ນໍ້າມັນແພງ! ນໍ້າມັນຂາດປໍ້າ ເກີດຈາກຫຼາຍປັດໄຈ ແຕ່ລັດຖະບານເຮັດທຸກວິທີທາງເພື່ອຊ່ວຍເຫຼືອປະຊາຊົນ

ນໍ້າມັນແພງ! ນໍ້າມັນຂາດປໍ້າ ເກີດຈາກຫຼາຍປັດໄຈ ແຕ່ລັດຖະບານເຮັດທຸກວິທີທາງເພື່ອຊ່ວຍເຫຼືອປະຊາຊົນ. ​

ທ່ານ ​ຄໍ​າແພງ ໄຊ​ສົມ​ແພງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກໍ​າ ແລະ ການ​ຄ້າ (ອ​ຄ) ໄດ້​ຖະ​ແຫຼງ​ຕໍ່​ສື່ມວນ​ຊົນ​ເມື່ອ​ວັນ​ທີ 10 ພຶດ​ສະ​ພາ 2022 ທີ່​ກະ​ຊວງ ອ​ຄ ໃຫ້​ຮູ້​ວ່າ: ສປປ ລາວ ເປັນປະເທດນໍາເຂົ້າ ນ້ຳມັນເຊື້ອໄຟ ​ຈາກຕ່າງປະເທດ 100% ຊຶ່ງປັດ​ຈຸບັນ, ຈາກສະພາບການຂອງໂລກ ທີ່ມີການປ່ຽນແປງ ສົ່ງຜົນເຮັດລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ເວົ້າລວມ, ເວົ້າສະເພາະ ລາຄານໍ້າມັນເຊື້ອໄຟສໍາເລັດຮູບຕະຫຼາດສິງກະໂປ ຍັງສືບຕໍ່ເໜັງຕີງຂຶ້ນສູງ.

ຕໍ່​ບັນ​ຫາ​ດັ່ງ​ກ່າວ​ນັ້ນ ໄດ້ສົ່ງຜົນກະ​ທົບໂດຍກົງເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟພາຍໃນປະເທດເຮົາປັບຂຶ້ນເປັນເງົາຕາມໂຕ ຊຶ່ງການປັບລາຄາໃນຄັ້ງວັນທີ 30 ເມສາ 2022 ທີ່ຜ່ານມາ ແມ່ນມີຄວາມຈຳເປັນເພື່ອເຮັດໃຫ້ລາຄາປັບປ່ຽນທັນຕາມສະພາບການ. ແຕ່ດ້ວຍປັດໄຈພາຍນອກ ຄຽງຄູ່ກັບບັນຫາ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທດ​ ມີ​ສ່ວນ​ຜິດ​ດ່ຽງສູງລະ​ຫວ່າງ​ທະ​ນາ​ຄານ​ທຸ​ລະ​ກິດ ກັບຮ້ານ​ແລກ​ປ່ຽນ​ເງິນຕາ, ການ​ປະ​ຕິ​ບັດ​ມາດ​ຕະ​ການຄວບ​ຄຸມ ແລະ ປ້ອງ​ກັນການ​ແຜ່ລະບາດຂອງພະຍາດ COVID-19 ທີ່​​ຕ້ອງເພີ່ມ​ຂັ້ນ​ຕອນ ແລະ ເພີ່ມລາຍ​ຈ່າຍ​​ຂອງ​ຜູ້​ປະ​ກອບ​ການ​ ເຮັດ​ໃຫ້​ຫຼາຍ​ບໍ​ລິ​ສັດ​​ຕົກຢູ່​ໃນ​ສະພາບ​ຂາດ​ທຶນ ແລະ ບໍ່​ສາ​ມາດ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ​ມາ​ຮັບ​ໃຊ້​ສັງ​ຄົມ​​ໄດ້ຢ່າງ​ທົ່ວ​ເຖິງ.

