ການຜະລິດ

ລາວ ຈະສົ່ງຂາຍພະລັງງານໄຟຟ້າ ໃຫ້ກຳປູເຈຍ ກວ່າ 6.000 MW ພາຍໃນປີ 2030

ອົງກອບການຮ່ວມມືດ້ານພະລັງງານໄຟຟ້າ ລະຫວ່າງ ສປປ ລາວ ກັບຣາຊະອານາຈັກ ກຳປູເຈຍ ກໍານົດໄວ້ວ່າ: ພາຍໃນປີ 2030 ສປປ ລາວ ຈະສົ່ງຂາຍພະລັງງານໄຟຟ້າໄປ ປະເທດກຳປູເຈຍ ໃຫ້ໄດ້ຫລາຍກວ່າ 6.000 MW; ປັດຈຸບັນ ສາມາດສົ່ງໄຟໄປແລ້ວ ຈຳນວນ 445 MW. ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານໃຫ້ຮູ້ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ 2022 ນີ້ວ່າ: ນອກຈາກສົ່ງໄປປະເທດ ກຳປູເຈຍແລ້ວ, ຍັງໄດ້ສົ່ງໄຟຟ້າ ຈຳນວນ 5 MW ໄປ ປະເທດມຽນມາ ແລະ ຈະສົ່ງໄປອີກຕື່ມປະມານ 30-35 MW ພາຍໃນປີ 2022 ນີ້ ລວມທັງການສົ່ງໄຟ ໄປ ສປ ຈີນ ໃນຮູບແບບການແລກປ່ຽນພະລັງງານໃນລະບົບແຮງດັນ 115 kV ແລະ ...

Read More »

ວັນປູກຕົ້ນໄມ້ແຫ່ງຊາດປີນີ້ ນະຄອນຫລວງວຽງຈັນ ນວ ວາງແຜນປູກຕົ້ນໄມ້ໃຫ້ໄດ້ 400 ກວ່າເຮັກຕາ

ປີ 2022 ນະຄອນຫຼວງວຽງຈັນວາງແຜນປູກຕົ້ນໄມ້ໃຫ້ໄດ້ໃນເນື້ອທີ່ 400 ກວ່າເຮັກຕາ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດວັນທີ 1 ມິຖຸນາ ໂດຍເນັ້ນໜັກໃສ່ປະເພດໄມ້ປະດັບ ແລະໄມ້ເສດຖະກິດທີ່ຕະຫລາດມີຄວາມຕ້ອງການສູງ. ທ່ານ ສີເມືອງ ສຸດທິວົງນໍລາດ, ຫົວໜ້າຂະແໜງປ່າໄມ້ ພະແນກກະສິກໍາ ແລະປ່າໄມ້ນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ໃນຈໍານວນເນື້ອທີ່ 400 ເຮັກຕາ ຈະສຸມໃສ່ປູກໄມ້ປະດັບຕາມແຄມທາງສວນສາທາລະນະ 5 ເຮັກຕາ, ໄມ້ເສດຖະກິດທີ່ຕະຫລາດຕ້ອງການເພື່ອເປັນສິນຄ້າ 300 ເຮັກຕາ ແລະຟື້ນຟູປ່າຊຸດໂຊມ 100 ເຮັກຕາ ໂດຍມອບໃຫ້ 5 ຕົວເມືອງນອກທີ່ມີເນື້ອທີ່ປ່າໄມ້ກວມອັດຕາສ່ວນຫລາຍເປັນຜູ້ຈັດຕັ້ງປະຕິບັດເຊັ່ນ: ເມືອງສັງທອງ, ປາກງື່ມ, ໄຊທານີ, ຫາດຊາຍຟອງ ແລະເມືອງນາຊາຍທອງ ມາຮອດປັດຈຸບັນການກະກຽມເບັ້ຍໄມ້ຕ່າງໆສໍາເລັດເກືອບ 100 ສ່ວນຮ້ອຍແລ້ວ. ທ່ານ ສີເມືອງ ສຸດທິວົງນໍລາດ ໃຫ້ຮູ້ຕື່ມວ່າ: ສໍາລັບການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດໃນປີນີ້ ຈະສຸມໃສ່ຈັດຕັ້ງປະຕິບັດນະໂຍບາຍ ສ ສີຂຽວຂອງນະຄອນຫຼວງວຽງຈັນ ແລະຍຸດທະສາດການເຕີບໂຕສີຂຽວແຫ່ງຊາດໃຫ້ມີປະສິດທິຜົນສູງຕາມຄໍາຂັວນ ປຸກຂະບວນການສີຂຽວເພື່ອສະເຫລີມສຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2022 ໂດຍສຸມໃສ່ພັດທະນາເສັ້ນທາງເລກທີ 11 ເໜືອ ແລະເສັ້ນທາງດອນກອຍ, ໜອງໄຮ ແລະເສັ້ນທາງຕັດໃໝ່ບ້ານຫ້ວຍຫົງຫາ ...

