ໄດ້ເປີດນໍາໃຊ້ເມື່ອບໍ່ດົນມານີ້ ໄດ້ຮັດໃຫ້ຜູ້ສັນຈອນຈໍານວນຫຼາຍໄດ້ຫັນໄປໃຊ້ບໍລິການທາງດ່ວນ ຈຶ່ງເຮັດໃຫ້ຜູ້ສັນຈອນຍິ່ງຫຼຸດລົງຕື່ມອີກ ແລະ ເຊື່ອວ່າໃນອະນາຄົດອາດຈະໄດ້ຢຸດຂາຍເຄື່ອງຢູ່ຕະຫຼາດແຕ່ນີ້ ຊຶ່ງເຄີຍຂາຍມາແຕ່ປີ 2005. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

ປີ 2020 ເສດຖະກິດນະຄອນຫຼວງວຽງຈັນ ຂະຫຍາຍຕົວ 6,4% ລື່ນແຜນດັດແກ້……….

ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໃນວັນທີ 28 ທັນວາ 2020 ກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII 2016-2020, ສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ- ສັງຄົມ ປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ວ່າ: ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຜ່ານມາຂອງນະຄອນຫຼວງວຽງຈັນ (ນວ) ໄດ້ດຳເນີນໄປໃນສະພາບທີ່ປະເທດເຮົາ ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນ: ດ້ານການເງິນ-ເງິນຕາ. ພ້ອມກັນນັ້ນ, ນວ ກໍໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ແຫ້ງແລ້ງຄືກັນກັບບັນດາແຂວງໃນຂອບເຂດທົ່ວປະເທດ. ແຕ່ເຖິງຢ່າງໃດກໍຕາມ, ອົງຄະນະພັກ-ອົງການປົກຄອງ ນວ ໄດ້ຕັ້ງໜ້າປະຕິບັດວຽກງານຕ່າງໆຕາມແຜນການ 5 ປີ ທີ່ວາງໄວ້ ...

Read More »

ຄາດການ ຈີນ ຈະກາຍເປັນເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກໃນອີກ 8 ປີຕໍ່ໜ້າ…………

ຈີນ ຈະແຊງໜ້າສະຫະລັດໃຫ້ກາຍເປັນເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກໃນປີ 2028 ຕາມບົດລາຍງານສະບັບໃໝ່ ຜົນການດຳເນີນງານຂອງບັນດາປະເທດ ໃນການຫຼຸດຜົນກະທົບຂອງການແຜ່ລະບາດໂຄວິດ-19. ໝາຍຄວາມວ່າຂະນະນີ້ມີແນວໂນ້ມທີ່ວ່າຈີນຈະເໜືອກວ່າກວ່າຄູ່ແຂ່ງທາງຕາເວັນຕົກຂອງຕົນກ່ອນໜ້ານີ້ເມື່ອ 5 ປີກ່ອນ; ການວິໄຈຂອງສູນ CEBR (ສູນວິໄຈເສດຖະສາດ ແລະ ທຸລະກິດ). CEBR ກ່າວວ່າ: ຄາດວ່າຈີນຈະເຕີບໂຕຂຶ້ນ 2% ໃນປີ 2020 ເຮັດໃຫ້ເປັນເສດຖະກິດຫຼັກພຽງແຫ່ງດຽວທີ່ຂະຫຍາຍຕົວໄດ້ຈິງໃນປີນີ້, ໃນທາງກົງກັນຂ້າມສະຫະລັດຄາດວ່າຈະຫົດຕົວລົງ 5% ໃນຊ່ວງ 12 ເດືອນທີ່ຜ່ານມາ “ການແຜ່ລະບາດບໍ່ໄດ້ສົ່ງຜົນກະທົບຕໍ່ເສດຖະກິດທຸກປະເທດຢ່າງເທົ່າທຽມກັນ” “ໂດຍສະເພາະຢ່າງຍິ່ງຈີນ ກຳລັງຈະປະເຊີນກັບພາຍຸໄດ້ດີກວ່າເສດຖະກິດຕາເວັນຕົກ ແລະ ດ້ວຍເຫດນີ້ເຮົາຈຶ່ງເຫັນວ່າເສດຖະກິດຈີນແຊງໜ້າອາເມລິກາໃນປີ 2028 ຊຶ່ງໄວກວ່າທີ່ພວກເຮົາເຄີຍຄາດການໄວ້ຊ່ວງປີ 2033 ເມື່ອທຽບກັບຜົນວິໄຈປີກາຍນີ້” ຕອນນີ້ທິດຕາເວັນຕົກຕ້ອງເບິ່ງໄປທາງທິດຕາເວັນອອກ “ຄວາມສຳເລັດຂອງເສດຖະກິດໃນອາຊີ ໃນການຈັດການຜົນທີ່ຕາມາຈາກການລະບາດຂອງ ໂຄວິດ-19 ຊີ້ໃຫ້ເຫັນວ່າເສດຖະກິດຕາເວັນຕົກຄວນມີສະຖານະເປັນ insular ນ້ອຍລົງ ແລະ ຄວນໃຫ້ຄວາມສຳຄັນກັບສິ່ງທີ່ເກີດຂຶ້ນໃນຕາເວັນອອກ” “ໂດຍທົ່ວໄປແລ້ວເຮົາປຽບທຽບຕົວເອງກັບເສດຖະກິດຕາເວັນຕົກອື່ນ ແລະ ເສຍໂອກາດສິ່ງທີ່ມັກຈະເປັນແນວທາງປະຕິບັດທີ່ດີທີ່ສຸດໂດຍສະເພາະຢ່າງຍິ່ງໃນປະເທດທີ່ເຕີບໂຕຢ່າງວ່ອງໄວໃນອາຊີ”

Read More »