ອີກ​ດ້ານ​ໜຶ່ງ, ​​ເຫັນ​ວ່າມີ​ບາງ​ບໍ​ລິ​ສັດ​​ທີ່ມີ​ການ​ເຄື່ອນ​ໄຫວ​ບໍ່​ຖືກ​ຕ້ອງ, ໂດຍ​ສະ​ເພາະແມ່ນ​ປ້ຳ​ບໍ​ລິ​ການ​ນ້ຳ​ມັນເຊື້ອໄຟ ຈຳ​ນວນ​ໜຶ່ງ ມີ​ການ​ລັກ​ລອບຊື້​ນ້ຳ​ມັນ​ຈາກ​ພາກ​ສ່ວນ​ອື່ນ​ມາ​ລົງ​ປ້ຳ​, ​ບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ແລະ ບໍລິສັດຈຳໜ່າຍພາຍໃນ ທີ່ມີລະບົບສາງຈຳນວນໜຶ່ງ ມີການສວຍ​ໂອ​ກາດກັກ​ຕຸນ​ນ້ຳ​ມັນ​ໃນໄລ​ຍະ​ທີ່​ຈະ​ມີການ​ປັບ​ລາ​ຄາ​ນ້ຳ​ມັນເຊື້ອໄຟ ແລະ ບໍ່​ປະ​ຕິ​ບັດ​ຕາມ​ລາ​ຄາ​ທີ່​ລັດ​ ອອກ​ແຈ້ງ​ການແຕ່ລະຄັ້ງ ດັ່ງ​ນີ້​ເປັນ​ຕົ້ນ. ບັນດາບໍລິສັດຜູ້ນໍາເຂົ້ານ້ຳມັນເຊື້ອໄຟ ຂອງລາວເຮົາ ກໍປະສົບບັນຫາດັ່ງກ່າວ ໂດຍບໍ່ສາມາດນໍາເຂົ້າໄດ້ຕາມປະລິມານຄວາມຕ້ອງການ ເນື່ອງຈາກມື້ນຳເຂົ້າ ຫຼືມີການຊຳລະເງິນຄ່ານ້ຳມັນເຊື້ອໄຟ ແຕ່ລາຄາໂຄງສ້າງພາຍໃນຍັງບໍ່ປັບ​ຂຶ້ນ​ເມື່ອທຽບກັບລາຄາ​ໃນ​ຕະຫຼາດໂລກ ເຮັດໃຫ້ບໍລິສັດ ຕ້ອງດຳເນີນທຸລະກິດໃນສະພາບຂາດທຶນ.

ອີກບັນຫາໜື່ງກໍແມ່ນ ຍ້ອນການຂາດແຄນເງິນຕາເນື່ອງຈາກ ການຈຳໜ່າຍນໍ້າມັນຢູ່ປ້ຳພາຍໃນເປັນເງິນກີບ, ແຕ່ການຊໍາລະຄ່ານໍ້າມັນຜູ້ສະໜອງຢູ່ຕ່າງປະເທດ ເປັນເງິນຕາ ຈຶ່ງເປັນສາເຫດໃຫ້ການນຳເຂົ້າ ນໍ້າມັນປະເຊີນກັບ ຄວາມຫຍຸ້ງຍາກ ແລະ ມີປະລິມານນຳເຂົ້າທີ່ຫຼຸດລົງ ຊຶ່ງນຳມາຈຳໜ່າຍໃຫ້ລູກຄ້າ ກໍມີປະລິມານຈໍາກັດລົງໄປນຳ ເປັນເຫດຜົນເຮັດໃຫ້ ບາງປໍ້ານໍ້າມັນເຊື້ອໄຟ ທີ່ບໍ່ໄດ້ຮັບການສະໜອງຈາກບໍລິສັດແມ່ໄດ້ພຽງພໍ ຈຶ່ງບໍ່ມີນໍ້າມັນເຊື້ອໄຟຂາຍ ຫຼື ໄດ້ຈຳໜ່າຍໝົດກ່ອນການສະໜອງ.

ປັດຈຸບັນ, ໂດຍການຕິດຕາມລາຄາສະເລ່ຍແຕ່ວັນທີ 26 ເມສາ – 5 ພຶດສະພາ 2022 ເຫັນວ່າ ລາຄາສະເລ່ຍນໍ້າມັນແອັດຊັງພິເສດແມ່ນ 134,51 ໂດລາ/ບາເຣວ (0.8459 ໂດລາ/ລິດ), ລາຄາສະເລ່ຍນໍ້າມັນແອັດຊັງທໍາມະດາ ແມ່ນ 130,42 ໂດລາ/ບາເຣວ (0.8202 ໂດລາ/ລິດ) ແລະ ລາຄາສະເລ່ຍນໍ້າມັນກາຊວນແມ່ນ 156,96 ໂດລາ/ບາເຣວ (0.9871 ໂດລາ/ລິດ). ນອກຈາກນັ້ນ, ເຫັນວ່າ ລາຄານໍ້າມັນກາຊວນ ຍັງສູງກວ່າລາຄານໍ້າມັນແອັດຊັງທໍາມະດາອີກ. ເມື່ອນໍາລາຄາສະເລ່ຍດັ່ງກ່າວມາຂ້າງເທິງນັ້ນ, ຄິດໄລ່ໂຄງປະກອບລາຄານໍ້າມັນເຊື້ອໄຟ ທີ່ປະກອບດ້ວຍ (1) ພາສີ, (2) ອາກອນຊົມໃຊ້ (ອກຊ), (3) ອາກອນມູນຄ່າເພີ່ມ (ອມພ), (4) ກອງທຶນບູລະນະທາງຫຼວງ (ກທ ທາງ), (5) ຄັງແຮ ແລະ (6) ລາຍຮັບ-ລາຍຈ່າຍຂອງພາກທຸລະກິດ (ຄ່າບໍລິການ) ບວກກັບການເໜັງຕີງຂອງອັດຕາແລກປ່ຽນເງິນຕາຕ່າງປະເທດ (ເງິນກີບອ່ອນຄ່າ) ເຮັດໃຫ້ລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທຸກຊະນິດ​ຢູ່​ປະ​ເທດ​ເຮົາເພີ່ມຂຶ້ນ.