Read More »

WhatsApp ເປີດຕັວຟີເຈີໃຫມ່ຊື່ວ່າ “WhatsApp Cloud API” ເອົາໃຈຝັ່ງສາຍທຸລະກິດ

WhatsApp ເປີດຕັວຟີເຈີໃຫມ່ຊື່ວ່າ “WhatsApp Cloud API” ເອົາໃຈຝັ່ງສາຍທຸລະກິດ ທີ່ສາມາດ ສົ່ງ ແລະ ຮັບ ຂໍ້ຄວາມໄດ້ຫຼາຍຍິ່ງຂື້ນ WhatsApp ໄດ້ປ່ອຍແພລດຟອມ Cloud ອອກມາສຳຫຼັບສາຍທຸລະກິດ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະຕິດຕໍ່ກັບລູກຄ້າໄດ້ໄວຍິ່ງຂື້ນ. ເມື່ອວັນທີ 19 ພຶດສະພາ ທີ່ຜ່ານມາ Mark Zuckerberg ປະທານບໍລິຫານ (CEO) ບໍລິສັດ Meta ໄດ້ປະກາດຜ່ານ Facebook ແລະ Instagram ວ່າທາງ WhatsApp ກຳລັງຈະປ່ອຍບໍລິການໃຫມ່ທີ່ມີ ຊື່ວ່າ WhatsApp Cloud API ທີ່ແບບບໍ່ຈຳກັດຂະໜາດຟາຍໄວ້ສຳລັບໃຊ້ເຊິງທຸລະກິດທົ່ວໂລກ ໂດຍ Mark ອະທິບາຍວ່າ WhatsApp Cloud API ຈະຊ່ວຍໃຫ້ນັກທຸລະກິດແລະນັກພັດທະນາສາມາດຕໍ່ຍອດຈາກ WhatsApp ເພື່ອປັບປຸງແລະຕອບສະໜອງລູກຄ້າໄດ້ງ່າຍ ແລະວ່ອງໄວ. WhatsApp Cloud API ເປັນແພລດຟອມທີ່ຈັບຄູ່ກັບແອັບພລິເຄຊັນ WhatsApp ໂດຍບໍ່ຕ້ອງເສຍຄ່າເຊີບເວີເພີ່ມເຕີມ ແລະຍັງຊ່ວຍໃຫ້ຜູ້ປະກອບການຕິດຕໍ່ກັບລູກຄ້າໄດ້ໄວ ໂດຍສາມາດປັບຂະຫນາດຂໍ້ຄວາມແລະຮັບຮອງການສົ່ງຂໍ້ຄວາມໄດ້ 80 ຂໍ້ຄວາມຕໍ່ວິນາທີ. ການເປີດໂຕຟີເຈີນີ້, ...

Read More »

ວາງສີລາເລີກ ກໍ່ສ້າງຕຶກນອນຄົນເຈັບ ໃຫ້ແກ່ໂຮງໝໍແຂວງຈໍາປາສັກ ດ້ວຍງົົບກໍ່ສ້າງຫຼາຍກວ່າ 6 ຕື້ກີບ.

ວາງສີລາເລີກ ກໍ່ສ້າງຕຶກນອນຄົນເຈັບ ໃຫ້ແກ່ໂຮງໝໍແຂວງຈໍາປາສັກ ເພື່ອໃຫ້ປະຊາຊົນເຂົ້າເຖິງການບໍລິການດ້ານສຸຂະພາບທີ່ດີຂຶ້ນ ດ້ວຍງົົບກໍ່ສ້າງຫຼາຍກວ່າ 6 ຕື້ກີບ. ວັນທີ 5 ພຶດສະພາ 2022, ໄດ້ມີພິທີວາງສີລາເລີກ ກໍ່ສ້າງຕຶກນອນຄົນເຈັບ ໃຫ້ແກ່ໂຮງໝໍແຂວງຈໍາປາສັກ ໃນພິທີ ທ່ານ ລິດທິກອນ ພູມມະສັກ ປະທານ ກຸ່ມບໍລິສັດ ເອໄອເອັຟ ລາຍງານວ່າ: “ການກໍ່ສ້າງຕຶກນອນຄົນເຈັບ ໃຫ້ໂຮງໝໍແຂວງຈໍາປາສັກຄັ້ງນີ້ ແມ່ນດ້ວຍການຊ່ວຍເຫຼືອລ້າຂອງກຸ່ມບໍລິສັດ ເອໄອເອັຟ, ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ ແລະ ກຸ່ມບໍລິສັດ ໄຊຊະນະ ຈໍາກັດຜູ້ດຽວ. ຂະຫນາດຂອງອາຄານ 24 x 26 ແມັດ, ເປັນຕຶກ 2 ຊັ້ນ, ແຕ່ລະຊັ້ນປະກອບດ້ວຍຫ້ອງພິເສດແຍກດ່ຽວ ບັນຈຸ 2 ຕຽງ… ລວມງົບປະມານໃນການກໍ່ສ້າງທັງໝົດ ຫຼາຍກວ່າ 6 ຕື້ກີບ ແລະ ດໍາເນີນການກໍ່ສ້າງໂດຍ ກຸ່ມ ບໍລິສັດ ໄຊຊະນະ ຈໍາກັດຜູ້ດຽວ. ທັງນີ້ ກໍເພື່ອໃຫ້ປະຊາຊົນຊາວແຂວງຈໍາປາສັກ ແລະ ບັນດາແຂວງພາກໃຕ້ ...

Read More »

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ບັນດາປະເທດ ແລະມູນຄ່າທີ່ ສປປ ລາວ ສົ່ງອອກສິນຄ້າ: 1. ປະເທດຈີນ 137 ລ້ານໂດລາສະຫະລັດ 2. ປະເທດຫວຽດນາມ 106 ລ້ານໂດລາສະຫະລັດ 3. ປະເທດໄທ 65 ລ້ານໂດລາສະຫະລັດ 4. ອົດສຕາລີ 32 ລ້ານໂດລາສະຫະລັດ 5. ສະວິດເຊີແລນ 14 ລ້ານໂດລາສະຫະລັດ ຂໍ້ມູນ: ຂ່າວສານດ້ານການຄ້າຂອງ ສປປ ລາວ

Read More »

ອັນຕະລາຍ! ບໍ່ຄວນເອົາຕຸກນ້ຳດື່ມທີ່ໃຊ້ງານຄືນໄດ້ ໄປໃສ່ນ້ຳມັນ ແລ້ວສົ່ງໃຫ້ຜູ້ປະກອບການຄືນ ໂດຍບໍ່ແຈ້ງ

ອັນຕະລາຍ! ບໍ່ຄວນເອົາຕຸກນ້ຳດື່ມທີ່ໃຊ້ງານຄືນໄດ້ ໄປໃສ່ນ້ຳມັນ ແລ້ວສົ່ງໃຫ້ຜູ້ປະກອບການຄືນ ໂດຍບໍ່ແຈ້ງໃຫ້ຄັດແຍກເພື່ອນໍາເອົາໄປທຳລາຍ! ເຫດຜົນທີ່ຄວນແຈ້ງຜູ້ປະກອບການແມ່ນ: 👉🏻 ເກີດຄວາມສ່ຽງຕໍ່ການປົນເປື່ອນສູ່ຜູ້ບໍລິໂພກ ຖ້າຕຸກນ້ຳດື່ມຖືກນຳໃຊ້ໃສ່ສານເຄມີອື່ນ ແລ້ວບໍ່ຮັບການແຍກອອກໃຫ້ຖືກຕ້ອງ. 👉🏻 ເກີດຄວາມເສຍຫາຍຕໍ່ຜູ້ປະກອບການທັງຫລາຍ ເພາະຕຸກນຳ້ແຕ່ລະຕຸກເປັນຕົ້ນທຶນ ຂອງບັນດາຜູ້ປະກອບການ ຮ່ວມມືກັນປະຕິບັດເພື່ອຄວາມປອດໄພຂອງໂຕທ່ານເອງ ແລະ ທຸກຄົນ. ຂໍ້ມູນດີໆຈາກ: Purér Drinking Water