ແນວ​ໃດ​ກໍ​ຕາມ ລັດ​ຖະ​ບານ​ກໍ​ຄື​ກະ​ຊວງ​ອຸດ​ສາ​ຫະ​ກໍ​າ ແລະ ການ​ຄ້າ ​ໄດ້ເອົາໃຈໃສ່ຄົ້ນຄວ້າຮ່ວມກັບກະຊວງກ່ຽວຂ້ອງ ໂດຍສະເພາະກະຊວງການເງິນ​ລາຍ​ງານຂໍທິດຊີ້ນໍາຕໍ່​ລັດ​ຖະ​ບານ ແລະ ລັດຖະບານ ໄດ້ລາຍງານຕໍ່ສະພາແຫ່ງຊາດ ຊຶ່ງຄະນະປະຈໍາສະພາແຫ່ງຊາດ ​ໄດ້​ມີ​ມະ​ຕິ ສະບັບເລກທີ 103/ຄປຈ, ລົງວັນທີ 9 ພຶດສະພາ 2022 ເຫັນດີໃຫ້ຫຼຸດ ອາກອນຊົມໃຊ້ນໍ້າມັນແອັດຊັງທໍາມະດາ​ລົງ ຈາກ 31% ມາເປັນ 16% ແລະ ຫຼຸດອາກອນຊົມໃຊ້ນໍ້າມັນກາຊວນ​ລົງ ຈາກ 21% ມາເປັນ 11% ໂດຍລັດຖະບານ ກໍຄືກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮີບຮ້ອນຜັນຂະຫຍາຍ ມະຕິດັ່ງກ່າວ ໃຫ້ທັນຈັດຕັ້ງປະຕິບັດລາຄານໍ້າມັນເຊື້ອໄຟ ເວລາ 14:00 ໂມງ ຂອງວັນ​ທີ 10 ພຶດ​ສະ​ພາ 2022 (ເຮັດໃຫ້ລາຄານໍ້າມັນແອັດຊັງທໍາມະດາ ແລະ ນໍ້າມັນກາຊວນ ປັບລົງ ແທນທີ່ຈະປັບຂຶ້ນ, ທັງ​ນີ້​ກໍເພື່ອຊ່ວຍ​ພາ​ລະ​ຂອງປະຊາຊົນ) ແລະ ຍັງຈະໄດ້ສືບຕໍ່ຄົ້ນຄວ້າຕື່ມ, ຖ້າລາຄາໃນຕະຫຼາດໂລກຍັງສືບຕໍ່ສູງຂຶ້ນ ກໍຈະໄດ້ສະເໜີປັບກອງທຶນບູລະນະທາງຫຼວງລົງຕື່ມ ຫຼື ຫຼຸດອາກອນ​ລົງຕື່ມ ຖ້າຈໍາເປັນ; ສ່ວນ​ເລື່ອງກອງ​ທຶນ​ນ້ຳ​ມັນ​ເຊື້ອ​ໄຟນັ້ນ ຍັງ​ຢູ່​ໃນ​ຂັ້ນ​ຕອນ​ ການ​ສັ​ງ​ລວມ​ຂອງ​ກະ​ຊວງ​ການ​ເງິນ ແລະ ອາດ​ຈະ​ສາ​ມາດ​ນຳ​ໃຊ້​ພາຍ​ໃນ​ປີ 2022 ຫຼື ຕົ້ນ​ປີ 2023.

ນອກ​ຈາກ​ນີ້ ບັນ​ຫາ​ການ​ສະ​ໜອງ​ເງິນ​ຕາຕ່າງ​ປະ​ເທດ ​ສຳ​ລັບ​ຈັດ​ຊື້​ນ້ຳ​ມັນໃຫ້​ບໍ​ລິ​ສັດນຳ​ເຂົ້າ​ນ້ຳມັນ​ເຊື້ອ​ໄຟ ​ເຫັນ​ວ່າ​ຂະ​ແໜງ​ການທະນາຄານ ​ກໍ​ໄດ້​ໃຫ້​ບຸ​ລິ​ມາ​ສິດ​ແກ່​ບໍ​ລິ​ສັດ​ນຳ​ເຂົ້ານ້ຳ​ມັນ​ເຊື້ອ​ໄຟ ໂດຍ​ເພີ່ມ​​ການ​ສະ​ໜອງ​ເງິນ​ຕາ​ຈາກ 30% ​ເປັນ 40% ຂອງ​ຄວາມ​ຕ້ອງ​ການ ແລະ ສືບ​ຕໍ່​ຊອກ​ຫາ​ແຫຼ່ງ​ເງິນ​ຕາ​ເພີ່ມ​ເຕີມ. ພ້ອມ​ນັ້ນ, ກໍ​ໄດ້​ດັດ​ສົມອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທດຂອງ​ຮ້ານ​ແລກ​ປ່ຽນ​ໃຫ້​ມີ​ຄວາມ​ແຕກ​ຕ່າງ​ກັບ​ທະ​ນາ​ຄານທຸ​ລະ​ກິດ​ຂອງ​ລັດ ໃຫ້​ຫຼຸດ​ລົງ​ຕື່ມ​ອີກ.

ຂໍ້ມູນ: ປະຊາຊົນ

Comments