Read More »

ນໍ້າມັນແພງ! ນໍ້າມັນຂາດປໍ້າ ເກີດຈາກຫຼາຍປັດໄຈ ແຕ່ລັດຖະບານເຮັດທຸກວິທີທາງເພື່ອຊ່ວຍເຫຼືອປະຊາຊົນ

ນໍ້າມັນແພງ! ນໍ້າມັນຂາດປໍ້າ ເກີດຈາກຫຼາຍປັດໄຈ ແຕ່ລັດຖະບານເຮັດທຸກວິທີທາງເພື່ອຊ່ວຍເຫຼືອປະຊາຊົນ. ​ ທ່ານ ​ຄໍ​າແພງ ໄຊ​ສົມ​ແພງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກໍ​າ ແລະ ການ​ຄ້າ (ອ​ຄ) ໄດ້​ຖະ​ແຫຼງ​ຕໍ່​ສື່ມວນ​ຊົນ​ເມື່ອ​ວັນ​ທີ 10 ພຶດ​ສະ​ພາ 2022 ທີ່​ກະ​ຊວງ ອ​ຄ ໃຫ້​ຮູ້​ວ່າ: ສປປ ລາວ ເປັນປະເທດນໍາເຂົ້າ ນ້ຳມັນເຊື້ອໄຟ ​ຈາກຕ່າງປະເທດ 100% ຊຶ່ງປັດ​ຈຸບັນ, ຈາກສະພາບການຂອງໂລກ ທີ່ມີການປ່ຽນແປງ ສົ່ງຜົນເຮັດລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ເວົ້າລວມ, ເວົ້າສະເພາະ ລາຄານໍ້າມັນເຊື້ອໄຟສໍາເລັດຮູບຕະຫຼາດສິງກະໂປ ຍັງສືບຕໍ່ເໜັງຕີງຂຶ້ນສູງ. ຕໍ່​ບັນ​ຫາ​ດັ່ງ​ກ່າວ​ນັ້ນ ໄດ້ສົ່ງຜົນກະ​ທົບໂດຍກົງເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟພາຍໃນປະເທດເຮົາປັບຂຶ້ນເປັນເງົາຕາມໂຕ ຊຶ່ງການປັບລາຄາໃນຄັ້ງວັນທີ 30 ເມສາ 2022 ທີ່ຜ່ານມາ ແມ່ນມີຄວາມຈຳເປັນເພື່ອເຮັດໃຫ້ລາຄາປັບປ່ຽນທັນຕາມສະພາບການ. ແຕ່ດ້ວຍປັດໄຈພາຍນອກ ຄຽງຄູ່ກັບບັນຫາ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທດ​ ມີ​ສ່ວນ​ຜິດ​ດ່ຽງສູງລະ​ຫວ່າງ​ທະ​ນາ​ຄານ​ທຸ​ລະ​ກິດ ກັບຮ້ານ​ແລກ​ປ່ຽນ​ເງິນຕາ, ການ​ປະ​ຕິ​ບັດ​ມາດ​ຕະ​ການຄວບ​ຄຸມ ແລະ ປ້ອງ​ກັນການ​ແຜ່ລະບາດຂອງພະຍາດ COVID-19 ທີ່​​ຕ້ອງເພີ່ມ​ຂັ້ນ​ຕອນ ແລະ ເພີ່ມລາຍ​ຈ່າຍ​​ຂອງ​ຜູ້​ປະ​ກອບ​ການ​ ເຮັດ​ໃຫ້​ຫຼາຍ​ບໍ​ລິ​ສັດ​​ຕົກຢູ່​ໃນ​ສະພາບ​ຂາດ​ທຶນ ແລະ ບໍ່​ສາ​ມາດ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ​ມາ​ຮັບ​ໃຊ້​ສັງ​ຄົມ​​ໄດ້ຢ່າງ​ທົ່ວ​ເຖິງ. ອີກ​ດ້ານ​ໜຶ່ງ, ​​ເຫັນ​ວ່າມີ​ບາງ​ບໍ​ລິ​ສັດ​​ທີ່ມີ​ການ​ເຄື່ອນ​ໄຫວ​ບໍ່​ຖືກ​ຕ້ອງ, ໂດຍ​ສະ​ເພາະແມ່ນ​ປ້ຳ​ບໍ​ລິ​ການ​ນ້ຳ​ມັນເຊື້ອໄຟ ຈຳ​ນວນ​ໜຶ່ງ ມີ​ການ​ລັກ​ລອບຊື້​ນ້ຳ​ມັນ​ຈາກ​ພາກ​ສ່ວນ​ອື່ນ​ມາ​ລົງ​ປ້ຳ​, ...

Read More »

ບໍລິສັດ ລ້ານຊ້າງ ມິເນໂຣນ ມອບອາກອນກຳໄລຈາກການຜະລິດຄຳ ແລະ ທອງກວ່າ 13 ລ້ານໂດລາ ໃຫ້ຖະບານລາວ

ບໍລິສັດ ລ້ານຊ້າງ ມິເນໂຣນ ລິມິເຕັດ (ລຊມລ) ໄດ້ມອບອາກອນກຳໄລຈຳນວນ 13,3 ລ້ານກວ່າໂດລາ ຈາກການຜະລິດຄຳ ແລະ ທອງ ໃນສົກປີ 2021 ຊຶ່ງລວມເປັນລາຍຮັບທັງໝົດທີ່ໄດ້ມອບໃຫ້ແກ່ລັດຖະບານລາວ ໃນສົກປີ 2021 ຈໍານວນ 40,84 ລ້ານກວ່າໂດລາ (ໃນນັ້ນລວມມີ ອາກອນກຳໄລ, ຄ່າຊັບພະຍາກອນແຮ່ທາດ, ເງິນປັນຜົນ, ແລະ ພັນທະອື່ນໆ). ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ ຜ່ານມາ ທີ່ກົມສ່ວຍສາອາກອນ ກະຊວງການເງິນ. ທ່ານ ສະໝານ ອະເນກາ ໄດ້ກ່າວວ່າ: “ບໍລິສັດ ລຊມລ ໃນຖານະທີ່ເປັນຄູ່ຮ່ວມງານທີ່ຍາວນານ ທັງເປັນຜູ້ເສຍອາກອນລາຍໃຫຍ່ ໃຫ້ແກ່ ສປປ ລາວ. ໂຄງການຄຳ-ທອງ ເຊໂປນ ຍັງຈະສືບຕໍ່ຂະຫຍາຍຕົວ, ໃນຖານະທີ່ເປັນວິສາຫະກິດຂຸດຄົ້ນບໍ່ແຮ່ໃນ ສປປ ລາວ ທີ່ໄດ້ຮັບການຢັ້ງຢືນກຽດຕິສັກໃນລະດັບ A (+) ຕະຫຼອດມາ ຈາກກະຊວງພະລັງງານ ແລະ ບໍ່ແຮ່, ໂຄງການຄຳ-ທອງ ເຊໂປນ ກຳລັງດໍາເນີນການສ້າງອຸໂມງສຳຫຼວດບໍ່ແຮ່ໃຕ້ດິນ ແບບມືອາຊີບທີ່ທັນສະໄໝແຫ່ງທຳອິດ ໃນ ...

Read More »

ນາຍົກ ມອບໃຫ້ ສສກ ຮຽບຮຽງ ປຶ້ມວັດຈະນານຸກົມພາສາລາວ ສະບັບມາດຕະຖານ ໃຫ້ສໍາເລັດໃນປີ 2025

ນາຍົກ ມອບໃຫ້ ສສກ ຮຽບຮຽງ ປຶ້ມວັດຈະນານຸກົມພາສາລາວ ສະບັບມາດຕະຖານ ໃຫ້ສໍາເລັດໃນປີ 2025 ໃນໂອກາດພົບປະໂອ້ລົມ ຄະນະກໍາມະການຄົ້ນຄວ້າພາສາລາວ ໃນວັນທີ 3 ພຶດສະພາ 2022 ຢູ່ຫ້ອງປະຊຸມຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງພາສາລາວ ແລະ ຄວາມຈໍາເປັນໃນການຄົ້ນຄວ້າປັບປຸງຫລັກການໃນການນໍາໃຊ້ພາສາລາວ, ພ້ອມທັງມອບໝາຍໃຫ້ ຄະນະກໍາມະການຄົ້ນຄວ້າພາສາລາວ ກະຊວງສຶກສາທິການ ແລະ ກິລາ ຮີບຮ້ອນປັບປຸງຄືນຫລັກໄວຍາກອນລາວ ແລະ ຄົ້ນຄວ້າຮຽບຮຽງປຶ້ມ ວັດຈະນານຸກົມພາສາລາວ ສະບັບມາດຕະຖານ ເພື່ອໃຫ້ສາມາດຈັດພິມ ແລະ ນໍາໃຊ້ໃນໄລຍະ 3 ປີຕໍ່ໜ້ານີ້. ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ນໍາອີກວ່າ: ທິດທາງໃນການປັບປຸງ ແມ່ນອີງໃສ່ຫລັກໄວຍາກອນ ແລະ ປຶ້ມວັດຈະນານຸກົມພາສາລາວ ທີ່ມີມາແລ້ວເປັນພື້ນຖານ ແລ້ວພັດທະນາຕໍ່ຍອດໃຫ້ຮັບປະກັນຄວາມເປັນເອກະລັກ, ຄວາມອຸດົມສົມບູນຂອງພາສາລາວ ແລະ ນໍາໃຊ້ເຂົ້າກັບຍຸກສະໄໝ, ພ້ອມທັງສົ່ງເສີມໃຫ້ມີການນໍາໃຊ້ພາສາລາວຢ່າງຖືກຕ້ອງ ແລະ ເປັນເອກະພາບກັນ. ຂໍ້ມູນ: ປະເທດລາວ

Read More »

ອຄ ກຽມສ້າງລະບົບການຄ້າດ້ານເອເລັກໂຕນິກສໍາລັບສິນຄ້າກະສິກໍາ ເພື່ອສ້າງມູນຄ່າສິນຄ້າລາວ ໃຫ້ສູງຂຶ້ນ

ອຄ ກຽມສ້າງລະບົບການຄ້າດ້ານເອເລັກໂຕນິກສໍາລັບສິນຄ້າກະສິກໍາ ເພື່ອສ້າງມູນຄ່າສິນຄ້າລາວ ໃຫ້ສູງຂຶ້ນ ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຈັດພິທີລົງນາມ ແຜນການຊ່ວຍເຫຼືອ ທາງດ້ານເຕັກນິກ ສໍາລັບຜະລິດຕະພັນກະສິກໍາລາວ ລະຫວ່າງກົມສົ່ງເສີມການຄ້າ ກະຊວງ ອຄ ແລະ ບໍລິສັດ ອານຮຸຍອີ້ຊາງ ດິຈິຕອນ ເທັກໂນໂລຍີ ຈໍາກັດ. ໃນວັນທີ 25 ເມສາ 2022 ທີ່ກະຊວງ ກະຊວງອຸດສາຫະກຳ ແລະ ການຄ້າ. ແນ່ນອນວ່າ ລະບົບການຄ້າຜ່ານອີເລັກໂຕນິກທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ຈະເປັນໂຄງການລິເລີ່ມຮ່ວມກັນຂອງພາກລັດ ແລະ ເອກະຊົນເພື່ອຊ່ວຍພັດທະນາ, ຄຸ້ມຄອງ ການຄ້າຜະລິດຕະພັນກະສິກຳ ຂະຫຍາຍຕາໜ່າງການຄ້າກ້າວໄປເຖິງສ້າງມູນຄ່າການຄ້າສິນຄ້າລາວ ໃຫ້ນັບມື້ສູງຂຶ້ນ ປະກອບສ່ວນເຂົ້າໃນ ການຍົກສູງຄຸນນະພາບສິນຄ້າ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວກະສິກອນ ໃນຊົນນະບົດລາວ ປະຕິບັດນະໂຍບາຍແກ້ໄຂຄວາມທຸກຍາກ ໃຫ້ ສປປ ລາວ ສາມາດຫຼຸດຜົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2026 ຕາມຄາດໝາຍທີ່ວາງໄວ້. ເພື່ອອຳນວຍຄວາມສະດວກໃຫ້ຜູ້ຜະລິດ ໂຄງການດັ່ງກ່າວຈະໄດ້ ສ້າງຈຸດບໍລິການ 20 ຈຸດທົ່ວປະເທດ ເພື່ອເຮັດໃຫ້ຜູ້ຜະລິດ ສາມາດເຂົ້າເຖິງການບໍລິການ ແລະ ສາມາດແຈ້ງສິນຄ້າທີ່ຕົນມີໃຫ້ກັບສູນ ເພື່ອເອົາເຂົ້າວາງຂາຍໃນເວັບໄຊ ...

Read More »